(vovworld) – ບ້ານແມ່ນບ່ອນທີ່ປະຊາຊົນປະເທດ ຫວຽດນາມ ໄດ້ຮັບການກຳເນີດ ແລະ ເຕີບໃຫຍ່. ຢູ່ທີ່ນັ້ນມີໄມ້ໄຜ່, ສາລາ, ໄມ້ໄຮ ແລະ ບັນດາທຳນອງເພງພື້ນເມືອງທີ່ລຶ້ງເຄີຍ. ບ່ອນນັ້ນມີຊີວິດທີ່ເຕັມໄປດ້ວຍຄວາມອົບອຸ່ນພ້ອມກັບພໍ່ແມ່, ມີສາຍພົວພັນອັນສະໜິດສະໜົມກັບປະຊາຊົນໃນໝູ່ບ້ານ, ດ້ວຍຄວາມຈິງໃຈ ແລະ ແບ່ງປັນນຳກັນ. ແຕ່ລະໝູ່ບ້ານລ້ວນແຕ່ມີບັນດາຮີດຄອງປະເພນີວັດທະນະທຳ, ມີອາຊີບຫັດຖະກຳທີ່ເປັນມູນເຊື້ອສະເພາະຂອງຕົນ. ໃນສະພາບການປະຈຸບັນ, ໃນຂະນະທີ່ ຫວຽດນາມ ພວມໃນໄລຍະເຊື່ອມໂຍງນັ້ນ, ບັນດາເລື່ອງລາວກ່ຽວກັບໝູ່ບ້ານຊົນນະບົດບໍ່ພຽງແຕ່ຊ່ວຍໃຫ້ທ່ານຜູ້ຟັງ, ຜູ້ອ່ານເຫັນໄດ້ການສືບທອດ ແລະ ຫົວຄິດປະດິດສ້າງໃນໄລຍະປະຫວັດສາດຍາວນານເທົ່ານັ້ນ, ຫາກຍັງເຫັນໄດ້ບັນດາຄຸນຄ່າແທ້ຈິງທີ່ສ້າງເປັນກຳລັງແຮງໃຫ້ແກ່ການພັດທະນາຂອງບ້ານນາໃນປະຈຸບັນອີກດ້ວຍ. ດ້ວຍບັນດາຄວາມໝາຍຄືແນວນັ້ນ, ແຕ່ຕົ້ນປີ 2017, ພວກຂ້າພະເຈົ້າຈະສ້າງລາຍການໃໝ່ດ້ວຍຊື່ວ່າ “ເລື່ອງລາວເຂດບ້ານນາ”. ບົດຂຽນ “ບ້ານ ແລະ ບັນດາປັດໄຈສ້າງເປັນສີສັນເຂດບ້ານນາ ຫວຽດນາມ” ຂອງ ໂຕຕ໋ວນ, ນັກຂ່າວ VOV ຈະເປັນການເປີດສາກລາຍການນີ້.
(ພາບປະກອບ)
ຊື່ຂອງໝູ່ບ້ານໄດ້ຕິດພັນກັບປະຫວັດສາດແຫ່ງການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດ. ບັນດາການຄົ້ນຄ້ວາປະຫວັດສາດເດີມໄດ້ສະແດງໃຫ້ເຫັນວ່າ: ນັບແຕ່ເມື່ອມີອາຊີບປູກເຂົ້ານາທາມ, ເຂດບ້ານນາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. ນັບແຕ່ເບື້ອງຕົ້ນ, ປະຊາຊົນຈາກເຂດພູພຽງໄດ້ມາຍັງເຂດທົ່ງພຽງເພື່ອເຮັດກະສິກຳ, ຫັນຈາກການພົວພັນເລືອດເນື້ອ ມາເປັນການພົວພັນຖານບ້ານໃກ້ເຮືອນຄຽງ, ແບ່ງແຍກບ່ອນຢູ່ອາໄສຕາມເຂດພາກຕ່າງໆ. ເຂົາເຈົ້າຄ່ອຍໆຮູ້ຈັກເຖິງການຮ່ວມມືໃນວຽກງານບຸກເບີກທີ່ດິນ, ຂຸດຄອງເໝືອງຫົດນ້ຳ, ຮູ້ຈັກວິທີສ້າງຄັນຄູກັນນ້ຳແກ່ງ, ນັ້ນແມ່ນບັນດາວຽກງານທີ່ບໍ່ສາມາດປະຕິບັດແຕ່ຜູ້ໜຶ່ງ ຫຼື ຄອບຄົວດຽວໄດ້. ການຮ່ວມມືນັ້ນໄດ້ສ້າງເປັນເຂດຢູ່ອາໄສຮ່ວມກັນນ້ອຍໆທີ່ເອີ້ນວ່າບ້ານ, ບ້ານຂະຫຍາຍກ້ວາງອອກກາຍເປັນໝູ່ບ້ານ. ການຮ່ວມມືໃນວົງຄະນະຍາດແມ່ນອີງໃສ່ຄວາມຕ້ອງການຄື : ສາມັກຄີກັນເພື່ອຕ້ານສັດຕູຜູ້ຮຸກຮານ, ຮ່ວມມືກັນເພື່ອເຮັດຊົນລະປະທານ ແລະກັນນ້ຳຈາກນັ້ນ ໄດ້ຂະຫຍາຍເປັນປະເທດ. ພາຍຫຼັງປະເທດໄດ້ຮັບການກຳເນີດ, ບ້ານ ຕາແສງໄດ້ກາຍເປັນຫົວໜ່ວຍບໍລິຫານນ້ອຍທີ່ສຸດໃນສັງຄົມ. ດ້ວຍບັນດາລັກສະນະດັ່ງກ່າວ, ໂຄງປະກອບບ້ານນາທີ່ເປັນມູນເຊື້ອຂອງ ຫວຽດນາມ ເຄີຍຕິດພັນກັບຮູບພາບ ຄັນຄູ, ປະຕູໂຂງເຂົ້າບ້ານ, ສາລາບ້ານ, ຕົ້ນໄຮ, ທ່ານ້ຳສ່ວນຢູ່ໃນໝູ່ບ້ານປະກອບມີບ້ານຊຸມຊົນ, ເຮືອນສວນ, ມີໜອງຄົບວົງຈອນ. ໂຄງປະກອບໝູ່ບ້ານແມ່ນບໍລິເວນເຂດຊົນນະບົດ, ທີ່ເຂັ້ມຂົ້ນໄປດ້ວຍວັດທະນະທຳປະຫວັດສາດຂອງຊາວຫວຽດນາມ.
ເມື່ອສັງເກດກ່ຽວກັບໝູ່ບ້ານ ຫວຽດນາມ, ຮູບພາບທີ່ສ້າງຄວາມປະທັບໃຈທຳອິດແມ່ນປະຕູໂຂງເຂົ້າບ້ານ ແລະ ສຸມໄມ້ໄຜ່ຢູ່ອ້ອມໝູ່ບ້ານ. ປອ ເຈີ່ນຫືວເຊີນ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ, ໃຫ້ຮູ້ວ່າ :
ປະຕູໂຂງເຂົ້າບ້ານແມ່ນກິດຈະກຳເພື່ອຢັ້ງຢືນເຂດຊາຍແດນຂອງໝູ່ບ້ານ, ຂີດລະຫວ່າງເຂດຜະລິດ ແລະ ບ່ອນຢູ່ອາໄສຂອງປະຊາຊົນໃນໝູ່ບ້ານ. ດ້ານອື່ນ, ປະຕູໂຂງເຂົ້າບ້ານສົມທົບກັບສຸມໄມ້ໄຜ່ຢູ່ອ້ອມໝູ່ບ້ານ ພ້ອມລະບົບປ້ອງກັນພາຍໃນບ້ານໄດ້ກາຍເປັນປ້ອມໝັ້ນຖາວອນເພື່ອຕ້ານສັດຕູຜູ້ຮຸກຮານ. ປະຕູໂຂງເຂົ້າບ້ານຍັງສ້າງຄວາມງາມເປັນສັນຍາລັກຂອງໝູ່ບ້ານ, ບັນດາຄຳຜະຫຍາ, ທີ່ປະດັບປະດາຢູ່ປະຕູໂຂງເຂົ້າບ້ານໄດ້ແນະນຳກ່ຽວກັບໝູ່ບ້ານ, ຄວາມງາມຂອງໝູ່ບ້ານ, ສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງໝູ່ບ້ານ ແລະ ແມ່ນສັນຍາລັກຂອງບ້ານເກີດເມືອງນອນ. ປະຊາຊົນໃນບ້ານເຖິງວ່າໄດ້ໄປໃສກໍ່ຕາມແຕ່ຍາມໃດກໍ່ຄິດຮອດຄິດເຖິງປະຕູໂຂງເຂົ້າບ້ານ.
