ໝູ່ບ້ານຟູ່ລືວ, ບັກນິງ

(vovworld) - ມີ​ໄລຍະ​ໜຶ່ງ, ໝູ່​ບ້ານ​ຟູ່ລື​ວ ຢູ່​ບ້ານ​ດົງ​ງ່າ​ນ, ຕາ​ແສງ ຕື່​ເຊີນ, ​ແຂວງ ບັກ​ນິງ ​ເຮັດອາຊີບ​ຄ້າຂາຍ​ໃບ​ພູ, ໝາກ​ຄ້ຽວ, ​ເຊິ່ງ​ແມ່ນ​ຜະລິດ​ຕະພັນ​ພິ​ເສດ​ ທີ່​ຊາວ ຫວຽດນາມ ​ເຄີຍ​ໃຊ້. ໝູ່​ບ້ານ ຟູ່ລື​ວ ​ເຄີຍ​ມີ​ມູນ​ເຊື້ອ​ຄ້າຂາຍ​ເກັ່ງ, ທັງ​ແມ່ນ​ບ້ານ​ເກີດ​ຂອງ​ປັນ​ຍາ​ຊົນ ກໍ່​ຄື​ນັກ​ສິລະ​ປິນ​ທີ່​ດີ​ເດ່ັນ​ຫຼາຍ​ຄົນ. ປະຈຸ​ບັນ​ໃນ​ທ່າອ່ຽງພັດທະນາ​ຂອງ​ປະ​ເທດ, ໝູ່​ບ້ານ ຟູ່ລື​ວ ຍັງ​ຄົງ​ຮັກສາ​ວັດທະນະທຳ​ຍອດ​ຍິ່ງ​ທີ່​ເປັນມູນ​ເຊື້ອ​ຂອງ​ໝູ​ບ້ານ​ ກິ​ງບັກ (ທາງ​ທິດ​ເໜືອ​ເມືອງ​ຫຼວງ ທັງ​ລອງ​ໃນ​ເມື່ອ​ກ່ອນ)​ໄວ້​ຢູ່.

ໝູ່ບ້ານຟູ່ລືວ, ບັກນິງ - ảnh 1
​ໝູ່​ບ້ານ ຟູ່ລື​ວ

        ນັບ​ແຕ່​ສະຕະວັດ​ທີ 15, ຕະຫຼາດ​ ​ເຢົ່າ​ໃນ​ໝູ່​ບ້ານ ຟູ່ລື​ວ ​ໄດ້​ມີ​ຊື່​ສຽງ​ດ້ວຍ​ຄວາມ​ອຶກ​ກະ​ທຶກ​ຄຶກໂຄມ. ທ້າຍ​ສະຕະວັດ​ທີ 19, ຕະຫຼາດ ​ເຢົ່າ ​ແມ່ນ​ຕະຫຼາດ​ຂະໜາດ​ໃຫຍ່ ​ແລະ ຄຶກ​ໂຄມ​ໜາ​ແໜ້ນ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ, ພໍ່​ຊື້​ຊາວ​ຂາຍ​ຄັບ​ຄາໜາ​ແໜ້ນ. ຮອດ​ວັນ​ຕະຫຼາດນັດ. ທຸກ​ຄອບຄົວ​ໃນ​ໝູ່​ບ້ານ​ລ້ວນ​ແຕ່​ເປີດ​ປະຕູ​ຄ້າຂາຍ. ​ໂດຍດຳລົງ​ຊີວິດ​ຢູ່​​​ເຂດໝູ່​ບ້ານທີ່​ເຮັດ​ອາຊີບ​ການຄ້າເປັນ​ຕົ້ນ​, ​ຊາວ ຟູ່ລື​ວ ​ຈຶ່ງ​ໄດ້​ຮັບ​ຖື​ວ່າ​​​ແມ່ນຊາວ​ຄ້າຂາຍ. ປ້າ ​ເຊິ​ມ, ຜູ້​ອາຍຸ​ສູງ​ຢູ່​ໝູ່​ບ້ານ ຟູ່ລື​ວ, ​ເລົ່າ​ສູ່​ຟັງ​ວ່າ:

