ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາເບົ່າຈຸກກໍ່ສ້າງຊົນນະບົດໃໝ່ ຈາກການປ່ຽນໃໝ່ການຜະລິດ

(vovworld) - ເຄື່ອງ​ປັ້ນດິນ​ເຜົາ​ເບົ່າ​ຈຸກ​ ທີ່ມີ​ຊື່​ສຽງທັງພາຍ​ໃນ ​ແລະ ຕ່າງປະ​ເທດນັ້ນ ​ ​ແມ່ນໄດ້​ຮັບ​ການ​ຜະລິດ​ຢູ່​ເທດສະບານ​ເຟືອ​ກ​ເຢິນ, ​ເມືອງ​ນິງ​ເຟືອ​ກ, ​ແຂວງ​ນິງທ້ວນ, ຫ່າງ​ຈາກ​ນະຄອນ​ຟານຣາງ - ທາດ​ຈ່າມ ​ໄປ​ທາງ​ໃຕ້​ປະມານ 10 ກມ. ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ໝູ່​ບ້ານ​ອາຊີບ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ເບົ່າ​ຈຸກ ​ ມີ​ວິທີ​ປະຕິບັດ​ສະ​ເພາະ ນັ້ນ​ແມ່ນ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ໝູ່​ບ້ານ​ອາຊີບ, ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີຜະລິດ ດ້ວຍ​ການ​ກໍ່​ສ້າງ​ເຕົາ​ເຜົາ​ປະຢັດ​ເຊື້ອ​ເພີງ, ລົງທຶນໜ້ອຍ, ​ແຕ່​ພັດ​ເພີ່ມ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບຜະລິດ​ຕະພັນ, ຍົກ​ສູງ​ລາຍ​ຮັບ​ໃຫ້​​ແກ່ສະມາຊິກ​ສະຫະກອນ.

ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາເບົ່າຈຸກກໍ່ສ້າງຊົນນະບົດໃໝ່ ຈາກການປ່ຽນໃໝ່ການຜະລິດ - ảnh 1

