
ສະຖານທູດຫວຽດນາມ ປະຈຳກຳປູເຈຍ ຈັດຕັ້ງລາຍການອວຍພອນປີໃໝ່
(ພາບປະກອບ: TTXVN)
(vovworld) - ວັນທີ 23/01, ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໄດ້ຈັດຕັ້ງລາຍການອວຍພອນປີໃໝ່, ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ Kandal, ເພື່ອແນໃສ່ຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ທີ່ນີ້ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ ແລະ ຄົບຖ້ວນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວກຸສົນ ແລະ ວຽກງານປະຊາຄົມໂດຍສະຖານທູດສົມທົບກັບທະນາຄານກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຢູ່ກຳປູເຈຍ ຈັດຕັ້ງ. ຄະນະປະຕິບັດງານໄດ້ມອບຂອມຂວັນ 200 ພູດ, ແຕ່ລະພູດແມ່ນເຂົ້າສານ 20 ໂລ ໃຫ້ບັນດາຄອບຄົວຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ Kean Svay.
ຕອນຄ່່ຳວັນທີ 23/01, ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ຈັດຕັ້ງພິທີຕ້ອນຮັບບຸນເຕັດປະຊາຄົມປີລະກາ ດ້ວຍການເຂົ້າຮ່ວມຂອງພະນັກງານບັນດາອົງການຕາງໜ້າຫວຽດນາມ, ພໍ່ແມ່ປະຊາຊົນຊາວຫວຽດນາມ, ນັກສຶກສາ, ນັກຮຽນທີ່ພວມເຮັດວຽກ, ຮ່ຳຮຽນຢູ່ອິນໂດເນເຊຍ, ພ້ອມກັບຜູ້ຕາງໜ້າສະຖານທູດບາງປະເທດ ແລະ ບາງອົງການຈັດຕັ້ງຂອງອິນໂດເນເຊຍ ເກືອບ 300 ຄົນ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ ຮ່ວາງແອງຕ໋ວນ ໄດ້ຝາກຄຳຂອບອົກຂອບໃຈເຖິງເພື່ອນມິດສາກົນໃນຄະນະທຸຕານຸທູດ ແລະ ເພື່ອນມິດອິນໂດເນເຊຍ ໃນໄລຍະຜ່ານຍາມໃດກໍ່ຮ່ວມມື, ສະໜັບສະໜູນຫວຽດນາມ ເວົ້າລວມ ແລະ ສະຖານທູດຫວຽດນາມ ເວົ້າສະເພາະ, ພ້ອມທັງສະແດງຄວາມປາດຖະໜາຢາກໄດ້ຮັບການສະໜັບສະໜູນໃນອະນາຄົດ.
ກ່ອນໜ້ານັ້ນ, ວັນທີ 22/01, ສະຖານທູດຫວຽດນາມ ປະຈຳລາຊາອານາຈັກ ມາຣົກ ກໍ່ຈັດຕັ້ງງານພົບປະສ້າງສັນຕ້ອນຮັບປີໃໝ່ປີລະກາ, ດ້ວຍການເຂົ້າຮ່ວມຂອງຊາວຫວຽດນາມ ແລະ ນັກສຶກສາທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ມາຣົກ.
ຕອນຄ່ຳວັນທີ 22/01, ພໍ່ແມ່ປະຊາຊົນຊາວຫວຽດນາມ, ພະນັກງານ, ນັກສຶກສາພວມດຳລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ອິດສະຣາແອນ ໄດ້ພ້ອມກັນເຂົ້າຮ່ວມງານພົບປະສ້າງສັນຕ້ອນຮັບບຸນເຕັດປະຊາຄົມ ເນື່ອງໃນໂອກາດບຸນເຕັດປີລະກາ ໂດຍສະຖານທູດຫວຽດນາມ ປະຈຳອິດສະຣາແອນ ຈັດຕັ້ງ. ກ່າວຄຳເຫັນທີ່ງານພົບປະ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິດສະຣາແອນ ກາວຮ່ວາງກ໋ວກຫາຍ ເນັ້ນໜັກວ່າ, ບຸນເຕັດປະຊາຄົມປີນີ້ ດຳນີນໄປໃນບັນຍາກາດຟົດຟື້ນມ່ວນຊື່ນ ແລະ ອົບອຸ່ນ. ທ່ານເອກອັກຄະລັດຖະທູດກໍແຈ້ງໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ຮັບຊາບກ່ຽວກັບສະພາບການພົ້ນເດັ່ນຂອງຫວຽດນາມ, ການພົວພັນລະຫວ່າງຫວຽດນາມ - ອິດສະຣາແອນ ໃນປີຜ່ານມາ ແລະ ບາງຂໍ້ກຳນົດທິດໃຫຍ່ໃນການພົວພັນລະຫວ່າງ 2 ປະເທດໃນປີຈະມາເຖິງ.
ເນື່ອງໃນໂອກາດບຸນເຕັດປີລະກາ ແລະ 87 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ຢູ່ນະຄອນຫຼວງ Wellington, ສະຖານທູດຫວຽດນາມ ປະຈຳນິວຊີແລນ ໄດ້ຈັດຕັ້ງງານພົບປະສ້າງສັນປະຊາຄົມ, ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວຫວຽດນາມ, ນັກສຶກສາທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ Wellington ແລະ ບັນດານະຄອນໃກ້ຄຽງ… ເປັນຈຳນວນຫຼາຍ. ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດຢຸງ ປາດຖະໜາວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ນິວຊີແລນ ສືບຕໍ່ແມ່ນໜຶ່ງໃນບັນດາຂົວເຊື່ອມຕໍ່ທີ່ມີປະສິດທິຜົນ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານທີ່ນັບມື້ນັບດີງາມລະຫວ່າງຫວຽດນາມ ແລະ ນິວຊີແລນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