ການສົ່ງອອກປີ 2023: ຜ່ານຜ່າຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນ

(VOVWORLD) -ການສົ່ງອອກສິນຄ້າພວມຢູ່ໃນໄລຍະຈຸດສຸມໃນຊຸມມື້ທ້າຍປີ 2023 ດ້ວຍຫລາຍໃບສັ່ງຊື້ ຮັບໃຊ້ຄວາມຕ້ອງການຕ້ອນຮັບປີໃຫມ່ຂອງບັນດາຕະຫລາດໃນທົ່ວໂລກ. ທັງໝົດເຫລົ່ານັ້ນລ້ວນແຕ່ໝັ້ນໝາຍຈະນຳມາເຊິ່ງໝາກຜົນສູງສຸດໃນການເຄື່ອນໄຫວການຄ້າສາກົນຂອງ ຫວຽດນາມ ໃນໄລຍະ 2023. ຕາມການຄາດຄະເນແລ້ວ, ວົງເງິນການສົ່ງອອກຂອງ ຫວຽດນາມ ອາດຈະບັນລຸກວ່າ 350 ຕື້  USD ໃນປີ 2023.

ການສົ່ງອອກປີ 2023: ຜ່ານຜ່າຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນ - ảnh 1ໂຮງງານຕັດຫຍິບສົ່ງອອກ ຂອງບໍລິສັດຕັດຫຍິບ Dony ຈຳກັດ, ຢູ່ ນະຄອນໂຮ່ຈິມີນ. ພາບ:Hồng Đạt/TTXVN

ການສົ່ງອອກບັນລຸການເຕີບໂຕເປັນລົບດ້ວຍສອງຕົວເລກນັບຕັ້ງແຕ່ໄຕມາດທໍາອິດຂອງປີ 2023 - ຫຼຸດລົງເຖິງ 11.9% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ຕົວເລກນີ້ສະແດງໃຫ້ເຫັນເຖິງສະພາບການທີ່ຫຍຸ້ງຍາກຂອງພື້ນຖານການຜະລິດພາຍໃນປະເທດ - ເມື່ອອຸດສາຫະກຳປຸງແຕ່ງ, ອຸດສາຫະກຳການຜະລິດກວມເອົາ 85 ຫາກວ່າ 90% ຍອດວົງເງິນສົ່ງອອກສິນຄ້າຂອງຫວຽດນາມ.

ໃນສະພາບການສົ່ງອອກບັນດາປະເພດສິນຄ້າຫລັກແຫລ່ງແມ່ນອີງໃສ່ຕະຫຼາດໃຫຍ່ຄື: ອາເມລິກາ, ອີຢູ ນັ້ນ, ຫວຽດນາມ ໄດ້ຍູ້ແຮງການສົ່ງເສີມການຄ້າ, ຮ່ວມສຳພັນກັບບັນດາອົງການການຄ້າ ຫວຽດນາມ ແລະ ທູດການຄ້າຢູ່ຕ່າງປະເທດ ເພື່ອຊອກໂຄສະນາບັນດາຜະລິດຕະພັນທີ່ຫວຽດນາມ ມີທ່າແຮງ, ມີຄຸນນະພາບສູງເຂົ້າໃນບັນດາຕະຫຼາດໃຫມ່; ຍາດແຍ່ງກາລະໂອກາດຈາກສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍທີ່ໄດ້ລົງນາມເພື່ອຍູ້ແຮງການສົ່ງອອກ... ທ່ານ ເຈີ່ນແທງຫາຍ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຢືນຢັນວ່າ:           

ໃນສະພາບການສົ່ງອອກ, ພວກເຮົາເຫັນວ່າ ການສົ່ງອອກຜັກໝາກໄມ້ ແລະ ການສົ່ງອອກເຂົ້າສານແມ່ນຈຸດເດັ່ນ. ນີ້ແມ່ນໝາກຜົນຕັ້ງນ້າ ສະແດງໃຫ້ເຫັນເຖິງການຟື້ນຕົວທີ່ເຂັ້ມແຂງກໍ່ຄືການເປີດກວ້າງຕະຫຼາດ. ໃນຄວາມຫຍຸ້ງຍາກລວມປັດຈຸບັນ, ມີຈຸດດີນັ້ນກໍ່ແມ່ນກໍາລັງການຜະລິດຍັງຄົງຮັກສາໄດ້ດີ. ພວກຂ້າພະເຈົ້າພວມເສີມຂະຍາຍກາຍາດແຍ່ງບັນດາສັນຍາການຄ້າເສລີ (FTA) ເພື່ອຮັກສາການສົ່ງອອກໄປຍັງຕະຫຼາດຕົ້ນຕໍ”.

