ຮ່າໂນ້ຍ ໝູນໃຊ້ທ່າໄດ້ປຽບ, ພັດທະນາຜະລິດຕະພັນທ່ອງທ່ຽວຍາມກາງຄືນ

(VOVWORLD) -ໄລ່ຮອດໝົດເດືອນ ພະຈິກ, ນະຄອນຫລວງຮ່າໂນ້ຍ ໄດ້ຕ້ອນຮັບນັກທ່ອງທ່ຽວ 22,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 32,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລວມຍອດລາຍຮັບຈາກນັກທ່ອງທ່ຽວຄາດວ່າບັນລຸປະມານ 84.250 ຕື້ດົ່ງ (ກວ່າ 3.46 ຕື້ USD), ເພີ່ມຂຶ້ນ 58.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເພື່ອສືບຕໍ່ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາ ຮ່າໂນ້ຍ ໃນໄລຍະຈະມາເຖິງ, ຂະແຫນງທ່ອງທ່ຽວຂອງນະຄອນໄດ້ ແລະ ພວມຜັນຂະຫຍາຍບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນນອກຈາກນຳເອົາການບໍລິການທີ່ຫຼາກຫຼາຍ, ເປັນເອກະລັກ ແລະ ມີຄຸນນະພາບມາໃຫ້ນັກທ່ອງທ່ຽວແລ້ວ, ການພັດທະນາການທ່ອງທ່ຽວກາງຄືນຍັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງ.

ຮ່າໂນ້ຍ ໝູນໃຊ້ທ່າໄດ້ປຽບ, ພັດທະນາຜະລິດຕະພັນທ່ອງທ່ຽວຍາມກາງຄືນ - ảnh 1ລາຍການສະແດງສິລະປະ ກ່ຽວກັບສິ່ງຍອດຢ້ຽມຂອງວັດທະນະທຳ ພາກເຫນືອ ໄດ້ດຶງດູດແຂກມາຊົມເປັນຈຳນວນຫລວງຫລາຍ. ພາບ:qdnd.vn
 
 

ໃນເດືອນກໍລະກົດ ປີ 2020, ທ່ານ ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 1129/ຕລ-ນຍ ຮັບຮອງເອົາແຜນຮ່າງພັດທະນາເສດຖະກິດກາງຄືນຢູ່ ຫວຽດນາມ, ໃນນັ້ນ ໄລຍະທຳອິດແມ່ນສຸມໃສ່ພັດທະນາການທ່ອງທ່ຽວ. ຮ່າໂນ້ຍ ໄດ້ຮັບການຄັດເລືອກເປັນໜຶ່ງໃນບັນດາທ້ອງຖິ່ນປະຕິບັດທົດລອງ. ເມື່ອທຽບໃສ່ກັບບັນດາທ້ອງຖິ່ນອື່ນ, ຮ່າໂນ້ຍ ມີທ່າໄດ້ປຽບຫຼາຍຢ່າງໃນການພັດທະນາການທ່ອງທ່ຽວຍາມກາງຄືນ, ຄື: ລະບົບມໍລະດົກ, ປູຊະນີຍະສະຖານທີ່ໃຫຍ່ໂຕ, ພ້ອມກັບລະບົບບັນດາຄຸນຄ່າວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະ. ນອກນັ້ນ, ຮ່າໂນ້ຍ ຍັງມີລະບົບພື້ນຖານດ້ານວັດຖຸສະດວກ ເພື່ອຮັບໃຊ້ຄວາມຕ້ອງການດ້ານການບັນເທິງ, ອາຫານການກິນ, ໄປຊື້ເຄື່ອງຂອງ, ພັກຜ່ອນ; ພື້ນຖານໂຄງລ່າງເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວ, ສະຖານທີ່ຢ້ຽມຊົມຫລາຍແຫ່ງ ແລະ ບັນດາການເຄື່ອນໄຫວເສດຖະກິດກາງຄືນ ກໍ່ມີຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ. ຮ່າໂນ້ຍ ຍັງມີຫຼາຍບ່ອນເພື່ອພັດທະນາການທ່ອງທ່ຽວໃນຕອນກາງຄືນ, ນັບທັງພື້ນທີ່ຊຸມຊົນພາຍໃນເຂດຕົວເມືອງ ແລະ ຊານເມືອງ ແລະກຸ່ມສະຖານທີ່ລະຫລິ້ນ ບັນເທີງຢູ່ຕ່າງຫາກ. ທ່ານ ຮອງສາດສະດາຈານ, ປອ ບຸ່ຍວ່າຍເຊີນ, ກຳມະການຜູ້ປະຈຳການ ກຳມາທິການວັດທະນະທຳ, ການສຶກສາ ຂອງສະພາແຫ່ງຊາດ ຫວຽດນາມ ຖືວ່າ:

