ການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ: ບັນດາປະເທດ ສະແດງທັດສະນະກ່ຽວກັບມະຕິສ້າງຕັ້ງກຳລັງສາກົນຢູ່ເຂດ ກາຊາ
(VOVWORLD) - ວັນທີ 18 ພະຈິກ, ບາງປະເທດໄດ້ສະແດງທັດສະນະຕໍ່ມະຕິໂດຍ ອາເມລິກາ ຮຽບຮຽງ ແລະ ຫາກໍ່ໄດ້ຮັບການຮັບຮອງເອົາຈາກ ສະພາຄວາມໝັ້ນຄົງ ສປຊ ແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ ແລະ ອະນຸຍາດໃຫ້ສ້າງຕັ້ງກຳລັງຮັກສາ ສະຖຽນລະພາບສາກົນ (ISF) ຢູ່ເຂດດິນແດນດັ່ງກ່າວ.
ຕາມນັ້ນແລ້ວ, ອິດສະຣາແອັນ ໄດ້ຊົມເຊີຍມະຕິ, ໂດຍຖືວ່າ ແຜນການສັນຕິພາບຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະນຳມາເຊິ່ງ “ສັນຕິພາບ ແລະ ຄວາມວັດທະນະຖາວອນ” ໃຫ້ແກ່ເຂດ ກາຊາ. ແຈ້ງການໃນສື່ສັງຄົມອອນໄລ X, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ເຊື່ອໝັ້ນວ່າ ແຜນການສັນຕິພາບຂອງທ່ານປະທານາທິບໍດີ Donald Trump ກໍຈະຊຸກຍູ້ການຮ່ວມມື ແລະ ເປີດກວ້າງເລື່ອງເຊັນສັນຍາ Abraham ລະຫວ່າງ ອິດສະຣາແອັນ ແລະ ບັນດາປະເທດໃນພາກພື້ນ.
ກ່ຽວກັບຝ່າຍ ປາແລັດສະຕິນ, ອຳນາດການປົກຄອງດັ່ງກ່າວກໍໃຫ້ຂໍ້ສັງເກດວ່າ ນີ້ແມ່ນ “ບາດກ້າວທຳອິດໃນເສັ້ນທາງມຸ່ງໄປເຖິງສັນຕິພາບ”. ເມື່ອຕອບສຳພາດຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ Manila ເນື່ອງໃນໂອກາດການເດີນທາງໄປຢ້ຽມຢາມ ຟີລິບປິນ ທ່ານ Varsen Aghabekia Shahin ລັດຖະມົນຕີການຕ່າງປະເທດ ປາແລັດຕິນ ຖືວ່າ ໃນຂ້າງໜ້າຍັງມີຫຼາຍບັນຫາອື່ນຕ້ອງແກ້ໄຂ ເຊັ່ນ ການເຄົາລົບກົດໝາຍສາກົນໃນວິວັດການຜັນຂະຫຍາຍແຜນການຂອງທ່ານປະທານາທິບໍດີ Donald Trump, ສິດຕັດສິນດ້ວຍຕົນເອງຂອງປະຊາຊົນ ປາແລັດສະຕິນ ຫຼືເລື່ອງສ້າງຕັ້ງລັດ ປາແລັດສະຕິນ ໃນບັນດາໄລຍະຕໍ່ໄປ.