ວັນທີ 30 ມີນາ, ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເກຼັກ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Athanasios Plevris, ລັດຖະມົນຕີກະຊວງອົບພະຍົບ ແລະ ລີ້ໄພ ເກຼັກ ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານແຮງງານລະຫວ່າງ 2 ປະເທດ.
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ນາງ ຟ້າມທິທູເຮືອງ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານແຮງງານລະຫວ່າງ 2 ປະເທດໂດຍໄວ ເພື່ອສ້າງຂອບເຂດໃຫ້ແກ່ວິວັດການຮ່ວມມື ແລະ ສ້າງເງື່ອນໄຂສະດວກ ກໍຄືຮັບປະກັນສິດທິຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ, ສອດຄ່ອງກັບກົດໝາຍຂອງ 2 ຝ່າຍ.
ສ່ວນທ່ານລັດຖະມົນຕີ Athanasios Plevris ໃຫ້ຮູ້ວ່າ ເກຼັກ ປາດຖະໜາຢາກເພີ່ມທະວີການຮ່ວມມື ແລະ ລົງນາມໃນຂໍ້ຕົກລົງຮ່ວມມືດ້ານແຮງງານກັບບັນດາປະເທດ, ໃນນັ້ນມີ ຫວຽດນາມ, ເພື່ອພາຜູ້ອອກແຮງງານຕ່າງປະເທດມາຍັງ ເກຼັກ ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍ, ຕອບສະໜອງຄວາມຕ້ອງການດ້ານແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການເຕີບໂຕ ແລະ ພັດທະນາປະເທດເສດຖະກິດປະເທດຊາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