ສ້າງພື້ນຖານເສດຖະກິດມະຫາພາກໃຫ້ມີຄວາມສະຖຽນລະພາບແມ່ນເປົ້າໝາຍສຳຄັນອັນດັບຫນຶ່ງ ຂອງປີ 2020

(VOVWORLD) -ປີ 2019 ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍຫລາຍຢ່າງຈາກສະພາບແວດລ້ອມຈາກພາຍນອກ, ການເຕີບໂຕເສດຖະກິດຂອງຫວຽດນາມ ຍັງຄົງບັນລຸລະດັບ 7,02% ນອນໃນບັນຊີລາຍຊື່ບັນດາປະເທດບັນລຸລະດັບການເຕີບໂຕສູງກວ່າໝູ່ໃນໂລກ, ສະຖຽນລະພາບເສດຖະກິດມະຫາພາກໄດ້ຮັບການຮັກສາຢ່າງໝັ້ນທ່ຽງ. ກ້າວເຂົ້າສູ່ປີ 2020 ບົນພື້ນຖານການຄາດຄະເນສະພາບການ ແລະ ເງື່ອນໄຂສາກົນຍັງຄົງສືບຕໍ່ເກີດສິ່ງທີ່ບໍ່ສະດວກ, ລັດຖະບານ ໄດ້ກຳນົດການຮັກສາສະຖຽນລະພາບເສດຖະກິດມະຫາພາກສືບຕໍ່ແມ່ນບຸລິມະສິດແຖວຫນ້າ ແມ່ນເປົ້າໝາຍຕົ້ນຕໍທີ່ຄວນໄດ້ຮັບການປະຕິບັດ.

ສ້າງພື້ນຖານເສດຖະກິດມະຫາພາກໃຫ້ມີຄວາມສະຖຽນລະພາບແມ່ນເປົ້າໝາຍສຳຄັນອັນດັບຫນຶ່ງ ຂອງປີ 2020 - ảnh 1ພາບປະກອບ (thoibaonganhang.vn

ໃນການໂອ້ລົມກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຫວ່າງແລ້ວນີ້ ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ຢືນຢັນວ່າ: ປີ 2020 ສະພາບການພາກພື້ນ ແລະ ສະພາບການໂລກ ຄາດຄະເນວ່າຈະມີການຜັນແປສັບສົນຫລາຍຢ່າງ ຍາກທີ່ຈະຄາດຄະເນໄດ້, ວາງອອກສິ່ງທ້າທາຍຫລາຍຢ່າງໃຫ້ແກ່ການເຕີບໂຕເສດຖະກິດຂອງປະເທດຊາດ. ເພາະສະນັ້ນ ເປົ້າໝາຍຕົ້ນຕໍຂອງຫວຽດນາມ ໃນປີນີ້ ແມ່ນຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ເນັ້ນຫນັກວ່າ:

“ສອງບັນຫາໃຫຍ່ ຊື່ງໃນບັນດາມະຕິສະຫລຸບຂອງສູນກາງ, ມະຕິຕົກລົງຂອງສະພາແຫ່ງຊາດ ກໍ່ຄືໃນການບໍລິຫານຂອງລັດຖະບານ ຊື່ງທ່ານນາຍົກລັດຖະມົນຕີ ຍາມໃດກໍ່ເນັ້ນຫນັກຢ່າງແຮງ ນັ້ນແມ່ນ ພວກເຮົາຕ້ອງຖືການຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກແມ່ນວຽກງານຈຳເປັນອັນດັບຫນຶ່ງ ແມ່ນເປົ້າໝາຍ ແລະ ຫນ້າທີ່ແຖວຫນ້າ. ທີສອງ ຕ້ອງປຸກລຸກທຸກກຳລັງຫນູນໃຫ້ແກ່ການເຕີບໂຕ. ສອງບັນຫານີ້ມີສາຍກ່ຽວພັນນຳກັນ. ການເຕີບໂຕສູງກໍ່ແມ່ນຫນຶ່ງໃນບັນດາເງື່ອນໄຂເພື່ອຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ແຕ່ສະຖຽນລະພາບດ້ານເສດຖະກິດມະຫາພາກກໍ່ແມ່ນບັນຫາສຳຄັນເພື່ອສ້າງເງື່ອນໄຂໃຫ້ປະເທດຊາດພັດທະນາຢ່າງວ່ອງໄວຕາມທິດໝັ້ນຄົງ ທັງວ່ອງໄວ ທັງມີສະຖຽນລະພາບ.”

