ປະເທດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຫຼາຍກາລະໂອກາດ ແລະ ສິ່ງທ້າທາຍທີ່ສະຫຼັບກັນ, ຄຳຮຽກຮ້ອງທີ່ວາງອອກແມ່ນບໍ່ພຽງແຕ່ແມ່ນການເຕີບໂຕໂດຍໄວເທົ່ານັ້ນ ຫາກຍັງຕ້ອງມີການເຕີບໂຕຢ່າງຖືກທິດ: ເພື່ອມະນຸດ ແລະ ຮັບໃຊ້ມະນຸດ.
ທຸກຜົນສຳເລັດສຸດທ້າຍ ຕ້ອງແມ່ນຂອງປະຊາຊົນ
ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ທຸກນະໂຍບາຍ, ທຸກໂຄງການ, ທຸກແຫຼ່ງກຳລັງລົງທຶນລ້ວນແຕ່ຕ້ອງມຸ່ງໄປເຖິງການສ້າງຄຸນຄ່າແທ້ຈິງໃຫ້ແກ່ປະຊາຊົນຍົກສູງລາຍຮັບ, ຫຼຸດຜ່ອນຄວາມທຸກຍາກ, ຮັດແຄບໄລຍະຫ່າງແຫ່ງການພັດທະນາ, ຍົກສູງສະຫວັດດີການສັງຄົມ ແລະ ຮັບປະກັນສິດ, ຜົນປະໂຫຍດອັນຊອບທຳຂອງປະຊາຊົນທຸກຊັ້ນຄົນ. ໝາກຜົນການເຕີບໂຕຕ້ອງໄດ້ແບ່ງປັນຢ່າງມີຄວາມຍຸຕິທຳ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ຄວາມເຫັນດີເຫັນພ້ອມທາງສັງຄົມ ແລະ ການພັດທະນາແບບຍືນຍົງ.
ນີ້ທັງແມ່ນທາດແທ້ຂອງລະບົບ, ທັງແມ່ນໄມ້ຫຼາວັດແທກສຸດທ້າຍຂອງທຸກນະໂຍບາຍພັດທະນາ. ເປົ້າໝາຍສຸດທ້າຍຂອງການພັດທະນາແມ່ນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ. ຖ້າ Gdp ເພີ່ມຂຶ້ນ ແຕ່ລາຍຮັບບໍ່ໄດ້ປັບປຸງໃຫ້ດີຂຶ້ນຢ່າງເໝາະສົມ, ຖ້າໄລຍະຫ່າງພັດທະນາລະຫວ່າງບັນດາເຂດ, ບັນດາກຸ່ມຊຸມຊົນມີໄລຍະຫ່າງທາງສັງຄົມຫຼາຍ, ຖ້າປະຊາຊົນຍັງບໍ່ທັນໄດ້ເຂົ້າເຖິງຄວາມສະເໝີພາບກ່ວາ ໃນຂົງເຂດການສຶກສາ, ການແພດ, ເຮືອນຢູ່, ວຽກເຮັດງານທຳ ແລະ ການຮັບປະກັນຊີວິດສັງຄົມ ກໍ່ໝາຍຄວາມວ່າ ການເຕີບໂຕນັ້ນຍັງບໍ່ທັນມີຄວາມໝາຍຄົບຖ້ວນ. ພຶດຕິກຳຕົວຈິງສະແດງໃຫ້ເຫັນວ່າ ເມື່ອການເຕີບໂຕຕິດພັນກັບການຮັບປະກັນຊີວິດ ແລະ ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ໝາກຜົນຂອງການພັດທະນາຈະມີພື້ນຖານສັງຄົມທີ່ໝັ້ນແກ່ນກວ່າ.
ຕາມການປະກາດຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ (16 ມີນາ 2026), ອັດຕາສ່ວນຄົນທຸກຍາກຫຼາຍຂົ້ວ ປີ 2025, ຕາມມາດຖານຄວາມທຸກຍາກຫຼາຍຂົ້ວ ໄລຍະ 2022 – 2025 ແມ່ນ 2,95%, ຫຼຸດລົງຢ່າງແຮງເມື່ອທຽບໃສ່ກັບປີ 2024 (ປີ 2024 ແມ່ນ 4,06%). ນັ້ນແມ່ນໝາກຜົນທີ່ເປັນໜ້າຮັບຮູ້.ແຕ່ວ່າການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງບໍ່ພຽງແຕ່ແມ່ນຫຼຸດຜ່ອນອັດຕາສ່ວນເທົ່ານັ້ນ ຫາກຍັງແມ່ນການເປີດກວ້າງໂອກາດເຂົ້າເຖິງການບໍລິການໂດຍພື້ນຖານ, ເພີ່ມຄວາມສາມາດທົນທານຂອງບັນດາຄອບຄົວຕໍ່ຄວາມສ່ຽງ ແລະ ບໍ່ປະໃຫ້ເກີດສະພາບການທຸກຍາກຄືເກົ່າເມື່ອເກີດການຜັນແປ.