ຈາກໝາກຜົນການສົ່ງອອກຜັກໝາກໄມ້ຂອງ ຫວຽດນາມ ພາຍຫລັງ 11 ເດືອນ, ສະຫະສະມາຄົມຜັກໝາກໄມ້ ຫວຽດນາມ ຄາດຄະເນວ່າຈະບັນລຸການສົ່ງອອກຂຶ້ນເຖິງ 5,6 ຕື້  USD, ເຊິ່ງແມ່ນລະດັບສະຖິຕິຂອງຂະແຫນງນີ້ນັບແຕ່ກ່ອນມາຮອດປະຈຸບັນ. ທ່ານ ດັ້ງຟຸກງວຽນ, ເລຂາທິການ ສະຫະສະມາຄົມຜັກໝາກໄມ້ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:                            

ລັດຖະບານ ແລະ ກະຊວງກະສິກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຈລະຈາເພື່ອເປີດປະຕູການຕະຫຼາດ, ລົງນາມໃນສັນຍາ, ອະນຸສັນຍາຫລາຍສະບັບກັບຈີນ ກໍຄືປະເທດອື່ນໆ, ເພື່ອໃຫ້ບັນດາຜະລິດຕະພັນກະສິກຳ, ຜະລິດຕະພັນກະເສດ, ຜັກ ແລະ ໝາກໄມ້ຂອງຫວຽດນາມໄດ້ຮັບການຈຳນ່າຍຢ່າງກວ້າງຂວາງໃນໂລກ. ນອກຈາກນັ້ນ, ຊາວກະສິກອນ ແລະ ວິສາຫະກິດ ຫວຽດນາມ ຍັງໄດ້ຮັບການແນະນຳກ່ຽວກັບວິທີປູກພືດທີ່ບັນລຸມາດຕະຖານສາກົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມນິຍົມຂອງບັນດາປະເທດນຳເຂົ້າ.

          ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ຍອດວົງເງິນນຳເຂົ້າ-ສົ່ງອອກ ໃນປີ 2023 ບັນລຸ 683 ຕື້ USD, ໃນນັ້ນ ການສົ່ງອອກຄາດວ່າຈະບັນລຸ 354,5 ຕື້ USD, ການນຳເຂົ້າ  ບັນລຸ 328,5 ຕື້ USD. ດຸນການຄ້າສືບຕໍ່ຢັ້ງຢືນມູນຄ່າການຄ້າສົ່ງອອກເກີນດຸນຂອງຫວຽດນາມ ເປັນປີທີ 8 ດ້ວຍລະດັບເກີນດຸນເກືອບ 30 ຕື້ USD, ເພີ່ມຂຶ້ນເກືອບ 3 ເທົ່າເມື່ທຽບໃສ່ປີກາຍ, ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການດຸນການຊຳລະ, ຊ່ວຍຍົກສູງລະດັບສະສົມເງິນຕາຕ່າງປະເທດ, ອັດຕາແລກປ່ຽນເງິນຕາ ແລະ ດັດຊະນີເສດຖະກິດມະຫາພາກອື່ນໆຂອງເສດຖະກິດແມ່ນຢູ່ໃນລະດັບທີ່ເປັນປົກກະຕິ.

ກ້າວເຂົ້າສູ່ປີ 2024, ເພື່ອໃຫ້ການສົ່ງອອກ-ນຳເຂົ້າບັນລຸໝາກຜົນທີ່ດີ, ໃນສະພາບການຫັນປ່ຽນສີຂຽວ ແມ່ນທ່າອ່ຽງທີ່ຈຳເປັນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ ແລະ ພວມສຸມໃສ່ 3 ໝວດມາດຕະການ ເພື່ອແນໃສ່ຫນູນຊ່ວຍວິສາຫະກິດ, ຂະແຫນງສິນຄ້າ, ບັນດາທ້ອງຖິ່ນ. ທ່ານ ຫວູບາຟູ, ຫົວຫນ້າກົມສົ່ງເສີມການຄ້າ ຢືນຢັນວ່າ:                 

ໄປຄຽງຄູ່ກັບການຍົກສູງກຳລັງຄວາມສາມາດເພື່ອຕອບສະຫນອງມາດຖານການສົ່ງອອກໃໝ່, ບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງຈະເພີ່ມເຕີມ ແລະ ປັບປຸງສຳເລັດບັນດາມາດຖານ, ຂໍ້ກຳນົດກ່ຽວກັບການຫັນປ່ຽນສີຂຽວໃຫ້ແກ່ແຕ່ລະຂົງເຂດສະເພາະ. ພວກຂ້າພະເຈົ້າຍັງໄດ້ສ້າງປະມວນດັດຊະນີກ່ຽວກັບກຳລັງຄວາມສາມາດສົ່ງເສີມການຄ້າ. ລັດຖະບານໄດ້ມີແຜນງານກ່ຽວ້ອງເຖິງການສ້າງກອບກົດໝາຍແຕ່ປີ 2023 2027 ໃຫ້ສົມບູນແບບ.

ການສົ່ງອອກປີ 2023: ຜ່ານຜ່າຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນ - ảnh 2ທ່ານ ຫວູບາຈີ, ຫົວຫນ້າກົມສົ່ງເສີມການຄ້າ ສັງກັດກະຊວງອຸດສາຫະກຳການຄ້າ: ພາບ:Thành Chung/TTXVN

        ສຳລັບວິສາຫະກິດ ຄວນຫັນການພົວພັນດ້ານການຄ້າເປັນຫລາຍຮູບແບບ, ຕີລາຄາຄວາມສ່ຽງ ແລະ ສ້າງແຜນການ, ຍຸດທະສາດຫລຸດຜ່ອນປະລິມານ ກາກບອນ, ລົງທຶນເຂົ້າໃນນະວັດຕະກຳ ແລະ ເຕັກໂນໂລຊີ, ຄວນເຂົ້າຮ່ວມການປະດິດຄິດສ້າງການຮ່ວມມືອຸດສາຫະກຳ. ຖ້າເຮັດໄດ້ຄືແນວນັ້ນ ການເຄື່ອນໄຫວສົ່ງອອກຂອງຫວຽດນາມ ຈຶ່ງຈະພັດທະນາແບບຍືນຍົງໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