ສິນຄ້າ ຫວຽດນາມ ພວມນັບມື້ນັບໄດ້ຮັບການນິຍົມຊົມໃຊ້ໃນຕະຫລາດ

(VOVWORLD) -ສິນຄ້າ ຫວຽດນາມ ນັບມື້ນັບມີທ່າແຮງ, ຍາດໄດ້ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກເປັນຈຳນວນຫລວງຫລາຍ, ພິເສດແມ່ນສຳລັບສິນຄ້າທີ່ຈຳເປັນ, ເຄື່ອງໃຊ້ສອຍ. ຮູບແບບງາມ, ລາຄາເໝາະສົມ, ຄຸນນະພາບດີ, ນະໂຍບາຍຫລັງການຂາຍແມ່ນລອບຄອບຖິ່ຖ້ວນ, ມີຄວາມເຊື່ອຖື... ນັ້ນແມ່ນບັນດາປັດໄຈເຮັດໃຫ້ ສິນຄ້າ ຫວຽດນາມ ນັບມື້ນັບມີບ່ອນຢືນອັນໝັ້ນແກ່ນດ້ວຍອັດຕາສ່ວນກວມທີ່ເປັນສະຖຽນລະພາບຢູ່ຕະຫລາດພາຍໃນປະເທດ.

ສິນຄ້າ ຫວຽດນາມ ພວມນັບມື້ນັບໄດ້ຮັບການນິຍົມຊົມໃຊ້ໃນຕະຫລາດ - ảnh 1ສິນຄ້າ ຫວຽດນາມ ນັບມື້ນັບກວມເອົາອັດຕາສ່ວນໃນຕະຫລາດດ້ວຍຫລາຍຜະລິດຕະພັນມີຄຸນນະພາບ. ພາບ:VOV

ບັນດາຮ້ານສັບພະສິນຄ້າ, ສູນການຄ້າ ພວມນັບມື້ນັບຍົກສູງຄວາມຮັບຮູ້ກ່ຽວກັບເລື່ອງສະຫນອງສິນຄ້າ ຫວຽດນາມ ໃຫ້ແກ່ຜູ້ບໍລິໂພກ, ດ້ວຍອົງປະກອບສິນຄ້າ ຫວຽດນາມ ກວມເອົາອັດຕາສ່ວນເຖິງ 90%. ບັນດາຜະລິດຕະພັນ ລ້ວນແຕ່ມີຕົ້ນກຳເນີດຈະແຈ້ງ, ມີໃບຢັ້ງຢືນຄື: ສິນຄ້າ ຫວຽດນາມ ມີຄຸນນະພາບສູງ, ຜະລິດຕະພັນ OCOP (ຫນຶ່ງຕາແສງຫນຶ່ງຜະລິດຕະພັນ)... ທ່ານນາງ ຫງວຽນທິຫາຍແທງ, ຜູ້ອຳນວຍການສູນການຄ້າ ແລະ ຮ້ານສັບພະສິນຄ້າ  Aeon ຮ່າດົງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າ ຍາມໃດກໍ່ໃຫ້ບຸລິມະສິດນຳເອົາສິນຄ້າທີ່ຜະລິດຢູ່ພາຍໃນປະເທດມາຂາຍໃນຮ້ານສັບພະສິນຄ້ານີ້. ປະຈຸບັນ ມີປະມານ 85% ສິນຄ້າທີ່ວາງຂາຍຢູ່ທີ່ນີ້ແມ່ນໄດ້ຜະລິດຢູ່ ຫວຽດນາມ. ຄຽງຂ້າງນັ້ນ ພວກຂ້າພະເຈົ້າ ກໍ່ສົມທົບກັບບັນດາອົງການອຳນາດການປົກຄອງ, ຄະນະ, ຂະແຫນງການ ທ້ອງຖິ່ນຈັດຕັ້ງບັນດາລາຍການຄື: ສົ່ງເສີມການຊົມໃຊ້ຜະລິດຕະພັນ  OCOP”.

