ທ່ານ ຫງວຽນວັນເທີ, ເອກອັກຄະລັດຖະທູດ
ຫວຽດນາມ ປະຈຳ ຈີນ
photo:vnemba.org.cn
|
(vovworld)- ປີ 2014, ການພົວພັນລະຫວ່າງຫວຽດນາມ ແລະຈີນ ປະສົບກັບຄວາມຫຍຸ້ງຍາກ ແຕ່ພາຍໃຕ້ການຊີ້ນຳຢ່າງໃກ້ຊິດ, ຖືກຕ້ອງຂອງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດ ຈີນ, ຂອງສອງລັດ, ການພົວພັນນີ້ໄດ້ກ້າວເຂົ້າສູ່ຄວາມເປັນປົກກະຕິເທື່ອລະກ້າວ, ພັດທະນາຢ່າງປອດໄສ. ທ່ານ ຫງວຽນວັນເທີ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ໄດ້ຢືນຢັນຄືດັ່ງກ່າວ ໃນການຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດລະດູບານໃຫມ່ປີມະແມ 2015.
ຕາມທ່ານເອກອັກຄະລັດຖະທູດ ຫງວຽນວັນເທີ ແລ້ວ, ປີ 2015 ແມ່ນປີສະເຫລີມສະຫລອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຈີນ ສະນັ້ນສອງປະເທດ ໄດ້ເປັນເອກະພາບກັນຈັດຕັ້ງການເຄື່ອນໄຫວຫລາຍຢ່າງ.
“ກ່ອນອື່ນໝົດ ແມ່ນເພີ່ມທະວີການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດ. ທີສອງ ແມ່ນເພີ່ມທະວີການຮ່ວມມືແລກປ່ຽນລະຫວ່າງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ເພີ່ມທະວີການພົວພັນລະຫວ່າງປະຊາຊົນສອງປະເທດ, ພິເສດ ແມ່ນການພົວພັນລະຫວ່າງຊາວຫນຸ່ມ. ພ້ອມກັນນັ້ນ ພວກເຮົາ ພະຍາຍາມຊອກຫາວິທີແກ້ໄຂບັນດາບັນຫາຍັງຄົງຄ້າງໃນການພົວພັນລະຫວ່າງສອງປະເທດ, ພິເສດແມ່ນບັນຫາທະເລຕາເວັນອອກ.”