        “ໃນເມື່ອກ່ອນ, ຢູ່ເຂດເດີນສາລາບ້ານແມ່ນຕະຫຼາດຂາຍຕົ້ນໝາກ, ແຜ່ນແພ, ຢູ່ທ້າຍໝູ່ບ້ານແມ່ນຕະຫຼາດຂາຍງົວຄວາຍ, ປາ, ກຸ້ງ, ຊີ້ນ. ເວົ້າລວມແລ້ວ, ຕະຫຼາດຂາຍທຸກສິ່ງທຸກຢ່າງ ນັບແຕ່ໄຖ, ຄາດ ຕະຫຼອດຮອດແພໄໝ… ຕໍ່ມາຕະຫຼາດຈຶ່ງຍ້າຍອອກນອກຫົວບ້ານ“.

        ໃນຄວາມຊົງຈຳຂອງຜູ້ອາຍຸສູງຫຼາຍຄົນໃນໝູ່ບ້ານແລ້ວ, ຟູ່ລືວ ປຽບ ເໝືອນຕົວ​ເມືອງ​ທີ່ຄຶກ​ໂຄມ​ໜາ​ແໜ້ນ, ດ້ວຍ​ບັນດາພັດ​ຕະຄານ, ຮ້ານ​ຄ້າ​ຕັ້ງ​ຕິດ​ກັນ​ຢູ່​ລຽບ​ຕາມ​ສອງ​ພາກ​ທາງ. ​ເຖິງ​ວ່າ​ໝູ່​ບ້ານ​ຢູ່​ໃຈກາງ​ເຂດ​ທົ່ງພຽງ​ພາກ​ເໜືອ, ​ເຊິ່ງ​ແມ່ນ​ອູ່​ຂອງ​ພື້ນຖານ​ອະລິຍະ​ທຳ​ເຂົ້ານາ​ທາມກໍ່ຕາມ, ​ແຕ່​ຕ່າງ​ກັບ​​ໝູ່​ບ້ານ​ກະສິກຳອື່ນໆທີ່ການມີ​ດຳລົງຊີວິດທຸກ​ຢ່າງ​ລ້ວນ​ແຕ່​ຢູ່​ພາຍໃນສຸມໄມ້​ໄຜ່​​ນັ້ນ, ໝູ່​ບ້ານ​ຟູ່ລື​ວ ພັດ​ແມ່ນບໍລິ​ເວນ​ເປີດ​ເພື່ອ​ດຶງ​ດູດ​ທຸກ​ຄົນມາ​ຄ້າຂາຍ​ຢູ່​ຕະຫຼາດ. ຊາວ ຟູ່ລື​ວ, ພິ​ເສດ​ແມ່ນ​ແມ່ຍິງ ຟູ່ລື​ວ ມີ​ການ​ພົວພັນ​ຢ່າງ​ກວ້າງຂວາງ, ​ແຕ່​ຍັງ​ຄົງ​ຮັກສາ​ໃຈດີ, ​ໃຈ​ກຸສົນ​ຂອງ​ຊາວບ້ານ​ນາ​ທາງ​ພາກ​ເໜືອ​ໄວ້​ຢູ່. ທ່ານ ຫງວຽນ​ດິ່ງ​ຟຸກ, ຊາວບ້ານ ຟູ່ລື​ວ, ​ໃຫ້​ຮູ້​ວ່າ:

        “ຊາວ ຟູ່ລື​ວ ພວກ​ຂ້າພະ​ເຈົ້າ​ໃນ​ເມື່ອ​ກ່ອນ​ ສ່ວນ​ຫຼາຍ​​​ເຮັດ​ວຽກ​ງານ​ການ​ຄ້າ, ສ່ວນກະສິກຳມີ​ບາງ​ຄອບຄົວ​ເຮັດ​ເທົ່າ​ນັ້ນ. ຍ້ອນ​ເຫດ​ນັ້ນ​ໝູ່​ບ້ານ ຟູ່ລື​ວ ຈຶ່ງ​ມີ​ປະ​ເພນີ​ໃຫ້​ລູກ​​ໄປເປັນ​ລູກລ້ຽງ​ຂອງ​ຜູ້​ອື່ນ, ສ່ວນ​ຜູ້​ເຖົ້າ​ຜູ້​ແກ່​ໄປ​ຄ້າຂາຍ​ຢູ່​ທຸກ​ແຫ່ງ. ມີ​ໄລຍະ​ໜຶ່ງ, ຟູ່ລື​ວ ແມ່ນໝູ່​ບ້ານ​ທີ່​ມີ​ລູກລ້ຽງ​ຫຼາຍ​ສຸດ​ຢູ່​ພາກ​ເໜືອ“.

