ໝູ່ບ້ານອັດສະລິຍະຢູ່ ບິ່ງເຢືອງ

(VOVWORLD) -ຕາແສງ ແບັກດັ່ງ ແມ່ນໜຶ່ງໃນຈຳນວນໜ້ອຍຕາແສງຂອງແຂວງ ບິ່ງເຢືອງ ທີ່ບໍ່ມີໂຮງງານ, ບໍ່ມີນ້ຳເສຍຈາກເຂດອຸດສາຫະກຳ.
ໝູ່ບ້ານອັດສະລິຍະຢູ່ ບິ່ງເຢືອງ - ảnh 1ການປູກຕົ້ນໄມ້ສີຂຽວຢູ່ແຄມທາງ ກໍຈະໄດ້ຮັບການປະຕິບັດ
(ພາບ: danviet.vn)
  ວັນທີ 02  ຕຸລາ 2020, ຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ ໄດ້ອະນຸມັດຜ່ານແຜນການປະຕິບັດການທົດລອງກໍ່ສ້າງ “ໝູ່ບ້ານອັດສະລິຍະ” ໃນບໍລິເວນຕາແສງ ແບັກດັ່ງ, ເທດສະບານ ເຕີນອຽນ, ໄລຍະ 2020 2025. ນີ້ແມ່ນ “ໝູ່ບ້ານອັດສະລິຍະ” ທຳອິດໃນທົ່ວປະເທດ, ປະກອບສ່ວນຫັນເປົ້າໝາຍການກໍ່ສ້າງຊົນນະບົດໃໝ່ອັດສະລິຍະຂອງແຂວງ ບິ່ງເຢືອງ ໃຫ້ປະກົດຜົນເປັນຈິງ.

        ຕາແສງ ແບັກດັ່ງ ແມ່ນໜຶ່ງໃນຈຳນວນໜ້ອຍຕາແສງຂອງແຂວງ ບິ່ງເຢືອງ ທີ່ບໍ່ມີໂຮງງານ, ບໍ່ມີນ້ຳເສຍຈາກເຂດອຸດສາຫະກຳ. ໃນອະນາຄົດ, ແຫ່ງນີ້ຈະທັງເປັນບ່ອນທີ່ເປັນໜ້າດຳລົງຊີວິດ, ເປັນມິດກັບສິ່ງແວດລ້ອມ, ທັງແມ່ນບ່ອນພັດທະນາກະສິກຳອັດສະລິຍະ, ພັດທະນາການທ່ອງທ່ຽວຊີວະພາບ, ກາຍເປັນສັນຍາລັກສີຂຽວໃຫ້ແກ່ແຂວງ ບິ່ງເຢືອງ. ປະຊາຊົນຢູ່ຕາແສງ ແບກດັ່ງ ມີຄວາມມ່ວນຊື່ນດີໃຈ ເມື່ອສະຖານທີ່ແຫ່ງນີ້ຈະໄດ້ຮັບການລົງທຶນໃຫ້ກາຍເປັນໝູ່ບ້ານອັດສະລິຍະ.

-     ຂ້າພະເຈົ້າເຫັນວ່າ ສິ່ງນີ້ແມ່ນດີທີ່ສຸດໃນວຽກງານກໍ່ສ້າງຊົນນະບົດໃໝ່.

-     ພວກຂ້າພະເຈົ້າຕັດສິນໃຈສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຮັບປະກັນແຫຼ່ງນ້ຳສະອາດ, ຮັບປະກັນການຫາເງິນລ້ຽງຊີບ.

ຕາມທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ ມາຍຮຸ່ງຢຸ໋ງ ແລ້ວ, ເປົ້າໝາຍຈຸດສຸມຂອງການປະຕິບັດແຜນຮ່າງກໍ່ສ້າງ “ໝູ່ບ້ານອັດສະລິຍະ” ແບັກດັ່ງ ແມ່ນເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

