ຫາຍຟ່ອງສູ້ຊົນຮັກສາທີ່ຕັ້ງແຖວໜ້າກ່ຽວກັບການດຶງດູດທຶນ FDI

(VOVWORLD) -ໃນການແກ່ງແຍ້ງຢ່າງແຂງແຮງຂອງບັນດາທ້ອງຖິ່ນຢູ່ 3 ຫຼ່ຽມເສດຖະກິດ ຮ່າໂນ້ຍ-ຫາຍຟ່ອງ-ກວາງນິງນັ້ນ, ນະຄອນຫາຍຟ່ອງພວມຜັນຂະຫຍາຍຫຼາຍມາດຕະການແກ້ໄຂເພື່ອຮັກສາທີ່ຕັ້ງແຖວໜ້າກ່ຽວກັບການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ທີ່ໄດ້ບັນລຸໃນປີ 2016
ຫາຍຟ່ອງສູ້ຊົນຮັກສາທີ່ຕັ້ງແຖວໜ້າກ່ຽວກັບການດຶງດູດທຶນ FDI  - ảnh 1ພິທີເປີດໂຄງການLG Display ຫວຽດນາມ ຫາຍຟ່ອງ 

ຕາມຂໍ້ມູນຈາກພະແນກແຜນການ ແລະ ການລົງທຶນນະຄອນຫາຍຟ່ອງ, ຍອດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ທີ່ນະຄອນຫາຍຟ່ອງບັນລຸນັບແຕ່ຕົ້ນປີມານີ້ ແມ່ນກວ່າ 1 ຕື້ USD ດ້ວຍຈຳນວນໂຄງການໃໝ່ 47 ໂຄງການ ແລະ ໂຄງການດັດປັບ 35 ໂຄງການ. ໃນຈຳນວນບັນດານັກລົງທຶນໃນປີ 2017, ມີບັນດານັກລົງທຶນທີ່ມາຈາກບັນດາປະເທດ ແລະ ພື້ນຖານເສດຖະກິດໃຫຍ່ທີ່ມີລະດັບວິທະຍາສາດເຕັກໂນໂລຢີທີ່ທັນສະໄໝ.

    ກ່ອນໜ້ານັ້ນ, ໃນປີ 2016 ດ້ວຍການດຶງດູດທຶນ FDI ໄດ້ເກືອບ 3 ຕຶ້ USD, ຫາຍຟ່ອງໄດ້ຢືນອັນດັບທີ 2 ໃນທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI). ບັນດາໂຄງການທີ່ມີເງິນລົງທຶນກ້ອນໃຫຍ່ ແລະ ເຕັກໂນໂລຢີທັນສະໄໝຄື : ໂຄງການທີ່ມີມູນຄ່າ 1,5 ຕື້ USD ຂອງບໍລິສັດ LG Display , ໂຄງການ ທີ່ມີມູນຄ່າ 550 ລ້ານ USD ຂອງບໍລິສັດ LG Innotek… ໄດ້ປະກົດຕົວຢູ່ຫາຍຟ່ອງ. ບັນດານັກລົງທຶນໄດ້ເລືອກເອົາຫາຍຟ່ອງເພາະວ່າ ດິນແດນແຫ່ງນີ້ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ. ທ່ານນາງ ເຈີນທຸ່ຍຈາງ, ຮອງຜູ້ອຳນວຍການບໍລິສັດ Jasan ຫວຽດນາມຈຳກັດ ຊຶ່ງມີໂຮງງານ 2 ແຫ່ງຜະລິດຖົງຕີນຄຸນນະພາບສູງຢູ່ຫວຽດນາມໃຫ້ຮູ້ວ່າ : 

    “ ນັບແຕ່ຊຸມມື້ທຳອິດໄດ້ຮັບການສ້າງຕັ້ງຕະຫຼອດຮອດເວລາສົ່ງສິນຄ້າງວດທຳອິດໄປຂາຍໃຫ້ຕ່າງປະເທດນັ້ນ, ທາງບໍລິສັດລ້ວນແຕ່ໄດ້ຮັບຄວາມສະດວກ ແລະ ບໍ່ປະສົບຄວາມຫຍຸ້ງຍາກແຕ່ຢ່າງໃດ. ປະຈຸບັນ, ພວກຂ້າພະເຈົ້າມີກຳມະກອນເຖິງ 1500 ຄົນ. ແຜນການແມ່ນຮອດທ້າຍປີ 2018, ຈຳນວນກຳມະກອນຈະເພີ່ມຂຶ້ນເຖິງ 3000 ຄົນ. ບໍລິສັດ Jasan 1 ໄດ້ເຂົ້າສູ່ການຜະລິດເມື່ອປີ 2015, ສ່ວນ ບໍລິສັດ Jasan 2 ເລີ່ມເຄື່ອນໄຫວນັບແຕ່ປີ 2017, ແລະ ບໍລິສັດ Jasan 3 ແມ່ນໃນປີ 2018. ໃນ 3 ປີທີ່ຈະມາເຖິງ, ສືບຕໍ່ເປີດກ້ວາງ, ຍົກມູນຄ່າການລົງທຶນຢູ່ຫາຍຟ່ອງໃນປະຈຸບັນຂຶ້ນເປັນ 50 ລ້ານ USD . ແຜນການຂອງ ບໍລິສັດ Jasanແມ່ນຍົກມູນຄ່າການລົງທຶນຂຶ້ນຢູ່ຫວຽດນາມຂຶ້ນເຖິງ 120 ລ້ານ USD ໃນຊຸມປີທີ່ຈະເຖິງ. ຂ້າພະເຈົ້າເຊື່ອແນ່ວ່າ ການເລືອກເຟັ້ນເອົາຫາຍຟ່ອງ ແມ່ນທິດກ້າວເດີນອັນຖືກຕ້ອງຂອງກຸ່ມບໍລິສັດ Jasan  ”

