(ພາບປະກອບ)
(vovworld) - ວັນທີ 07/02, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານນັກບິນກອງພັນໃຫຍ່ 935 - ກອງພົນກອງທັບອາກາດ 370, ເຫຼົ່າທັບປ້ອງກັນອາກາດຫວຽດນາມ, ທີ່ຕັ້ງທັບຢູ່ບໍລິເວນແຂວງດົ່ງນາຍ. ໂອ້ລົມກັບພະນັກງານ, ຮັກຮົບ, ທ່ານເລຮົ່ງແອງ ໄດ້ໃຫ້ຄຳຕັດສິນໃຈວ່າ, ພະນັກງານ, ນັກຮົບສັງກັດກອງພັນໃຫຍ່ 935 - ກອງພົນກອງທັບອາກາດ 370 ຕ້ອງຝຶກຝົນຫຼໍ່ຫຼອມດ້ານວິຊາການ, ກໍ່ສ້າງຖັນແຖວນັກບິນທີ່ມີຄວາມໝັ້ນຄົງດ້ານການເມືອງ ແລະ ເປັນເຈົ້າການນຳໃຊ້ພາຫະນະ, ອາວຸດຍຸດທະພັນທີ່ທັນສະໄໝ; ຖືການພົວພັນກັບປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນເປັນສຳຄັນ; ຍູ້ແຮງການປະຕິບັດບັ້ນຂົນຂວາຍ “ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ”; ຊາບຊືມການປະຕິບັດຕາມມະຕິສູນກາງຄັ້ງທີ 4 ຊຸດທີ 11 ກ່ຽວກັບການກໍ່ສ້າງພັກ.
ແລະກໍໃນວັນດຽວກັນ, ທ່ານ ດິງເທ໋ຮີງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນກອງພົນທະຫານບົກ 301, ກອງບັນຊາການທະຫານເຂດນະຄອນຫຼວງ, ຕັ້ງທັບຢູ່ຕາແສງ ອຽນເງ້ຍ, ເມືອງ ຮ່າດົງ. ກ່າວຄຳເຫັນໜ້າທີ່ນີ້, ທ່ານ ດິງເທ໋ຮີງ ເນັ້ນໜັກວ່າ ປີ 2013, ກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະ ກອງພົນ 301 ເວົ້າສະເພາະ ຕ້ອງປະຕິບັດໜ້າທີ່ຝືກຊ້ອມເປັນຢ່າງດີ, ກຽມພ້ອມສູ້ຮົບ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບສະຖຽນລະພາບຢ່າງໝັ້ນຄົງເຂັ້ມແຂງ, ຊຸກຍູ້ພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ; ປົກປັກຮັກສາເອກະລາດ, ອະທິປະໄຕຜືນແຜນດິນອັນຄົບຖ້ວນ. ກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງ, ກໍ່ສ້າງອົງການຈັດຕັ້ງພັກຢ່າງປອດໄສ, ເຂັ້ມແຂງ. ແລະ ກໍໃນຕອນເຊົ້າວັນທີ 07/02, ທ່ານ ດິງເທ໋ຮີງ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ ບັນດາຄອບຄົວນະໂຍບາຍໃນເມືອງ ຕື່ລຽມ, ຮ່າໂນ້ຍ.
ແລະກໍ່ເນື່ອງໃນໂອກາດບຸນປີໃໝ່ ປີມະເສງ 2013, ຕອນເຊົ້າວັນທີ 07/02, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸ໋ກ ໄດ້ລົງກວດກາວຽກງານກະກຽມການສູ້ຮົບ ແລະ ອວຍພອນພະນັກງານ, ນັກຮົບກອງພັນໃຫຍ່ຕຳຫຼວດເຄື່ອນທີ່ ດົງບັ໋ກ ຂຶ້ນກັບກອງບັນຊາການຕຳຫຼວດເຄື່ອນທີ່, ກະຊວງຕຳຫຼວດຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ່ກ ໄດ້ສະເໜີໃຫ້ກຳລັງຕຳຫຼວດເຄື່ອນທີ່ ຕ້ອງເປັນເຈົ້າການກຳແໜ້ນສະພາບການ, ປະຕິບັດວຽກງານເປັນເສນາທິການເປັນຢ່າງດີ ເພື່ອຮັບໃຊ້ບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ໃນທຸກຂົງເຂດເປັນຢ່າງດີ; ເພີ່ມທະວີວຽກງານຝືກອົບຮົມ, ຝືກຊ້ອມ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການສູ້ຊົບໃນທຸກສະພາບການທີ່ເກີດຂຶ້ນ.