CTTP ASEAN 15 – 22/12 OANH
“ນ້ອງແມ່ນສາວເຜົ່າເມື່ອງ ຢູ່ທາງທິດຕາເວັນຕົກຂອງແຂວງ ແທັງຮວ໋າ. ນ້ອງເຄີຍໄດ້ຊີມບັນດາສິນພິເສດຂອງລາວ ໃນງານຕະຫຼາດນັດຊາຍແດນ ລາວ - ຫວຽດ ນັບແຕ່ຄາວຍັງເປັນນັກຮຽນໂຮງຮຽນກິນນອນເຊົາເຜົ່າແລ້ວ. ເມື່ອເຂົ້າຮຽນຢູ່ທີ່ນີ້, ນ້ອງຮູ້ສຶກໄດ້ຄວາມມານະພະຍາຍາມຂອງພວກເພື່ອນນັກສຶກສາລາວ ໃນການໂຄສະນາເຜີຍແຜ່ວັດທະນະທຳລາວ ຜ່ານກິດຈະກຳຕ່າງໆຂອງໂຮງຮຽນ. ບັນດາວັດທະນະທຳ, ເຍື່ອງອາຫານເຫຼົ່ານັ້ນ ເປັນເອກະລັກພິເສດ ແລະ ເປັນກຳລັງໜູນຊ່ວຍໃຫ້ນ້ອງກາຍເປັນສ່ວນໜຶ່ງໃນຄະນະຈັດຕັ້ງ ແລະ ຂຽນອຄຳບັນຍາຍໃຫ້ແກ່ລາຍການ ເພື່ອຜູກພັນໄມຕີຈິດມິດຕະພາບ ແລະ ແລກປ່ຽນວັດທະນະທຳລະຫວ່າງສອງຊາດ”.
ນັ້ນແມ່ນຄໍາແບ່ງປັນຂອງເພື່ອນ ເລງອກແອວງ - ຮອງຄະນະເນື້ອໃນຂອງງານບຸນ LaoSao Fest. ແອວງ ໄດ້ພ້ອມກັບເພື່ອນທັງ ຫວຽດນາມ ແລະ ລາວ ຫຼາຍໃຊ້ເວລາ 2 ເດືອນເພື່ອກະກຽມໃຫ້ແກ່ງານບຸນດັ່ງກ່າວ.
CTTP ASEAN 15 – 22/12 VOXPOP 1,2,3
“ຍ້ອນຄວາມເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນ ແລະ ສະຕິຄວາມຮັບຜິດຊອບຂອງຕົນໃນການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ “ຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ” ນັ້ນ ໄດ້ສ້າງກຳລັງໜູນອັນໃຫຍ່ຫຼວງເພື່ອໃຫ້ພວກນ້ອງຈັດງານບຸນນີ້ຂ. ພວກນ້ອງໄດ້ພ້ອມກັນອອກແນວຄວາມຄິດ, ພ້ອມກັນກະກຽມ ແລະ ປະຕິບັດງານແລກປ່ຽນວັດທະນະທຳນັກສຶກສາ ຫວຽດນາມ - ລາວ ດ້ວຍຊື່ເອີ້ນທີ່ມີຄວາມໝາຍວ່າ: LaoSao Fest”
(băng tiếng Lào)
“ໃນເບື້ອງຕົ້ນພວກນ້ອງພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຄວາມຫຍຸ້ງຍາກເຫຼົ່ານັ້ນກໍໄດ້ຮັບການແກ້ໄຂຢ່າງວ່ອງໄວເມື່ອມີການເຂົ້າຮ່ວມຂອງບັນດານັກສຶກສາລາວ. ສຸດທ້າຍພວກນ້ອງກໍສາມາດເລືອກໄດ້ບັນດາຊຸດອາພອນທີ່ສະແດງໃຫ້ເຫັນສີສັນທີ່ເປັນເອກະລັກສະເພາະຂອງສອງຊາດ ເພື່ອສະແດງໃນລາຍການ “ແພໄໝ - ສາຍສຳພັນສອງຊາດ”.
