ນະຄອນ Busan
photo:internet
|
(vovworld)- ຕອນເຊົ້າວັນທີ 2/4 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ຕ້ອນຮັບທ່ານ Hur Nam Sik ເຈົ້າຄອງນະຄອນ Busan ສເກົາຫລີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ ນະຄອນ Busan ສືບຕໍ່ຊຸກຍູ້ ແລະ ເປີດກວ້າງການຮ່ວມມືກັບນະຄອນ ໂຮ່ຈິມີນ ກໍຄືບັນດາທ້ອງຖິ່ນອື່ນຂອງຫວຽດນາມ. ສ່ວນທ່ານ Hur Nam Sik ຢືນຢັນວ່າ: ບົນພື້ນຖານການພົວພັນ“ຄູ່ຮ່ວມມືຍຸດທະສາດ” ຫວຽດນາມ - ສເກົາຫລີ ພວມພັດທະນາຢ່າງຈົບງາມ, ທ່ານເອງ ແລະ ອຳນາດການປົກຄອງນະຄອນ Busan ຈະສືບຕໍ່ມານະພະຍາຍາມກວ່າອີກເພື່ອຮັດແຫນ້ນນຳ້ໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງນະຄອນ ກໍຄືສອງປະເທດ.