ກອງປະຊຸມສຳມະນາວິທະຍາສາດກ່ຽວກັບທະເລຕາເວັນອອກຢູ່ສເກົາຫລີ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:TTXVN
|
(vovworld)- ວັນທີ14/11, ທີ່ນະຄອນ Busan ພາກໃຕ້ ສເກົາຫລີ ໄດ້ດຳເນີນກອງປະຊຸມສຳມະນາ ພາຍໃຕ້ຫົວເລື່ອງວ່າ: “ທິດທາງແກ້ໄຂໂດຍສັນຕິກ່ຽວກັບຄວາມຂັດແຍ້ງເຂດນ່ານນ້ຳຢູ່ທະເລຕາເວັນອອກ”. ນີ້ແມ່ນກອງປະຊຸມສຳມະນາຄັ້ງທີ 4 ກ່ຽວກັບບັນຫາທະເລຕາເວັນອອກ ໂດຍ ມະຫາວິທະຍາໄລຍ Yougsan (ສເກົາຫລີ) ສົມທົບກັບສະມາຄົມຊາວ ສເກົາຫລີ ຮັກແພງຫວຽດນາມ ຈັດຂຶ້ນ. ທີ່ກອງປະຊຸມສຳມະນາ, ບັນດາບົດລາຍງານ ແລະ ບົດໄຈ້ແຍກຂອງບັນດານັກວິທະຍາສາດ ໄດ້ສຸມໃສ່ເຮັດແຈ້ງ 3 ຫົວເລື່ອງຕົ້ນຕໍ ນັ້ນແມ່ນ: ບັນດາບັນຫາມີລັກສະນະດ້ານກົດໝາຍສາກົນທີ່ກ່ຽວຂ້ອງເຖິງຄຳຮຽກສິດ “ເສັ້ນລິ້ນງົວ”ຂອງຈີນ ຢູ່ ທະເລຕາເວັນອອກ, ຫລັກໝັ້ນ ແລະ ທັດສະນະຂອງຫວຽດນາມ ກ່ຽວກັບຄຳຮຽກສິດ “ ເສັ້ນລິ້ນງົວ”ຂອງຈີນ ຢູ່ ທະເລຕາເວັນອອກ, ບັນດາບັນຫາມີລັກສະນະດ້ານກົດໝາຍໃນການປະຕິບັດກົດໝາຍທະເລຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້ ແລະ ລະບົບກົດໝາຍທະເລທີ່ກ່ຽວຂ້ອງຂອງຈີນ.
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຳພັດກັບບັນດາເອກະສານ, ຫນັງສືພິມກ່ຽວກັບຫລັດຖານດ້ານກົດໝາຍ, ປະຫວັດສາດ ຢັ້ງຢືນອະທິປະໄຕຂອງຫວຽດນາມຢູ່ ທະເລຕາເວັນອອກ, ລັກສະນະໄຮ້ເຫດຜົນຂອງຄຳຮຽກສິດ “ເສັ້ນລິ້ນງົວ”ຂອງຈີນຂອງບັນດານັກຄົ້ນຄ້ວາ, ນັກຮຽນຮູ້ສາກົນທີ່ໄດ້ລົງພິມ ແລະ ໄດ້ຮັບການຕີລາຄາສູງຈາກຫາງສຽງ. ຜ່ານກອງປະຊຸມສຳມະນາຄັ້ງນີ້ ບັນດານັກຄົ້ນຄ້ວາ, ນັກຮຽນຮູ້ ສເກົາຫລີ ລ້ວນແຕ່ຮັບຮູ້ວ່າ ເລື່ອງຈີນສົ່ງຈົດໝາຍການທູດເຖິງ ສປຊ ແລະ ຄຳຮຽກສິດ “ເສັ້ນລິ້ນງົວ” ຫລືເອີ້ນວ່າເສັ້ນ 9 ຕອນ ຂອງປັກກີງ ແມ່ນການກະທຳພຽງຝ່າຍດຽວ, ບໍ່ມີພື້ນຖານດ້ານກົດໝາຍ, ປະຫວັດສາດ ແລະ ພຶດຕິກຳ. ພິເສດ ການກະທຳນີ້ໄດ້ລະເມີດກົດໝາຍສາກົນ, ລະເມີດຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982. ນີ້ແມ່ນສາຍເຫດກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ນາບຂູ່ເຖິງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນກໍຄືໃນໂລກ.