ກອງປະຊຸມສຳມະນາ ABU “ແມ່ຍິງກັບຄື້ນ“
(ພາບ: radiovietnam.vn )
(vovworld)- ກອງປະຊຸມສຳມະນາ ABU “ແມ່ຍິງກັບຄື້ນ“ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທຳອິດໃນຂອບເຂດສະໄຫມປະຊຸມສະມັດຊາໃຫ່ຍຄັ້ງທີ 50 ຂອງສະຫະສະມາຄົມກະຈາຍສຽງໂທລະພາບອາຊີ-ປາຊີຟິກ (ABU GA 50) ໂດຍໂທລະພາບຫວຽດນາມ ເປັນເຈົ້າພາບຈັດຕັ້ງຂຶ້ນ ໄດ້ດຳເນີນໄປໃນຕອນເຊົ້າວັນທີ 23/10. ດ້ວຍຫົວເລື່ອງ “ສື່ສານ-ເຕັກໂນໂລຊີໃໝ່ ແລະ ມອບສິດໃຫ້ແກ່ແມ່ຍິງ, ຄົນພິການ“, ກອງປະຊຸມສຳມະນາໄດ້ສະໜອງເຄື່ອງມືສຳພັນກັບເຕັກໂນໂລຊີຂໍ້ມູນຂ່າວສານ, ສື່ສານໃຫ້ແກ່ຄົນພິການ. ກ່າວຄຳເຫັນທີ່ ກອງປະຊຸມສຳມະນາ, ທ່ານ Javad Mottaghi ເລຂານຸການໃຫ່ຍ ສະຫະສະມາຄົມກະຈາຍສຽງໂທລະພາບອາຊີ-ປາຊີຟິກ ເນັ້ນໜັກວ່າ:
“ສຳລັບສະຫະສະມາຄົມກະຈາຍສຽງໂທລະພາບອາຊີ-ປາຊີຟິກ , ເລື່ອງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແມ່ຍິງ ແລະ ຄົນພິການເຂົ້າຮ່ວມຂົງເຂດສື່ສານແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມໄດ້ນຳມາເຊິ່ງຄວາມຄືບໜ້າລະອຽດ. ນັ້ນກໍ່ແມ່ນຍ້ອນມີການຮ່ວມມືຈາກບັນດາຄູ່ຮ່ວມມືສຳຄັນຄື: ບັນດາອົງການສື່ມວນຊົນຂອງປະເທດສະມາຊິກ, ຢູ່ຫວຽດນາມ ແມ່ນ VTV, VOV ແລະ ອົງການສື່ມວນຊົນຕ່າງໆ“.