ສ້າງໂຄງປະກອບລະບົບທະນາຄານຄືນໃຫມ່ໂດຍໄວ


(vovworld)- ໂດຍ​ປະ​ຕິ​ບັດ​ຈຸດ​ໝາຍ​ຕົ້ນ​ຕໍ​ແມ່ນ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ຄືນ​ໃຫມ່, ຄຽງ​ຄູ່​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຂອງ​ລັດ​ຄືນ​ໃຫມ່ ແລະ ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່, ການ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ​ຄື​ນ​ໃຫມ່ ພວມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ຜູ​້​ຊ່ຽວ​ຊານ​ເສດ​ຖະ​ກິດ​ວ່າ ມີ​ການ​ຫັນ​ປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ ແລະ ຕັ້ງ​ຫນ້າກວ່າ. ໃນ​ນັ້ນ ຈຸດ​ເດັ່ນ​ແມ່ນ​ບັນ​ດາ​ມາດ​ຕະ​ການ​ກ່ຽວ​ກັບ​ອັດ​ຕາ​ດອກ​ເບ້ຍ ແລະ ແກ້​ໄຂ​ຫນີ້​ເສຍ. ປີ 2015, ຂະ​ແຫນງ​ທະ​ນາ​ຄານ​ກຳ​ນົດ​ສຸມ​ໃສ່​ສ້າງ​ໂຄງ​ປະ​ກອບ​ທະ​ນາ​ຄານ​ຄືນ​ໃຫມ່ ແລະ ຖື​ວ່າ ນີ້​ແມ່ນ​ບາດ​ກ້າວ​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ, ປະ​ກອບ​ສ່ວນ​ຈຳ​ກັດ​ໄພ​ເງິ​ນ​ເຟີ້, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ.

ສ້າງໂຄງປະກອບລະບົບທະນາຄານຄືນໃຫມ່ໂດຍໄວ - ảnh 1
ພາບ​ປະ​ກອບ:vneconomy.vn

        ຕິດ​ຕາມ​ການ​ຜັນ​ແປ​ຂອງສະ​ພາບ​ການ​ໂລກ ແລະ ຈຸດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລັດ​ຖະ​ບານ, ໄລ​ຍະ​ຜ່ານ​ມາ, ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ, ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ອັດ​ຕ​າ​ດອກ​ເບ້ຍ ເພື່ອ​ກຳ​ນົດ​ທິດ, ຈັດ​ວາງ​ອັດ​ຕາ​ດອກ​ເບ້ຍ​ໃນ​ທ້ອງ​ຕະ​ຫລາດ, ຮັບ​ປະ​ກັນ​ການ​ເຕີບ​ໂຕ​ສິນ​ເຊື່ອ​​ຢູ່​ໃນ​ລະ​ດັບ​ເໝາະ​ສົມ ແລະ ຮັບ​ປະ​ກັນ​ປະ​ລິ​ມານ​ການ​ຊຳ​ລະ​ໃຫ້​ບັນ​ດາ​ອົງ​ການ​ສິນ​ເຊື່ອ. ພ້ອມ​ກັນ​ນັ້ນ, ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບຄືນ​ໃຫມ່ ແລະ ແກ້​ໄຂ​ຫນີ້​ເສຍ ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຕາມ​ຂັ້ນ​ຕອນ ດ້ວຍ​ບັນ​ດາ​ບາດ​ກ້າວ​ເໝາະ​ສົມ. ບັນ​ດາ​ມາດ​ຕະ​ການ​ຕັ້ງ​ຫນ້ານີ້ ໄດ້​ປະ​ກອບ​ສ່ວນ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ. ປີ 2014, ທະ​ນາ​ຄານ​ແຫ່ງ​ລັດ ໄດ້​ປະ​ຕິ​ບັດ​ການປັບ​ປຸງ​ຫລຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ​ໃຫ້​ເໝາະ​ສົມ​ກັບ​ການ​ຜັນ​ແປ​ຂອງ​ໄພ​ເງິນ​ເຟີ້, ຍ້ອນ​ເຫດນັ້ນ ຈຶ່ງ​ມີ​ການ​ຫນູນ​ຊ່ວຍ ແລະ ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກໃຫ້​ແກ່​ວິ​ສາ​ຫະ​ກິດ​ຢ່າງ​ທັນ​ການ. ມາ​ຮອດ​ປະ​ຈຸ​ບັນ, ອັດ​ຕາ​ດອກ​ເບ້ຍ​ເງິນ​ຝາກ ຫລຸດ​ລົງ 1,5-2%/ປີ, ອັດ​ຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ຫລຸດ​ລົງ​ປະ​ມານ 2%/ປີ. ນະ​ໂຍ​ບາຍ​ກ່ຽວ​ກັບ​ອັດ​ຕາ​ດອກ​ເບ້ຍ ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສິນ​ເຊື່ອ ລະ​ດົມ​ແຫລ່ງ​ທຶນ​ໄລ​ຍະ​ຍາວ ແລະ ເປັນ​ປົກ​ກະ​ຕິກວ່າ, ຫລຸດ​ຜ່ອນ​ຄວາມ​ຜິດ​ດ່ຽງການ​ກຳ​ນົດ​ເວ​ລາ ລະ​ຫວ່າງ​ຊັບ​ສິນ ແລະ ຫນີ້​ສິນ, ຊ່ວຍ​ໃຫ້​ການ​ຈັດ​ແບ່ງ​ທຶນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ນາງ ຫງວຽນ​ທິ​ຮົ່ງ, ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ບັນ​ດາ​ຕົວ​ເລກ​ຄາດ​ໝາຍທັງ​ໝົດ​ກ່ຽວ​ກັບ​ເງິນ​ຕາ​ຄື: ເຄື່ອງ​ມື​ຊຳ​ລະ, ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ, ອັດ​ຕາ​ດອກ​ເບ້ຍ​ສືບ​ຕໍ່​ຫລຸດ​ລົງ​, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ເປັນ​ປົ​ກ​ກະ​ຕິ, ການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ, ສິນ​ເຊື່ອ​ປະ​ຕິ​ບັດ​ຕາມ​ການ​ກຳ​ນົດ​ທິດ​ທີ່​ໄດ້ວາງ​ອອກ, ນະ​ໂຍ​ບາຍ​ເງິນ​ຕາ ໄດ້​ປະ​ກອບ​ສ່ວນ​ຄວບ​ຄຸມ​ໄພ​ເງິ​ນ​ເຟີ້, ຮັກ​ສາ​ເສດ​ຖະ​​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ ແລະ ຫນູນ​ຊ່ວຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ​ຜ່ານ​ມາ​ໃຫ້ບັນ​ລຸ​ລະ​ດັບ 5,93% ສູງກວ່າ​ລະ​ດັບ ທີ​່​ວາງ​ອອກ​ແມ່ນ 5,8%. ນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ໃຫ້​ ບັນ​ດາ​ບໍ​ລິ​ສັດ​ຈັດ​ອັນ​ດັບສາ​ກົນຍົກລະ​ດັບ​ຄວາມ​ໄວ້​ວາງໃຈ​​ແກ່ໃຫ້​ຫວຽດ​ນາມໃນ​ໄລ​ຍະ​ຜ່ານ​ມາ.”

