ວິສາຫະກິດຈັບເອົາກາລະໂອກາດຫັນປ່ຽນສີຂຽວ

(VOVWORLD) - ໃນສະພາບການໂລກພວມມີການປ່ຽນແປງຫລາຍຢ່າງ ແລະ ຜັນແປຢ່າງສັບສົນ, ເລື່ອງປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫລາຍປະເທດ, ໃນນັ້ນ ມີ ຫວຽດນາມ, ພື້ນຖານເສດຖະກິດມີລະດັບເປີດສູງທີ່ສຸດນັ້ນພວມປະສົບກັບສິ່ງທ້າຍທາຍບໍ່ແມ່ນຫນ້ອຍ. ປະຊາຄົມວິສາຫະກິດ ຫວຽດນາມ ພວມມານະພະຍາຍາມຈັບເອົາກາລະໂອກາດ ແລະ ຜ່ານຜ່າສິ່ງທ້າທາຍໃນວິວັດການຫັນເປັນດິຈີຕອນ, ຫັນປ່ຽນສີຂຽວ. ການຫນູນຊ່ວຍກ່ຽວກັບກົນໄກ, ນະໂຍບາຍໃຫ້ແກ່ວິສາຫະກິດຈາກບັນດາອົງການຄຸ້ມຄອງລັດແມ່ນມີຄວາມສຳຄັນທີ່ສຸດໃນວິວັດການນີ້.

ວິສາຫະກິດຈັບເອົາກາລະໂອກາດຫັນປ່ຽນສີຂຽວ - ảnh 1ລະບົບພະລັງງານທົດແທນຂອງກຸ່ມບໍລິສັດຈູງນາມ ຢູ່ ເມືອງ ທ້ວນບັກ (ນິງທ້ວນ). ພາບປະກອບ:TTXVN

ຍຸດທະສາດພັດທະນາເສດຖະກິດ -ສັງຄົມ ໄລຍະ 10 ປີຄື ແຕ່ປີ 2021 – 2030 ໄດ້ວາງອອກ ດ້ວຍຄາດໝາຍເປັນເຈົ້າການໃນການຈັບເອົາກາລະໂອກາດຢ່າງທັນການ, ຍາດແຍ່ງປະສິດທິຜົນການປະຕິວັດອຸດສາຫະກຳ 4.0 ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ພັດທະນາເສດຖະກິດສີຂຽວ, ເສດຖະກິດດິຈີຕອນ, ສັງຄົມດິຈີຕອນ.

ໂດຍຮັບຮູ້ໄດ້ເຖິງຄວາມສຳຄັນຂອງການຫັນປ່ຽນສີຂຽວ, ມີວິສາຫະກິດພາຍໃນປະເທດຫລາຍແຫ່ງ ໄດ້ມີຄວາມເປັນເຈົ້າການໃນການປ່ຽນແປງໃຫມ່, ຍູ້ແຮງການຫັນປ່ຽນຮູບແບບຕາມທິດລວງເລິກ, ຕິດພັນກັບການພັດທະນາແບບຍືນຍົງ, ເປັນມິດກັບສິ່ງແວດລ້ອມ. ທ່ານ ຫງວຽນດວ່ານເກັດ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນດອກໄຟ ຟິກນ້ຳຮ້ອນ ຣ້າງດົງ ໃຫ້ຮູ້ວ່າ: ໃນວິວັດທະນາການພັດທະນາ, ວິສາຫະກິດ ຍາມໃດກໍ່ເອົາໃຈໃສ່ລົງທຶນກົນຈັກ, ອຸປະກອນທັນສະໄຫມເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ປະຈຸບັນ ຣ້າງດົງ ໄດ້ມີ 72% ຕ່ອງໂສ້ອັດຕະໂນມັດຄົບວົງຈອນ.

