ເຊື່ອມຕໍ່ ນະຄອນຫລວງ ກັບ ຕາຫນ່າງຕົວເມືອງອັດສະລິຍະເທື່ອລະກ້າວ

(VOVWORLD) -ນະຄອນ ຮ່າໂນ້ຍ ວາງເປົ້າໝາຍສູ້ຊົນຮອດປີ 2025 ແມ່ນນອນໃນກຸ່ມບັນດາທ້ອງຖິ່ນນຳຫນ້າທົ່ວປະເທດກ່ຽວກັບການຫັນເປັນດິຈີຕອນ. ຮອດປີ 2030 ຮ່າໂນ້ຍ ຈະສ້າງເຄືອຂ່າຍຕົວເມືອງອັດສະລິຍະໃນພາກພື້ນ ແລະ ໃນໂລກ. ເພື່ອສຳເລັດເປົ້າໝາຍນີ້ ນະຄອນໄດ້ຜັນຂະຫຍາຍການຫັນເປັນດິຈີຕອນເທື່ອລະກ້າວ ແລະ ປະຊາຊົນ ນະຄອນຫລວງ ພວມຊົມໃຊ້ບັນດາໝາກຜົນຈາກວິວັດການນີ້.

ເຊື່ອມຕໍ່ ນະຄອນຫລວງ ກັບ ຕາຫນ່າງຕົວເມືອງອັດສະລິຍະເທື່ອລະກ້າວ - ảnh 1ບັນດາວິສາຫະກິດໂທລະຄົມມະນາຄົມກຽມພ້ອມພື້ນຖານໂຄງລ່າງດິຈີຕອນ ແລະຮັບປະກັນຄວາມໝັ້ນຄົງໃຫ້ແກ່ວິວັດການຫັນເປັນດິຈີຕອນ. Cao Hưng/ tuoitrethudo.com.vn
 

ໃນການປະຕິບັດບັນດາລະບຽບການບໍລິຫານ, ປະຈຸບັນ ປະຊາຊົນ ຮ່າໂນ້ຍ ໄດ້ລຶ້ງເຄີຍກັບການນຳໃຊ້ການບໍລິການທາງເອເລັກໂຕນິກແທນທີ່ມາເຮັດລະບຽບການໂດຍກົງ. ໂປຼແກມ VneID ໂດຍກະຊວງຕຳຫລວດ ຜັນຂະຫຍາຍບົນພື້ນຖານໂປຼແກຼມຂໍ້ມູນປະຊາກອນ ແລະ ບັດປະຈຳຕົວປະຊາຊົນ (ID) ໂດຍໄດ້ນຳເອົາໃຊ້ທົ່ວໄປ. ການໝູນໃຊ້ໂປຼແກມນີ້ທາງປະຕູຖານບໍລິການສາທາລະນະແຫ່ງຊາດ, ປະຊາຊົນ ສາມາດເຮັດລະບຽບການຂໍຫນັງສືຜ່ານແດນແບບທາງໄກ. ເອື້ອຍ ມາຍດັ້ງແທງແທງ ຢູ່ ເມືອງ ເກົ່າໄຢ ຮ່າໂນ້ຍ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າເຫັນວ່າ ໂປຼແກມ Vneid ໄດ້ນຳໃຊ້ທົ່ວໄປ, ໃຊ້ງ່າຍ ແລະ ໄວ. ບໍ່ເສຍເວລາຫລາຍ.

ການເຄື່ອນໄຫວກວດປິ່ນປົວພະຍາດນຳໃຊ້ບັດປະຈຳຕົວຕິດ Chip ຢູ່ ໂຮງໝໍຫລາຍຂະແຫນງ ກວັກອວາຍ ໄດ້ນຳມາເຊິ່ງຄວາມສະດວກບໍ່ພຽງແຕ່ໃຫ້ແກ່ຄົນເຈັບເທົ່ານັ້ນ ຫາກຍັງນັບທັງແພດໝໍ, ທ່ານໝໍອີກດ້ວຍ. ເອື້ອຍ ຈູທິມາຍຮວາ, ພະແນກກວດພະຍາດ ໂຮງໝໍຫລາຍຂະແຫນງ ກວັກອວາຍ ໃຫ້ຮູ້ວ່າ:

           “ສຳລັບພະຍາບານ ສິ່ງນີ້ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າຫລຸດຜ່ອນຂັ້ນຕອນປຽບທຽບບັດສຸຂະພາບ ແລະ ບັດປະຈຳຕົວ ເພື່ອເອົາບັດຄິວໃຫ້ຄົນເຈັບ, ຍ້ອນເຫດນັ້ນ ເວລາລໍຖ້າຂອງຄົນເຈັບຈະຫລຸດລົງ.