(CTTP ASEAN 15 – 22/12 TDHT 2 - không khí ngày hội)
ການກະກຽມຢ່າງລອບຄອບຖີ່ຖ້ວນຂອງພວກເພື່ອນນັກສຶກສາສອງປະເທດໄດ້ເຮັດໃຫ້ເດີ່ນສະຖາບັນການຕ່າງປະເທດມີຄວາມຄຶກຄື້ນມ່ວນຊື່ນ ແລະ ອົບອຸ່ນກວ່າແຕ່ລະມື້. ທຸງຊາດຂອງ ຫວຽດນາມ ແລະລາວ ປິວສະບັດ, ບັນດາຮ້ານວາງສະແດງເພື່ອໃຫ້ນັກສຶກສາເຮັດອາຊີບພື້ນເມືອງຕົວຈິງ; ບັນດາເຍື່ອງອາຫານຂອງທັງສາມພາກເໜືອ, ກາງ, ໃຕ້ ເຊັ່ນ: ເຂົ້າໜົມ ແບງບໍ່; ເຂົ້າໜົມ ແບງນ້ຳ, ເຂົ້າໜົມ ແບງຄອດ… ຂອງ ຫວຽດນາມ; ຕຳໝາກຮຸ່ງ, ລາບ, ເຂົ້າໜຽວລາວ ໄດ້ດຶງດູດ ນັກສຶກສາທັງ ຫວຽດນາມ ແລະ ລາວ ນັບຮ້ອຍຄົນທີ່ພວມຮ່ຳຮຽນຢູ່ ຮ່າໂນ້ຍເຂົ້າຮ່ວມ. ພວກເພື່ອນມີຄວາມຈັບອົກຈັບໃຈຫຼາຍເມື່ອໄດ້ເຂົ້າຮ່ວມການເຮັດພາບ ດົງໂຮ່, ປັ້ນຕໍ່ແຮ ຫຼື ຊອກຮູ້ກ່ຽວກັບຄວາມໝາຍຂອງເສັ້ນຝ້າຍແຕ່ລະເສັ້ນໃນພິທີມັດແຂນ, ບາສີສູ່ຂວັນຂອງຄົນລາວ.
CTTP ASEAN 15 – 22/12 VOXPOP 4,5,6
“ນ້ອງມາຈາກມະຫາວິທະຍາໄລຊົນລະປະທານ. ນ້ອງຮູ້ສຶກວ່າ ງານບຸນມື້ນີ້ເປັນເອກະລັກສະເພາະ ແລະ ມີຄວາມໝາຍຄວາມສຳຄັນທີ່ສຸດຕໍ່ໄມຕີຈິດມິດຕະພາບຂອງສອງຊາດ. ພາຍຫຼັງໄດ້ຮັບຟັງການແນະນຳຈາກເພື່ອນລາວ, ນ້ອງເຫັນວ່າ ວັດທະນະທຳລາວ ຈັບອົກຈັບໃຈຫຼາຍ ແລະ ພິທີມັດແຂນ ກໍ່ມີຄວາມໝາຍສຳຄັນທີ່ສຸດໃນຊີວິດທາງດ້ານວັດທະນະທຳຂອງລາວ”.
(băng tiếng Lào)
“ມື້ນີ້, ນ້ອງຮູ້ສຶກມ່ວນ ແລະ ມີຄວາມໝາຍທີ່ສຸດ. ພວກອ້າຍເອື້ອຍໄດ້ແບ່ງປັນໃຫ້ນ້ອງເຂົ້າໃຈກ່ຽວກັບຄວາມໝາຍຂອງເສັ້ນຝ້າຍໃນພິທີມັດແຂນ, ເຊັ່ນ: ເສັ້ນສີບົວແມ່ນມີຄວາມໂຊກດີໃນການຮ່ຳຮຽນ, ສີຂາວ ແມ່ນມີຄວາມໂຊກດີໃນຊີວິດ…”
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ຈິດໃຈຂອງນັກສຶກສາສອງປະເທດ ເມື່ອຮັບຊົມລາຍການສະແດງຊຸດອາພອນປະຈຳຊາດ - ແພໄໝ - ສາຍສໍາພັນສອງຊາດ; ງານວາງສະແດງພາບຖ່າຍ “ໄມຕີຈິດມິດຕະພາບ ຫວຽດນາມ - ລາວ” ແລະ ອາຫານການກິນ. ທ່ານນາງແບ່ງປັນວ່າ:
(băng tiếng Lào)
CTTP ASEAN 15 – 22/12 DS LAO
Đọc trên nền bài hát Tình Việt – Lào anh em)
ໄປຄຽງຄູ່ກັນນັ້ນ, ດ້ວຍຫົວຄິດປະດິດສ້າງ, ພວກເພື່ອນມີຄວາມຄ່ອງແຄ້ວ ເມື່ອປ່ຽນເກມ ໂລໂຕ - ເຊິ່ງເປັນເກມໜຶ່ງທີ່ເປັນເອກະລັກຂອງພາກໃຕ້ ຫວຽດນາມ ເປັນເກມຊອກຮູ້ກ່ຽວກັບ ຫວຽດນາມ - ລາວ ຫຼື ຜະລິດບັນດາສື່ສິ່ງພິມຄື ປຶ້ມຂຽນ, ພວງກຸນແຈ, ຖົງພາຍ ທີ່ມີຮູບເປັນສັນຍະລັກຂອງສອງປະເທດ ເພື່ອໃຫ້ນັກສຶກສາເມື່ອເຂົ້າຮ່ວມງານບຸນສາມາດຊື້ເປັນຂອງທີ່ລະນຶກໄດ້. LaoSao Fest ໄດ້ກາຍເປັນເວທີ, ເປັນຂົວຕໍ່ວັດທະນະທຳ ແລະ ແຜ່ກະຈາຍນ້ຳໃຈໄມຕີຈິດມິດຕະພາບ ຫວຽດນາມ - ລາວ ຢ່າງແທ້ຈິງ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