ໝາກຜົນເບື້ອງຕົ້ນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຂດ ໄຕງວຽນ

(vovworld) – ສຳລັບ​ບັນດາ​ແຂວງ​ໃນ​ເຂດ ​ໄຕ​ງວຽນ, ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ. ດ້ວຍ​ທິດ​ນຳ:”ຊາວ​ກະ​ສີກ​ອນ​ແມ່ນ​ເຈົ້າ​ຂອງ​​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່”, ບັນດາ​ແຂວງຢູ່​ເຂດ​ ໄຕ​ງວຽນ ​ໄດ້​ຕັ້ງໜ້າ​ລະດົມ​ກຳລັງ​ແຮງ​ຈາກ​ປະຊາຊົນ, ສົມທົບ​ກັບ​ການ​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ທ້ອງ​ຖີ່​ນຢ່າງ​ເໝາະ​ສົມ ​ເພື່ອ​ສ້າງ​ການ​ປ່ຽນ​ໃໝ່​ຢ່າງ​ໃຫຍ່​ຫຼວງ​ຢູ່ໃນ​​ເຂດ.

ໝາກຜົນເບື້ອງຕົ້ນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຂດ ໄຕງວຽນ - ảnh 1

ຄວາມເບີກບານມ່ວນຊື່ນຂອງຊາວເຜົ່າໄຕງວນ ເມື່ອການປູກຝັງໄດ້ຮັບຜົນດີ

(ພາບປະກອບ: ອິນເຕີແນດ)

ປະຈຸ​ບັນ, ບ້ານ ​ເຕິ​ງຢູ໋, ຕາ​ແສງ ອີ​ອາ​ກາວ, ນະຄອນ ບວນມາ​ຖວດ, ​ແຂວງ ດັກ​ລັກ ​ໄດ້​ມີ​ການ​ປ່ຽນ​​ໃໝ່ຫຼາຍ​ຢ່າງ, ດ້ວຍ​ຝາ​ຜະໜັງ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ຮຽບຮ້ອຍ, ຮ່ອມ​ທາງ​ເຂົ້າ​ບ້ານ​ກວ້າງຂວາງ ​ແລະ ສະອາດ. ທ່ານ ອີ​ທຳ​ກບົວ, ຊາວບ້ານ ເຕິ​ງຢູ໋, ​ໃຫ້​ຮູ້​ວ່າ: ນີ້​​ແມ່ນ​ໝາກຜົນ​​ເບື້ອງ​ຕົ້ນຂອງ​ການຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເຊິ່ງ​ເລີ່​ມດຳ​ເນີນ​ແຕ່​ຕົ້ນ​ປີ 2012. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຍັງ​ລະດົມ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຕາ​ແສງ​ວັດທະນະທຳ​ຊົນນະບົດ​ໃໝ່​ອີກ​ດ້ວຍ. ຂະ​ບວນການ​ໄດ້​ນຳ​ມາ​ເຊິ່ງການ​ປ່ຽນ​ແປງ, ນັບ​ແຕ່​ແນວ​ຄວາມ​ຄິດ​ຂອງ​ແຕ່ລະຄົນ ຕະຫຼອດ​ຮອດ​ປະສິດທິ​ຜົນ​ອັນ​ລະອຽດ​ຂອງ​​ທົ່ງນາ, ສວນ​​ໄມ້:

”ພວກ​ຂ້າພະ​ເຈົ້າ​​ເຂົ້າ​ຮ່ວມຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່ຢ່າງ​ສຸດ​ຈິດ​ສຸດ​ໃຈ. ປະຈຸ​ບັນ​ຄອບຄົວ​ຂ້າພະ​ເຈົ້າ​ທຸກ​ຄົນ​ລ້ວນ​ແຕ່​ພະຍາຍາມ​ສ້າງ​ເສດຖະກິດ, ​ໂດຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ, ພໍ່​ແມ່​ປະຊາຊົນ​ໃນ​ບ້ານກໍ່​​ເຂົ້າ​ຮ່ວມການ​ປະຕິບັດຢ່າງ​ຕັ້ງໜ້າຕາມ​ແຜນການ​ທີ່​ໄດ້​ວາງ​ອອກ”.

ໝາກຜົນເບື້ອງຕົ້ນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຂດ ໄຕງວຽນ - ảnh 2

ສວນກາເຟ

(ພາບປະກອບ: ອິນເຕີແນດ)

ພ້ອມ​ກັບ​ຄວາມ​ຕັດສິນ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່, ມີ​ຫຼາຍ​ບ້ານ​ຢູ່​ເຂດ​ໄຕ​ງວຽນ ​ຍັງ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຂົ້າ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສະຫງວນ​ທີ່​ດິນ​ເພື່ອ​ເປີດ​ເສັ້ນທາງ, ຂຸດ​ຄອງ​ເໝືອງ. ຄອບຄົວ​ທ່ານ ບື​ມ ​ແລະ ບາງ​ຄອບຄົວ​ຢູ່​ບ້ານ ​ເຈີ​​ເຮີງ 2, ຕາ​ແສງ ດັກ​ຕະ​ໄລ, ​ເມືອງ ມາງ​ຢາງ, ​ແຂວງ​ຢາ​ລາຍ, ​ໄດ້​ສະຫງວນ​ທີ່​ດິນ​ນັບ​ພັນຕາ​ລາງ​ແມັດ, ຕັດ​ໄມ້​ໃນ​ສວນ ດ້ວຍ​ຄວາມ​ສະໝັກ​ໃຈ ​ເພື່ອ​ເປີດ​ເສັ້ນທາງ​ໃໝ່. ທ່ານ ບື​ມ ​ໃຫ້​ຮູ້​ວ່າ:

