ໄຂກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ ແລະ ກອງປະຊຸມເວທີເຈົ້າ ນະຄອນອາຊຽນ

(VOVWORLD) - ກອງປະຊຸມຄັ້ງນີ້ມີຄຳຂວັນທີ່ວ່າ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງເພື່ອການພັດທະນາແບບຍືນຍົງຂອງບັນດານະຄອນ ອາຊຽນ”, ສຸມໃສ່ 5 ຂົງເຂດ
ໄຂກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ ແລະ ກອງປະຊຸມເວທີເຈົ້າ ນະຄອນອາຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)

        ຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດ ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້າ ນະຄອນ ອາຊຽນ (AMF). ເຂົ້າຮ່ວມເຫດການມີຜູ້ຕາງໜ້າມາຈາກນະຄອນຫຼວງ, ນະຄອນຂອງບັນດາປະເທດສະມາຊິກ ອາຊຽນ; ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິນຊີ້ແທັງ, ຮອງເລຂາຄະນະພັກນະຄອນ ເຂົ້າຮ່ວມກອງປະຊຸມ.

        ກອງປະຊຸມຄັ້ງນີ້ມີຄຳຂວັນທີ່ວ່າ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງເພື່ອການພັດທະນາແບບຍືນຍົງຂອງບັນດານະຄອນ ອາຊຽນ”, ສຸມໃສ່ 5 ຂົງເຂດຕົ້ນຕໍ, ຄື: ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, ການທ່ອງທ່ຽວສີຂຽວ, ການພັດທະນາເສດຖະກິດແບບຍືນຍົງ, ຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ແລະ ຄວາມເຂັ້ມແຂງທົນທານຕໍ່ການປ່ຽນແປງຂອງສະພາບ ອາກາດ” ເພື່ອແນໃສ່ພ້ອມກັນແລກປ່ຽນ ແລະ ປະກອບຄຳເຫັນ, ກໍຄືກຳນົດບັນດານະໂຍບາຍ, ຜັນຂະຫຍາຍແຜນການວຽກງານ ແລະ ແຜນການກະທຳ ເພື່ອປະຕິບັດຄຳໝັ້ນສັນຍາຂອງບັນດານະຄອນ ອາຊຽນ ໃນການຊຸກຍູ້ການເຊືີ່ອມຈອດ ແລະ ຄວາມເຂັ້ມແຂງເພື່ອການພັດທະນາບັນດານະຄອນຫຼວງ ອາຊຽນ ແລະ ນະຄອນ ອາຊຽນ ແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