ນາງສາວຫວຽດນາມ ນຸ່ງເສື້ອຍາວ ຊຸດອາພອນປະຈຳຊາດທີ່ເຕັມໄປດ້ວຍຄວາມສະເຫນ່

(ພາບ: ຢາງທີ້ງ)

ຊຸດເສື້ອຍາວ ດ້ວຍສີສັນລາກຫລາຍ ຍາມໃດກໍ່ແມ່ນການເລືອກເຟັ້ນຂອງແມ່ຍິງ ຫວຽດນາມ
ນາງ ຫງວຽນທູຍງາ ພ້ອມກັບໝູ່ເພື່ອນມີຄວາມເອກອ້າງທະນົງໃຈເມື່ອໄດ້ນຸ່ງຊຸດເສື້ອຍາວທີ່ສວຍງາມຂອງຫວຽດນາມ
ເອື້ອຍ ທູຍງາ, ຄູສອນຢູ່ມະຫາວິທະຍາໄລ FPT ໃຫ້ຮູ້ວ່າ: ປີໃດ ເອື້ອຍກໍ່ພ້ອມກັບບັນດາໝູ່ເພື່ອນຂອງຕົນຖ່າຍຮູບນຸ່ງເສື້ອຍາວໃນຍາມບຸນເຕັດເພື່ອຮັກສາບັນດາອະນຸສອນໃນຄາວຍັງເປັນຊາວຫນຸ່ມ.
ເອື້ອຍ ມີງແຫ້ງ ປະຈຸບັນ ດຳລົງຊີວິດ ແລະ ເຮັດວຽກ ຢູ່ ຫາຍຟ່ອງ ຖືວ່າ: ແມ່ຍິງຫວຽດນາມ ເມື່ອນຸ່ງຊຸດເສື້ອຍາວ ຍິ່ງສ້າງຄວາມດູດດື່ມພິເສດ ແລະ ຍາມໃດກໍ່ດຶງດູດຄວາມສົນໃຈຈາກຜູ້ອື່ນ.
ຊຸດເສື້ອຍາວເຊີດຊູບັນດາຄຸນຄ່າທີ່ເປັນມູນເຊື້ອ ແລະ ຄວາມງາມສະເຫນ່ຂອງຜູ້ນຸ່ງ
ຍາກທີ່ມີຊຸດອາພອນໃດນຳມາເຊິ່ງບັນຍາກາດຄຶກຄື້ນໃນໂອກາດທ້າຍປີຄືເສື້ອຍາວ.
ໃນຊຸມມື້ນີ້, ມາຢ້ຽມຢາມບັນດາສວນດອກໄມ້ຢູ່ ເຍີດເຕີນ, ພວກເຮົາຈະພົບເຫັນຮູບພາບສວຍງາມຂອງເອື້ອຍນ້ອງແມ່ຍິງຫວຽດນາມນຸ່ງເສື້ອຍາວ
ຄຽງຂ້າງບັນດາຊຸດເສື້ອຍາວປະຈຳຊາດ, ໃນຊຸມມື້ມໍ່ໆມານີ້, ເສື້ອຍາວແບບໃຫມ່ນີ້ກໍ່ໄດ້ຮັບຄວາມນິຍົມຈາກແມ່ຍິງຫວຽດນາມ
ພວກນ້ອງນ້ອຍມີຄວາມປິຕິຊົມຊື່ນເມື່ອໄດ້ນຸ່ງຊຸດເສື້ອຍາວຕ້ອນຮັບບຸນເຕັດ
ເອື້ອຍ ທູຍທູຍ ໃຫ້ຮູ້ວ່າ: “ເສື້ອຍາວນຳມາເຊິ່ງບັນຍາກາດທີ່ສັກກະລະບູຊາ, ມີຄວາມສຸພາບໃນໂອກາດບຸນເຕັດ. ຜ່ານນັ້ນ ກໍ່ຢາກໃຫ້ລູກມີຄວາມສະຫນິດຕິດພັນ ແລະ ຮູ້ສຶກໃກ້ຊິດສະຫນິດສະຫນົມກັບບັນດາຄຸນຄ່າທີ່ເປັນມູນເຊື້ອນັບແຕ່ຄາວຍັງນ້ອຍ.