ເສດຖະກິດຫວຽດນາມຄ່ອຍໆຫຼຸດຜ່ອນການຂຶ້ນກັບແຫຼ່ງທຶນ ODA

(vovworld) - ຫວຽດ​ນ​າມ ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ເມື່ອ​ດຶງ​ດູດ ແລະ ນຳ​ໃຊ້​ປະ​ສິດ​ທິ​ຜົນ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ພັດ​ທະ​ນາ (ODA) ຂອງ​ບັນ​ດາ​ນັກ​ອຸ​ປະ​ຖ​ຳ​ຢ່າງ​ເປັນ​ທາງ​ການ. ຈາກ​ປະ​ເທ​ດ​ທຸກ​ຍາກ, ຫວຽດ​ນາມ ໄດ້​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​​ທີ່ມີ​ລາຍ​ຮັບ​ປານ​ກາງ. ນີ້​ແມ່ນ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ ແຕ່​ກໍ​ໄດ້​ວາງ​ອອກ​ສິ່ງ​ທ້າ​ທາຍ​ໃນ​ອະ​ນາ​ຄົດ​ອັນ​ໃກ້​ໆ​ນີ້ ເມື່ອ​ຫວຽດ​ນາມ​ ​ຫຼ​ຸ​ດ​ຜ່ອນ​ການ​​ຂຶ້ນ​ກັບ​ແຫຼ່ງ​ທຶນ ODA ແລະ ​ກຸ້ມ​ຕົນ​ເອງ​ເພື່ອພັດ​ທະ​ນາ, ສ້າງ​ສາ​ປະ​ເທດ​ຊາດ​ດ້ວຍ​ຕົນ​ເອງ. ບົດ​ຂຽນ “ເສດ​ຖະ​ກິດ​ຫວຽດ​ນາມ​ຄ່ອຍໆ​ຫຼຸດ​ຜ່ອນ​ການ​​ຂຶ້ນ​ກັບແຫຼ່ງ​ທຶນ ODA” ຂອງ ເກີມ​ຕູ໋, ນັກ​ຂ່າວ VOV.


ເສດຖະກິດຫວຽດນາມຄ່ອຍໆຫຼຸດຜ່ອນການຂຶ້ນກັບແຫຼ່ງທຶນ ODA - ảnh 1
(ພາບ​ປະ​ກອບ)

