( vovworld ) - ຕອນຄໍ່າວັນທີ 12/6, ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ ສສຊ ກັບນະໂຍບາຍ, ກົດໝາຍກ່ຽວກັບການປ້ອງກັນ ແລະ ຕ້ານວັນນະໂລກ ”. ເປົ້າໝາຍສັງລວມຂອງການປ້ອງກັນ ແລະ ຕ້ານວັນນະໂລກ ໄລຍະ 2011 - 2015 ແລະ ວິໄສທັດຮອດປີ 2030 ຊີ້ແຈ້ງວ່າ; ຮອດປີ 2015, ຫຼຸດ 50% ຈຳນວນຄົນພວມຕິດພະຍາດວັນນະໂລກ ເມື່ອທຽບໃສ່ປີ 2000, ຮັກສາອັດຕາປິ່ນປົວພະຍາດໃຫ້ຫາຍດີຢູ່ໃນລະດັບສູງ, ກ້າວໄປສູ່ປອດວັນນະໂລກຢູ່ຫວຽດນາມ.
ທີ່ກອງປະຊຸມສຳມະນາ, ທ່ານອຳນວຍການໂຮງໝໍປອດສູນກາງ Dinh Ngoc Sy ໄດ້ສະເໜີຕໍ່ສະພາແຫ່ງຊາດ - ລັດຖະບານລົງທຶນໃຫ້ແກ່ວຽກງານປ້ອງກັນ ແລະ ຕ້ານວັນນະໂລກຢ່າງແຂງແຮງ; ອະນຸຍາດໃຫ້ຫັນໂຄງການຕ້ານວັນນະໂລກໃຫ້ເປັນໂຄງການຈຸດໝາຍແຫ່ງຊາດ ຫຼື ເປັນຍຸດທະສາດປ້ອງກັນ ແລະ ຕ້ານວັນນະໂລກແຫ່ງຊາດ. ກະຊວງແຜນການ ແລະ ການລົງທຶນ ນຳຄາດໝາຍຄວບຄຸມພະຍາດວັນນະໂລກ ເຂົ້າໃນຕົວເລກຄາດໝາຍການພັດທະນາເສດຖະກິດສັງຄົມຂອງແຕ່ລະທ້ອງຖິ່ນ; ກະຊວງການເງິນຮັບປະກັນງົບປະມານເພື່ອຊື້ຢາປ້ອງກັນ ແລະ ຕ້ານວັນນະໂລກທຸກປີ; ກະຊວງຖະແຫຼງຂ່າວ ແລະ ສື່ສານ ຈະໜູນຊ່ວຍຈັດຕັ້ງການໂຄສະນາໃນບັນດາພາຫະນະສື່ມວນຊົນຢ່າງແຮງ…