ເຄື່ອງ​ປັ້ນດິນ​ເຜົາ​ເບົ່າ​ຈຸກໄດ້ຮັບຄວາມນິຍົມທັງພາຍໃນ ແລະຕ່າງປະເທດ​

        ເຄື່ອງ​ປັ້ນດິນ​ເຜົາ​ເບົ່າ​ຈຸກ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ໃຊ້​ສອຍ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຍ້ອນ​ມັນບໍ່​ພຽງ​ແຕ່ມີ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ອຸດົມສົມບູນ​ກ່ຽວ​ກັບ​​ປະ​ເພດເທົ່າ​ນັ້ນ, ຫາກ​ຍັງ​ມີ​ສີສັນ​ພິ​ເສດ​ຂອງ​ວັດທະນະທຳ​​ເຜົ່າ​ຈຳ​ອີກ​ດ້ວຍ. ​ກ່ອນ​ນີ້, ຍ້ອນເຄື່ອງ​ປັ້ນດິນ​ເຜົາ​​ເກືອບ​ທັງ​ໝົດ​ຢູ່​ທີ່​ນີ້ ​ໂດຍ​ຊາວ​ກະ​ສີກ​ອນຜະລິດ​ຕາມ​ປະສົບ​ການ ​ແລະ ​ເຜົາ​ຢູ່​ກາງ​ແຈ້ງຕາມ​ວິທີ​ ທີ່​ເປັນ​ມູນ​ເຊື້ອ, ດ້ວຍ​ອຸນຫະພູມ​ບໍ່​ສູງ, ຜະລິດ​ຕະພັນຈຶ່ງບໍ່​ບັນລຸ​ໄດ້​ມາດຖານ. ​ແຕ່ພາຍຫຼັງ​ວິວັດ​ການ​ສຳ​ຫຼວດຢູ່​ບາງ​ໝູ່​ບ້ານ​​ຜະລິດເຄື່ອງ​ປັ້ນດິນ​ເຜົາ​, ​ເຫັນ​ວ່າ​ວິ​ທີ​ການ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ຂອງ​ໝູ່​ບ້ານ​ແທງ​ຮ່າ, ​ແຂວງ​ກວາງ​ນາມ ​ແມ່ນ​ເໝາະ​ສົມ​ກັບ​ໝູ່​ບ້ານອາຊີບ​ເບົ່າ​ຈຸກ. ສູນ​ສົ່ງ​ເສີມ​ອຸດສາຫະກຳ, ການ​ຄ້າ​ແຂວງ​ນິງທ້ວນ ​ຈຶ່ງ​ສ້າງ​ໂຄງການ​ໜູນ​ຊ່ວຍ​ຮູບ​ແບບ​ເຕົາ​​​ເຄື່ອງ​ປັ້ນດິນ​ເຜົາ ຕາມ​ຮູບ​ແບບ​ຂອງ​ໝູ່​ບ້ານ​​​ແທງ​ຮ່າ. ທັງ​ເຊີນ​ນັກ​ສິລະ​ປະການ, ນາຍ​ຊ່າງ​ທີ່​ມີ​ປະສົບ​ການ​ຂອງ​ໝູ່​ບ້ານ​​​ແທງ​ຮ່າ ມາ​ກໍ່ສ້າງ, ຖ່າຍ​ຖອດ​ວິທີ​ເຜົາເຄື່ອງ​ປັ້ນດິນ​ເຜົາ​​ໃຫ້ ຮາກ​ຖານ​ຜະລິດເຄື່ອງ​ປັ້ນດິນ​ເຜົາ​ 2 ​ແຫ່ງ​ຂອງ​ໝູ່​ບ້ານ​​​ເບົ່າ​ຈຸກ. ຄ່າ​ໜູນ​ຊ່ວຍ​ການລົງທຶນ​ກໍ່ສ້າງ​ເຕົາ​ເຜົາ​ແຕ່ລະ​​ເຕົາ​ແມ່ນ 30 ລ້ານ​ດົ່ງ, ​ໃນ​ນັ້ນ​ແຕ່ລະ​ຮາກ​ຖານ​ປະກອບ 10 ລ້ານ​ດົ່ງ, ຕາມ​ຮູບ​ແບບ​ທັງ​ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ. ຮູບ​ແບບ​ເຕົາ​ເຜົາ​ຂອງ​ໜູ່ບ້ານແທງ​ຮ່າ, ກວາງ​ນາມ​ ມີ​ຂະໜາດ​ນ້ອຍ, ວັດຖຸ​ກໍ່ສ້າງ​ສ່ວນ​ຫຼາຍ​ແມ່ນ​ດິນ​ຈີ່​, ດັ່ງ​ນັ້ນ​ຈຶ່ງ​ເໝາະ​ສົມ​ທີ່​ສຸດ​ກັບຮູບການ​ຜະລິດຄອບຄົວຢູ່ໝູ່​ບ້ານນິງທ້ວນ. ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ, ວັດຖຸ​ໃຊ້​ເພື່ອ​ເຜົາ​ແມ່ນ​ຂີ້​ແກບ, ​ຫຼືເສດ​ຈາກ​ການ​ຜະລິດ​ກະ​ສີ​ກຳ​ທີ່​ມີ​ຫຼາຍ​ຢູ່​ທ້ອງ​ຖີ່​ນ. ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ຮັກສາ​ສິ່ງແວດ​ລ້ອມ, ຫຼຸດ​ລາຄາ​ຜະລິດ​ຕະພັນ. ທ່ານ ດ່າງ​ແຊມ, ຢູ່​ຮາກ​ຖານ​ຜະລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ເບົ່າ​ຈຸກ ຕາມ​ຮູບ​ແບບ​ດັ່ງກ່າວ, ​ໃຫ້​ຮູ້​ວ່າ. ​ໂຄງການ​​ເລີ່​ມຜັນ​ຂະຫຍາຍ​ແຕ່​ທ້າຍ​ປີ 2014 ​ແລະ ​ໃນ​ເບື້ອງ​ຕົ້ນ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ໃຫ້​ບັນດາ​ຮາກ​ຖານ​ຜະລິດ ເຄື່ອງ​ປັ້ນ​ດິນ​ເຜົາ​ເບົ່າ​ຈຸກ.

