ໝູນໃຊ້ການຄ້າເອເລັກໂຕນິກ ເພື່ອຍູ້ແຮງການສົ່ງອອກທາງໄກຂ້າມຊາຍແດນ

(VOVWORLD) - ດ້ວຍມີບັນດາທ່າໄດ້ປຽບກວ່າເມື່ອທຽບໃສ່ການຄ້າທຳມະດາ, ການຄ້າເອເລັກໂຕນິກ ໄດ້ ແລະ ພວມກາຍເປັນມາດຕະການໂດຍບັນດາວິສາຫະກິດ ຫວຽດນາມ ໝູນໃຊ້ເພື່ອຊຸກຍູ້ການສົ່ງອອກ. ເລື່ອງເຂົ້າຮ່ວມການຄ້າເອເລັກໂຕນິກຢ່າງວ່ອງໄວ ບໍ່ພຽງແຕ່ຊ່ວຍວິສາຫະກິດເພີ່ມລາຍຮັບຈາກການຂາຍສິນຄ້າ, ເປີດກວ້າງຂອບຂະຫນາດການຜະລິດເທົ່ານັ້ນ ຫາກຍັງສາມາດເພີ່ມລະດັບການເຫັນໄດ້ລັກສະນະແກ້ງແຍ່ງຂອງຜະລິດຕະພັນ ຫວຽດນາມ ຢູ່ໃນຕະຫລາດໂລກອີກດ້ວຍ.

 
 
ໝູນໃຊ້ການຄ້າເອເລັກໂຕນິກ ເພື່ອຍູ້ແຮງການສົ່ງອອກທາງໄກຂ້າມຊາຍແດນ - ảnh 1ການຄ້າເອເລັກໂຕນິກ ໄດ້ ແລະ ພວມກາຍເປັນມາດຕະການຊື່ງໄດ້ຮັບການນິຍົມໃຊ້ຈາກບັນດາວິສາຫະກິດ ຫວຽດນາມ ເພື່ອຊຸກຍູ້ການສົ່ງອອກ.ພາບປະກອບ: BNEWS/TTXVN

ປະຈຸບັນ, ຫວຽດນາມ ແມ່ນພື້ນຖານເສດຖະກິດເປີດ, ມີຄວາມຂະຫຍັນຂັນເຄື່ອນ ດ້ວຍການລົງນາມໃນສັນຍາການຄ້າເສລີ (FTA) ຫລາຍສະບັບກັບຫລາຍຄູ່ຮ່ວມມືໃຫຍ່. ຫວຽດນາມ ກໍ່ພວມກາຍເປັນສູນສະຫນອງ, ຜະລິດສິນຄ້າໃຫມ່ຢູ່ ພາກພື້ນ ອາຊີ. ດ້ວຍບັນດາທ່າໄດ້ປຽບດັ່ງກ່າວ ພ້ອມກັບເລື່ອງຍົກສູງຄຸນນະພາບຂອງຜະລິດຕະພັນຢ່າງບໍ່ຢຸດຢັ້ງ, ກຳລັງຄວາມສາມາດ ແລະ ການຫັນເປັນດິຈີຕອນຢ່າງແຮງ ໄດ້ຊ່ວຍໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກຂ້າມຊາຍແດນຜ່ານຊ່ອງການຄ້າເອເລັກໂຕນິກ.

ທ່ານ ໂຕງຽບຊຽວ, ຮອງຫົວຫນ້າ ບໍລິສັດ ຜະລິດ ແລະ ການຄ້າການບໍລິການ ແຮ່ງແຊງ ຈຳກັດຜູ້ດຽວ ແບ່ງປັນວ່າ: ແຕ່ປີ 2019 ບໍລິສັດໄດ້ເຂົ້າຮ່ວມຊ່ອງການຄ້າເອເລັກໂຕນິກ Alibaba. ນັບແຕ່ນັ້ນເປັນຕົ້ນໄປ, ລາຍຮັບຂອງບໍລິສັດຢູ່ຕະຫລາດສາກົນ ບັນລຸລະດັບກວ່າ 150.000 USD. ປະຈຸບັນ  ຜ່ານ Alibaba, ບໍລິສັດ ໄດ້ສົ່ງສິນຄ້າໄປຂາຍຢູ່ 7 ປະເທດແລ້ວ.

