ກອງປະຊຸມທາບທາມ ຄວາມເຫັນດ້ານ ການເມືອງ ແລະ ການເຈລະຈາຍຸດທະສາດຫວຽດນາມ - ອີນເດຍ ບັນລຸຜົນງານຢ່າງຕັ້ງໜ້າ
(ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງວິງ)
(vovworld) - ຕອນບ່າຍວັນທີ 17/04, ພາຍຫຼັງອັດກອງປະຊຸມທາບທາມຄວາມເຫັນດ້ານການເມືອງຄັ້ງທີ 6 ແລະ ການເຈລະຈາຍຸດທະສາດການທູດຄັ້ງທີ 3 ລະຫວ່າງຫວຽດນາມ - ອີນເດຍ ຢູ່ New Delhi, ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງວິງ ໃຫ້ຮູ້ວ່າ ກອງປະຊຸມທີ່ດຳເນີນໄປໃນວັນທີ 16 ແລະ 17/04, ບັນລຸໄດ້ບັນດາຜົນງານຢ່າງຕັ້ງໜ້າ, ປະກອບສ່ວນແທດຈິງເຂົ້າໃນການຜັນຂະຫຍາຍບັນດາຂົງເຂດຮ່ວມມືໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນໄລຍະຈະມາເຖິງຢ່າງຮອບດ້ານ. 2 ຝ່າຍໄດ້ແລກປ່ຽນ ແລະ ເປັນເອກະພາບສະເໜີຜັນຂະຫຍາຍບັນດາມາດຕະການຢ່າງລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອີນເດຍ ໃນ 5 ເສົ້າຄ້ຳຕົ້ນຕໍນັ້ນແມ່ນ ການຮ່ວມມືດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ ແລະ ວັດທະນະທຳ - ການສຶກສາ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, 2 ຝ່າຍເຫັນດີສົມທົບກັນກະກຽມໃຫ້ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານາທິບໍດີອີນເດຍ Pranab Mukherjee ມາຫວຽດນາມ (ຄາດວ່າຈະດຳເນີນໃນເຄິ່ງທ້າຍປີ 2014), ສູ້ຊົນລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບ ໃນການຢ້ຽມຢາມຄັ້ງນີ້.
2 ຝ່າຍກໍ່ເຫັນດີຈະຈັດກອງປະຊຸມເຈລະຈາຍຸດທະສາດຄັ້ງທີ 4 ແລະ ທາບທາມຄວາມເຫັນດ້ານການເມືອງຄັ້ງທີ 7 ຢູ່ຫວຽດນາມ ໃນປີ 2016.