ການເຕີບໂຕໄປຄຽງຄູ່ກັບຄຸນນະພາບຂອງຊີວິດ
ໃນວິວັດການປ່ຽນແປງໃໝ່, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ກຳນົດການພັດທະນາເສດຖະກິດແມ່ນໜ້າທີ່ຈຸດສຸມ. ໃນຫຼາຍປີຜ່ານມາ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດສຳຄັນກ່ຽວກັບການເຕີບໂຕເສດຖະກິດ, ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນຂອງພາກພື້ນ. ເຖິງຢ່າງໃດກໍຕາມ, ພຶດຕິກຳຕົວຈິງ ກໍ່ສະແດງໃຫ້ເຫັນວ່າ ຖ້າພຽງແຕ່ເດີນຕາມຄວາມໄວຂອງການເຕີບໂຕຢ່າງດຽວເທົ່າ ໂດຍບໍ່ສົນໃຈເຖິງຄຸນນະພາບ ແລະ ການຈັດແບ່ງໝາກຜົນຢ່າງຄົບຖ້ວນ, ການເຕີບໂຕນັ້ນຈະຂາດຄວາມຍືນຍົງ ແລະ ຊ້ອນແຝງຫຼາຍບັນຫາທາງສັງຄົມ.
ພັກກຳນົດ: ບໍ່ເຮັດທຸກຢ່າງເພື່ອເດີນຕາມການເຕີບໂຕ. ພື້ນຖານເສດຖະກິດທີ່ເຂັ້ມແຂງຕ້ອງແມ່ນພື້ນຖານເສດຖະກິດຮັບໃຊ້ແຜນການແຫ່ງຊາດກ່ຽວກັບການທຳມາຫາກິນຂອງປະຊາຊົນ. ທຸກນະໂຍບາຍ, ທຸກແຫຼ່ງກຳລັງລົງທຶນລ້ວນແຕ່ຕ້ອງມຸ່ງໄປເຖິງການສ້າງຄຸນຄ່າທີ່ແທ້ຈິງໃຫ້ແກ່ປະຊາຊົນ. ສິ່ງນັ້ນຮຽກຮ້ອງຕ້ອງມີການປ່ຽນແປງໂດຍພື້ນຖານໃນຈິນຕະນາການວາງແຜນກຳນົດ ແລະ ປະຕິບັດນະໂຍບາຍ: ບໍ່ພຽງແຕ່ໃຫ້ຄວາມສົນໃຈຕໍ່ຂອບຂະໜາດການລົງທຶນເທົ່ານັ້ນ ຫາກຍັງຕ້ອງຕີລາຄາໄດ້ປະສິດທິຜົນສັງຄົມອີກດ້ວຍ, ບໍ່ພຽງແຕ່ໃຫ້ຄວາມສົນໃຈເຖິງຜົນປະໂຫຍດດ້ານເສດຖະກິດໃນສະເພາະໜ້າເທົ່ານັ້ນ ຕ້ອງຄິດໄລ່ເຖິງຜົນກະທົບອັນຍາວນານຕໍ່ຊຸມຊົນ ແລະ ສິ່ງແວດລ້ອມອີກດ້ວຍ. ໂຄງການທີ່ໄດ້ຮັບຖືວ່າປະສົບຜົນສຳເລັດບໍ່ພຽງແຕ່ປະກອບສ່ວນເຂົ້າ Gdp ເທົ່ານັ້ນ ຫາກໂຄງການນັ້ນຍັງຕ້ອງສ້າງວຽກເຮັດງານທຳທີ່ເປັນປົກກະຕິ, ຍົກສູງລາຍຮັບ, ປົວແປງເງື່ອນໄຂການດຳລົງຊີວິດ ແລະ ນຳກາລະໂອກາດພັດທະນາມາໃຫ້ແກ່ປະຊາຊົນທ້ອງຖິ່ນອີກດ້ວຍ. ທ່ານ ຮສ.ປອ ຫງວຽນວຽດໂທງ ຕີລາຄາວ່າ:
ທັດສະນະຂອງພັກໄດ້ຢັ້ງຢືນຢ່າງສະເໝີຕົ້ນສະເໝີປາຍນັ້ນແມ່ນ ການເຕີບໂຕເສດຖະກິດຕ້ອງໄປຄຽງຄູ່ກັບຄວາມກ້າວໜ້າໃນຕົວຈິງ ແລະ ຄວາມສະເໝີພາບໃນສັງຄົມໃນການແກ້ໄຂໄດ້ບັນຫາວຽກເຮັດງານທຳ, ລົບລ້າງຄວາມອຶດຫິວທຸກຍາກ, ໃຜກໍ່ໄດ້ໄປໂຮງຮຽນ.
ໂດຍຢຶດໝັ້ນການເຕີບໂຕເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ຄວາມສະເໝີພາບທາງສັງຄົມ ແມ່ນຫຼັກການສະແດງໃຫ້ເຫັນການກຳນົດທິດສັງຄົມນິຍົມ ຂອງພື້ນຖານເສດຖະກິດ. ການເຊື່ອມຊຶມ ແລະ ປະຕິບັດທັດສະນະນີ້ຢ່າງມີຄວາມສະເໝີຕົ້ນສະເໝີປາຍ ຈະແມ່ນຂໍ້ກຸນແຈເພື່ອໃຫ້ ຫວຽດນາມ ບໍ່ພຽງແຕ່ບັນລຸໄດ້ອັດຕາເຕີບໂຕສູງເທົ່ານັ້ນ ຫາກຍັງສ້າງສັງຄົມແຫ່ງຄວາມສະເໝີພາບ, ສີວິໄລ ແລະ ຜາສຸກອີກດ້ວຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