 “ນັບແຕ່ເມື່ອເຂົ້າຮ່ວມ ທາງບໍລິສັດໄດ້ຮັບໃບສັ່ງຊື້ສິນຄ້າຫລາຍສະບັບຈາກລູກຄ້ານາໆຊາດ. ລາຍຈ່າຍໃຫ້ສຳລັບໃບສັ່ງຊື້ສິນຄ້າສົ່ງໄປຍັງຕ່າງປະເທດແມ່ນປະມານກວ່າ 100 ລ້ານ USD.  ແຕ່ປະຕິບັດທາງ online ລາຍຈ່າຍຢ່າງຫນ້ອຍສຸດແມ່ນປະມານ 2.000 -3.000 USD ແລະ ເມື່ອລົງທຶນຮ້ານຂາຍເຄື່ອງຜ່ານຊ່ອງການຄ້າເອເລັກໂຕນິກແລ້ວ ມັນຈະໄດ້ຮັກສາການເປີດຕະຫລອດ 24 ຊົ່ວໂມງ.

ກໍ່ເຊັ່ນດຽວກັນ, ບໍລິສັດ Organic Kentary ຢູ່ ນະຄອນ ໂຮ່ຈິມີນ ໄດ້ສົ່ງອອກໝາກໄມ້ອົບແຫ້ງທາງ online ຜ່ານຊ່ອງການຄ້າເອເລັກໂຕນິກ Alibaba.com ມາເປັນເວລາ ກວ່າ 1 ປີ. ຕາມຜູ້ຕາງຫນ້າບໍລິສັດແບ່ງປັນແລ້ວ, ນັບແຕ່ເມື່ອເຂົ້າຮ່ວມ, ການສົ່ງອອກຂອງບໍລິສັດບັນລຸລະດັບເຕີບໂຕດີ. ສະເພາະ  5 ເດືອນຕົ້ນປີນີ້, ວິສາຫະກິດສົ່ງອອກໄດ້ກວ່າ 2 ລ້ານ USD, ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ທັງປີກາຍ.

ສ່ວນບໍລິສັດຫຸ້ນສ່ວນລົງທຶນນຳເຂົ້າສົ່ງອອກ Minmax ກໍ່ຢືນຢັນ: ການດຳເນີນທຸລະກິດຜ່ານຊ່ອງການຄ້າເອເລັກໂຕນິກ ໄດ້ນຳມາເຊິ່ງປະສິດທິຜົນໃຫ້ແກ່ວິສາຫະກິດໃນຊຸມປີມໍ່ໆມານີ້. ທ່ານນາງ ໂຕທິຮົ່ງດຽບ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນລົງທຶນຂາອອກ-ຂາເຂົ້າ Minmax ແບ່ງປັນວ່າ:

 “ບັນດາຄູ່ຮ່ວມມືສາກົນ ແທນທີ່ຊອກແຫລ່ງສິນຄ້າຜ່ານການວາງສະແດງໂດຍກົງ, ຜ່ານຊ່ອງການຄ້າເອເລັກໂຕນິກເພື່ອສາມາດຊອກຫາບັນດານັກສະຫນອງ, ຄູ່ຄ້າ. ນີ້ແມ່ນທ່າອ່ຽງທົ່ວໂລກ, ຂ້າພະເຈົ້າຄິດວ່າ ທັງໝົດວິສາຫະກິດ ຖ້າຫາກພວມມີທິດບືນຕົວອອກສູ່ຕະຫລາດໂລກ ຄວນເຂົ້າຮ່ວມຊ່ອງການຄ້າເອເລັກໂຕນິກ.

ການສົ່ງອອກຂ້າມຊາຍແດນ ແມ່ນຕະຫລາດທີ່ກວ້າງໃຫຍ່, ສ້າງກາລະໂອກາດໃຫ້ແກ່ວິສາຫະກິດ ຫວຽດນາມ ເກືອບທັງໝົດໃນທຸກຂົງເຂດ, ຂະແຫນງສິນຄ້າ. ເຖິງຢ່າງໃດກໍຕາມ, ເພື່ອພົວພັນຄ້າຂາຍປະສົບຜົນສຳເລັດໃນບັນດາຊ່ອງທາງ ມີລູກຄ້າທີ່ມີຄວາມຕ້ອງການຄຸນນະພາບສິນຄ້າສູງ, ບັນດານັກຜະລິດ, ຈຳຫນ່າຍສິນຄ້າຂອງຫວຽດນາມ ນອກຈາກຄວາມມານະພະຍາຍາມຂອງວິສາຫະກິດເອງແລ້ວ, ຍັງຕ້ອງມີການຫນູນຊ່ວຍ ແລະ ບຳລຸງສ້າງຢ່າງເປັນແບບເປັນແຜນຂອງອົງການທີ່ມີຫນ້າທີ່ຮັບຜິດຊອບ.