 “ເຕົາໄຟຟ້າຂອງພວກຂ້າພະເຈົ້າແມ່ນເຕົາແບບປິດ, ບໍ່ມີຂີ້ຝຸ່ນ, ບໍ່ມີທໍ່ຄວັນ, ບໍ່ປ່ອຍອາຍພິດ CO2, SO2, ພະລັງງານໄດ້ນຳໃຊ້ຢ່າງມີປະສິດທິຜົນ. ນີ້ແມ່ນບັນດາປັດໄຈຍ້ອນໄດ້ໝູນໃຊ້ເຕັກໂນໂລຊີດິຈີຕອນ, ພວກຂ້າພະເຈົ້າຈຶ່ງສາມາດຫັນລະບົບອຸປະກອນຂອງຕົນເປັນສີຂຽວໄດ້. ລະບົບ Robot ຂອງ ຣ້າງດົງ ແມ່ນພິເສດທີ່ສຸດ.

ເຖິງວ່າບັນລຸໄດ້ບັນດາໝາກຜົນໃນເບື້ອງຕົ້ນ ແຕ່ດ້ວຍການຍູ້ແຮງການພັດທະນາເສດຖະກິດສີຂຽວຂອງ ຫວຽດນາມ ຍັງມີຫລາຍບັນຫາທີ່ວາງອອກ, ໃນນັ້ນ ຄວາມຫຍຸ້ງຍາກໃຫຍ່ສຸດແມ່ນແຫລ່ງກຳລັງຍັງຈຳກັດຢູ່. ທ່ານ ປອ ດັ້ງເທແອງ, ຮອງຫົວຫນ້າສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງ ຖືວ່າ ຄວນມີຕື່ມອີກຫລາຍມາດຕະການ, ກົນໄກ, ນະໂຍບາຍເພື່ອສົ່ງເສີມບັນດາວິສາຫະກິດລົງທຶນໃຫ້ການຫັນປ່ຽນສີຂຽວ ແລະ ພັດທະນາແບບຍືນຍົງ.

 “ພວກຂ້າພະເຈົ້າຢາກເນັ້ນຫນັກເຖິງປັດໄຈທຳອິດແມ່ນສະຖຽນລະພາບພື້ນຖານເສດຖະກິດ ແລະ ການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລົບລ້າງບັນດາຮົ້ວກີດຂວາງທາງທຸລະກິດໃນບັນດາຂົງເຂດ. ນັ້ນແມ່ນປັດໄຈຫລັກແຫລ່ງ, ຫລັງຈາກນັ້ນ ຈຶ່ງມີບັນດາມາດຕະການຫນູນຊ່ວຍທີ່ມີລັກສະນະຄັດເລືອກສຳລັບບາງຂະແຫນງການ, ບາງຂົງເຂດ.

 ດ້ວຍຄາດໝາຍກາຍເປັນປະເທດພວມພັດທະນາ, ອຸດສາຫະກຳທັນສະໄຫມ, ມີລາຍຮັບສະເລ່ຍສູງໃນປີ 2030 ແລະ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045, ຫວຽດນາມ ຄວນສືບຕໍ່ຮັກສາການເຕີບໂຕຢູ່ໃນລະດັບສູງ ແລະ ຕໍ່ເນື່ອງໃນຊຸມທົດສະວັດຈະມາເຖິງ. ທ່ານ ຈື໋ດຶກຮວ່າງ, ຫົວຫນ້າຫ້ອງການກອງທຶນປ່ຽນໃຫມ່ເຕັກໂນໂລຊີແຫ່ງຊາດ, ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຖືວ່າ:

 “ພວກເຮົາຄວນລົງທຶນດ້ານວິທະຍາສາດເຕັກໂນໂລຊີ, ພິເສດ ແມ່ນຕ້ອງປ່ຽນໃຫມ່ເຕັກໂນໂລຊີ ເພື່ອບໍ່ພຽງແຕ່ຊ່ວຍໃຫ້ນະໂຍບາຍໄດ້ຮັບການຜັນຂະຫຍາຍຢ່າງເໝາະສົມກັບສະພາບຕົວຈິງເທົ່ານັ້ນ ຫາກຍັງສ້າງເງື່ອນໄຂໃຫ້ແກ່ວິສາຫະກິດມີຄວາມເປັນເຈົ້າການໃນການປ່ຽນໃຫມ່ເຕັກໂນໂລຊີ. ວິສາຫະກິດອາດຈະແມ່ນທີ່ຕັ້ງໃຈກາງ ແຕ່ຄຽງຄູ່ກັບວິສາຫະກິດ ຄວນໄດ້ຮັບການຫນູນຊ່ວຍຈາກປະຊາຄົມ, ບັນດາສະຖາບັນຄົ້ນຄ້ວາ ແລະ ມະຫາວິທະຍາໄລ, ບັນດານັກສ້າງນະໂຍບາຍ ແລະ ແຫລ່ງທຶນເພື່ອຫນູນຊ່ວຍ.

