ໃນ​ການ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ໄລ​ຍະ​ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 01 ເມ​ສາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງກ​ະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ໃຫ້​ຮູ້​ວ່າ ວົງ​ເງິນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂ​ອງ​ດົງ, ສິນ​ໃນ​ນ້ຳ​ຂອງ ຫວຽດ​ນາມ ໃນ​ເດືອນ ເມ​ສາ 2026 ຄາດ​ວ່າ​ບັນ​ລຸ 6,02 ຕື້ USD (ເພີ່ມ​ຂຶ້ນ​ຢ່າງ​ແຮງ ເຖິງ 47,8% ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ). ໄລ່​ສະ​ເລ່ຍ 3 ເດືອນ​ຕົ້ນ​ປີ 2026, ວົງ​ເງິນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ​ບັນ​ລຸ 16,69 ຕື້ USD (ເພີ່ມ​ຂຶ້ນ 5,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025).

ໃນ​ນັ້ນ, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ບັນ​ລຸ 8,93 ຕື້ USD; ສິນ​ໃນ​ນ້ຳ​ບັນ​ລຸ 2,62 ຕື້ USD, ນັ້ນລ້ວນ​ແຕ່ໄດ້​ຮັບ​ຮູ້​ລະ​ດັບ​ການ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ. ພິ​ເສດ, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ສັດ​ລ້ຽງ​ເພີ່ມ​ຂຶ້ນ 54,3%, ບັນ​ລຸ​ເກືອບ 198 ລ້ານ USD.

ກົງ​ກັນ​ຂ້າມ, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ເຄື່ອງ​ປ່າ​ຂອງ​ດົງຫຼຸດ​ລົງ​ເລັກ​ນ້ອຍ 2,4%, ສິ່ງ​ດັ່ງ​ກ່າວສ່ອງ​ແສງ​ໃຫ້​ເຫັນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ຕະຫຼາດ ແລະ ຄວາມ​ຕ້ອງ​ການ​ບໍ​ລິ​ໂພກ.

ຖ້າ​ຄິດ​ໄລ່​ຕາມ​ຕະຫຼາດ​ແລ້ວ, ອາ​ຊີ ສືບ​ຕໍ່​ແມ່ນ​ພາກ​ພື້ນ​ບໍ​ລິ​ໂພກບັນ​ດາ​ປະ​ເພດ​ສິນ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຂອງ ຫວຽດ​ນາມ ຫຼາຍ​ທີ່​ສຸດ, ກວມ​ເອົາກວ່າ 45% ອັດ​ຕາ​ສ່ວນ​ກວມຕະຫຼາດ. ຖັດ​ຈາກ​ນັ້ນ​ແມ່ນ​ທະ​ວີບ ອາ​ເມ​ລິ​ກາ ແລະ ເອີ​ຣົບ, ໃນ​ຂະ​ນະ​ທີ່ ອາ​ຟະ​ລິ​ກາ ແລະ ທະ​ວີບໂອ​ເຊ​ອາ​ນີ ກວມ​ເອົາ​ອັດ​ຕາສ່ວນ​ໜ້ອຍ.