ດຶງດູດການລົງທຶນ FDI ຂອງແຂວງ ບ່າເຣ້ຍ - ຫວູງເຕົາ

(VOVWORLD) -ດ້ວຍມີທ່າໄດ້ປຽບຫລາຍຢ່າງກ່ຽວກັບທ່າກຳປັ່ນທະເລນ້ຳເລິກ, ການພັດທະນາອຸດສາຫະກຳ, ການທ່ອງທ່ຽວພ້ອມກັບພື້ນຖານໂຄງລ່າງຄົມມະນາຄົມຢ່າງສະດວກໃນເຂດເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງເຂດທາງທິດຕາເວັນອອກພາກໃຕ້, ແຂວງ ບ່າເຣ້ຍ - ຫວູງເຕົາ  ໄດ້ສ້າງພາບພົດອັນດີງາມກ່ຽວກັບເຂດດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ດຶງດູດຫລາຍໂຄງການລົງທຶນໂດຍກົງຂອງຕ່າງປະເທດ. ມາຮອດປະຈຸບັນ ແຂວງ ບ່າເຣ້ຍ-ຫວູງເຕົາແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າທົ່ວປະເທດກ່ຽວກັບການດຶງດູດການລົງທຶນ (FDI)

ດຶງດູດການລົງທຶນ FDI ຂອງແຂວງ ບ່າເຣ້ຍ - ຫວູງເຕົາ - ảnh 1ທ່ານຫງວຽນເຕີນເກືອງ, ຮອງຫົວໜ້າພະແນກແຜນການ ບ່າເຣ້ຍ-ຫວຸງເຕົາ
(ພາບ:baobariavungtau.com.vn)
  ປີ 2022, ແຂວງ ບ່າເຣ້ຍ-ຫວຸງເຕົາ ໄດ້ອອກໜັງສືອະນຸຍາດລົງທຶນໃໝ່ ແລະ ດັດປັບເພີ່ມເງິນລົງທຶນໃຫ້ແກ່ 42 ໂຄງການ FDI ດ້ວຍຍອດຈຳນວນທຶນລົງທະບຽນໃໝ່ ແລະ ເພີ່ມຂຶ້ນ 725 ລ້ານ ໂດລາສະຫະລັດ; ອອກໜັງສືອະນຸຍາດລົງທຶນໃໝ່ ແລະ ດັດປັບເງິນລົງທຶນຈາກ 56 ໂຄງການຢູ່ພາຍໃນປະເທດ ດ້ວຍຍອດທຶນລົງທະບຽນເພີ່ມຂຶ້ນ 31,7 ພັນຕື້ ດົ່ງ (ປະມານ 1,3 ຕື້ ໂດລາສະຫະລັດ). ຄາດຄະເນໝົດປີ 2022, ໃນບໍລິເວນແຂວງຈະມີ 446 ໂຄງການ FDI ດ້ວຍເງິນລົງທຶນທັງໝົດກວ່າ 30,2 ຕື້ ໂດລາສະຫະລັດ ແລະ ເກືອບ 700 ໂຄງການພາຍໃນປະເທດ   ດ້ວຍເງິນລົງທຶນທັງໝົດ ເກືອບ 360.000 ຕື້ ດົ່ງ (ກວ່າ 15 ຕື້ ໂດລາສະຫະລັດ). ຄິດໄລ່ລວມ, BRVT ຢືນອັນດັບທີ 4 ໃນທົ່ວປະເທດ ກ່ຽວກັບການດຶງດູດການລົງທຶນ FDI.

ບັນດາຕົວເລກທີ່ໜ້າປະທັບໃຈຂ້າງເທິງໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງໝາກຜົນຂອງວຽກງານດຶງດູດການລົງທຶນຂອງແຂວງ ໃນໄລຍະຜ່ານມາ.