ເສດຖະກິດກາງຄືນມີບົດບາດສໍາຄັນຫຼາຍໃນການພັດທະນາການທ່ອງທ່ຽວ. ສະນັ້ນ, ຖ້າແກ້ໄຂບັນດາບັນຫາທີ່ຕິດຂັດກ່ຽວຂ້ອງເຖິງດ້ານເສດຖະກິດກາງຄືນ ໄດ້, ກໍ່ຈະສ້າງເປັນການຍູ້ແຮງ ແລະ ກຳລັງແຮງໃໝ່ໃຫ້ແກ່ການພັດທະນາການທ່ອງທ່ຽວໃນທົ່ວປະເທດ ເວົ້າລວມ, ພິເສດແມ່ນນະຄອນຮ່າໂນ້ຍ ເມື່ອຮ່າໂນ້ຍ ກາຍເປັນນະຄອນປະດິດສ້າງໃນເຄືອຂ່າຍນະຄອນປະດິດສ້າງຂອງ UNESCO. ຮ່າໂນ້ຍ ກໍ່ວາງຈຸດສຸມໃນການໂຄສະນາຄຸນຄ່າວັດທະນະທຳ. ຍ້ອນເຫດນັ້ນ, ໄລຍະຜ່ານມາ, ຮ່າໂນ້ຍ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການພັດທະນາເສດຖະກິດກາງຄືນ, ຜ່ານນັ້ນ ກໍ່ໄດ້ສ້າງທ່າໄດ້ປຽບໃຫ້ແກ່ການພັດທະນາຂອງນະຄອນຫຼວງ ຈາກຄວາມສາມາດບົ່ມຊ້ອນຂອງເສດຖະກິດກາງຄືນ.

ການປະຕິບັດການທ່ອງທ່ຽວໃນຍາມກາງຄືນຢູ່ ຮ່າໂນ້ຍ ໃນໄລຍະຜ່ານມາ ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນໃນເບື້ອງຕົ້ນ. ຢູ່ບັນດາຖະໜົນ ໃນຍາມກາງຄືນທີ່ມີຊື່ສຽງຂອງຮ່າໂນ້ຍ... ໄດ້ ແລະ ພວມດຶງດູດນັກທ່ອງທ່ຽວມາສຳຜັດກັບຊີວິດໃນຍາມກາງຄືນທີ່ຟົດຟື້ນ. ຕໍ່ຈາກຜົນສຳເລັດນັ້ນ, ເດືອນ ພະຈິກ ຜ່ານມາ, ພະແນກ ທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ຮວ່ານກຽມ ຈັດຕັ້ງພິທີເປີດຕົວ 15 ຜະລິດຕະພັນການທ່ອງທ່ຽວກາງຄືນ ຮ່າໂນ້ຍ. ສິ່ງທີ່ພິເສດແມ່ນບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນແມ່ນສຸມໃສ່ຂຸດຄົ້ນບັນດາມໍລະດົກອະລິຍະທຳນັບພັນປີ ທັງລອງ - ຮ່າໂນ້ຍ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຢາກໃຫ້ນັກທ່ອງທ່ຽວຮູ້ສຶກໄດ້ເຖິງຕອນຄ່ຳຢູ່ ຮ່າໂນ້ຍ ແມ່ນສວຍງາມແນວໃດ, ຢາກໃຫ້ນັກທ່ອງທ່ຽວຢູ່ທຸກແຖບຖິ່ນຂອງປະເທດ ແລະ ນັກທ່ອງທ່ຽວສາກົນມາ ຮ່າໂນ້ຍ ມີຄວາມຮັກແພງຕໍ່ຮ່າໂນ້ຍ ຫລາຍກວ່າເກົ່າ ແລະ ຮູ້ສຶກເຖິງບັນຍາກາດຍາມກາງຄືນຂອງຮ່າໂນ້ຍ, ມັນແຕກຕ່າງກັບຕອນກາງເວັນ. ໃນຍາມກາງເວັນ, ຮ່າໂນ້ຍ ແມ່ນສະຖານທີ່ທີ່ຄຶກຄື້ນ, ເປັນນະຄອນທີ່ມີປູຊະນີຍະສະຖານ, ມໍລະດົກຫລາຍແຫ່ງ ແລະ ມີວັດທະນະທຳທີ່ອຸດົມສົມບູນ. ໃນຕອນກາງຄືນ, ພວກເຮົາຈະເຫັນພື້ນທີ່ທີ່ແຕກຕ່າງກັນ, ເປັນບ່ອນສະຫງົບງຽບ, ແຕ່ກໍ່ມີສະຖານທີ່ຟົດຟື້ນທີ່ສຸດ.

