ທ່ານ Bouhedja Said ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວ
ສານ ຫວຽດນາມ
(ພາບ: Vietnam+)
|
(vovworld) – ການພົວພັນມິດຕະພາບ ຫວຽດນາມ - Algeria ຕ້ອງໄດ້ຮັບການປັບປຸງແລະພັດທະນາຢ່າງບໍ່ຢຸດຢັ້ງ, ທ່ານ Bouhedja Said, ກຳມະການກົມການເມືອງ, ຮັບຜິດຊອບບັນຫາສື່ສານຂອງພັກກຳອຳນາດ Algeria (FLN), ໄດ້ຢັ້ງຢືນຄືແນວນັ້ນໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ Algers. ທ່ານ Said ໃຫ້ຮູ້ວ່າ: ປະຊາຊົນ ແລະ ປະເທດ Algeria ຈະມີການກະທຳເພື່ອສະແດງໃຫ້ເຫັນນ້ຳໃຈສາມັກຄີໃນບັນດາເຫດການສະເຫຼີມສະຫຼອງໄຊຊະນະຂອງ ຫວຽດນາມ, ສະແດງໃຫ້ເຫັນປະຊາຊົນ Algeria ຍາມໃດກໍ່ຮຽງບ່າຮຽງໄຫຼ່ກັບ ຫວຽດນາມ, ບໍ່ພຽງແຕ່ໃນການຕໍ່ສູ້ລວມຕ້ານລ່າເມືອງຂຶ້ນ, ຈັກກະພັດເພື່ອປົດປ່ອຍປະເທດຊາດເທົ່ານັ້ນ ຫາກຍັງໃນພາລະກິດຕໍ່ສູ້ໂຮມປະເທດຊາດເປັນເອກະພາບ, ພັດທະນາປະເທດຊາດອີກດ້ວຍ. ຕາມທ່ານ Said ແລ້ວ, 2 ປະເທດຄວນຮັດແໜ້ນການພົວພັນຮ່ວມມືໃນທຸກຂົງເຂດ, ເພີ່ມທະວີທີ່ຕັ້ງບົດບາດການເມືອງ, ຄວາມສາມັກຄີ, ຄວາມມານະພະຍາຍາມເພື່ອຄວາມວັດທະນາຖາວອນ, ຄວາມຍຸຕິທຳ, ສັນຕິພາບໃນໂລກ. ພິເສດ, ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດຄວນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງຜ່ານບັນດາການພົວພັນລະຫວ່າງລັດຖະສະພາ, ແລກປ່ຽນລະຫວ່າງຊາວໜຸ່ມ, ສະມາຊິກສະພາແຫ່ງຊາດ, ອົງການພົນລະເຮືອນ, ລັດຖະບານ, ເຫັນດີເປັນເອກະສັນຕໍ່ທັດສະນະກ່ຽວກັບບັນດາບັນຫາສາກົນ, ຮ່ວມມືຫຼາຍຮູບແບບໃນທຸກໆຂົງເຂດ: ການເມືອງ, ເສດຖະກິດ, ສັງຄົມ… ຕໍ່ສູ້ເພື່ອໂລກແຫ່ງວັດທະນາຖາວອນ, ຍຸຕິທຳ ແລະ ປະຊາຊົນມີຊີວິດເສລີກ່ວາ.