ດ້ວຍ 15 ເຂດອຸດສາຫະກຳ, ລວມເນື້ອທີ່ທັງໝົດ ປະມານກວ່າ 8.500 ເຮັກຕາ, ໃນນັ້ນມີ 13 ເຂດອຸດສາຫະກຳ ພວມເຄື່ອນໄຫວດ້ວຍຫຼາຍຮູບແບບຂະແໜງອາຊີບເຊັ່ນ: ໄຟຟ້າ, ແກັສ, ຫຼອມໂລຫະ, ກົນຈັກ, ຕໍ່ເຮືອກ່ຳປັ່ນ, ເຄມີ, ວັດສະດຸກໍ່ສ້າງ, ຜະລິດຝຸ່ນ…, ໃນ ຫຼາຍປີຜ່ານມາແຂວງ ບ່າເຣ້ຍ-ຫວຸງເຕົາ ເປັນສະຖານທີ່ດຶງດູດການລົງທຶນຈາກບັນດາວິສາຫະກິດ ສະຫະລັດອາເມລິກາ, ອັງກິດ, ສ.ເກົາຫຼີ, ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ໄທ, ການາດາ… ອະທິບາຍກ່ຽວກັບຄວາມໝັ້ນຄົງດຶງດູດການລົງທຶນຂອງແຂວງ, ທ່ານຫງວຽນເຕີນເກືອງ, ຮອງຫົວໜ້າພະແນກແຜນການ ບ່າເຣ້ຍ-ຫວຸງເຕົາ, ໃຫ້ຮູ້ວ່າ:

ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ເພີ່ມທະວີການເຄື່ອນໄຫວຫນູນຊ່ວຍວິສາຫະກິດ, ຍູ້ແຮງການກໍ່ສ້າງພື້ນຖານໂຄງລ່າງ ສະນັ້ນ ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ດຶງດູດໄດ້ຫລາຍໂຄງການ. ອຳນາດການປົກຄອງແຂວງ ຍາມໃດກໍ່ຮ່ວມແຮງຮ່ວມໃຈພ້ອມກັບວິສາຫະກິດໃນໄລຍະເກີດໂລກລະບາດ. ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບຂອງແຂວງ ກໍ່ສືບຕໍ່ປະຕິບັດບັນດາມາດຕະການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ແລະ ປັບປຸງລະບຽບການບໍລິຫານ. ບັນດາເຂດອຸດສາຫະກຳຂອງແຂວງ,    ບັນດາເຈົ້າຂອງການລົງທຶນ ກໍ່ຍູ້ແຮງການກໍ່ສ້າງພື້ນຖານໂຄງລ່າງ ເພື່ອດຶງດູດໄດ້ຫລາຍໂຄງການລົງທຶນການຜະລິດ ແລະ ເພີ່ມທະວີການເຄື່ອນໄຫວຄຸ້ມຄອງລັດກ່ຽວກັບທີ່ດິນ, ສ້າງເງື່ອນໄຂສະດວກຫນູນຊ່ວຍວິສາຫະກິດພັດທະນາການຜະລິດດຳເນີນທຸລະກິດ”

ຄຽງຄູ່ນັ້ນ, ແຂວງ ບ່າເຣ້ຍ - ຫວູງເຕົາ ກໍ່ຍົກສູງປະສິດທິຜົນວຽກງານສົ່ງເສີມການລົງທຶນ ຈາກນັ້ນ ດຶງດູດໄດ້ກະແສທຶນ FDI ທີ່ມີຄຸນນະພາບສູງ.  ແຂວງ ກໍ່ເອົາໃຈໃສ່ພັດທະນາລະບົບທ່າກຳປັ່ນທະເລ, ເຂດການຄ້າເສລີ ແລະ ບັນດາເຂດອຸດສາຫະກຳ. ທ່ານ ຫງວຽນເຕີນເກື່ອງ ຮອງຫົວຫນ້າພະແນກແຜນການ ແລະການລົງທຶນ ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ:

ແຂວງ ສົ່ງເສີມບັນດາວິສາຫະກິດປະຕິບັດການເຄື່ອນໄຫວປ່ຽນໃຫມ່ຕ່ອງໂສ້, ເຕັກໂນໂລຊີການຜະລິດລຸ້ນໃຫມ່ເພື່ອຍົກສູງສະມັດຕະພາບ, ຄຸນນະພາບຜະລິດຕະພັນ ແລະ ປະຢັດພະລັງງານ. ນອກນັ້ນ ແຂວງ ກໍ່ສືບຕໍ່ການເຄື່ອນໄຫວສົ່ງເສີມການລົງທຶນໂດຍມີຈຸດສຸມ, ສຸມໃສ່ບັນດາຄູ່ຮ່ວມມືໃຫຍ່ ແລະ ຂົງເຂດການລົງທຶນ. ການເຄື່ອນໄຫວປະຕິຮູບລະບຽບການບໍລິຫານຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກການນຳແຂວງເພື່ອສ້າງຄວາມສະດວກໃຫ້ແກ່ນັກລົງທຶນມາຊອກຮູ້ ແລະ ຕັດສິນລົງທຶນຢູ່ຫວຽດນາມ”