ດ້ວຍທ່າອ່ຽງທີ່ຊາວ ຫວຽດນາມ ໄດ້ມີການປ່ຽນແປງໃນຮູບການຊື້ເຄື່ອງຂອງ, ບໍ່ສົນໃຈຫລາຍເຖິງສິນຄ້າທີ່ມາຈາກຕ່າງປະເທດ ເມື່ອສິນຄ້າຜະລິດພາຍໃນປະເທດນັບມື້ນັບມີຄຸນນະພາບ, ລາຄາເປັນປົກກະຕິ, ຮູບແບບອຸດົມສົມບູນ, ຫລາກຫລາຍ, ທ່ານ ຫງວຽນເທຫຽບ, ຮອງຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ໃຫ້ຮູ້ວ່າ: ເລື່ອງສ້າງເງື່ອນໄຂ, ນຳເອົາສິນຄ້າ ຫວຽດນາມ ນຳມາຂາຍເປັນສ່ວນໃຫຍ່ຢູ່ສູນການຄ້າ, ຮ້ານສັບພະສິນຄ້ານັ້ນ  ຍາມໃດກໍ່ແມ່ນຫນຶ່ງໃນບັນດາຈຸດສຸມການເຄື່ອນໄຫວຂອງພະແນກໃນໄລຍະມໍ່ມານີ້.

 “ໃນແຜນການຂອງ ນະຄອນ ຮ່າໂນ້ຍ ແມ່ນຍູ້ແຮງການເຄື່ອນໄຫວໂຄສະນາ, ເຜີຍແຜ່, ແນະນຳບັນດາຜະລິດຕະພັນສິນຄ້າ ຫວຽດນາມ ຢູ່ບໍລິເວນ ນະຄອນ ຮ່າໂນ້ຍ ກໍ່ຄືບັນດາແຂວງ, ນະຄອນ ຢູ່ໃນທົ່ວປະເທດ. ຜ່ານນັ້ນ ກໍ່ເພື່ອແນໃສ່ຫນູນຊ່ວຍວິສາຫະກິດ, ສ້າງຄວາມສະດວກຊຸກຍູ້ການຜະລິດ ກໍ່ຄື ຍູ້ແຮງການໂຄສະນາການຈຳຫນ່າຍສິນຄ້າໃຫ້ວິສາຫະກິດ”.

ຕາມທ່ານ ດິງຈ້ອງຖິ້ງ, ຜູ້ຊ່ຽວຊານດ້ານເສດຖະກິດແລ້ວ, ຫລາຍປະເພດສິນຄ້າ “Made VietNam” ມີກຳລັງແຮງພຽງພໍເພື່ອຄອບງຳຕະຫລາດພາຍໃນປະເທດ ຍ້ອນວິສາຫະກິດ ຫວຽດນາມ ຫລາຍແຫ່ງໄດ້ມານະພະຍາຍາມລົງທຶນ, ຫັນຜະລິດຕະພັນເປັນຫລາຍຮູບແບບ, ລາຄາເໝາະສົມ.

“ຈຸດເດັ່ນຂອງສິນຄ້າ ຫວຽດນາມ ນັ້ນແມ່ນດ້ານຄຸນນະພາບ ແລະ ເໝາະສົມກັບຄວາມນິຍົມໃຊ້ຂອງຜູ້ບໍລິໂພກ ຫວຽດນາມ. ໃນຫລາຍປີມໍ່ໆມານີ້ ຊາວຫວຽດນາມ ເຄີຍເລືອກໃຊ້ສິນຄ້າໂດຍບັນດາວິສາຫະກິດ ຫວຽດນາມ ຜະລິດ. ຂ້າພະເຈົ້າຖືວ່າ ດ້ວຍຄວາມຕັດສິນໃຈ ຄວາມມານະພະຍາຍາມຂອງບັນດາວິສາຫະກິດ ແລະ ການເລືອກເຟັ້ນຂອງຜູ້ບໍລິໂພກ, ສິນຄ້າ ຫວຽດນາມ ຈະນັບມື້ນັບກວມເອົາອັດຕາສ່ວນຢູ່ ຕະຫລາດ ຫວຽດນາມ ຢ່າງໝັ້ນແກ່ນ.  ຈາກນັ້ນ ກໍ່ຈະສືບຕໍ່ແຜ່ຂະຫຍາຍກຳລັງແຮງຂອງຕົນອອກສູ່ຕະຫລາດໂລກ”.

