ການບິນຫວຽດນາມປັບປຸງຄຸນນະພາບການບໍລິຫານ,ຍົກສູງຄວາມສາມາດແກ່ງແຍ້ງສາກົນ
ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງ
ຕັ້ງຂະແໜງການບິນ ຫວຽດນາມ
(ພາບ:TTXVN)
(vovworld) - ວັນທີ 10/01, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຂະແໜງການບິນ ຫວຽດນາມ. ເຂົ້າຮ່ວມພິທີມີທ່ານນາງ ຫງວຽນທິກີມເງິນ ຮອງປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ຮ່ວາງຈູງຫາຍ ຮອງນາຍົກລັດຖະມົນຕີ ພ້ອມກັບບັນດາຜູ້ແທນທີ່ມາຈາກບັນດາກະຊວງ, ຂະແໜງການຕ່າງໆ. ຕີລາຄາສູງບັນດາຜົນງານ ຊຶ່ງຂະແໜງການບິນ ຫວຽດນາມ ບັນລຸໄດ້ໃນຕະຫລອດ 60 ປີ ຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ສັງເກດວ່າ: ການບິນ ຫວຽດນາມ ບັນລຸໄດ້ຜົນງານຫລາຍຢ່າງໃນການຕໍ່ສູ້ຍາດເອົາເອກະລາດໃຫ້ປະເທດຊາດ, ສ້າງສາປະເທດຊາດ, ຮັບປະກັນຄວາມສະຫງົບປອດໄພທາງການບິນ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃນໄລຍະຈະມາເຖິງ, ຂະແໜງການບິນ ຫວຽດນາມ ຈຶ່ງດັດປັບລະບົບແຜນກຳນົດ, ສ້າງລະບົບກົດໝາຍ, ກົນໄກ, ນະໂຍບາຍກ່ຽວກັບຄົມມະນາຄົມໃຫ້ສົມບູນແບບ; ສືບຕໍ່ປະຕິບັດການສ້າງໂຄງປະກອບຂະແໜງຄືນໃໝ່, ປຸກລະດົມບັນດາແຫຼ່ງກຳລັງນອກງົບປະມານຢ່າງແຂງແຮງ ແລະ ຫລາຍຮູບຫລາຍແບບ ເພື່ອລົງທຶນພັດທະນາຕາມກຳນົດທິດທັນສະໄໝ, ເຊື່ອມໂຍງ ແລະ ໝັ້ນຄົງ.