ໃນວິວັດການຫັນປ່ຽນນັ້ນ, ຄວາມມານະພະຍາຍາມຂອງວິສາຫະກິດແມ່ນມີຄວາມສຳຄັນ ແຕ່ນະໂຍບາຍຫນູນຊ່ວຍວິສາຫະກິດ ຄວນມີຄວາມໂປ່ງໃສ, ຈະແຈ້ງ ແລະ ຕ້ອງຖືວິສາຫະກິດແມ່ນໃຈກາງ. ເລື່ອງຫນູນຊ່ວຍວິສາຫະກິດທີ່ແທດຈິງ ແລະ ມີປະສິດທິຜົນ ຈະປະກອບສ່ວນສ້າງໂຄງປະກອບເສດຖະກິດຄືນໃຫມ່, ຍົກສູງກຳລັງຄວາມສາມາດແກ້ງແຍ່ງຂອງພື້ນຖານເສດຖະກິດ ແລະ ຊ່ວຍ ຫວຽດນາມ “ຈັບເອົາກາລະໂອກາດຢ່າງທັນການ, ພັດທະນາທັດທຽມ ແລະ ກ້າວຂຶ້ນ” ພ້ອມກັບບັນດາປະເທດໃນພາກພື້ນ. ທ່ານ ຮອງສາດສະດາຈານ ປອ ຫງວຽນດີ່ງເທາະ, ຫົວຫນ້າສະຖາບັນຍຸດທະສາດ, ນະໂຍບາຍຊັບພະຍາກອນ ແລະ ສິ່ງແວດລ້ອມ ຍົກມາດຕະການວ່າ:

 “ມາດຖານຈັດແບ່ງປະເພດສີຂຽວຂອງຫວຽດນາມ ປະຈຸບັນ ໄດ້ຮັບການກໍ່ສ້າງຢ່າງກົມກຽວກັບມາດຖານຂອງ ເອີລົບ ແລະ ກົມກຽວກັບຂໍ້ກຳນົດຂອງທະນາຄານໂລກ ກໍ່ຄື  AFC ແລະ ບັນດາອົງການການເງິນກ່ຽວກັບອາກາດອື່ນ. ສະນັ້ນ ຖ້າຫາກວິສາຫະກິດ ຕອບສະຫນອງໄດ້ບັນດາມາດຖານສີຂຽວຂອງ ຫວຽດນາມ ກໍ່ຈະຕອບສະຫນອງໄດ້ມາດຖານສີຂຽວຂອງບັນດາອົງການການເງິນໃນໂລກ. ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດເຂົ້າເຖິງແຫລ່ງການເງິນສີຂຽວທົ່ວໂລກ.

ວິສາຫະກິດຈັບເອົາກາລະໂອກາດຫັນປ່ຽນສີຂຽວ - ảnh 2ທ່ານ ຫງວຽນດວ່ານເກັດ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນດອກໄຟ ຟິກນ້ຳຮ້ອນ ຣ້າງດົງ.ພາບ:VOV

   ເສດຖະກິດດິຈີຕອນ ແລະ ເສດຖະກິດສີຂຽວ ຈະຊ່ວຍຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ເພື່ອຈັບເອົາກາລະໂອກາດພວມເປີດອອກໃນທາງຫນ້ານັ້ນ ຈຳເປັນຕ້ອງມີຍຸດທະສາດແຫ່ງຊາດກ່ຽວກັບການຫັນປ່ຽນສີຂຽວກັບບັນດາເປົ້າໝາຍ, ວິວັດການລະອຽດ ແລະ ຄົບຊຸດ. ໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກ, ບັນດາວິສາຫະກິດ ຫວຽດນາມ ກໍ່ພວມມານະພະຍາຍາມປ່ຽນແປງໃຫມ່ຈິນຕະນາການ, ລົງທຶນເຕັກໂນໂລຊີເຂົ້າໃນການຜະລິດ, ດຳເນີນທຸລະກິດເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