ແກ້ໄຂຄວາມຫຍຸ້ງຍາກ, ຍູ້ແຮງການສົ່ງອອກຜະລິດຕະພັນກະເສດ

(VOVWORLD) - ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19, ຫລາຍທ້ອງຖິ່ນຢູ່ ຫວຽດນາມ ພວມປະຕິບັດການປິດເມືອງ ຫລື ແຍກຫ່າງສັງຄົມ ອັນໄດ້ເຮັດໃຫ້ການຈຳຫນ່າຍ, ສົ່ງອອກຜະລິດຕະພັນກະເສດປະສົບກັບຄວາມຫຍຸ້ງຍາກ. ຕໍ່ຫນ້າສະພາບການດັ່ງກ່າວ, ກະຊວງອຸດສາຫະກຳ ພ້ອມກັບບັນດາທ້ອງຖິ່ນໄດ້ຂຶ້ນແຜນແກ້ໄຂຄວາມຫຍຸ້ງຍາກ, ຫນູນຊ່ວຍປະຊາຊົນ, ວິສາຫະກິດ, ຈຳຫນ່າຍ, ສົ່ງອອກຜະລິດຕະພັນກະເສດໃຫ້ມີຄວາມສະດວກ.

ແກ້ໄຂຄວາມຫຍຸ້ງຍາກ, ຍູ້ແຮງການສົ່ງອອກຜະລິດຕະພັນກະເສດ - ảnh 1ງວດ ໝາກລິ້ນຈີ່ 20 ໂຕນ ຂອງແຂວງ ບັກຢາງ ສົ່ງອອກໄປຍັງຕະຫລາດ ຍີ່ປຸ່ນ
ພາບ:qdnd.vn

ໃນ 4 ເດືອນຕົ້ນປີ 2021, ບັນດາພະແນກຄຸ້ມຄອງ ຂາເຂົ້າ-ຂາອອກໃນທົ່ວປະເທດ ໄດ້ອອກໃບຢັ້ງຢືນຕົ້ນກຳເນີດສິນຄ້າ (C/O) ປະມານ 420.000 ສະບັບ ລວມມູນຄ່າ 21 ຕື້ USD ໃຫ້ແກ່ສິນຄ້າສົ່ງໄປຍັງບັນດາຕະຫລາດທີ່ໄດ້ຊົມໃຊ້ບຸລິມະສິດຈາກບັນດາສັນຍາການຄ້າເສລີ. ເພື່ອປະກອບສ່ວນແກ້ໄຂ, ຫນູນຊ່ວຍການຈຳຫນ່າຍຜະລິດຕະພັນກະເສດຂອງບັນດາທ້ອງຖິ່ນ, ຫົວຫນ້າກົມຂາເຂົ້າ-ຂາອອກ, ສັງກັດກະຊວງອຸດສາຫະກຳການຄ້າ ຫາກໍ່ເຊັນເອກະສານສະເຫນີໃຫ້ບັນດາພະແນກຄຸ້ມຄອງຂາເຂົ້າ-ຂາອອກເຂດ ສ້າງເງື່ອນໄຂສະດວກທີ່ສຸດເມື່ອອອກໃບຢັ້ງຢືນຕົ້ນກຳເນີດສິນຄ້າໃຫ້ແກ່ບັນດາປະເພດສິນຄ້າຜະລິດຕະພັນກະເສດສົ່ງອອກ, ພິເສດ ແມ່ນຜະລິດຕະພັນຢູ່ບັນດາທ້ອງຖິ່ນທີ່ພວມຖືກຜົນສະທ້ອນຈາກໂລກລະບາດ 19 ຄື: ບັກຢາງ, ຫາຍເຢືອງ ແລະ ບັນດາປະເພດສິນຄ້າທີ່ພວມຢູ່ໃນລະດູການເກັບກູ້, ມີໄລຍະເວລາເກັບກູ້ສັ້ນ ຄື ໝາກລິ້ນຈີ່.

