ກອງປະຊຸມສາກົນກ່ຽວກັບການປະຕິຮູບເສດຖະກິດ ເພື່ອການ ເຕີບໂຕ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:cpv.org.vn
|
(vovworld)- ວັນທີ 24/3, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມສຳມະນາທີ່ພາດຫົວຂໍ້ “ການປະຕິຮູບເສດຖະກິດເພື່ອການເຕີບໂຕກວມລວມ ແລະ ໝັ້ນຄົງ: ບົດຮຽນສາກົນ ແລະ ບົດຮຽນສຳລັບຫວຽດນາມ“ ໂດຍມີການເຂົາຮ່ວມຂອງບັນດາຜູ້ຊ່ຽວຊານ, ນັກຮຽນຮູ້ສາກົນທີ່ມີອິດທິພົນຊື່ສຽງ. ດ້ວຍຫົວເລື່ອງ “ການປະຕິຮູບເສດຖະກິດເພື່ອການເຕີບໂຕກວມລວມ ແລະ ໝັ້ນຄົງ: ບົດຮຽນສາກົນ ແລະ ບົດຮຽນສຳລັບຫວຽດນາມ“, ກອງປະຊຸມສຳມະນາຈັດຂຶ້ນໃນເວລາ 2 ວັນລວມມີ 3 ວາລະປຶກສາຫາລືຕົ້ນຕໍ່ຄື: ວາລະປຶກສາຫາລືທີ 1 ມີຫົວເລື່ອງ: “ການປະຕິຮູບເສດຖະກິດ: ບັນສິ່ງທ້າທາຍຕໍ່ການເຕີບໂຕກວມລວມ“. ວາລະປຶກສາຫາລືທີ 2 ມີຫົວເລື່ອງ: “ການປະຕິຮູບເສດຖະກິດ ເພື່ອການເຕີບໂຕກວມລວມ ແລະ ໝັ້ນຄົງ“.ວາລະປຶກສາຫາລືທີ 3 ມີຫົວເລື່ອງ: “ຂຸດຄົ້ນຄວາມສາມາດບົ່ມຊ້ອນຈາກການເຊື່ອມໂຍງເຂົ້າກັບໂລກ ແລະ ພາກພື້ນ ມຸ້ງໄປເຖິງການພັດທະນາແບບກວມລວມ ແລະ ໝັ້ນຄົງ“. ບັນດານັກຮຽນຮູ້ຈະແລກປ່ຽນ ແລະ ຍົກອອກບັນດາຂໍ້ສະເໜີນະໂຍບາຍກ່ຽວຂ້ອງເຖິງວິວັດການເຊື່ອມໂຍງເຂົ້າກັບໂລກຂອງປະເທດຕ່າງໆ ແລະ ຫວຽດນາມ ລວມທັງການເຂົ້າຮ່ວມບັນດາສັນຍາການຄ້າເສລີຄື: ສັນຍາຄູ່ຮ່ວມມືເຂດປາຊິຟິກ (TPP).
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ເນັ້ນຫນັກເຖິງວິກິດການເສດຖະກິດທົ່ວໂລກຜ່ານມາໄດ້ປະໄວ້ບັນດາບົດຮຽນອັນເລິກເຊິ່ງກ່ຽວກັບຄວາມສຳຄັນຂອງຮູບແບບການພັດທະນາແບບຍືນຍົງກວ່າ ແລະ ດຸນດຽງກວ່າ. ເລື່ອງຊອກທິດໃຫມ່ເພື່ອກ້າວໄປເຖິງພື້ນຖານເສດຖະກິດແບບຍືນຍົງ, ມີຄວາມກົມກຽວກ່ຽວກັບສັງຄົມ ແລະ ສິ່ງແວດລ້ອມ ບໍ່ພຽງແຕ່ແມ່ນຄຳຮຽກຮ້ອງທີ່ຈຳເປັນເທົ່ານັ້ນ ຫາກຍັງແມ່ນກຳລັງຫນູນສຳຄັນຊຸກຍູ້ວິວັດການຟື້ນຕົວເສດຖະກິດໂລກກໍຄືຢູ່ແຕ່ລະປະເທດ. ທ່ານ ຮອງນາຍົກລັດຖະມົນຕີ ຟ້າມບີງມີງ ກໍທົບທວນຄືນໝາກຜົນເສດຖະກິດສັງຄົມທີ່ພົ້ນເດັ່ນຈຳນວນຫນຶ່ງ ຊື່ງຫວຽດນາມ ບັນລຸໄດ້ໃນກິດຈະການປ່ຽນແປງໃຫມ່, ຍົກໃຫ້ເຫັນສິ່ງທ້າທາຍໃຫຍ່ທີ່ວພວມວາງອອກ. ທ່ານ ຮອງນາຍົກລັດຖະມົນຕີ ຟ້າມບີງມີງ ເນັ້ນຫນັກວ່າ:
“ພາຍຫລັງເກືອບ 30 ປີແຫ່ງການດຳເນີນກິດຈະການປ່ຽນແປງໃຫມ່, ຫວຽດນາມ ບັນລຸໄດ້ຜົນງານອັນໃຫຍ່ຫລວງຫລາຍຢ່າງກ່ຽວກັບການພັດທະນາເສດຖະກິດສັງຄົມ. ຄຽງຄູ່ກັບຈຸດໝາຍເສດຖະກິດ, ຫວຽດນາມຖືເປັນພິເສດການພັດທະນາບັນດາຂົງເຂດສັງຄົມ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນເຂົ້າຮ່ວມການພັດທະນາເສດຖະກິດສັງຄົມ ແລະ ຊົມໃຊ້ບັນດາໝາກຜົນຂອງການພັດທະນາ. ຕາມບົດລາຍງານພັດທະນາມະນຸດປີ 2013 ຂອງ UNDP, ຫວຽດນາມ ນອນໃນຈຳນວນ 40 ປະເທດ ພວມພັດທະນາບັນລຸຄວາມຄືບຫນ້າລື່ນຄາດໝາຍກ່ຽວກັບການພັດທະນາມະນຸດ ດ້ວຍດັດຊະນີການພັດທະນາມະນຸດເພີ່ມຂຶ້ນຈາກ 41%ໃນສອງທົດສະວັດຜ່ານມາ.”