![]() ຮ້ານເຂົ້າປຸ້ນເຫ້ວອໍຊວນ
|
ເປັນຕາແຊບທີ່ສຸດເມື່ອໄດ້ເຫັນ ເຂົ້າປຸ້ນຖ້ວຍໜຶ່ງທີ່ຖືກປຸ່ງແຕ່ງດ້ວຍຊີ້ນງົວ, ຊີ້ນຂາໝູ, ລູກຊີ້ນ, ເລືອດງົວພ້ອມກັບຜັກຫອມ, ຜັກງອກ, ໝາກປີຕື່ມອີກ. ເຂົ້າປຸ້ນນ້ຳຜົງແມ່ນເຍື່ອງອາຫານທີ່ແຊບນົວຂອງນະຄອນເຫ້ວຊຶ່ງແມ່ນເມືອງຫຼວງເກົ່າຕັ້ງຢູ່ພາກກາງຫວຽດນາມ. ຖ້າຫາກຢາກຊິມ ເຂົ້າປຸ້ນນ້ຳຜົງທັງແຊບ ທັງຮັບປະກັນຫຼັກອະນາໄມຢູ່ຮ່າໂນ້ຍນັ້ນ, ຂໍເຊີນບັນດາທ່ານພ້ອມກັບນັກຂ່າວຢ້ຽວຮົ່ງຂອງ VOV ໄປຫາຮ້ານເຂົ້າປຸ້ນ ເຫ້ວອໍຊວນຊຶ່ງຕັ້ງຢູ່ຖະໜົນກວາງຈຸງຮ່າໂນ້ຍ.
ຮ້ານເຂົ້າປຸ້ນ ເຫ້ວອໍຊວນ ຕັ້ງຢູ່ເຮືອນເລັກທີ 3 ແລະ 5 ຖະໜົນກວາງຈຸງຮ່າໂນ້ຍຊຶ່ງແມ່ນສະຖານທີ່ມີອົງການ, ສຳນັກງານຢູ່ອ້ອມແອ້ມ. ແຕ່ລະມື້ເປີດປະຕູຂາຍຮັບໃຊ້ແຂກແຕ່ເຊົ້າຮອດຕອນເດິກ. ຮ້າຍເຂົ້າປຸ້ນ ເຫ້ວອໍຊວນໄດ້ເຄື່ອນໄຫວນັບແຕ່ 20 ປີມານີ້, ປະຈຸບັນມີຄົນຮັບໃຊ້ເຖິງ 15 ຄົນ, ແຕ່ບາງເວລາແຂກມາກິນຕ້ອງລໍ່ຖ້າຍ້ອນແຂກມາຫຼາຍ.
ເມື່ອເວົ້າເຖິງເຂົ້າປຸ້ນເຫ້ວຢູ່ຮ່າໂນ້ຍ ແມ່ນມີຮ້ານຫຼາຍແຫ່ງ, ແຕ່ແຂກຫຼາຍຄົນໃຫ້ຂໍ້ສັງເກດວ່າ ເຂົ້າປຸ້ນເຫ້ວອໍຊວນ ແຊບ ແລະ ມີລົດຊາດພິເສດເມື່ອທຽບໃສ່ຮ້ານອື່ນໆຍ້ອນຮ້ານມີເຄັດລັບພິເສດໃນການປຸ່ງແຕ່ງອາຫານ. ດ້ວຍຄວາມສຸມຈິດສຸມໃຈຕໍ່ການປະກອບອາຊີບຂາຍເຂົ້າປຸ້ນ, ນາງ ຈິງບອນ ເຈົ້າຂອງຮ້ານເຂົ້າປຸ້ນເຫ້ວອໍຊວນ ເປີດເຜີຍວ່າ :