ໃນຂະນະນັ້ນ ກະຊວງອຸດສາຫະກຳ ການຄ້າ ໄດ້ສົມທົບກັບບັນດາທ້ອງຖິ່ນ, ວິສາຫະກິດ ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີຄວາມໄຫວພິບໃນການດັດປັບການຜະລິດ, ວິທີການດຳເນີນທຸລະກິດເພື່ອໃຫ້ທັງຊຸກຍູ້ການຈຳຫນ່າຍຜະລິດຕະພັນ, ທັງຮັບປະກັນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ຕາມເນື້ອໃນຈິດໃຈຂອງລັດຖະບານ. ທ່ານ ເຈີນຢູຍດົງ ຫົວຫນ້າກົມການຕະຫລາດພາຍໃນ, ສັງກັດກະຊວງອຸດສາຫະກຳ ການຄ້າໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າສືບຕໍ່ຍູ້ແຮງການຈຳຫນ່າຍຜະລິດຕະພັນກະເສດ, ແນະນຳ ແລະ ຫນູນຊ່ວຍ ບັນດາທ້ອງຖິ່ນ, ບັນດາບໍລິສັດຈຳຫນ່າຍສິນຄ້າໃນຂອດຈະລາຈອນສິນຄ້າ. ທີສອງ ຜະລິດຕະພັນຕ້ອງຮັບປະກັນຄວາມປອດໄພຂອງໂລກລະບາດເພື່ອຫນູນຊ່ວຍການຈຳຫນ່າຍສິນຄ້າຂອງບັນດາທ້ອງຖິ່ນເມື່ອເກີດສະພາບຕິດຂັດພິເສດແມ່ນຜະລິດຕະພັນກະເສດ

ແກ້ໄຂຄວາມຫຍຸ້ງຍາກ, ຍູ້ແຮງການສົ່ງອອກຜະລິດຕະພັນກະເສດ - ảnh 260 ໂຕນໝາກມ່ວງຂອງ ແຂວງ ເຊີນລາ ສົ່ງອອກໄປຍັງຕະຫລາດ ຈີນ  

ຊ່ວງເວລານີ້ ແມ່ນພວມຢູ່ໃນລະດູການເກັບກູ້ຜະລິດຕະພັນກະເສດຫລາຍຊະນິດ. ວັນທີ 26 ພຶດສະພາ, ໝາກລິ້ນຈີ່ ຂອງເມືອງ ເຕີນອຽນ ແຂວງ ບັກຢາງ ປະມານ 20 ໂຕນໄດ້ສົ່ງໄປຍັງ ຍີ່ປຸ່ນ. ເພື່ອແຊກຊຶມເຂົ້າຕະຫລາດທີ່ເຄັ່ງຄັດກັບຄຸນນະພາບສິນຄ້າຄື ຕະຫລາດຍີ່ປຸ່ນ, ຕ້ອງປະຕິບັດວຽກງານຮັບປະກັນຄວາມປອດໄພກ່ຽວກັບໂລກລະບາດ, ຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະ ບັນດາເງື່ອນໄຂຈຳເປັນ. ວັນທີ 25 ພຶດສະພາ, ໝາກມ່ວງຂອງເມືອງ ເມື່ອງລາ ແຂວງ ເຊີນລາ ປະມານ 60 ໂຕນ ໄດ້ສົ່ງໄປຍັງຕະຫລາດຈີນ.

ນີ້ແມ່ນສັນຍານທີ່ເປັນຫນ້າຊື່ນຊົມ, ສະແດງໃຫ້ເຫັນຄວາມຕັດສິນໃຈສູງຂອງທັງການນຳກະຊວງ, ຂະແຫນງການ, ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນຊາວກະສິກອນ, ຜູ້ທີ່ພວມປະຕິບັດວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ເປັນຢ່າງດີ. ໃນການເຮັດວຽກທາງອອນລາຍກັບການນຳແຂວງ ບັກຢາງ ກ່ຽວກັບມາດຕະການຈຳຫນ່າຍໝາກລິ້ນຈີ່ ຫວ່າງແລ້ວນີ້, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງ ອຸດສາຫະກຳ ການຄ້າ ໄດ້ຢັ້ງຢືນວ່າ ຈະຫນູນຊ່ວຍ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ຊາວກະສິກອນ ແລະ ວິສາຫະກິດແຂວງ ບັກຢາງ ໃນການຈຳຫນ່າຍຜະລິດຕະພັນກະເສດ, ເຊື່ອມຕໍ່ການສະຫນອງ ຄວາມຕ້ອງການທີ່ຈຳເປັນໃນສະພາບເກີດໂລກລະບາດໂຄວິດ 19 ທີ່ພວມຜັນແປຢ່າງສັບສົນ.