ປີ 2019 ແມ່ນປີທີສາມຢ່າງລຽນຕິດ ຫວຽດນາມປະຕິບັດສຳເລັດ 12/12 ມາດຖານພັດທະນາເສດຖະກິດສັງຄົມ ຊື່ງສະພາແຫ່ງຊາດໄດ້ວາງອອກ, ໃນນັ້ນ ມີ 5 ມາດຖານລື່ນກາຍແຜນການວາງອອກ. ພິເສດ ລະດັບການເຕີບໂຕກວ່າ 7% ແມ່ນລະດັບການເຕີບໂຕສູງສຸດຂອງພາກພື້ນ ແລະ ໂລກ, ສູງທົບ 3 ເທົ່າລະດັບສະເລ່ຍລວມໃນທົ່ວໂລກ ແລະ ຍິ່ງມີຄວາມໝາຍກວ່າ ເມື່ອຫລາຍປະເທດບໍ່ບັນລຸການເຕີບໂຕ ຫລື ຊ້ຳບໍ່ໜຳ ການເຕີບໂຕຢູ່ໃນລະດັບທາງລົບ. ຍິ່ງກວ່ານັ້ນ ບັນຫາໄພເງິນເຟີ້ ໄດ້ຮັບການຄວບຄຸມເປັນຢ່າງດີ ຢູ່ໃນລະດັບຕ່ຳກວ່າ 3% ຕ່ຳກວ່າຫລາຍເມື່ອທຽບໃສ່ຄາດໝາຍຊື່ງສະພາແຫ່ງຊາດໄດ້ວາງອອກ.

ບັນດາຜູ້ຊ່ຽວຊານເສດຖະກິດຖືວ່າ: ບັນດາຜົນງານເສດຖະກິດໃນປີຜ່ານມາ ແມ່ນປະຖົມປັດໄຈ, ສ້າງທ່ວງທ່າສຳຄັນໃຫ້ການເຕີບໂຕປີ 2020 ເປັນຕົ້ນແມ່ນ ເມື່ອຫວຽດນາມ ດຳລົງຕຳແຫນ່ງປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ພວກເຮົາບັນລຸການເຕີບໂຕເສດຖະກິດເປັນຢ່າງດີ ຮັບປະກັນຄາດໝາຍຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ຊື່ງລັດຖະບານໄດ້ວາງອອກ. ທ່ານ ຫງວຽນມີງຟອງ ຜູ້ຊ່ຽວຊານເສດຖະກິດ ໃຫ້ຂໍ້ສັງເກດວ່າ:

“ໃນປີ 2020 ເສດຖະກິດຫວຽດນາມ ແລະ ໂລກ ຈະສືບຕໍ່ເຕີບໂຕເປັນຢ່າງດີກວ່າເກົ່າ. ທຳອິດແມ່ນຍ້ອນມີການຫລຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ, ເຮັດໃຫ້ການລົງທຶນ ແລະ ຄວາມເຊື່ອໝັ້ນຕໍ່ທຸລະກິດຕະຫລາດ ເພີ່ມຂຶ້ນ. ທີສອງ ແມ່ນໃນໄຕມາດ 2 ຂອງປີ 2020 ຈະເຊັນສັນຍາຄູ່ຮ່ວມມືລົງທຶນທົ່ວພາກພື້ນ. ອີກດ້ານຫນຶ່ງແມ່ນສະຖຽນລະພາບການຜະລິດດຳເນີນທຸລະກິດຂອງບັນດາວິສາຫະກິດຢູ່ພາກພື້ນ ແລະ ຫວຽດນາມ ຖືກຜັນປ່ຽນໃນປີ 2019 ຍ້ອນຜົນສະທ້ອນຈາກສົງຄາມການຄ້າ ອາເມລິກາ ແລະ ຈີນ. ນອກນັ້ນ ປີ 2020 ແມ່ນປີກຽມດຳເນີນກອງປະຊຸມໃຫຍ່ຂອງພັກ ສະນັ້ນ ບັນດາການປະຕິຮູບສິ່ງແວດລ້ອມການລົງທຶນດຳເນີນທຸລະກິດຈະໄດ້ຮັບການຜັນຂະຫຍາຍຢ່າງແຮງ ແລະ ຂ້ຽວຂາດກວ່າ. ນີ້ລ້ວນແຕ່ແມ່ນປະຖົມປັດໃຈສຳຄັນ”