ດ້ວຍ​ເວ​ລາ​ໃຫ້​ກູ້​ຢືນ​ທີ່​ແກ່​ຍາວ​ນັບ​ສີບໆ​ປີ ແລະ ອັດ​ຕາດອກ​ເບ້ຍ​ກູ້ຢ​ືມ​ບຸ​ລິ​ມະ​ສິດ, ແຫຼ່ງ​ທຶນ ODA ໄດ້​ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ​ໃຫ້​ມີ​ສົມ​ໜ້າ​ໃໝ່ຢ່າງແທ້​ຈິງ. ພ​ຽ​ງ​ແຕ່​ໃນ​ຮອບ​ເວ​ລາກວ່າ​ 1 ທົດ​ສະ​ວັດຜ່ານ​ມາ, ແຫຼ່ງ​ທຶນ ODA ໄດ​້​​ສຸມ​ໃສ່​​ລົງ​ທຶນໃຫ້​ບັນ​ດາ​ຂົງ​ເຂດ​ຈຸດ​ສຸມ​ຄື: ຄົມ​ມະ​ນາ​ຄົມ, ພະ​ລັງ​ງານ​ໄຟ​ຟ້າ, ກະ​ສິ​ກຳ, ປ່າ​ໄມ້ - ສິນ​ໃນ​ນ້ຳ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ​ກໍ່​ສ້າງ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ການ​ປະ​ຕິ​ຮູບ​ດ້ານ​ເສດ​ຖະ​ກິດ… ແຕ່​ວ່າ, ຕາມ​ການ​ປະ​ກາດ​ຫວ່າງ​ແລ້ວນີ້​ຂອງ​ກະ​ຊວງ​ການ​ເງິນ, ນັບ​ແຕ່​ປ​ີ 2010, ຫວຽດ​ນາມ ໄດ້​ກາຍ​ເປັນ​ປະ​ເທດ​ມີ​ລາ​ຍ​ຮັບ​ປານ​ກາງ, ສະ​ນັ້ນ​, ບັນ​ດາ​ບ້ວງ​ເງິນ​ໃຫ້ກູ້ຢ​ື​ມຂອງ​ຄູ່​ຮ່ວມ​ມື​ພັດ​ທະ​ນ​າ​ທີ່​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ​ພ​ວມຖືກ​ຫຼຸດ​ລົງ​ຢ່າງ​ເຫັນ​ໄດ້​ຊັດ. ​ພ້ອມ​ກັນ​ນັ້ນ, ຮອດ​ເດືອນ 07/2017, ທະ​ນາ​ຄານ​ໂລກ (World Bank) ກໍ​ຈະ​ຢຸດ​​ຕິ​ບ້ວງ​ເງິນ​ກູ້​ຢືມ ODA ​ທີ່ບຸ​ລິ​ມະ​ສິດ​​​ໃຫ້​ແກ່ຫວຽດ​ນາມ ແລະ ຫວຽດ​ນາມ ຕ້ອງ​ຫັນ​​ມາ​​ກູ້​ຢືມ​​ແຫຼ່ງ​ທຶນ​ດ້ວຍ​ອັດ​ຕາ​ບຸ​ລິ​ມະ​ສິດ​ຕ​່ຳ​ກວ່າ ແລະ ກ້າວ​ໄປ​ເຖິງ​ການ​ກູ້​ຢືມ​ຕາມ​ເງື່ອນ​ໄຂ​ຕະ​ຫຼາດ. ພາຍ​ຫຼັງ​ທະ​ນາ​ຄານ​ໂລກ, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊ​ີ (ADB) ກໍ​ໃຫ້​ຮູ້​ວ່າ, ຕາມ​ແຜນ​ການ, ນັບ​ແຕ່​ວັນ​ທີ 01/01/2019 ເປັນ​ຕົ້ນ​ໄປ, ADB ຈະ​ຢຸດ​ຕິ​ບຸ​ລິ​ມະ​ສິດສ່ວນ​ໜຶ່ງ​ບ້ວງ​ເງິນ​ອຸ​ປະ​ຖ​ຳ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ກາ​ນ (ODA) ໃຫ້​ແກ່​ຫວຽດ​ນາມ. ທ່ານ Eric Sidgwick, ຜູ້​ອຳ​ນວຍ​ການ​ແຫ່ງ​ຊ​າດ​ຂອງ ADB ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

        “ຂໍ້​ຕົກ​ລົງ​ຢຸດ​ຕິ​ບ້ວງ​ເງິນກູ້​ຢືມ​​ບຸ​ລິ​ມະ​ສິດ​ຈາກກອງ​ທຶນ​ພັດ​ທະ​ນາ​ອາ​ຊີ ໃຫ້​ແກ່​ຫວຽດ​ນາມ ຈະ​ອີ່ງ​ໃສ່​ການ​ຕີ​ລາ​ຄາ​ກ່ຽວກ​ັບ​ທີ່​ຕັ້ງ​ຂອງ​ຫວຽດ​ນາມ ພວມ​ຢ​ູ່​ໃສ ແລະ ແງ່​ຫວັງ​ຂອງ​ຫວຽດ​ນາມ ຈະ​ຄື​ແນວ​ໃດ. ແຕ່​ວ່າ, ສິ່ງ​ທີ່​ແນ່ນ​ອນ​ນັ້ນ​ແມ່ນ ​ໃນ​ຈຸດ​ເວ​ລາ​ໃດ​ໜຶ່ງ, ຫວຽດ​ນາມ ກໍ​ຈະ​ບໍ່​ໄດ້​ກູ້​ຢືມ​ທຶນ​ບຸ​ລິ​ມະ​ສິດ​ຈາກກອງ​ທຶນ​ພັດ​ທະ​ນາ​ອາ​ຊີ​ໄດ້”.