ຮ່າໂນ້ຍ ໝູນໃຊ້ທ່າໄດ້ປຽບ, ພັດທະນາຜະລິດຕະພັນທ່ອງທ່ຽວຍາມກາງຄືນ - ảnh 2ເຂດຄຸ້ມຖະຫນົນເກົ່າ ແລະ ອ້ອມໜອງ ຮວ່ານກ໋ຽມ ໄດ້ຮັບຖືວ່າແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍໃນໄລຍະຜ່ານມາ. ພາບ:hanoimoi.vn

ຕາມການຕີລາຄາຂອງ ພະແນກທ່ອງທ່ຽວ ຮ່າໂນ້ຍ, ເຂດຄຸ້ມຖະຫນົນເກົ່າ ແລະ ອ້ອມໜອງ ຮວ່ານກ໋ຽມ ໄດ້ຮັບຖືວ່າແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍໃນໄລຍະຜ່ານມາ. ເຂດນີ້ເຕົ້າໂຮມຫລາຍຮ້ານອາຫານ, ໂຮງແຮມ, ການບໍລິການຊື້ເຄື່ອງຂອງ, ສະຖານທີ່ບັນເທິງໃນຍາມກາງຄືນ ແລະ ທ້າຍອາທິດ, ໄດ້ປະກອບສ່ວນເພີ່ມທະວີຄວາມດຶງດູດໃຫ້ແກ່ການທ່ອງທ່ຽວຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານ ຟ້າມຕວນລອງ, ປະທານຄະນະກຳມະການປະຊາຊົນເມືອງ ຮວ່ານກ໋ຽມ ໃຫ້ຮູ້ວ່າ:

ນັກທ່ອງທ່ຽວຕ່າງປະເທດມັກຂຶ້ນແຜນພັກຢູ່ບໍລິເວນເມືອງ ຮວ່ານກຽມ ໃນໄລຍະດຳເນີນກິດຈະກຳຢູ່ຖະໜົນຄົນຍ່າງ. ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຊຸກຍູ້ຄວາມຕ້ອງການດ້າຍການທ່ອງທ່ຽວ. ບົດບາດ ແລະ ການປະກອບສ່ວນຂອງບັນດາຮູບແບບຢູ່ຖະໜົນຄົນຍ່າງ ເມືອງ ຮວ່ານກ໋ຽມ ສຳລັບການທ່ອງທ່ຽວ ນະຄອນຫຼວງ ແມ່ນໃຫຍ່ຫຼວງ. ໄດ້ມີຫຼາຍຮູບແບບ, ການພົບປະແລກປ່ຽນວັດທະນະທຳ ແລະ ກິດຈະກຳ ໄດ້ຈັດຂຶ້ນຢູ່ສະຖານທີ່ເຫຼົ່ານີ້.

ຮ່າໂນ້ຍ ວາງຄາດໝາຍຕ້ອນຮັບນັກທ່ອງທ່ຽວປະມານ 25,5 ລ້ານເທື່ອຄົນໃນປີຫນ້າ, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ປີນີ້. ເພື່ອບັນລຸໃຫ້ໄດ້ສິ່ງນັ້ນ, ການພັດທະນາເສດຖະກິດໃນຍາມກາງຄືນແມ່ນມາດຕະການທີ່ສໍາຄັນ. ການສ້າງເຂດວັດທະນະທຳ ແລະ ການອອກແບບບັນດາລາຍການທ່ອງທ່ຽວໃໝ່ຈາກບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນບໍ່ພຽງແຕ່ສ້າງຄວາມມ່ວນຊື່ນ ບັນເທິງເທົ່ານັ້ນ ຫາກຍັງສ້າງຜະລິດຕະພັນໃຫມ່ອ່ຽມທີ່ແຕກຕ່າງເມື່ອທຽບໃສ່ການທ່ອງທ່ຽວແບບດັ້ງເດີມ, ຜ່ານນັ້ນ ກໍ່ປະກອບສ່ວນສ້າງປະສິດທິຜົນສູງໃນຍຸດທະສາດພັດທະນາເສດຖະກິດກາງຄືນຂອງ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