ເຂັ້ມຂຸ້ມໄປດ້ວຍນ້ຳໃຈ ຫວຽດນາມ - ລາວ ໃນລະດູບານໃໝ່
(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີມະເມຍ 2026, ວັນທີ 07 ກຸມພາ, ກອງບັນຊາການທະຫານບັນດາແຂວງ ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ລາວ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບປ້ອງກັນຊາຍແດນແຂວງ ກວາງຈິ.
ກອງບັນຊາການທະຫານບັນດາແຂວງ ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ລາວ ອວຍພອນບຸນເຕັດພະນັກງານ, ນັກຮົບປ້ອງກັນຊາຍແດນແຂວງ ກວາງຈິ
(ພາບ: TTXVN)
|
ຢູ່ທີ່ນີ້, ກອງບັນຊາການທະຫານ 3 ແຂວງຂອງ ລາວ ແລະ ກອງບັນຊາການທະຫານແຂວງ ກວາງຈິ ໃຫ້ຮູ້ວ່າ ໃນປີຜ່ານມາ, ບັນດາກຳລັງໄດ້ຮັກສາ ແລະ ສົມທົບກັນຢ່າງເປັນປະຈຳໃນວຽກງານລາດຕະເວນ, ກວດກາຄວບຄຸມດ່ານຊາຍແດນ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ແລກປ່ຽນຂໍ້ມູນ, ຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳທຸກປະເພດ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ… ປະກອບສ່ວນຮັກສາຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບເຂດຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ.
2 ຝ່າຍໄດ້ເຫັນດີເປັນເອະພາບນຳກັນວ່າ ໃນໄລຍະຈະມາເຖິງ, ວຽກງານສົມທົບກັນລະຫວ່າງບັນດາກົມກອງຫົວໜ່ວຍຈະໄດ້ຮັບການເພີ່ມທະວີ ເພື່ອປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.