    ປະຈຸບັນ, ໃນບໍລິເວນນະຄອນຫາຍຟ່ອງ ມີເຖິງ 36 ປະເທດ ແລະ ເຂດແຄ້ວນເຂົ້າມາລົງທຶນ. ໃນນັ້ນ, ສ.ເກົາຫຼີແມ່ນປະເທດນຳໜ້າກ່ຽວກັບຍອດທຶນຈົດທະບຽນຄື 5,38 ຕື້ USD ດ້ວຍ 100 ໂຄງການລົງທຶນ. ຢືນອັນດັບ 2 ແມ່ນຍີປຸ່ນ ດ້ວຍຍອດທຶນຈົດທະບຽນຄື 3,78 ຕື້ USD ດ້ວຍ 132 ໂຄງການລົງທຶນ.

    ດ້ວຍຍຸດທະສາດທີ່ຈະແຈ້ງ, ຫາຍຟ່ອງພວມປະຕິບັດຫຼາຍມາດຕະການດຶງດູດການລົງທຶນທີ່ມີລັກສະນະສັງລວມ, ຮອບດ້ານເຊັ່ນ: ປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວໄລຍະ 2014-2020, ສຸມແຫຼ່ງເງິນລົງທຶນຈາກງົບປະມານໃຫ້ແກ່ບັນດາກິດຈະກຳ, ໂຄງການຈຸດສຸມ, ພິເສດແມ່ນບັນດາໂຄງການລົງທຶນກໍ່ສ້າງໃໝ່ ແລະ ຍົກລະດັບພື້ນຖານໂຄງລ່າງເຕັກນິກ, ແກ້ໄຂບັນດາຈຸດແອອັດທາງຄົມມະນາຄົມ, ເປີດກ້ວາງເຄືອຂ່າຍຄົມມະນາຄົມເຊື່ອມຕໍ່ລະຫວ່າງເຂດ.

    ຫາຍຟ່ອງຍັງປະຕິບັດການສົ່ງເສີມການລົງທຶນຕາມເປົ້າໝາຍ. ກຳນົດບັນດາຄູ່ຮ່ວມມືຍຸດທະສາດກ່ຽວກັບການລົງທຶນ, ຕະຫຼາດຈຸດສຸມຊຶ່ງລວມທັງບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນທີ່ມາຈາກຍີປຸ່ນ, ສກເກົາຫຼີ, ອາເມລິກາ ແລະ ກຳນົດທິດການລົງທຶນໂດຍມີການເລືອກເຟັ້ນ, ເພີ່ມທະວີການດຶງດູດການລົງທຶນໃນບັນດາຂົງເຂດການຜະລິດທີ່ນຳໃຊ້ເຕັກໂນໂລຢີສູງ. ນີ້ແມ່ນວິທີການແກ້ໄຂເພື່ອໃຫ້ນະຄອນຫາຍຟ່ອງກາຍເປັນຕ່ອງໂສ້ໃນລະບົບການຜະລິດທົ່ວໂລກ, ຈາກນັ້ນ ສ້າງຄວາມສະຫງົບຂອງຕະຫຼາດສິນຄ້າ ແລະ ດຶງດູດແຫຼ່ງທຶນເພື່ອພັດທະນາແບບຍືນຍົງ. ທ່ານ ເລຈຸງກຽນ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫາຍຟ່ອງ ໃຫ້ຮູ້ວ່າ : 

       “ ທາງນະຄອນໄດ້ເລືອກເອົາຫົວເລື່ອງປີ 2017 ແມ່ນປົວແປງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ. ພວກຂ້າພະເຈົ້າສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ບັນດາລະບຽບການທີ່ກ່ຽວຂ້ອງເຖິງ ສະພາບແວດລ້ອມແຫ່ງການລົງທຶນ, ລະບຽບການທີ່ກ່ຽວຂ້ອງເຖິງການບຸກເບີກພື້ນທີ່ ແລະ ໜູນຊ່ວຍວິສາຫະກິດໃນລະດັບສູງສຸດ. ທາງນະຄອນກໍໄດ້ປະກາດໃຊ້ບັນດານະໂຍບາຍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບັນດານັກລົງທຶນຄື: ປົວແປງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຈຳກັດເວລາເຮັດລະບຽບການ…. ”

   ດ້ວຍບັນດາ ມາດຕະການດຶງດູດການລົງທຶນທີ່ມີລັກສະນະສັງລວມ, ຈາກການປ່ຽນແປງໃໝ່ລະບອບລະບຽບການ, ປົວແປງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ , ຕະຫຼອດຮອດການ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດນັ້ນ, ນະຄອນຫາຍຟ່ອງພວມສະແດງໃຫ້ເຫັນການຫັນປ່ຽນຢ່າງແຂງແຮງ ບໍ່ພຽງແຕ່ມຸງໄປສູ່ເປົ້າໝາຍຮັກສາທີ່ຕັ້ງແຖວໜ້າກ່ຽວກັບການດຶງດູດທຶນ FDI ເທົ່ານັ້ນ, ຫາກຍັງເພື່ອມຸ່ງໄປສູ່ໂລກພາຍນອກ, ປະຕິບັດຕາມຄວາມຫວັງ ແລະ ຄວາມຕັດສິນໃຈທາງດ້ານການເມືອງຂອງອຳນາດການປົກຄອງ ແລະ ປະຊາຊົນນະຄອນທ່າກຳປັ່ນຫາຍຟ່ອງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