ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່

(VOVWORLD) - ເມື່ອບຸນປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ) ວຽນມາ, ລະດູບານໃໝ່ໃນທົ່ວປະເທດ ຫວຽດນາມ ພັດມີຄວາມຄຶກຄື້ນມ່ວນຊື່ນທາມກາງກັນຍາກາດວັນງານບຸນ ແລະ ບັນດາການເດີນທາງໄປທ່ອງທ່ຽວ, ຊົມວິວ.

ຕົ້ນລະດູບານໃໝ່ ບໍ່ພຽງແຕ່ແມ່ນຈຸດເວລາເລີ່ມຕົ້ນປີໃໝ່ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ປະຊາຊົນກັບເມືອຫາກົກເຄົ້າເຫງົ້າກໍ, ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບູລຸດ ແລະ ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳທີ່ເປັນມູນເຊື້ອເຂັ້ມຂຸ້ນໄປດ້ວຍສີສັນອີກດ້ວຍ. 

ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 1
ເຂດມໍລະດົກ ວັນມຽວ - ກວັກຕືຢາມ ສັນຍາລັກຂອງຈິດໃຈຢາກຮ່ຳຢາກຮຽນ, ຍາມໃດກໍ່ແມ່ນສະຖານທີ່ໄປທຳອິດຂອງຊາວນະຄອນຫຼວງໃນຍາມຕົ້ນປີໃໝ່. (ພາບ: VTC News)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 2
ທ່າມກາງການດຳລົງຊີວິດທີ່ທັນສະໄໝ, ພາບປະຊາຊົນມີຄວາມເຄົາລົບຕໍ່ການຂໍຕົວໜັງສືຍາມຕົ້ນລະດູບານໃໝ່ຢູ່ ວັນມຽວ - ກວັກຕືຢາມ ຍັງເຕືອນຄືນກ່ຽວກັບກົກເຄົ້າເຫງົ້າກໍແຫ່ງອະລິຍະທຳ ແລະ ຈິດໃຈຮ່ຳຮຽນທີ່ດຸໝັ່ນຂະຫຍັນພຽນຂອງຊາດ.  (ພາບ: VTC News)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 3
ແຂກທ່ອງທ່ຽວ ມີຄວາມນິຍົມຊົມຊອບລົງຕົວຈິງຮີດຄອງປະເພນີຂໍຕົວໜັງສືຍາມຕົ້ນປີໃໝ່, ຄົ້ນຫາຄວາມງາມດ້ານວັດທະນະທຳ ຫວຽດນາມ ຢູ່ເຂດຮ່ອງຮອຍ ວັນມຽວ - ກວັກຕືຢາມ. (ພາບ: baovanhoa.vn)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 4
“ຖ້ຳ ນາມທຽນ ທີ່ສວຍງາມທີ່ສຸດ” ຢູ່ເຂດມໍລະດົກປະຫວັດສາດ ແລະ ທິວທັດທຳມະຊາດເຂດ ເຮືອງເຊີນ (ວັດເຮືອງ), ຮ່າໂນ້ຍ.
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 5
ລາຍການສະແດງສິລະປະຂ່ຳນັບຮັບຕ້ອນພິທີໄຂງານບຸນການທ່ອງທ່ຽວຢູ່ວັດເຮືອງ 2026.
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 6
ວັດ ບ້າຍດິ້ງ (ເຂດທິວທັດທຳມະຊາດ ຈ່າງອານ) ແຕ່ດົນນານມາແລ້ວ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວຍາມຕົ້ນລະດູບານໃໝ່ທີ່ດຶງດູດໃຈ, ເຊິ່ງແມ່ນສະຖານທີ່ແຂກທ່ອງທ່ຽວມາທ່ຽວມາຍັງພື້ນທີ່ວັດທະນະທຳ - ຈິດວິນຍານທີ່ພົ້ນເດັ່ນທ່າມກາງເຂດພູຜາປ່າໄມ້ຍາມຕົ້ນປີ. (ພາບ: ພະແນກການທ່ອງທ່ຽວແຂວງນິງບິ່ງ)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 7
ການປະສົມປະສານລະຫວ່າງສະຖາບັດຕະຍາກຳທີ່ໃຫຍ່ໂຕມະໂຫຖານ ກັບ ພື້ນທີ່ບັນຍາກາດແຫ່ງຈິດວິນຍານ ໄດ້ສ້າງເປັນຄວາມງາມທີ່ຄຶກຂຶມຂອງເຂດເມືອງເກົ່າ ນິງບິ່ງ. (ພາບ: ພະແນກການທ່ອງທ່ຽວແຂວງນິງບິ່ງ)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 8
ຄະນະແຂກທ່ອງທ່ຽວສາກົນໄປວັດ ບ້າຍດິ່ງ ໃນຊຸມວັນຕົ້ນປີ 2026. (ພາບ: ພະແນກການທ່ອງທ່ຽວແຂວງນິງບິ່ງ)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 9
ອອກຈາກ ຮ່າໂນ້ຍ, ການເດີນທາງໄປທ່ຽວຍາມລະດູບານໃໝ່ຢູ່ເຂດພູສູງ, ຜ່ານບັນດາເສັ້ນທາງ ເພື່ອໄປຍັງເຂດພູຜາປ່າໄມ້ທາງທິດເໜືອ. (ພາບ:VGP)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 10
ພາບບັນຍາກາດງານບຸນລົງທົ່ງນາ ຢູ່ຕາແສງ ບາດຊາດ, ແຂວງ ລ່າວກາຍ (ພາບ: VGP)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 11
ງານບຸນ ເງົາຕາວ ປີ 2026 ຂອງພໍ່ແມ່ປະຊາຊົນເຜົ່າມົ້ງ ຢູ່ຕາແສງ ນາບຸງ, ແຂວງ ດຽນບຽນ. (ພາບ:VGP)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 12
ຢູ່ຕາແສງ ແບັກທົງ, ແຂວງ ທ້າຍງວຽນ, ວັນບຸນ ລົ່ງທົ່ງນາ ລະດູບານໃໝ່ປີມະເມຍ 2026 ໄດ້ຈັດຂຶ້ນໃນວັນທີ 24 – 25 ກຸມພາ. (ພາບ:VGP)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 13
ເຂດມໍລະດົກເມືອງເກົ່າ ເຫ້ວ ໄດ້ຮັບການປະດັບປະດາຜ່ານບຸນເຕັດປະມະເມຍ 2026 ແລະ ສ້າງຄວາມຈັບໃຈໃຫ້ແກ່ແຂກທ່ອງທ່ຽວທີ່ສຸດ. (ພາບ: nld.com.vn)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 14
ເມື່ອລະດູບານໃໝ່ວຽນມາ, ເຂດມໍລະດົກເມືອງເກົ່າ ເຫ້ວ ກໍ່ມີຄວາມຄືກຄື້ນມ່ວນຊື່ນດ້ວຍຫຼາຍການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອ.
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 15
ລະດູບານໃໝ່ປີມະເມຍ 2026, ເມືອງເກົ່າ ໂຮ້ຍອານ (ນະຄອນ ດ່ານັ້ງ) ຕ້ອນຮັບແຂກທ່ອງທ່ຽວຢ່າງຄຶກຄັກດ້ວຍລາຍການທ່ອງທ່ຽວທີ່ພົ້ນເດັ່ນ. (ພາບ:  tcdulichtphcm.vn)
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 16
ແສງສີຂອງໂຄມໄຟທີ່ເປັນເອກະລັກສະເພາະຂອງເມືອງເກົ່າ ຍິບຍັບໃນຊຸມວັນຕົ້ນປີ. (ພາບ:  tcdulichtphcm.vn)

