ການຫັນເປັນດິຈີຕອນໃນຂົງເຂດປຸງແຕ່ງ ແລະ ຈຳຫນ່າຍອາຫານ: ບັນດາເລື່ອງລາວພຶດຕິກຳຕົວຈິງ

(VOVWORLD) - ໃນສະພາບການປະຕິວັດອຸດສາຫະກຳ 4.0 ພັດທະນາຢ່າງແຮງຄືປະຈຸບັນ, ເລື່ອງຫັນເປັນດິຈີຕອນ, ໝູນໃຊ້ເຕັກໂນໂລຊີເພື່ອເຊື່ອມຕໍ່ ແລະ ຈຳຫນ່າຍຜະລິດຕະພັນຜ່ານຫລາຍຊ່ອງທາງ ແມ່ນມາດຕະການແກ້ໄຂຢ່າງແທດຈິງ ຊື່ງມີວິສາຫະກິດຫລາຍແຫ່ງ, ຫລາຍຂະແຫນງອາຊີບໄດ້ນຳໃຊ້ຜັນຂະຫຍາຍ.
 NIC ໄດ້ລົງນາມສັນຍາກັບສະຖາບັນກະສິກຳ ຫວຽດນາມ
(ພາບ: NIC)
 ປະຈຸບັນ ມີວິສາຫະກິດຫລາຍແຫ່ງທີ່ຂຶ້ນກັບກຸ່ມວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນຂົງເຂດປຸງແຕ່ງ ແລະ ຈຳຫນ່າຍອາຫານຢູ່ ຫວຽດນາມ ໄດ້ ແລະ ພວມມີການປ່ຽນແປງຢ່າງມີໄຫວພິບເພື່ອປັບຕົວໃຫ້ແທດເໝາະກັບວິທີການດັ່ງກ່າວ.

NIC group ແມ່ນວິສາຫະກິດຫລາຍຂະແຫນງ, ສະຫນອງຜະລິດຕະພັນ, ການບໍລິການໃນຫລາຍຂົງເຂດ ດ້ວຍລະບົບໂຮງງານຕັ້ງຢູ່ຫລາຍແຂວງ, ນະຄອນຄື: ບັກຢາງ, ອຽນບາຍ, ກູຍເຍີນ, ບິ່ງເຢືອງ, ບິ່ງເຟືອກ, ຢາລາຍ. ວິສາຫະກິດນີ້ພວມມີເນື້ອທີ່ດິນປະມານ 10.000 ເຮັກຕາ ປູກ, ປຸງແຕ່ງບັນດາຜະລິດຕະພັນຈາກເມັດຫມາກມ່ວງຫິມະພານ, ໝາກພິກໄທ,…

NIC  ກຳນົດຢ່າງຈະແຈ້ງວ່າ ນອກຈາກຮັກສາຊ່ອງຈຳຫນ່າຍຜະລິດຕະພັນພາຍໃນປະເທດແລ້ວ, ຕ້ອງຊຸກຍູ້ການສົ່ງອອກແຕ່ບໍ່ແມ່ນປະຕິບັດຕາມວິທີສົ່ງອອກຄືກ່ອນນີ້ ຫາກແມ່ນຜ່ານຊ່ອງການຄ້າເອເລັກໂຕນິກຂ້າມຊາຍແດນ, ໝາຍຄວາມວ່າ ເພີ່ມການຫັນເປັນດິຈີຕອນໃນການເຄື່ອນໄຫວສົ່ງອອກ. ທ່ານ ດັ້ງແມ້ງໂຟ, ຜູ້ຕາງຫນ້າວິສາຫະກິດຖືວ່າ:

ພວກຂ້າພະເຈົ້າມີຄວາມສົນໃຈເຖິງລະບົບການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ດິຈີຕອນ ເພື່ອຄຸ້ມຄອງຕ່ອງໂສ້, ຄຸ້ມຄອງລະບົບສະຫນອງຜະລິດຕະພັນກະເສດ. ບັນຫາພວມຮີບດ່ວນ. ສຳລັບ NIC ເຄື່ອນໄຫວໃນຂົງເຂດກະສິກຳບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງສຸມໃສ່ການສົ່ງອອກ ສະນັ້ນ ເລື່ອງໝູນໃຊ້ການຫັນເປັນດິຈີຕອນແມ່ນສຳຄັນທີ່ສຸດ.

ກໍ່ເຊັ່ນດຽວກັນກັບ NIC group, ບໍລິສັດຫຸ້ນສ່ວນ IGV Group ກໍ່ຖືການຫັນເປັນດິຈີຕອນ, ບັນດາມາດຕະການເຕັກໂນໂລຊີທັນສະໄຫມ ແມ່ນວິທີການເພື່ອໃຫ້ບັນດາຜະລິດຕະພັນຂອງບໍລິສັດໄດ້ມີລູກຄ້າຫລາຍໆຄົນຮູ້ຈັກເຖິງຢູ່ຕະຫລາດ. ຜະລິດຕະພັນ ແທກໂກ໋ຈາ (ແມ່ນຊາຊະນິດພິເສດ) ຂອງບໍລິສັດແມ່ນຕົວຢ່າງຫນຶ່ງ. ແທນທີ່ການໂຄສະນາ, ຈຳຫນ່າຍຜະລິດຕະພັນແບບເກົ່າ, ບໍລິສັດໄດ້ຍູ້ແຮງການຈຳຫນ່າຍທາງອອນລາຍ ແລະ ອີງໃສ່ບັນດາຊ່ອງຫນູນຊ່ວຍການຫັນເປັນດິຈີຕອນວິສາຫະກິດ ແລະ ຍ້ອນເຫດນັ້ນ ລາຍຮັບຈາກການຂາຍຜະລິດຕະພັນນີ້ຂອງບໍລິສັດກໍ່ໄດ້ເພີ່ມຂຶ້ນຢ່າງແຮງ.

ໂດຍເຫັນໄດ້ເຖິງຄວາມຕ້ອງການຂອງບັນດາວິສາຫະກິດໃນການກຳແຫນ້ນກາລະໂອກາດໂຄສະນາ, ຈຳຫນ່າຍຜະລິດຕະພັນຢ່າງວ່ອງໄວຜ່ານການໝູນໃຊ້ເຕັກໂນໂລຊີ, ຫັນເປັນດິຈີຕອນ, ອົງການຄຸ້ມຄອງ ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງໃຫ້ວິວັດການນີ້. ສະນັ້ນ ກະຊວງແຜນການ ແລະ ການລົງທຶນ ໄດ້ສົມທົບກັບ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ພິມຈຳຫນ່າຍປື້ມທີ່ມີຊື່ວ່າ   “ຄູ່ມືຫັນເປັນດິຈີຕອນສຳລັບວິສາຫະກິດຂະຫນາດກາງ ແລະ ນ້ອຍ ໃນຂົງເຂດປຸງແຕ່ງ ແລະ ຈຳຫນ່າຍຜະລິດຕະພັນອາຫານ” ເມື່ອເດືອນມິຖຸນາ ຜ່ານມາ. ທ່ານ ຫງວຽນດຶກຈູງ, ຮອງຫົວຫນ້າກົມພັດທະນາວິສາຫະກິດ, ກະຊວງແຜນການ ແລະ ການລົງທຶນ ຢືນຢັນວ່າ:

ປື້ມຫົວນີ້ ໄດ້ຊ່ວຍໃຫ້ຊາວກະສິກອນ ມີຄວາມເຂົ້າໃຈກ່ຽວກັບລະດັບຄວາມສຳຄັນຂອງການຫັນເປັນດິຈີຕອນຜ່ານວຽກງານຕ່າງໆຄື: ຫາຕົ້ນກຳເນີດຂອງສິນຄ້າ, ລົງທຶນກ່ຽວກັບວິທະຍາສາດເຕັກໂນໂລຊີ, ຍົກສູງມູນຄ່າຜະລິດຕະພັນກໍ່ຄືເພີ່ມກາລະໂອກາດເຂົ້າເຖິງບັນດາຕະຫລາດສົ່ງອອກ.