        ຕາມ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້​ອຂອງ​ທ້ອງ​ຖີ່​ນ​​ແລ້ວ, ​ແມ່ຍິງ​ໝູ່​ບ້ານ ຟູ່ລື​ວ, ມີ​ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ, ​ໄປ​​ຄ້າຂາຍ​ຢູ່​ທຸກ​ແຫ່ງ ເພື່ອ​ຫາ​ເງິນ​ລ້ຽງ​ຄອບຄົວ, ​ໃຫ້​ລູກ​ໄປ​​ຮຽນ. ​ໂດຍ​ແມ່ນ​ໝູ່​ບ້ານ​​ຮ່ັງມີ, ທັງ​​ມີ​ມູນ​ເຊື້ອ​ມັກ​ຮຳ່​ມັກ​ຮຽນ, ຟູ່ລື​ວ ຈຶ່ງຄ່ອຍໆ​ກາຍ​ເປ​ັນໝູ່​ບ້ານ​ທີ່​ມີ​ຊື່​ສຽງ​ໃນ​ປະຫວັດສາດ ດ້ວຍ​ມູນ​ເຊື້ອ​ມັກ​ຮຽນ. ມີ​ຫຼາຍ​ວົງ​ຕະກຸນມີ​ຄົນ​ໄດ້​ຮັບ​ຜົນ​ສູງ​ໃນ​ການ​ສອບ​ເສັງ​ ​ແລະ ​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ປະຫວັດສາດຂອງ​ປະ​ເທດ​. ​ເຖິງ​ວ່າ​ໄດ້​ຜ່ານ​ຫຼາຍ​ສະຕະວັດ​ແລ້ວ​ກໍ່ຕາມ, ​ແຕ່​ປະຈຸ​ບັນ, ຟູ່ລື​ວ ຍັງ​ຄົງ​ແມ່ນ​ບ້ານ​ເກີດ​ຂອງ​ປັນຍາ​ຊົນ, ນັກ​ສິລະ​ປິນທີ່​ມີ​ຊື່​ສຽງ​ຫຼາຍ​ຄົນ​​ຄື: ຈິດຕະກອນ ຮ່ວາງ​ຕິກ​ຈູ່, ​ແທ່ງ​ເຈືອງ; ນັກ​ປະພັນ ກິມ​ເລິນ, ຫງວຽນ​ດິກ​ຢຸງ; ນັກ​ກະວີ ຮ່ວາງ​ຮຶງ, ນັກ​ຖ່າຍ​ທຳ​ຮູບ​ເງົາ, ນັກ​ສິລະ​ປິນປະຊາຊົນ ຫງວຽນ​ດັງ​ໃບ; ນັກ​ດົນຕີ ​ໂຮ່ບັກ.