ສ່ວນທ່ານ ເກີນວັນລຶກ, ນັກຊ່ຽວຊານດ້ານເສດຖະກິດຖືວ່າ

“ມີ 3 ກຳລັງຫນູນໃຫ້ການເຕີບໂຕປີ 2020. ທີຫນຶ່ງແມ່ນການສົ່ງອອກສືບຕໍ່ຢູ່ໃນລະດັບສູງພໍສົມຄວນ, ຄາດວ່າບັນລຸ 9%. ທີສອງ ການລົງທຶນຂອງຕ່າງປະເທດ (FDI) ສືບຕໍ່ແມ່ນຈຸດເດັ່ນສຳລັບການຜັນປ່ຽນການລົງທຶນ ພິເສດແມ່ນການລົງທຶນຈາກຮົ່ງກົງ  ແລະ ຈີນ ໄປຍັງ ຫວຽດນາມ. ທີສາມ ແມ່ນເສດຖະກິດພາກເອກະຊົນ ດ້ວຍເງິນລົງທຶນຂອງພາກເອກະຊົນພວມແມ່ນລະດັບເຕີບໂຕປະມານ 17% ແລະ ກໍ່ແມ່ນລະດັບສູງພໍສົມຄວນ. ໃນຂະນະນັ້ນ ໄພເງິນເຟີ້ ຄາດວ່າ ໄດ້ຮັບການຄວບຄຸມປະມານ 3,2 3,5%”.

ບົນພື້ນຖານຄວາມເປັນຈິງນັ້ນ ສະຖຽນລະພາບດ້ານເສດຖະກິດມະຫາພາກ ຍາມໃດກໍ່ແມ່ນເປົ້າໝາຍຊື່ງ ລັດຖະບານໄດ້ວາງອອກກ່ອນນີ້ຫລາຍປີ. ເດືອນ ກໍລະກົດປີ 2018 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ: “ ບັນຫາສຳຄັນກໍຕ້ອງຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້ເປັນຢ່າງດີ, ປັບປຸງຄວາມເຊື່ອໝັ້ນຕໍ່ຕະຫລາດ, ຕໍ່ສັງຄົມ ແລະວິສາຫະກິດ.”

ເພື່ອປະຕິບັດເປົ້າໝາຍທີ່ວາງອອກໃຫ້ປີ 2020 ນັບແຕ່ຕົ້ນປີ ລັດຖະບານໄດ້ປະກາດໃຊ້ສອງມະຕິສຳຄັນກ່ຽວກັບການຊີ້ນຳ ບໍລິຫານ ແຜນການພັດທະນາເສດຖະກິດ ສັງຄົມ ແລະແຜນງົບປະມານແຫ່ງລັດປີ 2020, ຫນ້າທີ່, ມາດຕະການຕົ້ນຕໍກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ.  ມະຕິສອງສະບັບນີ້ໄດ້ຮັບຖືວ່າແມ່ນຄວາມເປັນຕາຍ ແມ່ນຈຸດເດັ່ນໃຫ້ແກ່ວຽກງານຊີ້ນຳ, ບໍລິຫານໃຫ້ທະລຸລ່ວງ ແລະ ເປັນເອກະພາບຂອງລັດຖະບານ.

ບັນດາຜູ້ຊ່ຽວຊານດ້ານເສດຖະກິດເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈດ້ານເມືອງຢ່າງສູງ, ຄວາມມານະພະຍາຍາມອັນໃຫຍ່ຫລວງ, ການກະທຳຢ່າງຂ້ຽວຂາດຈາກລັດຖະບານ, ທຸກຂະແຫນງການ, ທຸກຂັ້ນ ກໍ່ຄືການເຂົ້າຮ່ວມຂອງທົ່ວສັງຄົມ, ເປົ້າໝາຍສະຖຽນລະພາບດ້ານເສດຖະກິດມະຫາພາກຈະໄດ້ຮັບປະກັນ, ທີ່ຕັ້ງບົດບາດຂອງຫວຽດນາມ ໃນແຜນທີ່ເສດຖະກິດໂລກ ນັບມື້ນັບໄດ້ຮັບການປັບປຸງ.

ຕອບກັບ

ຂ່າວ/ບົດ​ອື່ນ