ບົນພື້ນຖານນັ້ນ, ເທດສະບານ ເຕີນອຽນ ໄດ້ສຸມແຫຼ່ງກຳລັງລົງທຶນໃຫ້ແກ່ຕາແສງ ແບັກດັ່ງ ປະຕິບັດສຳເລັດ ແລະ ຍົກສູງມູນຄ່າຜະລິດຕະພັນກະສິກຳ, ສົມທົບການທ່ອງທ່ຽວ ກັບການຜະລິດກະສິກຳ… “ໝູ່ບ້ານອັດສະລິຍະ” ໄດ້ນຳໃຊ້ບັນດາໂປຼແກຼມເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຄຸ້ມຄອງການຜະລິດ, ຄຸ້ມຄອງສິ່ງແວດລ້ອມ. ພ້ອມກັນນັ້ນ, ບັນດາກິດຈະກຳພົ້ນເດັ່ນຄື: ລະບົບໄຟເຍືອງທາງປະຢັດພະລັງງານ, ກ້ອງວົງຈອນປິດ, ການປູກຕົ້ນໄມ້ສີຂຽວຢູ່ແຄມທາງ ກໍຈະໄດ້ຮັບການປະຕິບັດ. Wifi ຄວາມໄວສູງໂດຍບໍ່ເສຍຄ່າ ກໍ່ໄດ້ຮັບການຕິດຕັ້ງຢູ່ບັນດາເຂດເຕົ້າໂຮມຊຸມຊົນ. ທ່ານ ດວ່ານຮົ່ງເຕືອຍ, ປະທານຄະນະກຳມະການປະຊາຊົນຕາແສງ ເຕີນອຽນ, ໃຫ້ຮູ້ວ່າ:

“ເພື່ອພັດທະນາໝູ່ບ້ານອັດສະລິຍະ, ກ່ອນອື່ນໝົດ ພວກຂ້າພະເຈົ້າລົງທຶນລະບົບດອກໄຟ led ໃນບໍລິເວນຕາແສງ ແລະ ບ້ານທັງໝົດ. ທີ 2 ການຕິດກ້ອງວົງຈອນປິດ ຢູ່ເຂດ 4 ແຍກ, ເສັ້ນທາງຫຼັກ. ທີ 3 ແມ່ນຍົກລະດັບ, ເປີດກວ້າງບັນດາເສັ້ນທາງໃນບໍລິເວນຕາແສງ ແບັກດັ່ງ”.

ໃນຂະນະນັ້ນ, ຕາມການນຳພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບິ່ງເຢືອງ ແລ້ວ, ທາງພະແນກໄດ້ສົມທົບກັນຜັນຂະຫຍາຍບັນດາໂຄງການພັດທະນາການຜະລິດ ສົມທົບກັບໂຄງການລົງທຶນເຂົ້າໃນກະສິກຳ, ຊົນນະບົດໃນບໍລິເວນຕາແສງ ແບັກດັ່ງ. ໄປພ້ອມກັນນັ້ນ, ກໍນຳເຕັກນິກເຂົ້າໃນການປູກຝັງ, ບົວລະບັດ, ປຸງແຕ່ງຜະລິດຕະພັນຕົ້ນໄມ້ກິນໝາກ ແລະ ໂປຼແກຼມຊອກຫາຕົ້ນກຳເນີດ ເພື່ອຄຸ້ມຄອງຄຸນນະພາບຜະລິດຕະພັນ. ຊາວກະສິກອນໄດ້ຮັບການໜູນຊ່ວຍດ້ານຂໍ້ມູນການຜະລິດກະສິກຳຢູ່ເຂດສວນ, ໜູນຊ່ວຍການຜະລິດຫຼາຍກວ່າ ເພື່ອກ້າວໄປເຖິງການສ້າງຮູບແບບສະຫະກອນດີຈີຕອນ ແລະ ຜັນຂະຫຍາຍບາງການບໍລິການດີຈີຕອນເທື່ອລະກ້າວ. ທ່ານ ຟ້າມວັນບົງ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບິ່ງເຢືອງ, ໃຫ້ຮູ້ວ່າ:

“ພັດທະນາບັນດາຕົ້ນໄມ້ກິນໝາກ, ຕົ້ນໄມ້ອຸດສາຫະກຳ, ກະສິກຳອົງຄະທາດ, ກະສິກຳຊີວະພາບ, ຮັບປະກັນຊີວະພາບ, ໃນນັ້ນຕິດພັນກັບໂຄງການ OCOP ສ້າງຕາແສງໜຶ່ງມີຜະລິດຕະພັນໜຶ່ງ. ນັ້ນແມ່ນການຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນ ກໍຄືບັນດາາມ, ສະຫະກອນມີເຄື່ອງໝາຍການຄ້າສ້າງຂຶ້ນ ເພື່ອຍົກສູງຄຸນນະພາບບັນດາຜະລິດຕະພັນ”.

ພ້ອມກັບແຜນຮ່າງກໍ່ສ້າງນະຄອນອັດສະລິຍະ, ແຜນຮ່າງກໍ່ສ້າງໝູ່ບ້ານອັດສະລິຍະຂອງແຂວງ ບິ່ງເຢືອງ ໄດ້ “ສ້າງເປັນເຄື່ອງໝາຍນຳໜ້າ” ໃນວິວັດການນຳໃຊ້ດີຈີຕອນ, ເປີດກຳລັງໜູນພັດທະນາໃໝ່ໃຫ້ທັງແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