        ຄ​ຽງ​ຄູ່​ກັບ​ນະ​ໂຍ​ບາຍ, ມາດ​ຕະ​ການ ກ່ຽວ​ກັບ​ອັດ​ຕາ​ດອກ​ເບ້ຍ, ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ​ຄືນ​ໃຫມ່ ແລະ ​ການແກ້​ໄຂ​ຫນີ້​ເສຍ ແມ່ນ​ຈຸດ​ຕັ້ງ​ຫນ້ານັ້ນ. ມາ​ຮອດ​ປະ​ຈຸ​ບັນ, ທະ​ນາ​ຄານ​ແຫ່ງ​ລັດ ໄດ້​ຄວບ​ຄຸມ​ຄື​ນ​ສະ​ພາບ​ການ​ຂອງ​ທະ​ນາ​ຄານ​ທີ່​ອ່ອນ​ດ້ອ​ຍ​ຈຳ​ນວນ​ຫນຶ່ງ, ຊັບ​ສິນ​ຂອງ​ລັດ, ສິ​ດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ຝາກ​ເງິນ​ ໄດ້​ຮັບ​ປະ​ກັນ, ຄ່ອຍໆ​ປະ​ຕິ​ບັດ​ຕາມ​ທຳ​ນຽມ​ສາ​ກົນ. ບົນ​ພື້ນ​ຖານນີ້ ບັນ​ດາ​ອົງ​ການ​ສາ​ກົນ Moody Fitch ໄດ້​ຍົກ​ລະ​ດັບ​ໄວ້​ວາງ​ໃຈຂອງ​ຫວຽດ​ນາມ,ຮັບ​ຮູ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິຂອງ​ຫວຽດ​ນາມ​, ຄວາມ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ຄຸນ​ນະ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເຄື່ອນ​ໄຫວ ແລະ ລັກ​ສະ​ນະ​ໂປ່ງ​ໃສ​ຂອງ​ບັນ​ດາ​ທະ​ນາ​ຄານ​ການ​ຄ້າ. ທ່ານ ຫງວຽນ​ກວກ​ຮຸ່ງ, ປະ​ທານ​ສະ​ພາ​ສະ​ມາ​ຊິກ ບໍ​ລິ​ສັດ​ຄຸ້ມ​ຄອງ​ບັນ​ດາ​ອົງ​ການ​ສິນ​ເຊື່ອ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ ສືບ​ຕໍ່​ຫນ້າ​ທີ່​ຂອງ​ຕົນ​ດ້ວຍ​ທຸກ​ມາດ​ຕະ​ການ​ຊື້​ຫນີ້​ເສຍ​ຢ່າງ​ໄວ ແລະ ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ, ມີ​ຄ​ຸນ​ນະ​ພາບ. ຄຽງ​ຄູ່​ກັນ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​​ຍັງສ້າງ​ໂຄງ​ປະ​ກອບ​ຫນີ້​ຄືນ​ໃຫມ່​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ອົງ​ການ​ສິນ​ເຊື່ອ, ​ແຕ່​ຕ້ອງແກ້​ໄຂ​ບັນ​ດາ​ບ້ວງ​ຫນີ​້ເຮັດ​ແນວ​ໃດ​ໃຫ້​ຖືກ​ກັບ​ຈຸດ​ປະ​ສົງ​ຂອງ​ຕົນ ແມ່ນ​ຊື້​ຫນີ້​ເສຍ​ໃຫ້​ບໍ​ລິ​ສັດ, ແກ້​ໄຂ​ບັນ​ດາ​ບ້ວງ​ຫນີ້​ເສຍ​ຜ່ານ​ການ​ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່.”