        “ປະສິດທິ​ຜົນ​ທີ່​ໄດ້​ຮັບ​ຈາກ​ຮູບ​ແບບ​ນີ້ແມ່ນ​: ອັດຕາ​ຜະລິດ​ຕະພັນ​​ຖືກ​ແຕກແມ່ນຫຼຸດ​ລົງ​ຍັງ​ເຫຼືອ​ພຽງປະມານ​ແຕ່ 2% ​ເທົ່າ​ນັ້ນ​; ທີ​ສອງ​ແມ່ນ​ ຍາມ​ຝົນຕົກ, ລົມ​ແຮງ​ກໍ່​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຜະລິດ; ທີ​ສາມ​​ແມ່ນເຄື່ອງ​ປັ້ນດິນ​ເຜົາມີ​ຄຸນ​ນະພາ​ບສູງກວ່າ“.

ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາເບົ່າຈຸກກໍ່ສ້າງຊົນນະບົດໃໝ່ ຈາກການປ່ຽນໃໝ່ການຜະລິດ - ảnh 2

ວີທີເຜົາເຄື່ອງປັ້ນດິນເຜົາຢູ່ກາງແຈ້ງໃນເມື່ອກ່ອນຂອງໝູ່ບ້ານເບົ່າຈຸກ

        ສະມາຊິກ​​ໃນສະຫະກອນຜະລິດເຄື່ອງ​ປັ້ນ​ດິນ​ເຜົາ​ເບົ່າ​ຈຸກ 26 ຄົນມີ​ຄວາມພາກພູມ​ໃຈ​ທີ່​ສຸດ​ ເມື່ອ​ໄດ້ນຳ​ໃຊ້​ເຕົາ​ເຜົາ​ໂດຍ​ສູນ​ສົ່ງ​ເສີມ​ອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ໜູນ​ຊ່ວຍ, ຍ້ອນ​ບັນດາ​ຜົນ​ປະ​ໂຫຍ​ດ​ໂດຍ​ຮູບ​ແບບ​ນີ້​ນຳ​ມາ​ໃຫ້​ແມ່ນ​ສູງ​ທີ່​ສຸດ​ເມື່ອ​ທຽບ​ໃສ່​ຮູບ​ແບບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໝູ່​ບ້ານ. ທ່ານ ດົ່ງ​ວັນ​ໂລກ, ຫົວໜ້າ​ສະຫະກອນ​ຜະລິດເຄື່ອງ​ປັ້ນດິນ​ເຜົາ​ເບົ່າ​ຈຸກ, ​ໃຫ້​ຮູ້​ວ່າ

        “​ເມື່ອ​ລັດ​ໜູນ​ຊ່ວຍ​ກໍ່ສ້າງ​ເຕົາ​ເຜົາ​ໃໝ່​ນີ້, ​​ໄດ້​ສ້າງຄວາມ​ສະດວກ​ທີ່ສຸດ​ໃຫ້​​ແກ່ປະຊາຊົນ​ໃນ​ການ​ຜະລິດເຄື່ອງ​ປັ້ນດິນ​ເຜົາ. ກ່ອນ​ນີ້​ເມື່ອ​ເຜົາ ​ຕາມ​ຮູບແບບ​ທີ່​ເປັນ​ມູນ​ເຊື້ອ, ອັດຕາ​ຜະລິດ​ຕະພັນ​ຖືກ​ແຕກ​ກວມ​ເຖິງ 50%, ​ແຕ່​ປະຈຸ​ບັນ​ຕົວ​ເລກ​ດັ່ງກ່າວ​ມີ​ພຽງ2%ເທົ່າ​ນັ້ນ“.

ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາເບົ່າຈຸກກໍ່ສ້າງຊົນນະບົດໃໝ່ ຈາກການປ່ຽນໃໝ່ການຜະລິດ - ảnh 3

ເຕົາເຜົາຕາມຮູບແບບຂອງໝູ່ບ້ານແທງຮ່າ

        ​ເມື່ອຕີ​ລາຄາ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຂອງ​ເຕົາ​ເຜົາ, ທ່ານ ຫວໍ​ວຽດຮ໋ຽວ, ຜູ້ອຳນວຍການ​ ສູນ​ສົ່ງ​ເສີມ​ອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ນິງທ້ວນ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “​ເມື່ອ​ທຽບ​ໃສ່​ການ​ເຜົາ​ຢູ່​ກາງ​ແຈ້ງ, ການ​ເຜົາ​ເຄື່ອງ​ປັ້ນດິນ​ເຜົາ​ໃນ​ເຕົາ​ເຜົາ​ຈະບໍ່​ມີ​ຄວັນ, ບໍ່​ກໍ່​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ນອກ​ນັ້ນ​ຍັງ​ປະຢັດ​ ​ເຊື້ອ​ເພີງ​ອີກ, ​ເພາະວ່າ​ອຸນຫະພູມ​ຈະ​ຖືກ​ຮັກສາ​ໄວ້​ເປັນ​ປົກກະຕິ​ໃນ​ເຕົາ​ເຜົາ… ນີ້​ແມ່ນ​ຈຸດ​ດີ ​ແລະ ມີ​ປະສິດທິ​ຜົນ​ທີ່​ສຸດ, ​ສະ​ນັ້ນຮາກ​ຖານ​ຕ່າງໆ​ຄວນ​ພະຍາຍາມ​ກໍ່ສ້າງ​​ເຕົາ​ເຜົາ​ແບບນີ້​ໃຫ້​ໄດ້​ແຕ່ໜຶ່ງ​ເຖິງ​ສອງ​ເຕົາ“.

ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາເບົ່າຈຸກກໍ່ສ້າງຊົນນະບົດໃໝ່ ຈາກການປ່ຽນໃໝ່ການຜະລິດ - ảnh 4

ຜະລິດຕະພັນທີ່ໄດ້ຮັບການເຜົາຕາມຮູບແບບຂອງໝູ່ບ້ານແທງຮ່າ

        ​​ໃນ​ທ່າ​ອ່ຽງ​ແຫ່ງ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຄື​ປະຈຸ​ບັນ, ພິ​ເສດ​ແມ່ນ​ໃນ​ກິດຈະການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເລື່ອງ​ນຳ​ເອົາ​ບັນດາ​ຮູບ​ແບບ​ເຕົາ​ເຜົາ​​ໃໝ່ ເຂົ້າບັນດາ​ຮາກ​ຖານ​ຜະລິດເຄື່ອງ​ປັ້ນດິນ​ເຜົາຢູ່​ໝູ່​ບ້ານ​ອາຊີບ​ເບົ່າ​ຈຸກ ຂອງສູນ​ສົ່ງ​ເສີມ​ອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ​ນິງທ້ວນ ​ແມ່ນ​ວຽກ​ງານ​ທີ່​​ເໝາະ​ສົມ. ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ບັນດາ​ຮາກ​ຖານ​ຜະລິດ, ດຳ​ເນີນ​ທຸລະ​ກິດເຄື່ອງ​ປັ້ນດິນ​ເຜົາ​ແຂວງ​ນິງທ້ວນ ສຳຜັດ​ກັບ​ແບບ​ວິທີ​ເຜົາທີ່​ເໝາະ​ສົມ, ມີ​ປະສິດທິ​ຜົນ ​ແລະ​ ຮັກສາ​ສິ່ງ​ແວດ​ລ້ອມຢູ່​ເຂດ​ບ້ານ​ນາ​ທີ່​ນັບ​ມື້​ນັບ​ພັດທະນາ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