ການເລືອກຕັ້ງຢູ່ ອາເມລິກາ: ທ່ານ Donald Trump ລື່ນກາຍທ່ານນາງ Kamala Harris ຢູ່ລັດ Michigan

(VOVWORLD) - ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ພວມລື່ນກາຍທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໃນການແຂ່ງຂັນໂດຍກົງຢູ່ລັດຍຸດທະສາດ Michigan ພຽງໃນ 3 ອາທິດກ່ອນຮອດວັນເລືອກຕັ້ງ.
ການເລືອກຕັ້ງຢູ່ ອາເມລິກາ: ທ່ານ Donald Trump ລື່ນກາຍທ່ານນາງ Kamala Harris ຢູ່ລັດ Michigan - ảnh 1ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນຢູ່ລັດຍຸດທະສາດ Michigan
(ພາບ: TTXVN)

        ຕາມການຢັງຫາງສຽງຫຼ້າສຸດຂອງອົງການຈັດຕັ້ງ AARP ທີ່ປະກາດໃນວັນທີ 15 ຕຸລາ, ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ພວມລື່ນກາຍທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໃນການແຂ່ງຂັນໂດຍກົງຢູ່ລັດຍຸດທະສາດ Michigan ພຽງໃນ 3 ອາທິດກ່ອນຮອດວັນເລືອກຕັ້ງ. ຕາມນັ້ນແລ້ວ, ທ່ານອະດີດປະທານາທິບໍດີ Donald Trump ໄດ້ລື່ນກາຍຄູ່ແຂ່ງພັກປະຊາທິປະໄຕດ້ວຍອັດຕາ 49% ເມື່ອທຽບໃສ່ 48%, ໃນຂະນະທີ່, ຜູ້ມີສິດເລືອກຕັ້ງ 1% ເຂົ້າຮ່ວມການສຳຫຼວດໃຫ້ຮູ້ວ່າ, ຈະມີການຄັດເລືອກອື່ນ ແລະ 2% ແມ່ນຍັງບໍ່ທັນຕົກລົງ.

        ການຢັງຫາງສຽງຂອງ AARP ໄດ້ດຳເນີນແຕ່ວັນທີ 02 – 08 ຕຸລາ, ດ້ວຍການເຂົ້າຮ່ວມຂອງຜູ້ມີສິດເລືອກຕັ້ງມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມຜິດດຽງແມ່ນ 4%.

ຕອບກັບ

ຂ່າວ/ບົດ​ອື່ນ