“ ເພື່ອປຸ່ງແຕ່ງເຂົ້າປຸ້ນໃຫ້ແຊບ ແລະ ຖືກກັບແບບຂອງເຫ້ວນັ້ນ, ຮ້ານຕ້ອງສັ່ງຊື້ວັດຖຸດິບບາງຊະນິດມາຈາກເຫ້ວ, ຍົກຕົວຢ່າງຄື ໝາກນາວ, ໝາກເຜັດຂອງເຫ້ວ. ຖ້າຫາກຊື້ຢູ່ນີ້, ມັນຈະບໍ່ມີລົດຊາດຂອງເຫ້ວ”
ພໍ່ຂອງນາງ ບອນແມ່ນຊາວຮ່າໂນ້ຍ, ສ່ວນແມ່ ແມ່ນຊາວເຫ້ວ. ຕາມນາງ ບອນ ແລ້ວ, ປຸ່ງແຕ່ງເຂົ້າປຸ້ນໃຫ້ແຊບ ແລະ ຖືກກັບແບບຂອງເຫ້ວນັ້ນ ແມ່ນຍັງບໍ່ພຽງພໍເທື່ອ, ຫາກຕ້ອງແທດເໝາະກັບຄວາມມັກຕາມເຂດແຄ້ວນ. ນາງ ຈິງບອນ ເຈົ້າຂອງຮ້ານເຂົ້າປຸ້ນເຫ້ວອໍຊວນ ໃຫ້ຮູ້ວ່າ :
“ ສຳລັບຊາວຮ່າໂນ້ຍແລ້ວ, ການປຸ່ງແຕ່ງກໍມີຄວາມແຕກຕ່າງກັນ. ຄືຊາວຮ່າໂນ້ຍບໍ່ມັກກິນເຜັດ, ມັກກິນຮ້ອນ ”
ນາງລານເຟືອງແຂກມາກິນເຂົ້າປຸ້ນເຫ້ວຢູ່ຮ້ານອໍຊວນເປັນປະຈຳ ໃຫ້ຮູ້ວ່າ :
“ເຂົ້າປຸ້ນຢູ່ຮ້ານນີ້ແຊບ ແລະ ຮັບປະກັນຫຼັກອະນາໄມ. ບັນດາຜູ້ຮັບໃຊ້ໃນຮ້ານເຮັດວຽກຫ້າວຫັນ ແລະ ຮັກແພງແຂກ. ຮ້ານເຂົ້າປຸ້ນເຫ້ວອໍຊວນ ກໍຕັ້ງຢູ່ມໍ່ກັບສຳນັກງານຂອງຕົນ, ດັ່ງນັ້ນຂ້າພະເຈົ້າມີຄວາມສະດວກເມື່ອໄປກິນເຂົ້າປຸ້ນ. ລາຄາເຂົ້າປຸ້ນຖ້ວຍໜຶ່ງແມ່ນ 45.000 ດົງ ກໍພໍດີ. ຂ້າພະເຈົ້າພໍໃຈທີ່ສຸດ ”
ຂ່າວດີຂ່າວມວນໄດ້ຖືກສົ່ງໄປທົ່ວ, ໂດຍບໍ່ຕ້ອງການໂຄສະນາ, ແຕ່ຊື່ສຽງຂອງ ຮ້ານເຂົ້າປຸ້ນເຫ້ວອໍຊວນ ສາມາດດຶງດູດແຂກມາກິນນັບມື້ນັບຫຼາຍຂຶ້ນ. ສຳລັບນາງບອນແລ້ວ, ຂອງກິນແຊບແມ່ນຍັງບໍ່ພຽງພໍ, ຫາກທ່າທີຕ້ອນຮັບແຂກ ກໍເປັນການປະກອບສ່ວນສຳຄັນທີ່ສຸດ. 20 ປີຜ່ານມາ, ຄວາມແຊບນົວຂອງເຂົ້າປຸ້ນ ແລະ ທ່າທີຮັບໃຊ້ແຂກກໍຍັງຄົງເໝືອນເດີມ, ແຂກມາກິນ ຢູ່ຮ້ານເຂົ້າປຸ້ນເຫ້ວອໍຊວນ ຍາມໃດກໍໄດ້ຮັບຄວາມນັບຖື .