ການນຳໃຊ້ບັດປະຈຳຕົວຕິດ Chip ໃນການກວດປິ່ນປົວພະຍາດດ້ວຍການນຳໃຊ້ບັດປະກັນສຸຂະພາບໃຫ້ແກ່ປະຊາຊົນ ຍັງຊ່ວຍໃຫ້ອົງການຄຸ້ມຄອງປະຢັດລາຍຈ່າຍອອກບັດປະກັນສຸຂະພາບ, ຄຸ້ມຄອງບັດປະກັນສຸຂະພາບ. ປະຈຸບັນ ມີ 573/736 ຮາກຖານກວດປິ່ນປົວພະຍາດໃນທົ່ວນະຄອນ ໄດ້ນຳໃຊ້ຮູບການນີ້. ທ່ານນາງ ຫງວຽນທິຕ໊າມ, ຮອງຫົວຫນ້າພະແນກປະກັນສຸຂະພາບ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

 “ປະຈຸບັນ ມີ 573 ຮາກຖານກວດປິ່ນປົວພະຍາດໄດ້ຜັນຂະຫຍາຍການນຳໃຊ້ບັດປະຈຳຕົວຕິດ Chip ແລະ ໄດ້ປະຕິບັດສຳເລັດເກືອບ 194.000 ເທື່ອຄົນນຳໃຊ້ບັດປະຈຳຕົວຕິດ Chip ມາກວດປິ່ນປົວພະຍາດ.

ເຊື່ອມຕໍ່ ນະຄອນຫລວງ ກັບ ຕາຫນ່າງຕົວເມືອງອັດສະລິຍະເທື່ອລະກ້າວ - ảnh 2
ຫນ່ວຍງານຫນູຊ່ວຍບໍລິການສາທາລະນະທາງອອນລາຍໃຫ້ແກ່ປະຊາຊົນຢູ່ເມືອງບາດິ່ງ- ຮ່າໂນ້ຍ. (ພາບ:VGP)

ຕາມທ່ານນາງ ຫງວຽນທິມາຍເຮືອງ, ຮອງຫົວຫນ້າຮັບຜິດຊອບ ພະແນກຖະແຫລງຂ່າວ ແລະ ສື່ສານ ຮ່າໂນ້ຍ ຊື່ງແມ່ນອົງການປະຈຳການປະຕິບັດຫນ້າທີ່ກໍ່ສ້າງນະຄອນອັດສະລິຍະຂອງນະຄອນຫລວງ, ໃນໄລຍະ1 (2018 - 2020), ຮ່າໂນ້ຍ ໄດ້ສ້າງພາກສ່ວນຫລັກແຫລ່ງຂອງນະຄອນ ໂດຍພື້ນຖານ. ນັ້ນແມ່ນ ນະຄອນສຸມໃສ່ກໍ່ສ້າງ ແລະ ພັດທະນາພື້ນຖານຂອງອຳນາດການປົກຄອງເອເລັກໂຕນິກ ມຸ່ງໄປເຖິງອຳນາດການປົກຄອງດິຈີຕອນ. ຮ່າໂນ້ຍ ມີບາດກ້າວບຸກທະລຸພື້ນຖານກ່ຽວກັບການຜັນຂະຫຍາຍການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຕາມທິດສັງລວມ, ຄົບຊຸດ ແລະ ນຳໃຊ້ລວມໃນລະບົບດຽວ, ຕິດພັນກັບຮູບແບບອຳນາດການປົກຄອງຕົວເມືອງ.

ເຊື່ອມຕໍ່ ນະຄອນຫລວງ ກັບ ຕາຫນ່າງຕົວເມືອງອັດສະລິຍະເທື່ອລະກ້າວ - ảnh 3

ຍ້ອນເຫດນັ້ນ ໝາກຜົນການແກ້ໄຂສຳເນົາເອກະສານແມ່ນຖືກກັບການກຳນົດເວລາ, ກ່ອນການກຳນົດເວລາຢູ່ບໍລິເວນ ນະຄອນ ຮ່າໂນ້ຍ ບັນລຸອັດຕາສ່ວນກວ່າ 99%. ທ່ານ ເຈີນສີແທງ, ປະທານ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ເລື່ອງປະຕິຮູບແມ່ນຮຽກຮ້ອງໂດຍລວມຂອງປະຊາຊົນ ແລະ ວິສາຫະກິດ. ຍ້ອນມີການບຸກທະລຸ ແລະ ຈີນຕະນາການຢາກໃຫ້ນະຄອນພັດທະນາເຂັ້ມແຂງ ຊື່ງ ຮ່າໂນ້ຍ ໄດ້ ແລະ ພວມປະຕິບັດຢ່າງຂ້ຽວຂາດຈາກຕົ້ນອາຍຸການມາຮອດປະຈຸບັນ. ແຕ່ຄະນະພັກນະຄອນຕະຫລອດຮອດຄະນະກຳມະການປະຊາຊົນ ຜັນຂະຫຍາຍແຜນນະໂຍບາຍຂອງລັດຖະບານ ແລະ ຂອງສູນກາງຢ່າງຄົບຊຸດ.

ເພື່ອໃຫ້ກາຍເປັນນະຄອນອັດສະລິຍະໃນປີ 2030 ແມ່ນທິດກ້າວເດີນທີ່ແນ່ນອນ ຊື່ງຮ່າໂນ້ຍ ຕ້ອງມານະພະຍາຍາມເພື່ອສົມກັບທີ່ຕັ້ງນະຄອນຫລວງຂອງປະເທດຊາດ. ເລື່ອງເປັນເຈົ້າການຮັບມືກັບການປະຕິວັດອຸດສາຫະກຳຄັ້ງທີ 4 ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນສຳລັບ ຮ່າໂນ້ຍ ຖ້າຢາກປຸກລຸກບັນດາແຫລ່ງກຳລັງໃຫມ່ໃຫ້ແກ່ໄລຍະທາງແຫ່ງການພັດທະນາໃນພາຍພາກຫນ້າ.

ຕອບກັບ

ຂ່າວ/ບົດ​ອື່ນ