        ໃນ​ປີ 2015, ສອງ​ບັນ​ຫາ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່ ແລະ ແກ້​ໄຂ​ຫນີ້​ເສຍ​ໄດ້​ຮັບ​ການ​ກຳ​ນົດ​ວ່າ​ແມ່ນ​ຫນ້າ​ທີ່​ຈຸດ​ສຸມ​ຂອງ​ຂະ​ແຫນງ​ທະ​ນາ​ຄານ. ຕາມນັ້ນ​ແລ້ວ, ທະ​ນາ​ຄານ​ແຫ່ງ​ລັດ ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ເພື່ອ​ແກ້​ໄຂ​ບັນ​ດາ​ທະ​ນາ​ຄານ​ອ່ອນ​ດ້ອຍ​ຢ່າງ​ເຖິງ​ຖອງ ແລະ ບັນ​ດາ​ອົງ​ການ​ສິນ​ເຊື່ອ​ໃຫຍ່ ຈະ​ພ້ອມ​ກັນ​ເຂົ້າ​ຮ່ວມ​ວິ​ວັດ​ການນີ້. ທ່ານ ຫງວຽນ​ວັນ​ບີງ, ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ດ້ວຍ​ບັນ​ດາ​ຫນ້າ​ທີ່​​ຕົວ​ເລກຄາດ​ໝາຍ​ຊື່ງ​ພັກ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ໄດ້​ວາງ​ອອກ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ເວົ້າ​ລວມ ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ການ​ເຕີບ​ໂຕ​ສິນ​ເຊື່ອ ອາດ​ຈະ​ເພີ່ມ​ຂຶ້ນ​ສູງ ເວ​ລານັ້ນ ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ທຶນ​ຮອນ ຈະ​ເພີ່ມ​ຂຶ້ນ ແລະ ກຳ​ລັງ​ດັນ​ເພີ່ມ​ອັດ​ຕາ​ດອກ​ເບ້ຍ​​ກໍ​ສູງຂຶ້ນ, ສະ​ນັ້ນ ທະ​ນາ​ຄານ​ແຫ່ງ​ລັດ ກຳ​ນົດ ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ ແລະ ການ​ສະ​ຫນອງ​ສິນ​ເຊື່ອ​ຕ້ອງ​ມີ​ຄວາ​ມ​ໄຫວ​ພິບ ເພື່ອ​ຈຸດ​ໝາຍ​ຄວບ​ຄຸ​ມ​ໄພ​ເງິນ​ເຟີ້ ແລະ ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົ​ກ​ກະ​ຕິ.”

        ຕາມ​ຜູ້​ວ່າ​ການ​ທະ​ນາ​ຄ​ານ​ແຫ່ງ​ລັດ​ຫວຽດ​ນາມ ແລ້ວ, ມາ​ຮອດ​ປະ​ຈຸ​ບັນ ລະ​ບົບ​ອົງ​ການ​ສິນ​ເຊື່ອ ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ 2 ຂອງວິ​ວັດ​ການ​ສັບ​ຊ້ອນ ແລະ ສ້າງ​ໂຄງ​ປະ​ກອບ​​ຄືນ​ໃຫມ່ . ທະ​ນາ​ຄານ​ແຫ່ງ​ລັດ ກໍ​ຢືນ​ຢັນ​ຄືນ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ຍູ້​ໄວ​ການ​ເຄື່ອນ​ໄຫວ​ໂຮມ​ເຂົ້າ​ເປັນ​ຫນຶ່ງ​ດຽວ, ຊຶ້ື້​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ບົນ​ພື້ນ​ຖານ​ສະ​ໝັກ​ໃຈ ແລະ ຖືກ​ກັບ​ກົດ​ໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