ໝູ່ບ້ານອາຊີບແກະສະຫຼັກມັງກອນ ຟູ່ເຄ

ໝູ່ບ້ານອາຊີບແກະສະຫຼັກມັງກອນ ຟູ່ເຄ - ảnh 1
(ພາບ: google.com.vn)

ໝູ່​ບ້ານ​ບູຮານ ຟູ່​ເຄ ທີ່​ຂຶ້ນ​ກັບ​ເມືອງ ຕື່​ເຊີນ, ​ແຂວງ ບັກ​ນິງ, ຫ່າງ​ຈາກ ຮ່າ​ໂນ້ຍ ​ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອປະມານ 20 ກມ, ນັບ​ແຕ່​ດົນ​ນານ​ມາ​ແລ້ວ​ໄດ້​ມີ​ຊື່​ສຽງ​ແມ່ນ​ໝູ່​ບ້ານ​ແກະສະຫຼັກ​ໄມ້, ​ເຮັດ​ເຄື່ອງ​ໄມ້​ສິລະ​ປະກຳ, ພິ​ເສດ​ແມ່ນ​ບັນ​ດາ​ເຄື່ອງ​ໄມ້​ທີ່​ເກາະ​ສະຫຼັກ​ຕົວມັງກອນ. ​ໃນ​ໂອກາດ​ປີ​ມະ​ໂຮງ (ໝາຍ​ເຖິງ​ປີ​ແຫ່ງມັງກອນ), ​ເຊີນ​ທ່ານ​ໄປ​ຢ້ຽມຢາມ​ໝູ່​ບ້ານ​ອາຊີບ​ແກະສະຫຼັກ​ມັງກອນ ຟູ່​ເຄ ​ເພື່ອ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດຄວາມ​​ເປັນ​ມາ, ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໝູ່​ບ້ານ​ນີ້.

ໝູ່​ບ້ານ​ນີ້​ໄດ້​ມີ​ມາ​ນັບ​ຕັ້ງ​ແຕ່​ສະ​ໄໝ​ເຈົ້າ​ຊີວິດ ອານ​ເຢືອງ​ເວື​ອງ ​ໃຫ້​ກໍ່ສ້າງ​ກຳ​ແພງ ​ໂກ​ລວາ ​ແລະ​ ມີ​ຄວາມ​ຈະ​ເລີ​ນໝັ້ນຄົງ​ໃນ​ສະ​ໄໝ​ເຈົ້າ​ຊີວິດ ຫຼີທ້າຍ​ໂຕ, ​ເມື່ອ​ເຈົ້າ​ຊີວິດ​ຍ້າຍ​ເມືອງ​ຫຼວງ​ມາ​ ທັງ​ລອງ (ກ່ອນ​ນີ້​ນັບ​ພັນ​ປີ). ​ຄາວ​ນັ້ນ, ຄວາມ​ຕ້ອງການ​ກໍ່ສ້າງລາຊະວັງ​ແມ່ນ​ຫຼາຍ​ທີ່​ສຸດ, ດັ່ງ​ນັ້ນ​ນັກ​ສິລະ​ປະກຳທີ່​ມີ​ສີມື​ດີ​ເຊິ່ງມາ​ຈາກ​ທຸກ​​ແຫ່ງ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່ ຟູ່​ເຄ ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ສ້າງ​ເປັນ​ໝູ່​ບ້ານ​ເກາະ​ສະຫຼັກ​ທີ່​ມີ​ຊື່​ສຽງ​​ໂດ່​ງດັງມາ​ຮອດ​ທຸກ​ວັນ​ນີ້. ປະຈຸ​ບັນ, ມີ​ຫຼາຍ​ກິດຈະກຳ​ທີ່​ພົ້ນ​ເດັ່ນຈາກ ​ເໜືອ​ຮອດ​​ໃຕ້, ຈາກ​ເມືອງ​ຫຼວງ ທັງ​ລອງ ຕະຫຼອດ​ຮອດ​ເມືອງ​ຫຼວງ​ເກ່ົາ ​ເກ​ວ໋ ລ້ວນ​ແຕ່​ມີ​ການ​ປະກອບສ່ວນ​ຂອງ​ບັນດາ​ນັກ​ສິລະ​ປະກຳ​ເກາະ​ສະຫຼັກ​ໃນ​ໝູ່​ບ້ານ ຟູ່​ເຄ. ອາຊີບຜະລິດ​ເຄື່ອງ​ໄມ້ ຫຼື ອາຊີບ​ແກະສະຫຼັກ ຟູ່​ເຄ ​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ​ແຕ່​ພົ້ນ​ເດັ່ນ​ກວ່າ​ໝູ່​ຍັງ​ຄົງ​ແມ່ນອາຊີບ​ແກະສະຫຼັກ​ຕົວມັງກອນ. ທ່ານ ຫງວຽນ​ວັນ​ຈູ, ນັກ​ຄົ້ນ​ຄ້ວາ​ກ່ຽວ​

ກັບ​ໝູ່​ບ້ານ​ອາຊີບ ຟູ່​ເຄ, ​ໃຫ້​ຮູ້​ວ່າ:

    ”ນັບ​ແຕ່​ສະ​ໄໝ​ລາຊະວົງ ​ເລ ​ເປັນ​ຕົ້ນ​ມາ, ໝູ່​ບ້ານ​ອາ​ຊີບນີ້​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, “ຊ່າງ​ແກະສະຫຼັກ ຟູ່​ເຄ ​ໄດ້​ມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ກິດ​ຈະ​ກຳ​ແກະສະຫຼັກທີ່​ພົ້ນ​ເດັ່ນ​ຢູ່​ພາກ​ເໜືອຄື: ແກະສະ​ຫລັກພະພຸດທະ​ຮູບ ພະ​ລື​ສີ ຢູ່​ວັດ ​ໄຕ​ເຟືອງ, ​ບັນດາ​ກິດຈະກຳ​ວັດວາອາ​ຮາມ​ຢູ່ ຮ່າ​ໂນ້ຍ, ວັດ ບຸດ​ທາ​ບ ຢູ່ ບັກ​ນິງ ກໍ່​ຄື​ຮູບ​ແກະສະຫຼັກ​ຫຼາຍ​ຮູບ​ຢູ່​ບັນດາ​ສາລາ​ທີ່​ມີ​ຊື່​ສຽງ​ຄື: ສາລາ​ດິ່ງ​ບາງ, ສາລາ​ຢ້ຽມບັນດາ​ກິດຈະກຳ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ແມ່ນກິດຈະກຳ​ສະຖາປັດຕະຍາ​ກຳ​ທີ່​ມີ​ຊື່​ສຽງ ​ເຊິ່ງຖືກ​ລະບຸ​ໄວ້​ໃນ​ປື້​ມປະຫວັດສາດ”.

    ມາ​ຢ້ຽມຢາມ​ໝູ່​ບ້ານ ຟູ່​ເຄ, ນັກ​ທ່ອງ​ທ່ຽວ​ມີ​ໂອກາດ​​ໄປ​ຢາມວັດ ຮົ່ງ​ເອີນ, ​ເຊິ່ງ​ແມ່ນ​ວັດ​ທີ່​ສວຍ​ງາມ ດ້ວຍ​ບັນດາ​ຮູບ​ແກະສະຫຼັກ​ອັນ​ລະອຽດ​ແຍບຍົນຄື ຮູບ​ດອກ​ໄມ້ທີ່​ອ່ອນ​ນວນ, ນົກ​ຫົງ​ຄຳ, ພິ​ເສດ​ແມ່ນ​ຮູບ​ມັງກອນ​ທີ່​​ເຕັມ​ໄປ​ດ້ວຍ​ຄວາມສັກສິດ, ອັນ​ໄດ້ສະ​ແດງ​ໃຫ້​ເຫັນ​ສີມື​ການ​ຊ່າງ​ຂອງ​ບັນດາ​ນັກສິລະ​ປະກຳ​ໃນ​ໝູ່​ບ້ານ ຟູ່​ເຄ. ຜ່ານ​​ຫຼາຍໄລຍະ​ແຫ່ງ​ປະຫວັດສາດ, ອາຊີບ​​ແກະສະຫຼັກ​ມັງກອນ, ຜະລິດ​ເຄື່ອງ​ສິລະ​ປະ​ຫັດຖະກຳຢູ່ ຟູ່​ເຄ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ສົ່ງ​ເສີມ​ພັດທະນາ. ​ເມື່ອ​ໄປ​ຢ້ຽມຢາມ​ຮ້ານ​ວາງສະ​ແດງ​ຜະລິດ​ຕະພັນ​ຂອງ​ຄອບຄົວ​ນັກສິລະ​ປະກຳ ຫງວຽນ​ງອກ​ຄາ, ຜູ້​ຊົມ​ຈະ​ຮູ້ສຶກ​ແປກ​ປະຫຼາດ​ໃຈ​ເມື່ອ​ເຫັນ​ຮູບ (ມັງກອນ 9 ​ໂຕ ​ເຝົ້າ​ດວງ​ຈັນ). ນັກສິລະ​ປະກຳ ຫງວຽນ​ງອກ​ຄາ ​ໄດ້​ເວົ້າ​ກ່ຽວ​ກັບ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຄອບຄົວ​ຕົນ​ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ວ່າ:

ໝູ່ບ້ານອາຊີບແກະສະຫຼັກມັງກອນ ຟູ່ເຄ - ảnh 2
(ພາບ: google.com.vn)

    ”​ກ່ອນນີ້, ​ຄອບຄົວ​ຂ້າພະ​ເຈົ້າ​ພຽງ​ແຕ່​​ແກະສະຫຼັກ​ແຜ່ນ​​ຄຳ​ຜະຫຍາຢູ່​ສາລາ, ວັດວາອາ​ຮາມ​ເທົ່າ​ນັ້ນ, ​ແຕ່​ມາຮອດ​ລຸ້ນພໍ່​ຂ້າພະ​ເຈົ້າ​​ແລະ​ລຸ້ນຂ້າພະ​ເຈົ້າ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ, ພວກ​ຂ້າພະ​ເຈົ້າ​ໄດ້​​ແກະສະຫຼັກພາບ​ໃໝ່ຫຼາຍ​ປະ​ເພດ. ຮູບ​ມັງກອນ​ຕ້ອງ​ແກະສະຫຼັກ​ຄື​ແນວ​ໃດ ​ເພື່ອ​ໃຫ້​ຫົວ​ມັງກອນ​ມີ​ຊີວິດ​ຊີວາ. ​ເພື່ອ​ມີ​ຮູບ​ພາບ​ທີ່​ສວຍ​ງາມ, ​ເຮົາ​ຕ້ອງ​ເລືອກ​ເຟັ້ນ​ໄມ້​ປະ​ເພດ​ທີ່​ດີ, ນັ້ນ​ແມ່ນ​ໄມ້ ຂະ​ຍຸງ”.

    ຈາກ​ທ່ອນ​ໄມ້​ທີ່​ກະ​ຕູດ​ກະ​ຕີ​ດ, ​ແຕ່​ຜ່ານ​ສີມື​ການ​ຊ່າງ​ຂອງ​ບັນດາ​ນັກສິລະ​ປະກຳ​ໃນ​ໝູ່​ບ້ານ ຟູ່​ເຄ, ​ໄດ້​​ແກະສະຫຼັກ​ເປັນ​ຮູບ​ສິລະ​ປະ​ທີ່​ສວຍ​ງາມ. ຕາມ​ນັກສິລະ​ປະກຳ ຫງວຽນ​ງອກ​ຄາ ​ແລ້ວ, ປະຈຸ​ບັນ, ​ເຖິງ​ວ່າ​ໄດ້​ມີ​ອຸປະກອນ​ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝ ​ສາມາດ​ເຮັດແທນ​ຄົນ​ແລ້ວ​ກໍ່ຕາມ, ​ແຕ່​ຍັງ​ມີ​ບາງ​ຂັ້ນ​ຕອນ, ​ເຄື່ອງ​ຈັກ​ບໍ່​ສາມາດ​ເຮັດ​ແທນ​ຄົນໄດ້. ປະຈຸ​ບັນ, ທັງ​ໝູ່​ບ້ານ ຟູ່​ເຄ ມີນາ​ຍຊ່າງທີ່​ມີ​ສີມື​ດີ​ 400 ຄົນ​. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ໃນ​ໝູ່​ບ້ານ​ໄດ້​ປະກົດ​ມີ​​ເສດຖີ​ເງິນ​ຕື້​ຫຼາຍ​ຄົນ ​ແລະຮາກ​ຖານ​ຜະລິດ​ຫຼາຍ​ແຫ່ງ ອັນ​ໄດ້​ນຳ​ມາ​ເຊິ່ງຄຸນຄ່າ​ດ້ານ​ເສດຖະກິດ​ສູງ. ​​ທ່ານ ​ເຮີ້, ​ເຈົ້າ​ຂອງ​ຮາກ​ຖານ​ຜະລິດ​ແຫ່ງ​ໜຶ່ງ​ໃນ​ໝູ່​ບ້ານ, ​ໃຫ້​ຮູ້​ວ່າ:
                                                   ໝູ່ບ້ານອາຊີບແກະສະຫຼັກມັງກອນ ຟູ່ເຄ - ảnh 3

(ພາບ: google.com.vn)