        ODA ໄດ້​ຮັບ​ຖື​ວ່າແມ່ນ​ແຫຼ່ງ​ກຳ​ລັງ​ສຳ​ລັບ​ການ​ພັດ​ທະ​ນາ​ລວມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ. ທ່​ານ ເຈືອງ​ຮຸ່ງ​ລອງ, ຫົວ​ໜ້າ​ກົມ​ຄຸ້​ມ​ຄອງ​ໜີ້ ແລະ ການ​ເງິນ​ຕ່າງ​ປະ​ເທດ, ກະ​ຊວງ​ການ​ເງິນ​ຫວຽດ​ນາມ ໃຫ້​ຮູ້​ວ່າ, ເມື່ອ​ປະ​ເທດ​ໃດ​ໜຶ່ງ​ມີ​ການຫັນ​​ປ່ຽນຈາກ​ປະ​ເທດ​ມີ​ລ​າຍ​ຮັບ​ຕ່​ຳ​​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ, ບັນ​ດາ​ຂໍ້​ມາດ​ຕາ ແລະ ດອກ​ເບ້ຍ​ເຊິ່ງ​ເຂົ້າ​ເຈົ້າ​ໄດ້​ຮັບ​ຈາກ​ບັນ​ດາ​ແຫຼ່ງ​ທຶນ ODA ຈະ​ມີ​ການ​ປ່ຽນ​ແປງ. ຕາມ​ທຳ​ມະ​ດາ​ແລ້ວ, ນະ​ໂຍ​ບາຍ ODA ໃຫ້​ປະ​ເທດນັ້ນ​ຈະ​ມີ​ການ​ຫັນ​ປ່ຽນ​ຈາກ​ການ​ໜູນ​ຊ່ວຍ​ພັດ​ທະ​ນາ​ໄປ​ສູ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື. ຄາດ​ວ່າ, ມີ​ຫຼາຍ​ຂົງ​ເຂດ​ຫຼັກ​ແຫຼ່ງ​ຂອງ​ປະ​ເທດ​ຈະ​ບໍ່​ໄດ້​​ຮັບ​ການກູ້​ຢືມ ODA ອີກ, ໃນ​ນັ້ນ​ມີ​ຂະ​ແໜງ​ຄົມ​ມະ​ນາ​ຄົມ, ພະ​ລັງ​ງານ, ການ​ສະ​ໜອງ​ລະ​ບາຍ​ນຳ​້, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

        “ຖ້າ​ຫາກ​ກ່ອນນີ້, ໃນ​ໄລ​ຍະ​ກ່ອນ​ປີ 2010, ບ້​ວງ​ເງິນ​ກູ້​ຢືມ​​ຕາມ​ປົກ​ກະ​ຕິ​ແມ່ນ​ແຕ່ 30 – 40 ປີ, ໃນ​ໄລ​ຍະ​ປະ​ຈຸ​ບັນ​ມີ​ພຽງ​ແຕ່ 20 – 25 ປີ​ ແລະ ​​ສຳ​ລັບນັກ​ອຸ​ປະ​ຖຳ​ຫຼາຍ​ຄົນ​ບາງ​ເທື່ອພຽງ​​ 10 ປີເທົ່າ​ນັ້ນ. ປະ​ຈຸ​ບັນ, ເວ​ລາ​ກູ້​ຢືມກໍ່​ສັ້ນ​ກວ່າ, ລາຍ​​ຈ່າຍ​ເພື່ອມີ​ບັນ​ດາ​ບ້​ວງ​ເງິນ ODA ​ກໍ​ໃນ​ລ​ະ​ດັບ 2%, ແມ່ນ​ແພງກວ່າ​ຫຼາຍ. ໃນ​ໄລ​ຍະ​ຍາວ, ສຳ​ລັບ​ບັນ​ດາ​ຂົງ​ເຂດ​ມີ​ຄວາມ​ສາດ​ຫັນ​ເປັນຂອງສັງ​ຄົມ ຫຼື ​​ສົ່ງ​ຄືນ​ທຶນ​ໂດຍ​ກົງ​ຂອງ​ໂຄງ​ການ ຈະ​ຕ້ອງ​ຫັນ​ໄປ​ສູ່​ກົນ​ໄກ​ການ​ຕະ​ຫຼາດ. ຕ້ອງ​ກູ້​ຢືມ​ທຶນ​ການ​ຄ້າ, ​ແນ່ນອນ​ວ່າບັນ​ດາ​ໂຄງ​ການ​ລົງ​ທຶນ​ທີ່ບໍ່​ຂຶ້ນ​ກັບ​​ງົບ​ປະ​ມານ​ແຫ່ງ​ລັດ​​ແມ່ນ​ຕ້ອງ​ລະ​ດົມ​ແຫຼ່ງ​ທຶນ​ຈາກ​ການ​ຄ້າ”.