ດຶງດູດການລົງທຶນ FDI ຂອງແຂວງ ບ່າເຣ້ຍ - ຫວູງເຕົາ - ảnh 2ທ່ານ ຟ້າມຫວຽດແທງ, ເລຂາພັກແຂວງ ບ່າເຣ້ຍ -ຫວູງເຕົາ
(ພາບ:TTXVN)

ເພື່ອແນໃສ່ສືບຕໍ່ຍູ້ແຮງການດຶງດູດແຫລ່ງທຶນ FDI, ຄະນະກຳມະການປະຊາຊົນ ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ປະກາດໃຊ້ແຜນການດຳເນີນງານສືບຕໍ່ຜັນຂະຫຍາຍບັນດາຫນ້າທີ່, ມາດຕະການ ຕົ້ນຕໍ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງແຫ່ງຊາດປີ 2022.

ໃນໄລຍະ 2021 – 2025, ແຂວງ ບ່າເຣ້ຍ -ຫວູງເຕົາ ສຸມໃສ່ສຳຫລວດກວດກາ, ດັບປັບການວາງແຜນກຳນົດຕາມທິດດຶງດູດການລົງທຶນໂດຍມີການຄັດເລືອກ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ທີ່ດິນຢ່າງມີປະສິດທິຜົນ ແລະ ສ້າງບັນດາກຸ່ມອຸດສາຫະກຳຕິດພັນນຳກັນ, ສ້າງແຫລ່ງສິນຄ້າໃຫ້ລະບົບທ່າກຳປັ່ນ ກາຍແມັບ - ທິຫວາຍ, ປະຕິບັດການປັບປຸງຂະແຫນງ, ອາຊີບ ເພື່ອແນໃສ່ດຶງດູດການລົງທຶນເຂົ້າແຂວງ. ມີເຂດອຸດສາຫະກຳຫລາຍແຫ່ງ ໄດ້ປະຕິບັດການກໍ່ສ້າງພື້ນຖານໂຄງລ່າງຕາມທິດທັນສະໄຫມ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການກໍ່ສ້າງໂຮງຈັກໂຮງງານຂອງບັນດານັກລົງທຶນສາກົນທີ່ເຄັ່ງຄັດຕໍ່ຄຸນນະພາບຄື: ເຂດອຸດສາຫະກຳລົງເລິກ ຟູໝີ 3, ເຂດອຸດສາຫະກຳ ເດີດດໍ໋ 1, ເຂດອຸດສາຫະກຳ Sonadezi ເຈົາດຶກ.. ທ່ານ ຟ້າມຫວຽດແທງ, ເລຂາພັກແຂວງ ບ່າເຣ້ຍ -ຫວູງເຕົາ ຢືນຢັນວ່າ:

ໃນຍຸດທະສາດພັດທະນາຂອງຕົນ, ບ່າເຣ້ຍ -ຫວູງເຕົາ ກຳນົດທິດແຜນນະໂຍບາຍຢ່າງຈະແຈ້ງແມ່ນເອົາໃຈໃສ່ຈຸດສຸມເຖິງເລື່ອງຮ່ວມສຳພັນເຂດ. ພວກຂ້າພະເຈົ້າຖືວ່າ ປະຈຸບັນແມ່ນກາລະໂອກາດເພື່ອໃຫ້ແຂວງ ວາງແຜນກຳນົດຢ່າງມີແບບມີແຜນ, ເຮັດແນວໃດນຳໃຊ້ເຂດເສດຖະກິດໃຫມ່ຢ່າງມີປະສິດທິຜົນ”

ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງເປີດເຜີຍ, ໂປ່ງໃສຂໍ້ມູນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ລະບົບພື້ນຖານໂຄງລ່າງຢ່າງສົມບູນ, ທີ່ຕັ້ງດ້ານພູມສາດສະດວກ ແມ່ນບັນດາທ່າໄດ້ປຽບຂອງ ແຂວງ ບ່າເຣ້ຍ - ຫວູງເຕົາ ເຮັດໃຫ້ບັນດານັກລົງທຶນຕ່າງປະເທດ ຍາມໃດກໍ່ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ແຂວງ. ນະໂຍບາຍຂອງແຂວງ ໄດ້ ແລະ ພວມດຶງດູດກະແສເງິນລົງທຶນຈາກຕ່າງປະເທດຢ່າງບໍ່ຢຸດຢັ້ງ, ຊ່ວຍ ບ່າເຣ້ຍ - ຫວູງເຕົາ ຍາມໃດກໍ່ຮັກສາທີ່ຕັ້ງແມ່ນນອນໃນ TOP ນຳຫນ້າກຸ່ມດຶງດູດທຶນ FDI ໃນທົ່ວປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