ພາຍໃນໝູ່ບ້ານຍັງມີບັນດາກິດຈະກຳສະຖາປັດຕະຍາກຳອື່ນໆອີກ, ແມ່ນບັນດາປັດໄຈສ້າງເປັນສີສັນວັດທະນະທຳໃນໝູ່ບ້ານ. ເສັ້ນທາງຕົ້ນຕໍພາຍໃນໝູ່ບ້ານເຄີຍພາໄປເຖິງສາລາບ້ານ, ເຊິ່ງແມ່ນບ່ອນບູຊາພະອໍລະຫັນຂອງໝູ່ບ້ານ. ສາລາບ້ານໄດ້ຕັ້ງຢູ່ບ່ອນໃຈກາງ, ແມ່ນສະຖາປັດຕະຍາກຳແຫ່ງຈິດວິນຍານທີ່ພົ້ນເດັ່ນ, ແມ່ນຄວາມເອກອ້າງທະນົງໃຈຂອງໝູ່ບ້ານ. ປອ ດິງຮົ່ງຫາຍ, ຢູ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ໃຫ້ຮູ້ວ່າ :
ປະຊາຊົນມີຄຳເວົ້າທີ່ວ່າ ກອງຂອງບ້ານໃດບ້ານນັ້ນຕີ, ພະອໍລະຫັນຂອງບ້ານໃດບ້ານນັ້ນບູຊາ. ສຽງກອງ ຫຼື ພະອໍລະຫັນຢູ່ສາລາບ້ານສະແດງໃຫ້ເຫັນຄວາມແຕກຕ່າງກັນຂອງໝູ່ບ້ານນີ້ກັບໝູ່ບ້ານອື່ນ, ມັນສະແດງທີ່ຕັ້ງ, ລັກສະນະພິເສດຂອງໝູ່ບ້ານ, ຍ້ອນແນວນັ້ນ ສາລາບ້ານຍາມໃດກໍ່ໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕໂອໂຖງເພື່ອສະແດງກຳລັງແຮງຂອງໝູ່ບ້ານ.
ໃນຊິວິດການເປັນຢູ່, ສາລາບ້ານຍາມໃດກໍ່ແມ່ນແຫ່ງດຳເນີນຊີວິດຂອງວົງຄະນະຍາດ, ແມ່ນບ່ອນດຳເນີນບັນດາເຫດການສຳຄັນ, ບັນດາງານບຸນ, ການດຳເນີນຊີວິດວັດທະນະທຳຂອງທັງໝູ່ບ້ານ. ໃນຈິດໃຈຂອງຄົນໃນເມື່ອເກົ່າ, ນ້ຳສ້າງ, ຕົ້ນໄຮໃນໝູ່ບ້ານມີຄວາມໝາຍດ້ານຈິດວິນຍານຢ່າງເລິກເຊິ່ງ. ນ້ຳສ້າງແມ່ນແວ່ນທີ່ສ່ອງແສງຮູບພາບຊີວິດການເປັນຢູ່ສັນຕິສຸກໃນເຂດບ້ານນາ, ຕົ້ນໄຮຢູ່ຫົວບ້ານດັ່ງພະຍານຫຼັກຖານການຜັນປ່ຽນຂອງປະຫວັດສາດ.
ທາງຫຼັງສຸມໄມ້ໄຜ່ແມ່ນເສັ້ນທາງເຂົ້າເຂດບ້ານຕ່າງໆທີ່ປູດິນຈີ່ຢ່າງສະອາດສວຍງາມ. ໃນໝູ່ບ້ານມີຫຼາຍຮ່ອມບ້ານນ້ອຍໆຕິດຕໍ່ກັນເພື່ອໃຫ້ຊາວບ້ານໄປທາງໃດກໍ່ສາມາດກັບບ້ານໄດ້. ໂຄງປະກອບທາງຄືແນວນັ້ນໄດ້ສ້າງຄວາມສະດວກໃຫ້ແກ່ການດຳລົງຊີວິດປູກເຂົ້ານາທາມຂອງຊາວ ຫວຽດນາມ. ແຕ່ລະໝູ່ບ້ານມີກົດລະບຽບສະເພາະຂອງຕົນ, ກ່ຽວກັບຄຸນສົມບັດ, ແບບແຜນດຳລົງຊີວິດ, ກ່າວເຕືອນປະຊາຊົນກ່ຽວກັບສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ. ຂໍ້ກຳນົດໃນກົດລະບຽບຂອງໝູ່ບ້ານທີ່ເໝາະສົມກັບການດຳລົງຊີວິດນັ້ນ ໄດ້ປະກອບສ່ວນສ້າງເປັນບັນດາຮີດຄອງປະເພນີວັດທະນະທຳອັນດີງາມ, ສ້າງເປັນລັກສະນະສະເພາະໃຫ້ແກ່ປະຊາຊົນໃນໝູ່ບ້ານ ຫວຽດນາມ.
ໂດຍຜ່ານລຸ້ນຄົນຕ່າງໆ, ໂຄງປະກອບໝູ່ບ້ານພ້ອມກັບບັນດາຮີດຄອງປະເພນີວັດທະນະທຳນັ້ນໄດ້ສ້າງບັນຍາກາດສະຫງົບສຸກໃຫ້ເຂດບ້ານນາ. ຍ້ອນແນວນັ້ນ, ສຳລັບບັນດາຜູ້ຕ້ອງດຳລົງຊີວິດຫ່າງຈາກບ້ານເກີດເມືອງນອນນັ້ນ, ຮູບພາບໝູ່ບ້ານຍາມໃດກໍ່ສ້າງຄວາມຄິດຮອດຄິດເຖິງກົກເຄົ້າເຫງົາກໍ, ສ້າງຄວາມສະເທືອນໃຈ ແລະ ຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອຂອງບ້ານເກີດເມືອງນອນໃຫ້ແກ່ເຂົາເຈົ້າ.