ໝູນໃຊ້ການຄ້າເອເລັກໂຕນິກ ເພື່ອຍູ້ແຮງການສົ່ງອອກທາງໄກຂ້າມຊາຍແດນ - ảnh 2ທ່ານ ຫງວຽນວັນແທ່ງ, ຜູ້ອຳນວຍການສູນພັດທະນາການຄ້າເອເລັກໂຕນິກ. ພາບ:Liên Thượng

ປີ 2023, ກະຊວງອຸດສາຫະກຳ ການຄ້າ ໄດ້ສົມທົບກັບ Alibaba.com ກໍ່ສ້າງ ແລະ ນຳຮ້ານຂາຍເຄື່ອງແຫ່ງຊາດ ຫວຽດນາມ - Vietnam Pavilion ເຂົ້າເຄື່ອນໄຫວ ຜ່ານຊ່ອງການຄ້າເອເລັກໂຕນິກນີ້. 100 ວິສາຫະກິດດີເດັ່ນໄດ້ຄັດເລືອກເຂົ້າຮ່ວມຮ້ານຂາຍເຄື່ອງນີ້. ຜ່ານນັ້ນ ທາງກະຊວງ ກໍ່ຫນູນຊ່ວຍວິສາຫະກິດ ສ້າງພາບພົດ, ໂຄສະນາເຄື່ອງໝາຍການຄ້າ, ເຊື່ອມຕໍ່ລູກຄ້າສາກົນໃນໄລຍະທຳອິດ. ທ່ານ ຫງວຽນວັນແທ່ງ, ຜູ້ອຳນວຍການສູນພັດທະນາການຄ້າເອເລັກໂຕນິກ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດິຈີຕອນ, ກະຊວງອຸດສາຫະກຳ - ການຄ້າ ຖືວ່າ:

 “ຢູ່ ຫວຽດນາມ ປະຈຸບັນ ມີຜະລິດຕະພັນພິເສດຂອງເຂດພາກຫລາຍຊະນິດ, ແຕ່ເວລາຂາຍສິນຄ້າແມ່ນສ່ວນຫລາຍຕ້ອງຜ່ານບໍລິສັດທີ່ລູກຄ້າມີຄວາມເຊື່ອໃຈ. ເຂົາເຈົ້າເກັບຊື້ແລ້ວ ຫລັງຈາກນັ້ນ ສົ່ງອອກຂ້າມຊາຍແດນ. ສະນັ້ນ ຜູ້ຜະລິດໂດຍກົງບັນດາຜະລິດຕະພັນນັ້ນບໍ່ໄດ້ກຳໄລຫລາຍປານໃດ. ສະນັ້ນ ການຄ້າເອເລັກໂຕນິກຂ້າມຊາຍແດນ ຈະຊ່ວຍໃຫ້ເຂົາເຈົ້າໄດ້ສົ່ງສິນຄ້າໄປຂາຍຢູ່ຕ່າງປະເທດໂດຍກົງໄດ້.

ປີ 2023, ມູນຄ່າການສົ່ງອອກຜ່ານການຄ້າເອເລັກໂຕນິກຂ້າມຊາຍແດນຂອງຫວຽດນາມ ບັນລຸ 14 ຕື້  USD. ໃນໄລຍະຈະມາເຖິງ, ການຄ້າເອເລັກໂຕນິກຂ້າມຊາຍແດນ ແນ່ນອນວ່າ ຈະເປີດຫລາຍກາລະໂອກາດສົ່ງອອກກວ່າໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ, ຊ່ວຍສິນຄ້າ ຫວຽດນາມ ເພີ່ມຄວາມສາມາດໃຫ້ລູກຄ້າໄດ້ຮູ້ຈັກເຖິງ ແລະ ສ້າງຈຸດຢືນຢູ່ຕະຫລາດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