ກອງປະຊຸມສຳມະນາ“ການເຄື່ອນໄຫວຄຸ້ມຄອງບໍລິຫານນະໂຍບາຍເງິນຕາໄລຍະ2011-2015”

ກອງປະຊຸມສຳມະນາ“ການເຄື່ອນໄຫວຄຸ້ມຄອງບໍລິຫານນະໂຍບາຍເງິນຕາໄລຍະ2011-2015” - ảnh 1
(ກອງປະຊຸມສຳມະນາ“ການເຄື່ອນໄຫວຄຸ້ມຄອງ
ບໍລິຫານນະໂຍບາຍເງິນຕາໄລຍະ2011-2015”)


(vovworld) - ຕອນ​ເຊົ້າ​ວັນ​ທີ 17/12, ຢູ່​ຮ່າ​ໂນ້ຍ, ໜັງ​ສື​ພິມ ລາວ​ດົ້ງ (ແປ​ວ່າ ແຮງ​ງານ) ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ແຫ່ງ​ຊາດ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ດ້ວຍ​ຫ​ົວ​ຂໍ້​ວ່າ “ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ ໄລ​ຍະ 2011-2015 ແລະ ບັນ​ດາ​ການ​ກະ​ທົບ​ເຖິງ​ພື້ນ​ຖານ​ເສດ​ຖະ​ກິດ”. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ດ້ວຍ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ບໍ​ລິ​ຫານ​ຢ່າງ​ລະ​ມັດ​ລະ​ວັງ, ມີ​ໄຫວ​ພິບ, ມ​ີ​ການ​ປ່ຽນ​ໃໝ່​ຢ່າງມ​ີ​ຫົວ​ຄິດ​ປະ​ດິດ​ສ້າງ, ອັດ​ຕາ​ໄພ​ເງິ​ນ​ເ​ຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​​ຢ່າງ​ໝັ້ນ​ຄົງ ແລະ ປະ​ຈຸ​ບັນ​ພວມ​ຢູ່​ໃນ​ລະ​ດັບ​ຕ່ຳ, ​ບ້ວງ​ສິ້ນ​ເຊື​່ອໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງ​ເໝາະ​ສົມ​ບັນ​ລຸ​ຈຸດ​ໝາຍ​ບໍ​ລິ​ຫານ, ເໝາະ​ສົມ​ກັບ​ລະ​ດັບ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ແລະ ມີ​ການ​ຟື້ນ​ຟູ​ຜ່ານ​ແຕ່​ລະ​ປ​ີ… ສາດ​ສະ​ດາ​ຈານ, ດ.ຣ ເຈີ່ນ​ທໍ້​ດ​າດ, ອ​ະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ.

      “ດ້ວຍ​ຄວາມ​​ຍືດ​ໝັ້ນ​ຄາດ​ໝາຍ​ທີ່​ໄ​ດ້​ວາງ​ອອກ ໃນໄລ​ຍະ 2011 – 2015, ຂະ​ແໜງ​ທະ​ນາ​ຄານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ງານຫຼາຍ​ຢ່າງ, ​ທີ່ໄດ້ຮັບ​ຄວາມຮັບ​ຮູ້, ເຫັນ​ດີ​ເຫັນ​ພ້ອມ​ ແລະ ຕ​ີ​ລາ​ຄາ​ສູງຈາກ​ສັງ​ຄົມ. ຍ້ອນ​ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ ແລະ ​ເດັດ​ດຽວ​ໃນ​ຫຼາຍ​ແງ່​ມູມ​ບັນ​ດາ​ເນື້ອ​ໃນ, ບັນ​ດາ​ໂຄງ​ປະ​ກອບ​ຂອງ​ນະ​ໂຍ​ບາຍ​ບໍ​ລິ​ຫານ​ເງິນ​ຕ​າ, ນະ​ໂຍ​ບາຍ​ສິ້ນ​ເຊື່ອ ຄຸ້ມ​ຄອ​ງ​ຕ​ະ​ຫຼາດ​ຄຳ ແລະ ເງິ​ນ​ຕາ​ຕ່າງ​ປະ​ເທດ, ໄດ້​ປະ​ກອບ​ສ່ວນບໍ່​​ໜ້ອຍ​ເຂົ້າ​ໃນ​ການ​ສ້າງສະ​ພາບ​ແວດ​ລ້ອມ​ເສດ​ຖະ​ກິດ​ມະ​ຫາ​ພາກ​​ໃຫ້​ມິ​ສະ​ຖຽນ​ລະ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ”.

ຂ່າວ/ບົດ​ອື່ນ