ເມືອງເກາະ ແບັກລອງຫວີ (ຫ໋າຍຟ່ອງ) ຕັ້ງຢູ່ໃຈກາງຂອງເຂດອ່າວພາກເໜືອ, ຫ່າງຈາກເຂດດິນຕໍ່ແຜ່ນຂອງນະຄອນ ຫ໋າຍຟ່ອງ 133 ກມ, ຂີ່ເຮືອໄປປະມານ 6-7 ຊົ່ວໂມງຈຶ່ງຮອດ.
ເມືອງເກາະ ແບັກລອງຫວີ ແມ່ນໜຶ່ງໃນຈຳນວນ 8 ເຂດຫາປາຂະໜາດໃຫຍ່ຂອງເຂດອ່າວພາກເໜືອ, ດ້ວຍແຫຼ່ງສິນໃນນ້ຳ, ລະບົບຊີວະນາໆພັນທະເລອຸດົມສົມບູນ.
ປະຊາຊົນໃນເກາະດຳລົງຊີວິດຕົ້ນຕໍດ້ວຍອາຊີບຂຸດຄົ້ນ, ປຸງແຕ່ງປາ.
ປະຈຸບັນ, ພົນລະເມືອງຢູ່ ເກາະແບັກລອງຫວີ ມີເກືອບ 700 ຄົນ.
ພາຍຫຼັງ 30 ປີ, ກອງທັບ ແລະ ປະຊາຊົນຢູ່ເມືອງເກາະ ໄດ້ຮ່ວມແຮງຮ່ວມໃຈ, ສ້າງເມືອງເກາະ ແບັກລອງຫວີ, ມີຫຼາຍກິດຈະກຳພື້ນຖານໂຄງລ່າງໄດ້ຮັບການສ້າງຕັ້ງຂຶ້ນ ເຮັດໃຫ້ໂສມໜ້າເມືອງເກາະປ່ຽນແປງຫຼາຍຢ່າງ.
ລະບົບທ່າກ່ຳປັ່ນຢູ່ ແບັກລອງຫວີ
ໂຮງຮຽນ, ສຸກສາລາ, ຫໍວັດທະນະທຳ… ຕອບສະໜອງຄວາມຕ້ອງ ຂອງປະຊາຊົນໄດ້ໂດຍພື້ນຖານ
ໜຶ່ງໃນບັນດາຈຸດນັດພົບທີ່ໜ້າປະທັບໃຈທີ່ສຸດແມ່ນ ປະພາຄານ ແບັກລອງຫວີ.
ວັດ ແບັກລອງ
ເກາະ ແບັກລອງຫວີ ສວມບົດບາດສຳຄັນໃນຍຸດທະສາດພັດທະນາເສດຖະກິດທະເລຂອງນະຄອນ ຫ໋າຍຟ່ອງ.
ບັນດາກິດຈະກຳໜອງບັນຈຸນ້ຳຈືດ; ໂຄງການພະລັງງານແຮງລົມ… ກໍ່ໄດ້ຮັບການລົງທຶນ.
ແບັກລອງຫວີ ພວມນັບມື້ນັບຍັບເຂົ້າໃກ້ກັບເຂດດິນຕໍ່ແຜ່ນກວ່າ, ເປີດກາລະໂອກາດຫຼາຍຢ່າງເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຢາມເກາະແຫ່ງນີ້.