ພ້ອມກັນນັ້ນ ການຂົນຂວາຍ ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ ໂດຍໄດ້ຮັບການຜັນຂະຫຍາຍຢູ່ຫລາຍທ້ອງຖິ່ນ ດ້ວຍວິທີເຮັດຢ່າງມີຫົວຄິດປະດິດສ້າງ, ບັນລຸປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ ວິສາຫະກິດ ແລະ ຜູ້ບໍລິໂພກຢູ່ໃນທົ່ວປະເທດ. ທ່ານນາງ ມາຍທິຖູ່ຍ, ປະທານ ສະມາຄົມນັກທຸລະກິດຍິງ ຂະຫນາດກາງ ແລະ ນ້ອຍ ຂອງນະຄອນ ຮ່າໂນ້ຍ ຢືນຢັນວ່າ:

ພວກຂ້າພະເຈົ້າ ຕີລາຄາສູງກ່ຽວກັບການຂົນຂາວຍ ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ. ໄລຍະບໍ່ທັນຜັນຂະຫຍາຍການຂົນຂວາຍນີ້ ອັດຕາສ່ວນຜູ້ບໍລິໂພກ ຫວຽດນາມ ມັກຊົມໃຊ້ສິນຄ້າຕ່າງປະເທດກວມເອົາເປັນຈຳນວນຫລາຍ. ແຕ່ເມື່ອປຸກລະດົມບັ້ນຂົນຂວາຍ, ພວກຂ້າພະເຈົ້າເຫັນວ່າ ມີປະສິດທິຜົນທີ່ສຸດ”.

ສິນຄ້າ ຫວຽດນາມ ພວມນັບມື້ນັບໄດ້ຮັບການນິຍົມຊົມໃຊ້ໃນຕະຫລາດ - ảnh 2ບັນດາວິສາຫະກິດຫວຽດນາມ ຄວນຍູ້ແຮງການລົງທຶນຄົ້ນຄ້ວາ ແລະ ພັດທະນາຕາມທ່າອ່ຽງເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ພາບ: VOV

ຕົວຈິງຊີ້ໃຫ້ເຫັນວ່າ ປະຈຸບັນ ບັນດາລະບົບຮ້ານສັບພະສິນຄ້າ, ຮ້ານຂາຍສິນຄ້າຍ່ອຍ ປະຈຸບັນ, ສິນຄ້າ ຫວຽດນາມ ກວມເອົາ 80% - 90% ໃນຍອດຈຳນວນປະລິມານສິນຄ້າ. ເຖິງຢ່າງໃດກໍຕາມ, ເພື່ອສືບຕໍ່ສ້າງຈຸດຢືນອັນໝັ້ນແກ່ນໃຫ້ແກ່ສິນຄ້າ ຫວຽດນາມ ຢູ່ຕະຫລາດພາຍໃນປະເທດໃນໄລຍະຈະມາເຖິງ, ບັນດາຜູ້ຊ່ຽວຊານດ້ານເສດຖະກິດກໍ່ໃສ່ໃຈບັນດາວິສາຫະກິດ ວ່າ ຄວນຍູ້ແຮງການລົງທຶນຄົ້ນຄ້ວາ ແລະ ພັດທະນາ, ປ່ຽນໃຫມ່ເຕັກໂນໂລຊີ ແລະ ດັດປັບຂັ້ນຕອນການຜະລິດຕາມທ່າອ່ຽງເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ພ້ອມກັນນັ້ນ ກໍ່ເອົາໃຈໃສ່ເຖິງການກໍ່ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າ, ຍົກສູງກຳລັງຄວາມສາມາດການຄຸ້ມຄອງເພື່ອສ້າງທ່າໄດ້ປຽບການແກ້ງແຍ້ງ ແລະ ພັດທະນາບັນດາຊ່ອງຈຳຫນ່າຍໃຫ້ມີປະສິດທິຜົນ, ຍູ້ແຮງການສົ່ງເສີມດ້ານການຄ້າ... ເພື່ອໃຫ້ວິສາຫະກິດ ຫວຽດນາມ ນັບມື້ນັບເປີດກວ້າງອັດຕາສ່ວນກວມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