”ບ້ານ​ຕົກລົງ​ພັດທະນາ​ຊົນນະບົດ​ຢູ່​ບ່ອນ​ໃດ ​ເຮົາ​ກໍ່​ປະຕິບັດຕາມ. ​ເຮົາ​ດີ​ໃຈ​ຫຼາຍ​ເມື່ອ​ເຫັນ​ວ່າ​ໃນ​ບ້ານ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ມີ​ທາງ​ເບ​ຕົງຫຼາຍ​ສາຍ, ການ​ທຳ​ມາ​ຫາ​ກິນ​ຂອງ​ຫຼາຍ​ຄອບຄົວ​ກໍ່​ພັດທະນາ, ຄອບຄົວ​ໃດ​ກໍ່​ມີ​ລົດຈັກ”.

ໝາກຜົນເບື້ອງຕົ້ນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຂດ ໄຕງວຽນ - ảnh 3

ເສັ້ນທາງໄປມາດ້ວຍເບຕົງ

(ພາບປະກອບ: ອິນເຕີແນດ)

ມຸ່ງ​ໄປ​ສູ່​ຈຸດໝາຍ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ເສດຖະກິດ​ໃຫ້​ແກ່​ຊາວ​ກະ​ສີກ​ອນ ຢ່າງ​ໝັ້ນຄົງ, ບັນດາ​ແຂວງ​ໃນ​ເຂດ ​ໄຕ​ງວຽນ ສະຫຼຸບ​ໄດ້​ບາງ​ວິທີ​ປະຕິບັດທີ່​ດີ ​ເພື່ອ​ຜັນ​ຂະຫຍາຍຢ່າງ​ກວ້າງຂວາງ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຢູ່​ຕາ​ແສງ ອີ​ອາ​ຢົງ, ​ເມືອງ ກະ​ຮົງ​​ແປກ, ​ແຂວງດັກ​ລັກ, ພໍ່​ແມ່​ປະຊາຊົນ ​ໄດ້​ປູກ​ຕົ້ນ​ໄມ້ 3 ປະ​ເພດ​ເປັນ​ຕົ້ນ​ຕໍ່​ຄື: ກາ​ເຟ, ໝາກ​ຖົ່ວລຽນ, ໝາກ​ເບີ, ອັນ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ. ທ່ານ ຕະວັນ​ເຈີ​ມ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ໃຫ້​ຮູ້​ວ່າ, ຜົນ​ກຳ​ໄລ​ທີ່​ໄດ້​ຮັບ​ຈາກ​ວິທີ​ປູກຝັງ​ນີ້ ​ແມ່ນ​ເພີ່ມ​ຂຶ້ນ​ທົບ​ຫຼາຍ​ເທົ່າ:

”​ເມື່ອຜັນ​ຂະຫຍາຍ​ການ​ປະຕິບັດ 6 ​ເນື້ອ​ໃນ ​ແລະ  19 ມາດຖານ​ຂອງ​ໂຄງການ​ກໍ່ສ້າງຊົນນະບົດ​ໃໝ່, ທາງ​ຕາ​ແສງ​ກຳນົດ​ໄດ້​ຕົ້ນ​ໄມ້​ປູກຝັງ​ຕົ້ນ​ຕໍ່​ນັ້ນ​ແມ່ນ ກາ​ເຟ ​ແລະ ຕົ້ນ​ໃຫ້​ໝາກ, ພິ​ເສດ​ແມ່ນ​ຕົ້ນ​ໝາກ​ຖົ່ວລຽນ. ຄວາມ​ຈິງ​ແລ້ວ, ປູກສະ​ລັບ​ຕົ້ນ​ໝາກ​ຖົ່ວລຽນ100 ຕົ້ນ/​ເຮັກຕາ ສາມາດ​ເກັບ​ກ່ຽວ​ໝາກ​ຖົ່ວລຽນ​ໄດ້ 8 ​ໂຕນ, ສ້າງ​ລາຍ​ຮັບ​ໄດ້​ປະມານ 130 ລ້ານ​ດົ່ງ, ​ຫາກຳ​ໄລ​​ໄດ້ເຖິງ 110 ລ້ານ​ດົ່ງ. ​ເນື້ອທີ່​ດິນ​ແມ່ນ​ຖືກ​ຈຳກັດ, ດັ່ງ​ນັ້ນ​ຕ້ອງ​ປູກ​ສະ​ລັບ​ກັບ​ຕົ້ນ​ໄມ້​ອື່ນໆ ​ເພື່ອ​ເພີ່ມ​ປະສິດທິ​ຜົນ​ຂຶ້ນ.”