ໂດຍລຽບຕາມຄວາມຍາວຂອງປະເທດ ຫວຽດນາມ, ອາກາດສີໜາວໆຂອງເຂດພາກກາງ ຈະປ່ຽນເປັນແດດອຸ່ນຂອງເຂດທາງທິດໃຕ້.

ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 17
ລູກຫຼານຂອງປະຊາຄົມຊາວຈີນຢູ່ນະຄອນ ໂຮ່ຈີມິນ ແຈກບຸນແຈກໂຊກຈາກພະແມ່ໃຫ້ແກ່ແຂກທ່ອງທ່ຽວ, ປະຊາຊົນທີ່ມາຊົມບຸນແຫ່ວໍ.
ການເດີນທາງໄປຍັງເຂດມໍລະດົກຍາມຕົ້ນລະດູບານໃໝ່ - ảnh 18
ແຕ່ລະເຂດພາກກໍ່ມີຮີດຄອງປະເພນີຕ່າງກັນ, ແຕ່ລະບ່ອນມີສີສັນສະເພາະ, ແຕ່ທຸກສິ່ງທຸກຢ່າງ ພັດເຕົ້າໂຮມກັນເພື່ອກາຍເປັນປຶກແຜ່ນວັດທະນະທຳ ຫວຽດນາມ ທີ່ມີຄວາມເປັນເອກະພາບໃນຄວາມຫຼາກຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