ຄວາມສາມາດບົ່ມຊ້ອນການນຳເຂົ້າສົ່ງອອກຈາກຕະຫລາດ CPTPP ນັບມື້ນັບຫລາຍຂຶ້ນ

(VOVWORLD) -ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວນ້າຂ້າມປາຊິຟີກ (CPTPP) ມີຜົນສັກສິດຢ່າງເປັນທາງການສຳລັບ ຫວຽດນາມ ເມື່ອວັນທີ 14 ມັງກອນ 2019. ໂດຍແມ່ນສັນຍາການຄ້າເສລີລຸ້ນໃຫມ່, ມີມາດຖານສູງທີ່ໄດ້ປະຕິບັດເປັນຄັ້ງທຳອິດ, ພາຍຫລັງ 5 ປີ ສັນຍາສະບັບນີ້ໄດ້ຊ່ວຍການນຳເຂົ້າສົ່ງອກສິນຄ້າຂອງຫວຽດນາມ ໄປຍັງບັນດາປະເທດໃນພາກພື້ ອາຊີ ຂຶ້ນກັບກຸ່ມ CPTPP ກໍ່ຄືບັນດາຕະຫລາດທີ່ຍັງບໍ່ທັນມີສັນຍາການຄ້າເສລີກັບ ຫວຽດນາມ ໄດ້ເພີ່ມຂຶ້ນຫລາຍສົມຄວນ.

ຄວາມສາມາດບົ່ມຊ້ອນການນຳເຂົ້າສົ່ງອອກຈາກຕະຫລາດ CPTPP ນັບມື້ນັບຫລາຍຂຶ້ນ - ảnh 1ໃນປີກາຍນີ້, ວົງເງິນສົ່ງອອກຂອງຫວຽດນາມໄປຍັງຕະຫຼາດ CPTPP ທີ່ມີພົນລະເມືອງກວ່າ 500 ລ້ານຄົນຂອງ  CPTPP ບັນລຸລະດັບສູງປະມານ 100 ຕື້ USD. ພາບປະກອບ:TTXVN

ພາຍຫຼັງເກືອບ 5 ປີທີ່ມີຜົນສັກສິດ, ສັນຍາ CPTPP ໄດ້ຊ່ວຍໃຫ້ບັນດາການເຄື່ອນໄຫວນຳເຂົ້າ ແລະ ສົ່ງອອກລະຫວ່າງຫວຽດນາມ ແລະ ບັນດາປະເທດໃນພາກພື້ນ ອາຊີ ປາຊີຟິກ ເຕີບໂຕຢ່າງ ແຮງ, ບໍ່ພຽງແຕ່ສຳລັບບັນດາປະເທດທີ່ ຫວຽດນາມ ຍັງບໍ່ມີສັນຍາການຄ້າເສລີ (FTA) ສອງຝ່າຍ ຫຼື ຫຼາຍຝ່າຍ, ເຊັ່ນ: ການາດາ, ເມັກຊິໂກ, ເປຣູ, ຫາກນັບທັງບັນດາຕະຫຼາດທຶນທີ່ໄດ້ຮັບຖືວ່າແມ່ນ "ເຄັ່ງຄັດ", ເຊັ່ນ: ຍີ່ປຸ່ນ, ອົດສະຕາລີ, ນິວຊີແລນ.

ໃນປີກາຍນີ້, ວົງເງິນສົ່ງອອກຂອງຫວຽດນາມໄປຍັງຕະຫຼາດ CPTPP ທີ່ມີພົນລະເມືອງກວ່າ 500 ລ້ານຄົນຂອງ  CPTPP ບັນລຸລະດັບສູງປະມານ 100 ຕື້ USD. ພິເສດ ຕະຫລາດ ນີ້ຍາມໃດກໍ່ ນຳມາເຊິ່ງການເກີນດຸນການຄ້າ (ການຄ້າເກີນດຸນ) ໃຫ້ແກ່ຫວຽດນາມ. ເມື່ອອະທິບາຍເຖິງຜົນສຳເລັດດັ່ງກ່າວ, ທ່ານນາງ ຫງວຽນທິທູຈາງ, ຜູ້ອຳນວຍການສູນອົງການການຄ້າໂລກ (WTO) ແລະ ເຊື່ອມໂຍງຂຶ້ນກັບສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ໃຫ້ຮູ້ວ່າ:

ເປັນທີ່ຈະແຈ້ງແລ້ວວ່າ ຄູ່ຮ່ວມມືຂອງ CPTPP ບໍ່ແມ່ນເລື່ອງໃໝ່. 7 ໃນຈຳນວນ 10 ຄູ່ຮ່ວມມືແມ່ນບັນດາປະເທດທີ່ຫວຽດນາມ ມີຢ່າງໜ້ອຍສຸດສັນຍາການຄ້າເສລີ (FTA) ຮ່ວມຫນຶ່ງສະບັບ ຫລືຫລາສະບັບຍົກຕົວຢ່າງ ສິງກະໂປ. ເຖິງຢ່າງໃດກໍຕາມ, CPTPP ແມ່ນສັນຍາການຄ້າທຳອິດທີ່ພວກເຮົາມີການສົ່ງອອກຢ່າງແຮງເຂົ້າຕະຫຼາດ ທະວີບອາເມລິກາ. ສິ່ງດັ່ງກ່າວໄດ້ສ້າງກາລະໂອກາດໃຫຍ່ ໃຫ້ ແກ່ຫວຽດນາມ ໃນການເຂົ້າເຖິງບັນດາຕະຫຼາດໃຫມ່ທີ່ມີຫລາຍຄວາມສາມາດບົ່ມຊ້ອນ.

ທ່ານ ເຈີ່ນແທງຫາຍ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ຫວຽດນາມ ນັບມື້ນັບກຳແຫນ້ນຂໍ້ມູນ ແລະ ຍາດແຍ່ງເອົາກາລະໂອກາດຈາກສັນຍາການຄ້າເສລີລຸ້ນໃໝ່ຄື: CPTPP, ໂດຍສະແດງໃຫ້ເຫັນຜ່ານ ການສົ່ງອອກໄປຍັງຕະຫຼາດໃຫມ່ເພີ່ມຂຶ້ນຢ່າງແຮງ:

ສຳລັບພາກພື້ນຂອງ CPTPP, ພວກເຮົາໄດ້ເຫັນຕົວເລກການເຕີບໂຕທີ່ໜ້າປະທັບໃຈທີ່ສຸດໃນໄລຍະຜ່ານມາ. ຕ່າງກັບພາກພື້ນສະຫະພາບເອີລົບ (EU) ເຊິ່ງແມ່ນຕະຫຼາດສົ່ງອອກແບບດັ້ງເດີມ, ພາກພື້ນ CPTPP, ພິເສດແມ່ນບັນດາປະເທດໃນທະວີບອາເມລິກາຄື: ການາດາ, ເມັກຊິໂກ, ເປຣູ ແມ່ນຕະຫຼາດສົ່ງອອກໃໝ່ ແລະ ການສົ່ງອອກຂອງຫວຽດນາມ ໄປຍັງພາກພື້ນນີ້ ໃນໄລຍະມໍ່ໆມານີ້ຍັງຈຳກັດຢູ່. ເຖິງຢ່າງໃດກໍຕາມ, ພາຍຫຼັງສັນຍາ CPTPP ໄດ້ຮັບການລົງນາມ, ການສົ່ງອອກຂອງຫວຽດນາມ ໄປຍັງບັນດາຕະຫຼາດນີ້ໄດ້ເພີ່ມຂຶ້ນຫຼາຍສົມຄວນ.

