(vovworld)- ກາເຟ ແມ່ນຫນຶ່ງໃນບັນດາປະເພດສິນຄ້າຜະລິດຕະພັນກະເສດສົ່ງອອກຕົ້ນຕໍຂອງ ຂະແໜງກະສິກຳ ຫວຽດນາມ. ດ້ວຍປະລິມານສົ່ງອອກນັບມື້ນັບສູງ, ຫວຽດນາມ ໄດ້ກາຍເປັນປະເທດນຳຫນ້າໃນໂລກກ່ຽວກັບການສົ່ງອອກກາເຟ. ເຖິງຢ່າງໃດກໍຕາມ, ວົງເງິນສົ່ງອອກກາເຟຂອງ ຫວຽດນາມ ໃນໄລຍະຜ່ານມາບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະ ການພັດທະນາຂອງຂະແຫນງກາເຟເທື່ອ. ຕ້ອງເຮັດແນວໃດເພື່ອຍົກສູງມູນຄ່າຜະລິດຕະພັນກາເຟ ຫວຽດນາມໃຫ້ໄດ້. ບົດຂຽນຂອງນັກຂ່າວ ຟ້າມຢູຍ ທີ່ພາດຫົວເລື່ອງວ່າ: ຍົກສູງມູນຄ່າໃຫ້ແກ່ກາເຟ ຫວຽດນາມ ເຕື້ອງເຖິງບັນຫາດັ່ງກ່າວ.
ປີ 2012, ການສົ່ງອອກກາເຟຂອງ ຫວຽດນາມ ບັນລຸເກືອບ 1,7 ລ້ານໂຕນ
ພາບ:internet
|
ປີ 2012, ການສົ່ງອອກກາເຟຂອງ ຫວຽດນາມ ບັນລຸເກືອບ 1,7 ລ້ານໂຕນ ດ້ວຍວົງເງິນສົ່ງອອກກວ່າ 3,7 ຕື້ USD. ເຖິງວ່າປະລິມານການຜະລິດກາເຟຂອງ ຫວຽດນາມ ກວມເກືອບ 20% ປະລິມານການຜະລິດກາເຟຂອງທົ່ວໂລກກໍຕາມ, ແຕ່ມູນຄ່າບັນລຸພຽງ 2% ຂອງຕະຫລາດເທົ່ານັ້ນ. ສາຍເຫດນັ້ນແມ່ນ ປະລິມານກາເຟສົ່ງອອກຂອງ ຫວຽດນາມ ສ່ວນຫລາຍບໍ່ທັນໄດ້ຮັບການປຸງແຕ່ງ, ບໍ່ແມ່ນຜະລິດຕະພັນກາເຟທີ່ມີມູນຄ່າເພີ່ມສູງ. ຕົວຢ່າງ: ເມື່ອຂາຍກາເຟເມັດ 1 ກິໂລກາມ, ຫວຽດນາມ ຫາລາຍຮັບພຽງ 2 USD, ເທົ່າກັບລາຄ່າສະເລ່ຍຂອງກາເຟຈອກຫນຶ່ງຢູ່ຕ່າງປະເທດ, ໃນຂະນະນັ້ນ ກາເຟ 1 ກິໂລກາມ ທີ່ຕ່າງປະເທດນຳເຂົ້າອາດຈະປຸງແຕ່ງກາເຟໄດ້ 50 ຈອກ. ຕາມທ່ານ ເລືອງວັນຕື້, ປະທານສະຫະສະມາຄົມ ກາເຟ ກາກາວ ຫວຽດນາມ ແລ້ວ, ສາຍເຫດອີກອັນຫນຶ່ງທີ່ເຮັດໃຫ້ມູນຄ່າກາເຟຂອງຫວຽດນາມ ຫລຸດລົງ ນັ້ນແມ່ນຄຸນນະພາບກາເຟສົ່ງອອກບໍ່ເປັນປົກກະຕິ ຍ້ອນຕົ້ນກາເຟຖືກປູກມາຫລາຍປີແລ້ວ, ສະມັດຕະພາບນັບມື້ນັບຕ່ຳ. ຄວາມຈຳເປັນຮີບດ່ວນໃນປະຈຸບັນ ແມ່ນມີບັນດາສວນກາເຟທີ່ໄດ້ຮັບການປູກໃຫມ່. ທ່ານເລືອງວັນຕື້ ຖືວ່າ: ລັດຖະບານ, ວິສາຫະກິດສົ່ງອອກ ຄວນມີບັນດານະໂຍບາຍບຸລິມະສິດ, ແບ່ງປັນຄວາມຫຍຸ້ງຍາກກັບຜູ້ປູກກາເຟ ເພື່ອໃຫ້ເຂົາເຈົ້າປູກໃຫມ່, ປ່ຽນແນວພັນປູກແນໃສ່ຍົກສູງຄຸນນະພາບ, ສະມັດຕະພາບ.
