ບ່າເຣ້ຍ - ຫວູງເຕົາ ມຸ່ງໄປເຖິງການທ່ອງທ່ຽວມີຄຸນນະພາບສູງ

(VOVWORLD) -ຍາກທີ່ຈະມີທ້ອງຖິ່ນໃດເຕົ້າໂຮມຄົບທຸກປັດໄຈເພື່ອພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມຄື ບ່າເຣ້ຍ - ຫວູງເຕົາ. ແຂວງ ໄດ້ ແລະ ພວມຜັນຂະຫຍາຍບັນດາມາດຕະການບຸກທະລຸ, ຕັດສິນໃຈກາຍເປັນສະຖານທີ່ທ່ອງທ່ຽວແຖວຫນ້າຂອງພາກພື້ນ.

 
ບ່າເຣ້ຍ - ຫວູງເຕົາ ມຸ່ງໄປເຖິງການທ່ອງທ່ຽວມີຄຸນນະພາບສູງ - ảnh 1ສ່ວນຫນຶ່ງຂອງນະຄອນ ຫວູງເຕົ່າ. ພາບ:TTXVN
 

ບ່າເຣ້ຍ - ຫວູງເຕົາ ມີທຳມະຊາດທີ່ສວຍງາມຫລາຍແຫ່ງຄື: ຫາດຊາຍທະເລທີ່ຍາວຢຽດ, ນ້ຳທະເລຂຽວສະອາດ.. ຈຸດເດັ່ນແມ່ນເມືອງ ໂກນດ໋າວ ຍັງຄົງຮັກສາໄດ້ຄວາມງາມແບບທຳມະຊາດ, ຮົກເຮື້ອເປົ່າຫວ່າງ, ເມືອງ ຊວຽນມົກ ດ້ວຍເຂດອະນຸລັກຮັກສາທຳມະຊາດ ບິ່ງເຈົາ - ເຟືອກບື້ວ, ຫ້ວຍນ້ຳອຸ່ນ ບິ່ງເຈົາ. ຢູ່ທີ່ນີ້ ຍັງມີບັນດາສະຖານທີ່ປະຫວັດສາດຄື: ອຸມົງ ລອງເຟືອກ, ກີມລອງ, ເຂດຖານທີ່ໝັ້ນ ເບົ່າແຊນ, ທ່າເຮືອ ລົກອານ ດ້ວຍເສັ້ນທາງໂຮ່ຈິມີນ ບົນທະເລ, ສຸສານ ຮ່າງເຢືອງ, ຄຸກ ໂກນດ໋າວ. ຄຽງຄູ່ກັນນັ້ນ ແມ່ນບັນດາວັນບຸນພື້ນເມືອງຕ່າງໆອີກດ້ວຍ. ທ່ານ ຈິ້ງຫ່າງ, ຫົວຫນ້າພະແນກທ່ອງທ່ຽວ ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ:                  

ບ່າເຣ້ຍ - ຫວຸງເຕົ່າ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີທີ່ຕັ້ງພູມສາດພິເສດທີ່ສຸດ ເພື່ອສາມາດພັດທະນາການທ່ອງທ່ຽວໃຫ້ຖືກຕາມທິດ. ແຂວງ ມີຊາຍຝັ່ງທະເລຍາວກວ່າ 300 ກິໂລແມັດ, ຢູ່ແຄມທະເລມີພູຜາປ່າໄມ້ທີ່ສວຍງາມຫຼາຍແຫ່ງ, ປ່າດົງດິບ ແລະ ເຂດ Ramsa - ເປັນໜຶ່ງໃນບັນດາປ່າຊາຍເລນ Ramsa ແຫ່ງທຳອິດຂອງຫວຽດນາມ ທີ່ໄດ້ຮັບການຮັບຮູ້ຈາກໂລກ. ພວກຂ້າພະເຈົ້າມີງານບຸນ, ໝູ່ບ້ານຫັດຖະກຳຫຼາຍແຫ່ງ... ເຊິ່ງແມ່ນສະຖານທີ່ທ່ອງທ່ຽວເພື່ອໃຫ້ຜູ້ມາຢ້ຽມຢາມຮູ້ສຶກອົບອຸ່ນ ຄືດັ່ງໄດ້ກັບຄືນເມືອບ້ານ”.