ຄວາມສາມາດບົ່ມຊ້ອນການນຳເຂົ້າສົ່ງອອກຈາກຕະຫລາດ CPTPP ນັບມື້ນັບຫລາຍຂຶ້ນ - ảnh 2ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ (ກະຊວງອຸດສາຫະກຳ ການຄ້າ). ພາບ: Bocongthuong

ຮອດທ້າຍປີ 2022, ສັນຍາ CPTPP ໄດ້ມີຜົນສັກສິດສຳລັບບັນດາສະມາຊິກທີ່ເຂົ້າຮ່ວມເກືອບທັງໝົດ. ພ້ອມກັນນັ້ນ, ອັງກິດ ຍັງໄດ້ເຂົ້າເປັນສະມາຊິກໃໝ່ຂອງ CPTPP ຢ່າງເປັນທາງການນັບແຕ່ເດືອນກໍລະກົດ ປີກາຍນີ້, ພ້ອມນັ້ນຍັງມີຫຼາຍພື້ນຖານເສດຖະກິດອື່ນກໍ່ສະແດງຄວາມສົນໃຈຢາກເຂົ້າຮ່ວມສັນຍານີ້. ຄວາມຈິງນີ້ໄດ້ນຳມາເຊິ່ງກາລະໂອກາດຫຼາຍຢ່າງ, ແຕ່ກໍ່ມີສິ່ງທ້າທາຍຫລາຍຂຶ້ນ. ທ່ານ ເລືອງຮວ່າງທາຍ, ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຄຳເຫັນວ່າ:

ສັນຍາ CPTPP ດຶງດູດຄວາມສົນໃຈຂອງຫຼາຍຄູ່ຮ່ວມມື. ຫຼາຍຄູ່ຮ່ວມມືໄດ້ສົ່ງຈົດໝາຍສະແດງຄວາມປາດຖະໜາຢາກເຂົ້າຮ່ວມ CPTPP, ໃນນັ້ນມີຫຼາຍພື້ນຖານເສດຖະກິດໃນພາກພື້ນ, ເຊັ່ນ ຈີນ, ແລະ ຊ້ຳບໍ່ນຳຍັງມີບາງປະເທດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ), ເຊັ່ນ: ຟີລິບປິນ ແລະ ໄທ ກໍ່ໄດ້ມີການພົວພັນເພື່ອສະແດງຄວາມສົນໃຈ. ເປັນທີ່ຈະແຈ້ງແລ້ວວ່າ ດ້ວຍຄວາມົນໃຈດັ່ງກ່າວ, ສັນຍາ CPTPP ຈະກາຍເປັນສັນຍາທີ່ມີທີ່ຕັ້ງໃຫຍ່ກວ່າຫລາຍເມື່ອປຽບທຽບກັບຊ່ວງເວລາທີ່ ຫວຽດນາມ ລົງນາມ ແລະ ໃຫ້ສັດຕະຍາບັນເຂົ້າຮ່ວມ, ແຕ່ກົງກັນຂ້າມ, ການແຂ່ງຂັນຈາກບັນດາຄູ່ຮ່ວມມືກໍ່ຈະມີຫຼາຍກວ່າ.

ຕາມທ່ານ ເລືອງຮວ່າງທາຍ ແລ້ວ, ເພື່ອຍົກສູງຄວາມສາມາດແກ່ງແຍ້ງພາຍໃນ CPTPP, ໃນໄລຍະຈະມາເຖິງ, ປະຊາຄົມວິສາຫະກິດ ຫວຽດນາມ ຕ້ອງເອົາໃຈໃສ່ເພີ່ມມູນຄ່າໃຫ້ແກ່ຜະລິດຕະພັນຜ່ານການປັບປຸງຄຸນນະພາບຜະລິດຕະພັນ, ສອດຄ່ອງກັບມາດຖານ, ຄວາມນິຍົມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ພິເສດແມ່ນຕ້ອງມຸ່ງໄປເຖິງການພັດທະນາຜະລິດຕະພັນສີຂຽວ; ການພັດທະນາແບບຍືນຍົງ, ແລະ ເປັນມິດກັບສິ່ງແວດລ້ອມ./.

ຕອບກັບ

ຂ່າວ/ບົດ​ອື່ນ