“ທີຫນຶ່ງ ຫນູນຊ່ວຍໃຫ້ຊາວກະສີກອນດ້ານທຶນຮອນ, ການຈຳຫນ່າຍ ແລະ ແນະນຳໃຫ້ເຂົາເຈົ້າກ່ຽວກັບວິທີບົວລະບັດ ແລະ ເກັບກ່ຽວ. ພ້ອມກັນນັ້ນ ບັນດາວິສາຫະກິດຕ້ອງຮັບປະກັນສົ້ນອອກໃຫ້ແກ່ຊາວກະສິກອນ. ສ່ວນທະນາຄານຈະຜ່ານການຮ່ວມສຳພັນລະຫວ່າງຜູ້ປູກກາເຟກັບວິສາຫະກິດ ເພື່ອໃຫ້ກູ້ຢືມທຶນ ແລະ ເມື່ອຊາວກະສິກອນຂາຍກາເຟ ທະນາຄານຈະເກັບທຶນຄືນໃນທັນທີ. ໝາຍຄວາມວ່າຜູ້ຜະລິດ, ຊາວກະສີກອນ, ທະນາຄານ ແລະ ວີສາຫະກິດຕ້ອງມີການຮ່ວມສຳພັນນຳກັນເພື່ອແບ່ງປັນຜົນປະໂຫຍດ, ເຮັດໄດ້ຄືແນວນັ້ນຈຶ່ງມີປະສິດທິຜົນ“.
ປະຈຸບັນ, ມີຜະລິດຕະພັນກາເຟສົ່ງອອກຂອງ ຫວຽດນາມ ຍັງຂາດກາໝາຍສິນຄ້າ ແລະ ແນະນຳຕົ້ນກຳເນີດເພື່ອໃຫ້ຜູ້ບໍລິໂພກມີຄວາມເຂົ້າໃຈ ກ່ຽວກັບຜະລິດຕະພັນກວ່າ ກໍຄືສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄຸນນະພາບຂອງຜະລິດຕະພັນ. ທ່ານ ຈີ້ງດຶກມີນ, ຮອງຫົວຫນ້າພະແນກວິທະຍາສາດເຕັກໂນໂລຊີ, ຮອງປະທານສະຫະສະມາຄົມ ກາເຟ ບວນມາທວດ ຖືວ່າ:
“ສະຫະສະມາຄົມຕ້ອງຮ່ວມສຳພັນກັບຊາວກະສິກອນ ເພື່ອຜະລິດ ແລະ ດຳເນີນທຸລະກິດກາເຟທີ່ໄດ້ຮັບການຕິດກາໝາຍສິນຄ້າ, ແນະນຳຕົ້ນກຳເນີດ. ຢາກເຮັດໄດ້ຄືແນວນັ້ນ, ວິສາຫະກິດ ຕ້ອງຮ່ວມສຳພັນກັບຊາວກະສິກອນ ຜ່ານການຈັດຕັ້ງຊຸດອົບຮົມ, ແນະນຳໃຫ້ຊາວກະສິກອນວິທີການຄຸ້ມຄອງ, ຫຼັງຈາກນັ້ນວິສາຫະກິດຈະຊຊື້ກາເຟຂອງຊາວກະສີກອນ ເພື່ອປຸງແຕ່ງ ແລະ ຫຸ້ມຫໍ່.”
