ໝູ່ບ້ານຕຳ່ແພໄໝວ້ານຟຸກ-ອາຊີບທີ່ເປັນມູນເຊື້ອມາເປັນເວລານັບພັນປີ

(VOVWORLD) - ໝູ່ບ້ານຕຳ່ແພໄໝ ວ້ານຟຸກ (ປະຈຸບັນແມ່ນຂຶ້ນກັບຕາແສງ ວ້ານຟຸກ, ເມືອງ ຮ່າດົງ, ນະຄອນຫຼວງ ຮ່າໂນ້ຍ) ແມ່ນໝູ່ບ້ານຕຳ່ແພໄໝທີ່ມີປະຫວັດແຫ່ງການພັດທະນາມາແຕ່ດົນນານແລ້ວ. ບັນດາຜະລິດຕະພັນແພໄໝຂອງໝູ່ບ້ານ ວ້ານຟຸກ ໄດ້ປະກົດໃນບັນດາບົດເພງ, ບົດກະວີ, ພາບແຕ້ມຄືດັ່ງສີສັນວັດທະນະທຳຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງ ຫວຽດນາມ.

     ບັນດາປື້ມສໍບູຮານ, ເອກະສານຈຳນວນໜຶ່ງ ແລະ ວັດຖຸພັນບູຮານບາງຢ່າງທີ່ຍັງຮັກສາໄວ້ນັ້ນ ໄດ້ສະແດງໃຫ້ເຫັນວ່າ, ອາຊີບຕຳ່ແພໄໝຂອງໝູ່ບ້ານ ວ້ານຟຸກ ໄດ້ມີມາແຕ່ສະຕະວັດທີ 9. ເລື່ອງລາວເລົ່າສືບກັນມາວ່າ, ມີແມ່ຍິງຄົນໜຶ່ງຊື່ວ່າ ອາຫຼາທິເນືອງ ເຄີຍດຳລົງຊີວິດຢູ່ ວ້ານບາວ (ຕໍ່ມາປ່ຽນເປັນໝູ່ບ້ານ ວ້ານຟຸກ) ໄດ້ມີຄຸນງາມຄວາມດີໃນການສອນປະຊາຊົນວິທີປູກມອນລ້ຽງມ້ອນ ແລະ ຕຳ່ແພໄໝ. ພາຍຫຼັງເຖິງແກ່ມໍລະນະກຳ, ປະຊາຊົນໃນໝູ່ບ້ານສະແດງຄວາມເຄົາລົບນັບຖື ແລະ ຖືພະນາງເປັນພະອໍລະຫັນຂອງໝູ່ບ້ານ. ໃນຫໍບູຊາພະນາງໃນປະຈຸບັນຍັງຄົງຮັກສາແຜ່ນຫີນທີ່ຈາລຶກປະຫວັດ, ພ້ອມກັບກີ່ຕຳ່ຫູກ - ເຊິ່ງແມ່ນຮ່ອງຮອຍປະຫວັດສາດຂອງໝູ່ບ້ານຕຳ່ແພໄໝໄວ້.

ໝູ່ບ້ານຕຳ່ແພໄໝວ້ານຟຸກ-ອາຊີບທີ່ເປັນມູນເຊື້ອມາເປັນເວລານັບພັນປີ - ảnh 1(ພາບປະກອບ) 

     ຜ່ານບັນດາໄລຍະພັດທະນາ, ແພໄໝ ວ້ານຟຸກ ໄດ້ຢືນຢັນຊື່ສຽງຂອງຕົນ, ແລະ ເຄີຍໄດ້ຮັບເລືອກເຟັ້ນເພື່ອຕັດຫຍິບຊຸດອາພອນໃນພະລາຊະວົງ ແລະ ພິເສດ, ໃນສະໄໝລາຊະວົງ ຫງວຽນ (1802 - 1945), ບັນດາຜະລິດຕະພັນແພໄໝຂອງໝູ່ບ້ານໄດ້ຮັບຄວາມນິຍົມທີ່ສຸດ. ແພໄໝ ວ້ານຟຸກ ໄດ້ຮັບການແນະນຳຢູ່ຕ່າງປະເທດເທື່ອທຳອິດທີ່ງານຕະຫຼາດນັດ Marseille (1931) ແລະ ໄດ້ຮັບການຕີລາຄາຈາກຊາວຝລັ່ງວ່າແມ່ນຜະລິດຕະພັນທີ່ລະອຽດລະອໍຢູ່ ອິນດູຈີນ. ນັບແຕ່ປີ 1990, ແພໄໝ ວ້ານຟຸກ ຖືກສົ່ງໄປຂາຍຢູ່ຫຼາຍປະເທດໃນໂລກ. ປະຈຸບັນ, ໝູ່ບ້ານແພໄໝ ວ້ານຟຸກ ໄດ້ພັດທະນາຢ່າງໃຫຍ່ໂຕ ແລະ ສວຍງາມ, ດ້ວຍຮ້ານສິນຄ້າຫຼາຍຮ້ານຕັ້ງຢູ່ຕິດກັນ, ຖະໜົນແພໄໝຍາມໃດກໍ່ມີແຂກທ່ອງທ່ຽວມາຢ້ຽມຢາມ ແລະ ຊື້ຂາຍຢ່າງອຶກກະທຶກຄຶກຄົມ. ນັກສິລະປະການ ຟ້າມຄັກຮ່າ, ປະທານສະຫະສະມາຄົມໝູ່ບ້ານອາຊີບ ວ້ານຟຸກ, ໃຫ້ຮູ້ວ່າ:

     “ປະຈຸບັນໝູ່ບ້ານມີນັກສິລະປະການ 8 ຄົນ, 164 ຄອບຄົວຜະລິດ ແລະ ດຳເນີນທຸລະກິດ, ດ້ວຍຮ້ານວາງສະແດງ ແລະ ແນະນຳຜະລິດຕະພັນປະມານ 100 ແຫ່ງ. ພວກຂ້າພະເຈົ້າພວມຜັນຂະຫຍາຍໂຄງການພັດທະນາ ວ້ານຟຸກ ໃຫ້ເປັນສະຖານທີ່ທ່ອງທ່ຽວໝູ່ບ້ານ ອາຊີບ. ໂຄງການນີ້ໄດ້ຮັບການເຊັນອະນຸມັດຈາກນະຄອນ ຮ່າໂນ້ຍ“.

    ສະຖານທີ່ມີອິດທິພົນຊື່ສຽງທີ່ສຸດຢູ່ໝູ່ບ້ານ ວ້ານຟຸກ ແມ່ນ ໂຮງງານຕຳ່ແພໄໝຂອງນັກສິລະປະການ ຈ້ຽວວັນມ້າວ - ເຊິ່ງແມ່ນໜຶ່ງໃນບັນດານັກສິລະປະການສຸດທ້າຍທີ່ຕຳ່ແພໄໝເວິນ (ແພໄໝບູຮານຂອງ ວ້ານຟຸກ) ໄດ້. ພາຍຫຼັງທ່ານເຖິງແກ່ມໍລະນະກຳເມື່ອປີ 2010, ລູກຫຼານຂອງທ່ານໄດ້ສືບທອດອາຊີບ ແລະ ໄດ້ກາຍເປັນບັນດານັກສິລະປະການທີ່ມີຊື່ສຽງໃນໝູ່ບ້ານ. ນັກສິລະປະການ ຫງວຽນທິເຕິມ, ລູກໃພ້ຂອງພໍ່ຕູ້ ຈ້ຽວວັນມ້າວ, ແມ່ນໜຶ່ງໃນຈຳນວນພົນລະເມືອງທີດີເດ່ັນ 10 ຄົນຂອງ ຮ່າໂນ້ຍໃນປີ 2015, ປະຈຸບັນແມ່ນເຈົ້າຂອງໂຮງງານຕຳ່ແພໄໝ ຈ້ຽວວັນມ້າວ, ເລົ່າສູ່ຟັງວ່າ:

    “ພໍ່ຂ້າພະເຈົ້າແມ່ນຜູ້ມີຄວາມສຸດຈິດສຸດໃຈ ແລະ ຮັກອາຊີບທີ່ສຸດ. ເພິ່ນໄດ້ຮັບລາງວັນອັນສູງສົ່ງຫຼາຍລາງວັນ. ເພິ່ນເຄີຍຜະລິດແພໄໝເວິນ 1.000 ປີແຫ່ງທັງລອງ - ຮ່າໂນ້ຍ, ເພື່ອເປັນຂອງຂວັນຂອງນະຄອນ ຮ່າໂນ້ຍ ໃນໂອກາດສະເຫຼີມສະຫຼອງ 1.000 ປີ ແຫ່ງທັງລອງ - ຮ່າໂນ້ຍ. ໃນຜະລິດຕະພັນແພໄໝເວິນສະແດງໃຫ້ເຫັນຄວາມໝາຍຂອງ ທັງລອງ - ຮ່າໂນ້ຍ ຢ່າງຄົບຖ້ວນຄື. ມີເວິນໝາຍຄວາມວ່າກ້ອນເມກ, ທັງລອງແມ່ນມັງກອນ, ເຄວວັນກາກ ແມ່ນສັນຍາລັກຂອງ ຮ່າໂນ້ຍ. ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ສຸດ ແລະ ນັ້ນແມ່ນກຳລັງໜູນເພື່ອໃຫ້ຂ້າພະເຈົ້າເມົາມົວກັບອາຊີບ“.

