
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳລັດຖະບານ
ຫວຽດນາມ ເຈືອງຮ່ວາບີງ ເຮັດວຽກຢູ່ແຂວງ ດັກນົງ
(vovworld) – ໂດຍສືບຕໍ່ການປະຕິບັດງານຢູ່ບັນດາແຂວງ ໄຕງວຽນ, ວັນທີ 01/01 ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດັກນົງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ວຽກງານພາຍໃນ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບປີ 2016; ໜ້າທີ່, ມາດຕະການພັດທະນາປີ 2017. ກ່າວຄຳເຫັນທີ່ການເຮັດວຽກ ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ເນັ້ນໜັກວ່າ ດັກນົງ ແມ່ນແຂວງເຊື່ອມ ຕໍ່ ໄຕງວຽນ ກັບເຂດເສດຖະກິດພາກໃຕ້, ມີທີ່ດິນ, ອາກາດທີ່ດີ, ມີຊັບພະຍາກອນໂລຫະທີ່ອຸດົມຮັ່ງມີ, ດັ່ງນັ້ນຈຶ່ງມີເງື່ອນໄຂສະດວກຫລາຍຢ່າງ ເພື່ອພັດທະນາເສດຖະກິດ. ແຂວງຄວນສືບຕໍ່ຜັນຂະຫຍາຍແຜນການດຳເນີນງານຂອງແຂວງ ປະຕິບັດບັນດາມະຕິຂອງລັດຖະບານ ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງ, ໜູນຊ່ວຍການພັດທະນາວິສາຫະກິດ. ພ້ອມກັນນັ້ນ ດັກນົງ ຄວນແກ້ໄຂບັນດາບັນຫາສັງຄົມເປັນຢ່າງດີ ພິເສດແມ່ນການກໍ່ສ້າງອາຊີບ, ແກ້ໄຂວຽກເຮັດງານທຳ, ພັດທະນາສາທາລະນະສຸກ, ການສຶກສາ.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ດ່ານຊາຍແດນ ທ້ວນອານ ແລະ ດັກລາວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