ພາບປະກອບ:internet
|
ການພັດທະນາກາເຟສະອາດ, ກາເຟແບບຍື່ນຍົງ, ມີຫນັງສືຢັ້ງຢັນຄຸນນະພາບທີ່ໄດ້ຮັບການຮັບຮອງຈາກໂລກ ກໍແມ່ນມາດຕະການຍົກສູງຄຸນຄ່າໃຫ້ແກ່ຜະລິດຕະພັນກາເຟຂອງ ຫວຽດນາມ. ປະຈຸບັນ, ກາເຟມີຫນັງສືຢັ້ງຢືນຮັບປະກັນຄຸນນະພາບ ຢູ່ ຫວຽດນາມ ກວມພຽງ 30% ຍອດປະລິມານການຜະລິດເທົ່ານັ້ນ, ໃນຂະນະນັ້ນ, ກາເຟແຕ່ລະໂຕນທີ່ໄດ້ຮັບຫນັງສືຢັ້ງຢືນຄຸນນະພາບຈາກບັນດາບໍລິສັດນຳເຂົ້າກາເຟ ຈະມີລາຄາສູງກວ່າແຕ່ 30-60 USD ສຳລັບກາເຟ robuta ແລະ ລາຄາແຕ່ 150 – 180 USD ສຳລັບກາເຟ arabica. ທ່ານ ດັ້ງກີມເຊີນ, ສັງກັດສະຖາບັນຄົ້ນຄ້ວາ ແລະ ຍຸດທະສາດພັດທະນາກະສິກຳ, ຊົນນະບົດ ໄດ້ຢືນຢັນວ່າ:
“ ຖ້າຫາກພວກເຮົາປະຕິບັດຍຸດທະສາດຢັ້ງຢືນຮັບປະກັນຄຸນນະພາບເປັນຢ່າງດີ ມັນຈະເປັນພື້ນຖານຕົ້ນຕໍເພື່ອໃຫ້ກາເຟມີຄຸນນະພາບ ແລະ ມີມູນຄ່າເພີ່ມສູງ ແລະ ມີຊື່ສຽງດີພໍສົມຄວນ. ລັດຕ້ອງສ້າງນະໂຍບາຍສະດວກ, ປະຕິບັດບັນດາໂຄງການສົ່ງເສີມການຄ້າເພື່ອຫນູນຊ່ວຍບັນດາວິສາຫະກິດເຂົ້າຮ່ວມຕະຫລາດໂລກ.”
ເລື່ອງ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພວມສ້າງຍຸດທະສາດແບບຍືນຍົງໃຫ້ແກ່ກາເຟ ຫວຽດນາມ ຈະຊ່ວຍຜະລິດຕະພັນກາເຟ ຫວຽດນາມ ມີທິດເດີນອັນຖືກຕ້ອງ, ສຳເລັດຜົນໃນອະນາຄົດ. ກ່ອນອື່ນ ບັນດາວິສາຫະກິດສົ່ງອອກກາເຟ ພວມສຸມໃສ່ຍົກສູງວຽກງານຄຸ້ມຄອງຄຸນນະພາບ ພ້ອມກັນນັ້ນ ສືບຕໍ່ມີນະໂຍບາຍຫນູນຊ່ວຍດ້ານທຶນຮອນໃຫ້ແກ່ວິສາຫະກິດ ແລະ ຊາວກະສິກອນ, ເພີ່ມທະວີການຮ່ວມມື, ຮ່ວມສຳພັນລະຫວ່າງວິສາຫະກິດປຸງແຕ່ງ, ສົ່ງອອກກາເຟນຳກັນເພື່ອມີຜະລິດຕະພັນກາເຟສົ່ງອອກຫຼາຍປະເພດທີ່ມີຄຸນນະພາບສູງ, ສາມາດຕອບສະຫນອງຄວາມຕ້ອງການຂອງຕະຫລາດໄດ້.