        ຖ້າບໍ່​ມີ​ແຫຼ່ງ​ທຶນ ODA, ຫວຽດ​ນາມ ຈະ​​ຂາດ​ທຶນ​ເພື່ອ​ແກ​້​ໄຂ​ບັນ​ດາ​ຄວາມ​ຕ້ອງ​ການ​​ອັນ​ຮີບ​ດ່ວນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ແຕ່​ວ່າ, ເມື່ອ​ຄຸນ​ນະ​ພາບ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ​, ​ຫວຽດ​ນາມ ຈະ​ໄດ້​ຮັບ​ການ​ຍົກ​ລະ​ດັບ​​ໄວ້​ເນື້ອ​ເຊື່ອ​ໃຈ ຈາກນັ້ນ​ສາ​ມາດ​ສຳ​ພັດ​ກັບ​ບັນ​ດາ​ບ້ວງ​ເງິນ​ກູ້​ຢືມ​ສາ​ກົນ​ດ້ວຍ​ອັດ​ຕາ​ດອກ​ເບ້ຍ​ຕ່ຳ​ກວ່າ. ​ໂດຍ​ແມ່ນ​ປະ​ເທດ​ພວມ​ມີ​ລະ​ດັບ​ລາຍ​ຮັບ​ປານ​ກາງ, ຫວຽດ​ນາມ ຈະ​ມີ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ເງິນ​ດີກວ່າ, ມີ​ຄວາມ​ສາ​ມາດ​ສຳ​ພັດ​ກັບ​ຕະ​ຫຼາດ​ສາ​ກົນ​ຫຼາຍກວ່າ, ຂໍ້​ມາດ​ຕາ​ກ່ຽວ​ກັບ​ດອກ​ເບ້ຍ​ກໍ​ຈະ​ມີ​ການ​ປ່ຽນ​ແປງ. ທ່ານ ຫງວຽນ​ດຶກ​ໂດ້, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ເສດ​ຖະ​ກິດ - ການ​ເງິນ ຖື​ວ່າ, ​ສາ​ມາດເຫັນ​ໄດ້​ຄວາມ​ຕັ້ງ​ໜ້າເມື່ອ​ຫວຽດ​ນາມ ບໍ່​​ຂຶ້ນ​ກັບແຫຼ່ງ​ທຶນ ODA ອ​ີກ, ຍ້ອນ​ການ​ກູ້​ຢືມ​ການ​ຄ້າ, ​ອັນ​ຕາດອກ​ເບ້ຍ​ສູງ, ​ຄວາມ​ດັ​ນ​​ຈາກການ​​ໃຊ້​ໜີ້ນັ້ນ ໄດ້ບັງ​ຄັບ​ໃຫ້​ຜູ້​ກູ​້​ຢືມ​ທຶນ​ຕ້ອງ​ຄິດ​ໄລ່​ເພື່ອ​ນຳ​ໃຊ້​ແຫຼ່ງ​ທຶນ​​ຄື​ແນວ​ໃດໃຫ້​ມີ​​ປະ​ສິດ​ທິ​ຜົນ​ທີ່​ສຸດ.

