ກອງ​ປະ​ຊຸມ​ສອງ​ຝ່າຍ​ຂັ້ນ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ - ລາວ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ

(VOVWORLD) - ພາຍຫຼັງ 3 ປີແຫ່ງ ການປະຕິບັດບົດບັນທຶກຊ່ວຍຈຳ ແລະ ແຜນການ 376 ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດ, ເຄືອຂ່າຍສາຍໂທລະສັບດ່ວນລະຫວ່າງອົງການຕຳຫຼວດສອງປະເທດ ກໍ່ໄດ້ປະຕິບັດສຳເລັດ, ແມ່ນຂົວຕໍ່ສຳຄັນໃນການຜັນຂະຫຍາຍການປະຕິບັດວຽກງານສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳ.
ກອງ​ປະ​ຊຸມ​ສອງ​ຝ່າຍ​ຂັ້ນ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ - ລາວ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທື 14 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຈັດຕັ້ງກອງປະຊຸມສອງຝ່າຍຂັ້ນລັດຖະມົນຕີລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ, ຕ້ານຢາເສບຕິດ.

ຕາມບົດລາຍງານຢູ່ກອງປະຊຸມ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ສອງຝ່າຍໄດ້ສົມທົບກັນສືບສວນຮ່ວມ 6 ຄະດີ, ແກ້ໄຂຫຼາຍຄະດີຄ້າຂາຍ, ຂົນສົ່ງຢາເສບຕິດຂ້າມຊາດ. ພາຍຫຼັງ 3 ປີແຫ່ງ ການປະຕິບັດບົດບັນທຶກຊ່ວຍຈຳ ແລະ ແຜນການ 376 ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດ, ເຄືອຂ່າຍສາຍໂທລະສັບດ່ວນລະຫວ່າງອົງການຕຳຫຼວດສອງປະເທດ ກໍ່ໄດ້ປະຕິບັດສຳເລັດ, ແມ່ນຂົວຕໍ່ສຳຄັນໃນການຜັນຂະຫຍາຍການປະຕິບັດວຽກງານສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ເນັ້ນໜັກວ່າ:

ຮັກສາການເສີມຂະຫຍາຍກົນໄກຮ່ວມມືກ່ຽວກັບວຽກງານປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳ ທີ່ມີຢູ່ແລ້ວລະຫວ່າງສອງປະເທດຢ່າງສຸດຂີດ, ໃນນັ້ນສຸມໃສ່ບັນດາເນື້ອໃນຄື: ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານຜ່ານສາຍໂທລະສັບດ່ວນຢູ່ 4 ຂັ້ນຕຳຫຼວດ, ສົມທົບກັນປະຕິບັດບັນດາການເຄື່ອນໄຫວວິຊາການ ແລະ ການຮ່ວມຕໍ່ສູ້ຂ້າມຊາດ ແລະ ບູລະນະລະບົບນະໂຍບາຍກົດໝາຍວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳ ແລະ ປ້ອງກັນ, ຕ້ານຢາເສບຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