ພວກຂ້າພະເຈົ້າ ໄດ້ ມີການປຶກສາກັບສະຖານທູດບັນດາປະເທດທີ່ມີຊາຍແດນຕິດຈອດກັບຫວຽດນາມ ພ້ອມກັນນັ້ນ ພວກຂ້າພະເຈົ້າ ກໍ່ໄດ້ໂອ້ລົມທາງໂທລະສັບກັບບັນດາຄູ່ຮ່ວມມືຂອງບັນດາປະເທດຄື: ຈີນ, ລາວ, ກຳປູເຈຍ ເພື່ອສາມາດສົ່ງໝາກລິ້ນຈີ່ ໄປຍັງບັນດາຕະຫລາດໃນໄລຍະນີ້.   ປີນີ້ ດ້ວຍປະລິມານໝາກລິ້ນຈີ່ ທີ່ເກັບກູ້ມາໄດ້ແມ່ນຫລວງຫລາຍ ພວກຂ້າພະເຈົ້າຖືວ່າ ທັງເອົາໃຈໃສ່ເຖິງການສົ່ງອອກ ແລະ ຕະຫລາດພາຍໃນ. ການຈຳຫນ່າຍໝາກລິ້ນຈີ່ ໄປຍັງບັນດາທ້ອງຖິ່ນພາຍໃນປະເທດ, ຮັບໃຊ້ປະຊາຊົນຫວຽດນາມ ເກືອບ 100 ລ້ານຄົນ ກໍ່ແມ່ນບັນຫາສຳຄັນ

ເພື່ອຊຸກຍູ້ການສົ່ງອອກບັນດາປະເພດສິນຄ້າຜະລິດຕະພັນກະເສດ, ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຂຶ້ນແຜນທີ່ມີຄວາມເປັນໄປໄດ້ໃຫ້ແກ່ການຈະລາຈອນສິນຄ້າ ພ້ອມທັງສົ່ງພະນັກງານລົງແນະນຳ, ຫນູນຊ່ວຍບັນດາທ້ອງຖິ່ນໃນການເກັບກູ້, ປຸງແຕ່ງ, ຮັກສາ… ທ່ານ ເຈີນແທ່ງນາມ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

 “ບັນດາຫົວຫນ່ວຍຂອງກະຊວງໄດ້ສົມທົບກັບກະຊວງອຸດສາຫະກຳການຄ້າ ເພື່ອເຮັດແນວໃດໃຫ້ເພີ່ມທະວີວຽກງານກັກກັນພືດ ແລະ ສັດເພື່ອຮັບປະກັນງວດສິນຄ້າສົ່ງອອກ. ສຸມໃສ່ຊີ້ນຳບັນດາເຂດວັດຖຸດິບ ເປັນຕົ້ນແມ່ນເຂດວັດຖຸດິບທີ່ຮອດລະດູການເກັບກູ້. ຄື: ໝາກລິ້ນຈີ່, ມັງກອນ..”

ໂລກລະບາດໂຄວິດ 19 ພວມສົ່ງຜົນກະທົບຢ່າງແຮງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດ ແລະ ຈຳຫນ່າຍຜະລິດຕະພັນກະເສດຢູ່ພາຍໃນ ແລະ ການສົ່ງອອກ ແຕ່ກໍ່ແມ່ນໂອກາດເພື່ອໃຫ້ທັງ ຜູ້ຜະລິດ ແລະ  ວິສາຫະກິດ ຊອກຫາວິທີການສຳຜັດໃຫມ່ກັບລູກຄ້າ. ໃນໄລຍະຍາວ, ສິ່ງນີ້ກໍ່ນຳມາເຊິ່ງຄຸນຄ່າຫລາຍຢ່າງໃຫ້ແກ່ພື້ນຖານກະສິກຳ ຫວຽດນາມ. ດ້ວຍການສົມທົບຈາກບັນດກະຊວງ, ຂະແຫນງການ, ທ້ອງຖິ່ນ, ບັນດາປະເພດສິນຄ້າຜະລິດຕະພັນກະເສດຂອງຫວຽດນາມ ໄດ້ ແລະ ພວມສົ່ງເຖິງຜູ້ບໍລິໂພກພາຍໃນ ແລະ ຕ່າງປະເທດ. ນີ້ກໍ່ແມ່ນສິ່ງທີ່ພິສູດໃຫ້ເຫັນປະສິດທິດຜົນໃນການປະຕິບັດ ເປົ້າໝາຍຄວບຄູ່ ທັງປ້ອງກັນສະກັດກັ້ນໂລກລະບາດ ທັງພັດທະນາເສດຖະກິດ ຕາມການຊີ້ນຳຂອງລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