    ”ລາຍ​ຮັບ​ຂອງ​ພວກ​ຂ້າພະ​ເຈົ້າ​ໃນ​ປີ 2010 ​ແມ່ນ​ປະມານ 8 ຕື້ດົ່ງ, ​ໃນ​ນັ້ນ​ປະສິດ​ທິຜົນ​ໃຫຍ່​ສຸດ​ແມ່ນ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ໄດ້​ຫຼາຍ​ຄົນ. ຂ້າພະ​ເຈົ້າ​​ແກະສະຫຼັກໂຕະ​ຕັ່ງຫຼາຍ​ຊຸດ, ​ແຕ່​ລະ​ຊຸດ​ມີ​ໂຕະ​ໜຶ່ງ​ໜ່ວຍ ​ແລະ ຕັ່ງ 6 ໜ່ວຍ, ມີ​ບາງ​ຊຸດ​ຂາຍ​ໄດ້ລາຄາ 100 ລ້ານ ດົ່ງ ​ແລະ ຕ່ຳ​ສຸດ​ກໍ່​ມີ​ລາຄາ ​ແຕ່ 60 - 70 ລ້ານ​ດົ່ງ

    ບັນດາ​ຜະລິດ​ຕະພັນ​ຄື​ຮູບ​ພາບ​ສິລະ​ປະ, ພິ​ເສດ​ແມ່ນ​ຮູບ​ແກະສະຫຼັກ​ມັງກອນ​ເທິງ​ໄມ້​ຂອງ​ບັນດາ​ນາຍ​ຊ່າງ​ຢູ່​ໝູ່​ບ້ານ ຟູ່​ເຄ ພວມ​ກາຍ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ຄວາມ​ຮັ່ງມີ, ມັ່ງ​ຄັ່ງ​ຂອງ​ບ້ານ​ນາ​ແຫ່ງ​ໜຶ່ງ. ຕາມ​ຕົວ​ເລກ​ສະຖິຕິ​ແລ້ວ, ທົ່ວ​ຕາ​ແສງ​ມີ​ບໍລິສັດ 4 ​ແຫ່ງ ດ້ວຍຊາວ​ທ້ອງ​ຖີ່​ນກວມ 80% ​ແມ່ນ​ພັດທະນາ​ເສດຖະກິດ​ຈາກ​ການ​ຜະລິດ​ເຄື່ອງ​​ເຟີ​ນີ​ເຈີສິລະ​ປະ. ທ່ານ ຫງວຽນ​ແມ້ງ​ຕ໋ຽນ, ພະນັກງານ​ຕາ​ແສງ ຟູ່​ເຄ, ​ໃຫ້​ຮູ້​ວ່າ: ”​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ພັດທະນາ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ, ທາງ​ອຳນາດ​ການ​ປົກຄອງ ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ດ້ານ​ລະບຽບ​ການ ​ເພື່ອ​ຊ່ວຍ​ປະຊາຊົນ​ກູ້​ຢືມ​ທຶນ​ນັບ​ສິບ​ຕື້​ດົ່ງຈາກ​ທະນາຄານ, ອົງການ​ສິນ​ເຊື່ອ. ຍ້ອນ​ມີ​ການ​ລົງທຶນ, ຊອກ​ຫາ​ຕະຫຼາດ, ປ່ຽນ​ແປງ​ຮູບ​ແບບ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ນິຍົມ​ຂອງ​ລູກ​ຄ້າ, ດັ່ງ​ນັ້ນ​ຜະລິດ​ຕະພັນ​ສິລະ​ປະ​ຂອງ ຟູ່​ເຄ ຈຶ່ງ​ຂາຍ​ໄດ້​ດີ. ມາ​ຮອດ​ປະຈຸ​ບັນ, ຜະລິດ​ຕະພັນ​ຂອງ ຟູ່​ເຄ ​ໄດ້​ປະກົດ​​ມີ​ໃນ​ທົ່ວ​ປະ​ເທດ, ​ແລະ​ ບາງ​ປະ​ເທດ​ຢູ່​ໃນ​ໂລກ. ພ້ອມ​ກັບ​ການ​ອະນຸລັກຮັກສາ​ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ​ຂອງ​ໝູ່​ບ້ານ​ອາຊີບ​​ແກະ​ສະຫຼັກແລ້ວ, ບັນດາ​ນາຍ​ຊ່າງ ຟູ່​ເຄ ຍັງ​ປະກອບສ່ວນສ້າງ​ຄວາມ​ຮັ່ງມີ​ໃຫ້​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