ນັບແຕ່ເມື່ອແຂວງໄດ້ຮັບການສ້າງຕັ້ງໃນປີ 1991 ເປັນຕົ້ນມາ, ບ່າເຣ້ຍ - ຫວູງເຕົາ ໄດ້ຖືການທ່ອງທ່ຽວແມ່ນຂະແໜງເສດຖະກິດສຳຄັນເພື່ອພັດທະນາ. ມາຮອດປະຈຸບັນ, ບ່າເຣ້ຍ - ຫວູງເຕົາ ມີ ໂຮງແຮມ 77 ແຫ່ງທີ່ໄດ້ຮັບການຈັດອັນດັບແຕ່ 1 ຫາ 5 ດາວ. ນອກນັ້ນ, ບ່າເຣ້ຍ - ຫວູງເຕົາ ຍັງມີໂຮງແຮມ, ເຮືອນພັກຂອງເອກະຊົນປະມານ 700 ແຫ່ງ ແລະ ການດຶງດູດແຫລ່ງທຶນ ເຂົ້າໃນຂະແໜງທ່ອງທ່ຽວກໍ່ນັບມື້ນັບເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ມາຮອດປະຈຸບັນ, ບ່າເຣ້ຍ - ຫວູງເຕົາ ມີ 130 ໂຄງການທ່ອງທ່ຽວ, ດ້ວຍເນື້ອທີ່ 2.952 ເຮັກຕາ. ໃນນັ້ນມີ 114 ໂຄງການລົງທຶນຈາກພາຍໃນ, 16 ໂຄງການລົງທຶນຈາກຕ່າງປະເທດ ດ້ວຍຍອດຈຳນວນທຶນ 48.273 ລ້ານດົ່ງ ແລະ 8.902 ລ້ານ USD. ປະຈຸບັນ, ສະເລ່ຍແຕ່ລະປີ, ແຂວງ ບ່າເຣ້ຍ - ຫວູງເຕົ່າ ໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດປະມານ 15 – 16 ລ້ານເທື່ອຄົນ. ຍອດລາຍຮັບຈາກຂະແໜງທ່ອງທ່ຽວບັນລຸກວ່າ 5.000 ຕື້ດົ່ງ/ປີ, ເພີ່ມຂຶ້ນຫຼາຍສິບເທົ່າເມື່ອທຽບໃສ່ໄລຍະທຳອິດຂອງການສ້າງຕັ້ງຂອງແຂວງ.

ເພື່ອແນໃສ່ຫັນຍຸດທະສາດພັດທະນາຂອງຂະແໜງເສດຖະກິດເສົາຄ້ຳໃຫ້ປະກົດຜົນເປັນຈິງ, ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ວາງແຜນຜັງກໍ່ສ້າງເຂດທ່ອງທ່ຽວເປັນ 5 ເຂດ. ທ່ານນາງ ເລທິ ຈາງດ່າຍ, ປະທານຄະນະກຳມະການປະຊາຊົນເມືອງ ຊວຽນມົກ ໃຫ້ຮູ້ວ່າ: ດ້ວຍຍຸດທະສາດພັດທະນານີ້, ເຂດແຄມທະເລ ຊວຽນມົກ ຈະກາຍເປັນສູນທ່ອງທ່ຽວທີ່ມີສີສັນພິເສດ, ອຸດົມສົມບູນໄປດ້ວຍຫລາຍປະເພດທ່ອງທ່ຽວ ແລະ ມີຄຸນນະພາບສູງ.

 ລຽບຕາມບັນດາເສັ້ນທາງທີ່ມີທິວທັດທຳມະຊາດທີ່ສວຍງາມນັ້ນ, ເມືອງໄດ້ສ້າງເປັນແລວທາງດ້ານກົດໝາຍ, ແຕ່ລະຕາແສງຕ້ອງສຳຫລວດກວດຄືນທ່າແຮງເພື່ອສົມທົບການທ່ອງທ່ຽວກັບກະສິກຳ, ສ້າງຕະຫຼາດທ່ອງທ່ຽວທີ່ອຸດົມສົມບູນ. ເລີ່ມຈາກຕາແສງຕ້ອງວາງແຜນກ່ອນ, ສຳລັບການວາງແຜນຜັງເມືອງກໍ່ເອົາເຂົ້າເພື່ອເປັນເອກະພາບ. ການສ້າງເງື່ອນໄຂສະດວກໃຫ້ບັນດາຄອບຄົວ ແລະ ວິສາຫະກິດຂະໜາດກາງ ແລະ ນ້ອຍ ເມື່ອເຂົາເຈົ້າຜະລິດກະສິກຳສົມທົບການທ່ອງທ່ຽວ ກໍ່ຈະມີແລວທາງດ້ານກົດໝາຍທີ່ດີ.