ການຫັນເປັນດິຈີຕອນໃນຂົງເຂດປຸງແຕ່ງ ແລະ ຈຳຫນ່າຍອາຫານ: ບັນດາເລື່ອງລາວພຶດຕິກຳຕົວຈິງ - ảnh 1ພິທີສະເໜີຕົວປື້ມຕຳລາ
(ພາບ:MPI)

ຕະຫລາດອາຫານປຸງແຕ່ງທົ່ວໂລກຄາດວ່າ ຈະບັນລຸອັດຕາສ່ວນການເຕີບໂຕປະມານ 3,8% ນັບແຕ່ນີ້ຮອດປີ 2028. ຕະຫລາດ ຫວຽດນາມ ກໍ່ນອນໃນທ່າອ່ຽງນີ້. ລັດຖະບານ ຫວຽດນາມ ຖືວ່າ ນີ້ແມ່ນຫນຶ່ງໃນບັນດາຂະແຫນງອຸດສາຫະກຳທີ່ຈຳເປັນຕ້ອງບຸລິມະສິດພັດທະນາ ດ້ວຍຫລາຍມາດຕະການຮັບຮູ້ ແລະ ມີໄຫວພິບກວ່າໃນການໝູນໃຊ້ເຕັກໂນໂລຊີດິຈີຕອນ, ໃນນັ້ນ ການຂາຍສິນຄ້າຜ່ານຫລາຍຊ່ອງທາງ ແລະ ແຈ້ງຕົ້ນກຳເນີດຂອງສິນຄ້າ ໄດ້ ແລະ ພວມໄດ້ຮັບຖືວ່າແມ່ນບັນຫາສຳຄັນ ເພື່ອແນໃສ່ເພີ່ມລາຍຮັບ, ເພີ່ມການຮ່ວມສຳພັນລະບົບ, ພິເສດແມ່ນໃນສະພາບການປະຈຸບັນ. ທ່ານ ຫງວຽນກວັກຕວ໋ານ, ຫົວຫນ້າສູນຫັນເປັນດິຈີຕອນ ແລະ ສະຖິຕິກະສິກຳ, ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ:

ຈາກການຜະລິດ, ປູກຝັງ, ລ້ຽງປູກສິນໃນນ້ຳ ຫລື ປ່າໄມ້, ພວກເຮົາລ້ວນແຕ່ຕ້ອງມີການຫັນປ່ຽນນຳເອົາຂໍ້ມູນນັ້ນໄປຜ່ານສະພາບແວດລ້ອມດິຈີຕອນ ເພື່ອຜູກພັນກັບເຈົ້າຂອງທຸລະກິດ, ບັນດາອົງການຄຸ້ມຄອງລັດ ແລະ ຫລຸດຜ່ອນລາຍຈ່າຍ. ພວກເຮົາອາດຈະແນະນຳການຜະລິດ, ການປູກຝັງ, ປຸງແຕ່ງຜ່ານການຫັນເປັນດິຈີຕອນ. ຜູ້ບໍລິໂພກກໍ່ຮູ້ຈັກເຖິງຜະລິດຕະພັນຜ່ານການໝູນໃຊ້ດິຈີຕອນ. ນັ້ນແມ່ນບັນດາເລື່ອງລາວທີ່ເຮັດໃຫ້ເພີ່ມມູນຄ່າຂອງຜະລິດຕະພັນ.

ບັນດາເລື່ອງລາວພຶດຕິກຳຕົວຈິງ ຈາກ NIC, IGV ຫລື ການຮ່ວມມືລະຫວ່າງຂະແຫນງ, ການເປີດຕົວປື້ມຄູ່ມືຫັນເປັນດິຈີຕອນສຳລັບວິສາຫະກິດຂະຫນາດກາງ ແລະ ນ້ອຍໃນຂົງເຂດປຸງແຕ່ງ ແລະ ຈຳຫນ່າຍຜະລິດຕະພັນ ໄດ້ສະແດງໃຫ້ເຫັນວ່າ ແຕ່ຂັ້ນວິສາຫະກິດຕະຫລອດຮອດລະດັບມະຫາພາກ ລ້ວນແຕ່ໄດ້ ແລະ ພວມມີບາດກ້າວເດີນທີ່ແນ່ນອນ ໃນຄວາມມານະພະຍາຍາມຫັນເປັນດິຈີຕອນ ເພື່ອແນໃສ່ໂຄສະນາ, ຈຳຫນ່າຍອາຫານຈາກພາຍໃນປະເທດຕະຫລອດຮອດການສົ່ງເສີມການສົ່ງອອກ. ນີ້ແມ່ນບາດກ້າວເດີນອັນຖືກຕ້ອງ, ຄວນໄດ້ຮັບການຊຸກຍູ້ຢ່າງແຮງ, ມີປະສິດທິຜົນກວ່າອີກ, ພິເສດໃນສະພາບການພື້ນຖານເສດຖະກິດໂລກທີ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ການຜັນແປຍາກທີ່ຈະຄາດຄະເນລ່ວງຫນ້າໄດ້ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