        “ກ່ຽວ​ກັບ​ດ້ານ​ພື້ນ​ຖານ, ຢາກ​ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​​ການ​ນຳ​ໃຊ້​ແຫຼ່ງ​ທຶນກ​ູ້​ຢືມ, ຄວາມ​ຮັບ​ຜິ​ດ​ຊອບ​ໃນ​ການ​ນຳ​ໃຊ້​ທຶນ​ ຕ້ອງ​ຕິດ​ພັນກັບ​ຫົວ​ໜ່ວຍ ແລະ ບຸກ​ຄົນ​ໃດ​ໜຶ່ງ. ​ຫວ່າງ​ແລ້ວນີ້, ລັດ​ຖະ​ບານ​​ຄາດ​ຄະ​ເນ​ວ່າ ຈະ​ໃຫ້​ກູ້​ຢືມ​ທຶນ ODA ຫາກບໍ່​​​ສະ​ໜອງ​ທຶນ​ຄືກ່ອນນີ້​ອີກ. ທ້ອງ​ຖິ່ນກໍຈະ​ຕ້ອງ​ຄິດ​ໄລ່ ​ຖ້າ​ຫາກວ່າ​ບັນ​ດາ​ແຫຼ່ງ​ທຶນນັ້ນ​ສາ​ມາດ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຈາກ​ການ​ເກັບ, ຄ່າ​ທຳ​ນຽມ, ພາ​ສີອາ​ກອນ ເພື່ອ​ສາ​ມາດ​ຊຳ​ລະ​ໜີ້​ໄດ້ ເຂົ້າ​ເຈົ້າ​​ຈະ​ກູ້​ຢືມ, ຖ້າ​ໂຄງ​ການບໍ່​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ, ບໍ່​ສາ​ມາດ​ຊຳ​ລະ​ໜີ້​ໄດ້ ​ເຂົາ​ເຈົ້າຈະ​ກູ້​ຢືມ​ໜ້ອຍກວ່າ”.

        ເພື່ອ​ໃຫ້​ພື້ຶ້ນ​ຖານ​ເສດ​ຖະ​ກິດ​ຄ່ອຍໆ​ຫຼຸດພົ້ນ​ອອກຈາກ​ການ​ຂຶ້ນ​ກັບ​ແຫຼ່ງ​ທຶນ ODA, ລັດ​ຖະ​ບານ​ໄດ້​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ໄລ​ຍະ “ພາຍ​ຫຼັງ ODA”, ໂດຍ​ສະ​ເພາະີ​ແມ່ນ​​ເມື່ອຫວຽດ​ນາມ ພວມ​ຕ້ອງ​ການ​ແຫຼ່ງ​ທຶນ​ເຖິງ 90 ຕື້ USD ຕໍ​່​ປີ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ໄລ​ຍະ 2016 – 2020. ມາ​ດ​ຕະ​ການ​ທີ່​ຈຳ​ເປັນ​ແມ່ນ​ຕ້ອງ​ສ້າງ​ໂຄງ​ປະ​ກອບ​​ງົບ​ປະ​ມ​ານ​ແຫ່ງ​ລັດ​ຄືນ​ໃໝ່, ​ຄິດ​ໄລ່​ລາຍ​ຮັບ, ລາຍ​ຈ່າຍ​ຄືນ​ໃໝ່ ເພື່ອ​ຮັບ​ປະ​ກັນ​ການ​ລະ​ດັບ​ຂ​າດ​ດຸນຢ່າງ​ເໝາະ​ສົມ, ຫຼຸດ​ຜ່ອນ​ໜີ້​ສາ​ທາ​ລະ​ນະ​ລົງ​​ໃນລະ​ດັບ​ພໍ​ດີ. ໃນ​ໄລ​ຍະ​ສັ້ນ, ລັດ​ຖະ​ບານ​ຫວຽດ​ນາມ ຈະ​ສ້າງ​ໂຄງ​ປະ​ກອບ​​ກະ​ແສ​ທຶນ ODA ຄືນ​ໃໝ່, ກຳ​ນົດ​ຂົງ​ເຂດ, ຂະ​ແໜງ​ຈຸດ​ສຸມ​ໃຫ້​ບຸ​ລິ​ມະ​ສິດ​ນຳ​ໃຊ້​ແຫຼ່ງ​ທຶນ ODA ແລະ ບ້ວງ​ເງິນ​ກູ້​ຢືມ​ບຸ​ລິ​ມະ​ສິດ​ເພື່ອ​ໜູ​ຊວ່ຍການ​ປະ​ຕິ​ບັດ​ບັນ​ດາ​ຂົງ​ເຂດ​ບູ​ລິ​ມະ​ສິດ​ພັດ​ທະ​ນາ, ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ.

ຂ່າວ/ບົດ​ອື່ນ