![]() |
ຖ້າຫາກທ່ານຢາກປຸ່ງແຕ່ງເຂົ້າປຸ້ນເຫ້ວທີ່ແຊບນົວ ເພື່ອໃຫ້ 5 ຄົນກິນຢູ່ບ້ານ, ທ່ານຕ້ອງກະກຽມວັດຖຸດິບດັ່ງນີ້ :
ເຂົ້າປຸ້ນ 1 kg, ຊີ້ນງົວ : 300 g , ຂາໝູ 1 ອັນ, ກະດູກ 1 kg, ລູກຊີ້ນງົວ : 200 g,
ຫົວສິງໄຄ : 6 ຫົວ, ຂີງ: 50 g , ພ້ອມກັບຜັກຫອມ, ຫົວຜັກທຽມ, ໝາກເຜັດ…
ກ່ອນອື່ນໝົດຕ້ອງລ້າງໃຫ້ສະອາດທັງໝົດ, ຊີ້ນງົວພັນ ແລະ ມັດໃຫ້ແໜ້ນ. ຫຼັງຈາກນັ້ນ, ເອົາຊີ້ນຈຸ່ມໃສ່ນ້ຳຟົດບຶດດຽວ, ແລ້ວກໍນຳໄປເອືອບກັບເກືອ, ແປ້ງນົວ, ຜັກຫອມບົວ,, ຜັກທຽມ ແລະ ຫົວສິງໄຄ. ເອືອບປະມານ 10 ນາທີ.
ຫຼັງຈາກນັ້ນ ພວກເຮົາເລີ່ມອົບ:
ກ່ອນອື່ນ ຕ້ອງເອົາຫົວສິງໄຄ ແລະ ຂີງ ພ້ອມກັບກະດູກໝູ ແລະ ຊີ້ຂາໝູໃສ່ໝໍ້ອົບ, ແລະໃຕ້ໄຟພໍດີ, ຖ້າຮອດເວລາຊີ້ນອ່ອນໄປ ຈຶ່ງໄດ້.
ກໍເຊັ່ນກັບວິທີນີ້, ພວມເຮັດເຮັດຄ້າຍຄືກັນກັບຊີ້ງົວ.
ພາຍຫຼັງອົບແລ້ວ, ພວກເຮົາຕັກຊີ້ນຂຶ້ນ , ແລ້ວປະໃຫ້ນຳ້ຍ້ອຍໝົດ. ຫຼັງຈາກນັ້ນ ຮອດຂັ້ນຕອນປຸ່ງແຕ່ງນ້ຳເຂົ້າປຸ້ນ. ພວກທ່ານຕ້ອງເອົານຳ້ຕົ້ມກະດູກ ແລະ ຊີ້ນງົວໃສ່ໝໍ້ໃຫຍ່, ແລ້ວຕ້ອງຕົ້ມໃຫ້ຟົດ. ຈາກນັ້ນເອົາຂົ້ວຫົວສິງໄຄ, ຜັກທຽມໃສ່ຕື່ມອີກ.
ສຸດທ້າຍ, ພວກທ່ານ ຕັດຜັກຫອມບົວ, ຫອມປ້ອມ…ໃຫ້ບ່າງໆ. ກະກຽມໝາກນາວ, ໝາກເຜັດຕາມໃຈມັກ ແລະ ເອົາຊີ້ນງົວ, ຊີ້ນຂາໝູ, ລູກຊີ້ນງົວພ້ອມກັບຜັກຫອມໃສ່ຖ້ວຍ, ແລ້ວກໍຖອກນຳ້ເຂົ້າປຸ່ນໃສ່ຈຶ່ງສຳເລັດ. ຫວັງວ່າບັນດາທ່ານຈະຮັບປະທານດ້ວຍຄວາມແຊບນົວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