ໝາກຜົນເບື້ອງຕົ້ນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຂດ ໄຕງວຽນ - ảnh 4

ໝາກຖົ່ວລຽນ

(ພາບປະກອບ: ອິນເຕີແນດ)

​ບັນດາ​ຜົນ​ທີ່​ໄດ້​ຮັບ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເລື່ອງ​ຍົກ​ສູງ​ຄວາມ​ຮູ້ ​ເພື່ອ​ໃຫ້​ປະຊາຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຂົ້າ​ຮ່ວມ​​ພັດທະນາ​ການ​ຜະລິດ, ກໍ່ສ້າງ​ໝູ່​ບ້ານ… ນັ້ນ​ແມ່ນ​ຜົນງານ​ທີ່​ສຳຄັນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເຂດ​ໄຕ​ງວຽນ. ທ່ານ ຫງວຽນ​ຮູ​ຍບ່າຍ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ອີ​ອາ​ກາວ, ນະຄອນ​ບວນມາ​ຖວດ, ​ເຊິ່ງ​ແມ່ນ​ຕາ​ແສງ​ປະຕິບັດ​ທົດ​ລອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ, ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ, ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ຕາ​ແສງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ວ່ອງ​ໄວ:

”ປະຈຸ​ບັນ, ປະຊາຊົນ​​ໄດ້ເຂົ້າ​ໃຈ​ແຈ້ງວ່າ: ​ເມື່ອ​ເປັນຕາ​ແສງ​ຊົນນະບົດ​ໃໝ່​ແລ້ວ ກໍ່​ຕ້ອງກາຍ​ເປັນຕາ​ແສງ​ວັດທະນະທຳ. ກ່ອນ​ນີ້​ປະຊາຊົນ​ເຮັດ​ຕາມ​ລຳພັງ​ໃຈ, ​ແຕ່​ປະຈຸ​ບັນ​ເຂົາ​ເຈົ້າ​ພາກັນ​ເຮັດ​ຕາມ​ລວມໝູ່, ຕາມ​ປະຊາ​ຄົມ. ຕົວຢ່າງ​ຄື​ເຂົາ​ເຈົ້າ​ພາກັນ​ກໍ່ສ້າງ​ເສັ້ນທາງ, ສ້າງ​ທົ່ງ​ນາ​ທີ່​ເປັນ​ແບບຢ່າງ, ດັ່ງ​ນັ້ນ​ຈຶ່ງ​ຮັບ​ປະສິດທິ​ຜົນ​ທີ່​ສຸດ”

ໝາກຜົນເບື້ອງຕົ້ນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຂດ ໄຕງວຽນ - ảnh 5

ທົ່ງນາຂະໜາດໃຫຍ່

(ພາບປະກອບ: ອິນເຕີແນດ)

ຍ້ອນ​ລະດົມ​ກຳລັງ​ແຮງ​ຈາກ​ປະຊາຊົນ, ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ທ້ອງ​ຖີ່​ນຢ່າງ​ເໝາະ​ສົມ, ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເຂດ​ໄຕ​ງວຽນ ຈຶ່ງ​ບັນ​ລຸ​ໄດ້​ໝາກຜົນ​ທີ່​ໜ້າ​ສົ່ງ​ເສີມ. ນອກຈາກ​ບັນດາ​ຜົນງານ​ໃນ​ເບື້ອງ​ຕົ້ນ​ຂອງຫຼາຍ​ບ້ານ​ແລ້ວ. ຢູ່​ທິດ​ເໜືອ​ຂອງ​ເຂດ​ໄຕ​ງວຽນ, ມີ​ຕາ​ແສງ​ ຮ່າ​ມ່ອນ, ​ແຂວງ​ກອນ​ຕຸ​ມ ​ໄດ້​ກາຍ​ເປັນຕາ​ແສງ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ ປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ລາຍ​ຮັບ​ສະ​ເລ່ຍ​​ບັນລຸ 38 ລ້ານ​ດົ່ງ/ຄົນ/ປີ. ສ່ວນ​ຢູ່​ທິດ​ໃຕ້​ເຂດ​ໄຕ​ງວຽນ ກໍ່​ມີ​ຕາ​ແສງ ​ເຕິ​ນ​ໂຫ້​ຍ, ​ເມືອງ ​ເດິກ​ຈ້ອງ, ​ແຂວງ​ເລິ​ມດົ່ງ ປະຕິບັດ​ສຳ​ເລັດ 18/19 ມາດຖານຂອງ​ໂຄງການ. ບັນດາ​ຕາ​ແສງ​ທີ່​ພົ້ນ​ເດັ່ນ​ນັ້ນ ​ແມ່ນ​ພະຍານ​ຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເຂດ ​ໄຕ​ງວຽນ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ ​ແລະ ຈະ​ບັນລຸ​ໄດ້ຜົນ​ງານ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ​ໃນ​ປີ 2013 ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