ບ່າເຣ້ຍ - ຫວູງເຕົາ ມຸ່ງໄປເຖິງການທ່ອງທ່ຽວມີຄຸນນະພາບສູງ - ảnh 2ການຜະລິດເຂົ້າຄຽບ ຢູ່ ຕາແສງ ອານເຫງ໋ຍ ເມືອງ ລອງດ່ຽນ. ພາບ:laodong.vn

ຍຸດທະສາດພັດທະນາການທ່ອງທ່ຽວຂອງ ບ່າເຣ້ຍ - ຫວູງເຕົາ ຖືປະຊາຊົນ ແລະ ຜົນປະໂຫຍດຂອງຊຸມຊົນເປັນໃຈກາງ. ຕາມນັ້ນແລ້ວ, ນະຄອນ ບາເຣ້ຍ ແລະ ນະຄອນຫວູງເຕົາ ກໍ່ໄດ້ສຸມໃສ່ພັດທະນາການທ່ອງທ່ຽວຊຸມຊົນຕິດພັນກັບການບໍລິການທ່ອງທ່ຽວທາງແມ່ນ້ຳ, ແຫຼ່ງທ່ອງທ່ຽວຊີວະພາບ ກໍ່ຄື ເພີ່ມທະວີການສົມທົບລະຫວ່າງແຂກທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນ ໂດຍຜ່ານບັນດາການເຄື່ອນໄຫວຕິດພັນກັບຊີວິດການເປັນຢູ່ ແລະ ການຜະລິດຂອງປະຊາຊົນ. ທ່ານ ຈິ້ງຫ່າງ, ຫົວໜ້າພະແນກທ່ອງທ່ຽວແຂວງ ບ່າເຣ້ຍ-ຫວູງເຕົາ ໃຫ້ຮູ້ວ່າ:

“ໃນວິວັດການສ້າງຍຸດທະສາດພັດທະນາ ຂະແຫນງທ່ອງທ່ຽວຍັງໄດ້ກໍານົດຢ່າງຈະແຈ້ງວ່າ ຜະລິດຕະພັນຫຼັກແມ່ນການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ ແລະ ການບັນເທີງ. ພວກຂ້າພະເຈົ້າໄດ້ກໍານົດ 3 ປະເພດ ຫນູນຊ່ວຍເພີ່ມເຕີມ: ການທ່ອງທ່ຽວຊີວະພາບ, ການດູແລສຸຂະພາບ ແລະກິດຈະກໍາບັນເທີງ; ປະເພດທີ່ມີລັກສະນະເພີ່ມເຕີມນັ້ນແມ່ນການທ່ອງທ່ຽວຊຸມຊົນ. ພວກຂ້າພະເຈົ້າໄດ້ເຫັນວ່າ, ມີບັນດາຜະລິດຕະພັນຫຼັກແຫຼ່ງ, ຜະລິດຕະພັນທ່ອງທ່ຽວໜູນຊ່ວຍ,  ຜ່ານນັ້ນກໍ່ກຳນົດວ່າຜະລິດຕະພັນໃດຮັບໃຊ້ຕະຫຼາດໃດ ແລະ ຜະລິດຕະພັນໃດໜູນຊ່ວຍການພັດທະນາການທ່ອງທ່ຽວໃຫ້ແກ່ແຂວງ ບ່າເຣ້ຍ-ຫວູງເຕົ່າ”.

          ດ້ວຍການວາງແຜນຜັງສັງລວມຂະແໜງການທ່ອງທ່ຽວຕິດພັນກັບຍຸດທະສາດພັດທະນາເສດຖະກິດເຂດທາງທິດຕາເວັນອອກສ່ຽງໃຕ້,  ບ່າເຣ້ຍ-ຫວູງເຕົາ ຕັ້ງຄວາມຫວັງຈະກາຍເປັນສູນທ່ອງທ່ຽວທີ່ມີຄຸນນະພາບສູງຢູ່ພາກໃຕ້ ແລະ ເປັນສະຖານທີ່ດຶງດູດນັກທ່ອງທ່ຽວ  ແມ່ນເຂດພັກຜ່ອນບຳລຸງສຸຂະພາບແຖວຫນ້າຢູ່ພາກພື້ນ ແລະ ອາຊີ ໃນອະນາຄົດອັນໃກ້ນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