ໝູ່ບ້ານຕຳ່ແພໄໝວ້ານຟຸກ-ອາຊີບທີ່ເປັນມູນເຊື້ອມາເປັນເວລານັບພັນປີ - ảnh 2 ນັກສິລະປະການ ຫງວຽນທິເຕິມ 

   ໂດຍເຮັດອາຊີບນີ້ມາເປັນເວລາຫຼາຍປີ, ປະຊາຊົນໝູ່ບ້ານ ວ້ານຟຸກ ໄດ້ຮ່ວມສຳພັນນຳກັນໃນການຜະລິດ. ໃນໝູ່ບ້ານກໍ່ໄດ້ມີວິສາຫະກິດທີ່ມີຂອບຂະໜາດຈຳນວນໜຶ່ງ, ດັ່ງນັ້ນຜະລິດຕະພັນແພໄໝຈຶ່ງອຸດົມສົມບູນດ້ວຍຫຼາຍປະເພດ. ເພື່ອຜະລິດບັນດາຜະລິດຕະພັນແພໄໝທີ່ເປັນເອກະລັກສະເພາະ, ຊ່າງຜະລິດແພໄໝຢູ່ໝູ່ບ້ານ ວ້ານຟຸກ ຕ້ອງຜ່ານຂັນຕອນແຫ່ງການຜະລິດຢ່າງລະອຽດລະອໍທີ່ສຸດ. ແພໄໝ ວ້ານຟຸກ ສວຍງາມ, ລະອຽດລະອໍ ແລະ ເປັນເອກະລັກສະເພາະ ແມ່ນຍ້ອນມີສີມືທີ່ຄ່ອງແຄ້ວຂອງຊາວ ວ້ານຟຸກ.

     ແພໄໝວ້ານຟຸກຖືກຕຳ່ດ້ວຍເສັ້ນໄໝທຳມະຊາດ, ດັ່ງນັ້ນມັນຈຶ່ງອ່ອນກຸ່ມ ແລະ ເຫຼື້ອມ, ລະອຽດລະອໍທີ່ສຸດ. ລວດລາຍຍາມໃດກໍ່ປະດັບປະດາເຄິ່ງຄຽງກັນ, ບໍ່ສັບສົນ… ບັນດາຜະລິດຕະພັນຂອງໝູ່ບ້ານແພໄໝ ວ້ານຟຸກ ມີສີສັນຫຼາກຫຼາຍ, ອຸດົມສົມບູນກ່ຽວກັບຊະນິດ ແລະ ມີຄວາມໝັ້ນທົນ ແລະ ງາມ. ນັກສິລະປະການ ຫງວຽນທິເຕິມ, ໃຫ້ຮູ້ວ່າ:

       “ມາຮອດປະຈຸບັນ, ແພໄໝ ວ້ານຟຸກຍັງຄົງແມ່ນສິນຄ້າທີ່ມີຊື່ສຽງຂອງໝູ່ບ້ານອາຊີບ ວ້ານຟຸກ ຢູ່. ແພໄໝເວິນ ແມ່ນຜະລິດຕະພັນ ສິລະປະ, ຍ້ອນຕ້ອງຜະລິດດ້ວຍຫຼາຍຂັ້ນຕອນ, ສ່ວນຫຼາຍແມ່ນເຮັດແບບຫັດຖະກຳ. ແພໄໝເວິນມີຈຸດພິເສດແມ່ນບໍ່ຍູ່ຍີ່, ເຖິງວ່າຈະຫ່າງ ແຕ່ພັດບໍ່ບາງ… ນັ້ນແມ່ນຈຸດພິເສດຂອງແພໄໝ ວ້ານຟຸກ. ມີຜູ້ຕຳ່ແພໄໝຢູ່ຫຼາຍແຫ່ງມາ ວ້ານຟຸກ ເພື່ອຊອກຮູ້ວິທີຕຳ່ແພໄໝເວິນ ແຕ່ບໍ່ສາມາດເຮັດໄດ້. ມາຮອດປະຈຸບັນ, ມີແຕ່ໝູ່ບ້ານ ວ້ານຟຸກ ຈຶ່ງສາມາດຕຳ່ແພໄໝເວິນໄດ້“.

     ດ້ວຍເຄື່ອງໝາຍການຄ້າທີ່ມີຊື່ສຽງ, ເຖິງວ່າຈະຜ່ານຫຼາຍລຸ້ນຄົນແລ້ວກໍ່ຕາມ, ແຕ່ໝູ່ບ້ານ ວ້ານຟຸກ ຍັງຄົງຮັກສາສິລະປະທີ່ເປັນມູນເຊື້ອຂອງຕົນໄວ້. ໝູ່ບ້ານຕຳ່ແພໄໝ ວ້ານຟຸກ ສົມເປັນໝູ່ບ້ານອາຊີບທີ່ມີປະຫວັດຄວາມເປັນມາເກືອບ 1.200 ປີ, ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບຫັດຖະກຳທີ່ດົງດັງກວ່າໝູ່ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