ໝູ່ບ້ານຟູ່ລືວ, ບັກນິງ - ảnh 2
ໝູ່​ບ້ານ ຟູ່ລື​ວ 

        ​ປະຈຸ​ບັນ, ເມືອກັບ​ມາ​ຢ້ຽມຢາມ​ໝູ່​ບ້ານ ຟູ່ລື​ວ ກໍ່​ເຫັນ​ວ່າ ໝູ່​ບ້ານ​ຍັງ​ຄົງ​ຮັກສາ​ຄວາມ​ດັ້ງ​ເດີມ, ຄວາມ​ສະ​ຫົງ​ບສຸກ​ໄວ້​ຢູ່. ຈຸດທີ່​​ພົ້ນ​ເດັ່ນຂອງໝູ່​ບ້ານນັ້ນ​ແມ່ນ​ເສັ້ນທາງ​ປູ​ຫີນ​ສີຂຽວ, ສາລາ​ບ້ານ​ມີ​ຫຼັງຄາ​ໂກ່ງ​ງໍ​ຂຶ້ນ​ຕັ້ງ​ຢູ່​ໃຕ້​ຮົ່ມ​​​ຕົ້ນໂພທີ່​ເກົ່າ​ແກ່, ​ເຊິ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ສາລາ​ສາມ​ແຫ່ງ​ທີ່ສວຍ​ງາມກວ່າ​ໝູ່​ຢູ່​ພາກ​ເໜືອ. ຢູ່​ຂ້າງສາລາ ​ແມ່ນ​ວັດ ຟາ​ບກວາງ, ດ້ວຍ​ທາດ​ລະຄັງ​ສູງ. ຄວາມ​ງາມ​ແບບ​ດັ້ງ​ເດີມ​ທີ່​ກົມກຽວ​ໃນ​ສະພາບຄ້າຂາຍ​ທີ່​ຄຶກ​ໂຄມ​ໜາ​ແໜ້ນຢູ່​ທີ່​ນີ້, ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ທັງຮູ້ສຶກ​ວ່າ​ຕົນ​ເອງພວມ​ກັບ​ຄືນ​ອະດີດຕະການ, ທັງຮູ້ສຶກ​ວ່າ​ພວມ​ຢູ່​ໃນ​ເຂດ​ຕົວ​ເມືອງ​ທີ່​ຄຶກ​ໂຄມ​ໜາ​ແໜ້ນ. ທ່ານ ຫງວຽນ​ຈ້ອງ​ຫວູ, ຢູ່​ໝູ່​ບ້ານ ຟູ່ລີ​ວ, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ໝູ່​ບ້ານ​ມີ​ບັນດາ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ລະດັບ​ແຂວງ, ລະດັບ​ຊາດ​ຄື: ສາລາ, ວິຫານ, ວັດ… ທັງ​ໝູ່​ບ້ານ​ມີ​ຈຳນວນ​ພົນລະ​ເມືອງ​ປະມານ 4000 ຄົນ, ນອກຈາກ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​​ແມ່ນ​ຄ້າ​ຂາຍ​ໃນ​ທົ່ວ​ປະ​ເທດ​ແລ້ວ, ຊາວ ຟູ່ລື​ວ ຍັງ​ເຮັດ​ອາຊີບ​ຊ່າງ​ໄມ້, ​ແຕ່ງອາຫານ​ຮັບ​ໃຊ້ງານ​ດອງ​ອີກ. ບັນດາ​ພັດ​ຕະຄານທີ່​ໃຫຍ່​ໂຕ, ສວຍ​ງາມ​ຢູ່​ຕາມ​ຖະໜົນ​ລ້ວນ​ແຕ່​ແມ່ນ​ຂອງ​ຊາວບ້ານ ຟູ່ລື​ວ“.

        ປະຈຸ​ບັນ, ​ເຖິງ​ວ່າຊີວິດ​​ໄດ້ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ​​ແລ້ວກໍ່ຕາມ, ​ແຕ່​ຊາວ​ໝູ່​ບ້ານ ຟູ່ລື​ວ ຍັງ​ຄົງ​ຮັກສາ​ບັນດາ​ຄຳ​ສັ່ງສອນ​ຕັກ​ເຕືອນ​ຂອງ​ບັນພະບຸລຸດ​ໄວ້​ຢູ່, ນັ້ນ​ແມ່ນ, ​ເຖິງ​ວ່າ​ໄດ້​ຮັບ​ຕຳ​ແໜ່​ງ​ເຖິງ​ຂັ້ນ​ໃດ​ກໍ່ຕາມ, ​ເມື່ອ​ກັບ​ເມືອ​ບ້ານ​ກໍ່​ຕ້ອງ​ຮັກສາ​ຮີດຄອງ​ປະ​ເພນີ​ຂອງ​ໝູ່​ບ້ານ ​ແລະ ​ເມື​່ອ ອອກ​ຈາກ​ບ້ານ​ຍາມ​ໃດ​ກໍ່​ຕ້ອງສຸພາບ​ໃນ​ການ​ພົວພັນ​ກັບ​ໝູ່​ເພື່ອນ ​ແລະ ​ເມື່ອ​ຕ້ອນຮັບ​ແຂກ​ຕ້ອງ​ຖື​ເຂົາ​ເຈົ້າ​ຄື​ດັ່ງ​ພີ່ນ້ອງ​ໃນ​ຄອບຄົວ​ດຽວ.

ຕອບກັບ

ຂ່າວ/ບົດ​ອື່ນ