ກອງປະຊຸມຄັ້ງທີ 26 ຄະນະປະຈຳສະພາແຫ່ງຊາດຫວຽດນາມ
(ພາບປະກອບ)
(vovworld) - ທີ່ກອງປະຊຸມໃນຕອນເຊົ້າວັນທີ 11/03, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍເຂົ້າອອກເມືອງ, ການພັກຢູ່ອາໄສຂອງຊາວຕ່າງປະເທດຢູ່ຫວຽດນາມ. ຮ່າງກົດໝາຍດັ່ງກ່າວເຊິ່ງໄດ້ຮັບເອົາຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ແລ້ວ. ມີບາງເນືອໃນໄດ້ໃຫ້ຄຳເຫັນແມ່ນຊື່ເອີ້ນຂອງກົດໝາຍ, ຂອບເຂດປັບປຸງ, ສິດຕັດສິນພຽງຝ່າຍດ່ຽວຍົກເລີກວີຊາ, ຢູ່ອາໄສຊົ່ວຄາວທີ່ເຂດອຸດສາຫະກຳ, ເຂດຜະລິດເພື່ອສົ່ງອອກ, ເຂດເສດຖະກິດ, ເຂດເສດຖະກິດດ່ານຊາຍແດນ...
ກ່ຽວກັບເນື້ອໃນຂໍ້ກຳນົດບັນດາກໍລະນີໄດ້ຮັບການຍົກເວັ້ນວີຊາ, ໃນນັ້ນມີເລື່ອງຍົກເລີກວີຊາເຂົ້າເຂດເສດຖະກິດດ່ານຊາຍແດນ, ເຂດບໍລິຫານ - ເສດຖະກິດພິເສດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ປະກອບຄຳເຫັນວ່າ.
“ຕາມຂ້າພະເຈົ້າແລ້ວ, ເສດຖະກິດພິເສດໃນລັດຖະທຳມະນູນຂຽນວ່າ ສະພາແຫ່ງຊາດຕັດສິນສ້າງຕັ້ງເຂດເສດຖະກິດພິເສດ, ແຕ່ປະຈຸບັນພວກເຮົາຍັງບໍ່ທັນມີ, ຍັງບໍ່ທັນສ້າງຕັ້ງ ແລະ ຍິ່ງກວ່ານັ້ນ ໃນໄລຍະຈະມາເຖິງ ພວກເຮົາເພີ່ມຂໍ້ກຳນົດດັ່ງກ່າວເຂົ້າໃນກົດໝາຍກ່ຽວກັບການຍົກເລີກວີຊາແມ່ນຈະເໝາະສົມກວ່າ.”
ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບວິທີຈັດແບ່ງທຶນພັນທະບັດລັດຖະບານເພີ່ມເຕີ່ມໄລຍະ 2014 – 2016 ໃຫ້ບັນດາໂຄງການເຊິ່ງຄາດວ່າຈະສຳເລັດໃນປີ 2014 ແລະ 2015.